ຕາມຂ່າວຈາກ ລອນດອນ,ທ່ານ ບໍຣີສ ຈອນສັນ,ນາຍົກລັດຖະມົນຕີ ອັງກິດ ຖະແຫລງວ່າ: ຊາວອັງກິດ 20,09 ລ້ານຄົນ ໄດ້ຮັບວັກຊິນ ປ້ອງກັນ ໂຄວິດ-19ແລ້ວ ຂະນະທີ່ ເກືອບຮອດ 800.000ຄົນ ໄດ້ຮັບ ວັກຊິນຄົບ 2ເຂັມແລ້ວ ຖືວ່າອັງກິດ ໄດ້ສັກວັກຊິນ ຫລາຍທີ່ສຸດ ໃນເອີຣົບ.ຂະນະທີ່ ອັງກິດ ມີລາຍງານ ຜູ້ຕິດເຊື້ອ ລາຍໃໝ່ 6.035ຄົນ ແລະ ເສຍຊີວິດເພີ່ມ 144 ຄົນ ໃນໄລຍະ 28ວັນ ຫລັງກວດພົບ ໂຄວິດ-19

ແຫຼ່ງຂ່າວ: ຂປລ