ຕາມຂ່າວຈາກ ຫວຽດນາມ(VOVWORLD)ເມື່ອບໍ່ດົນມານີ້, ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 27 (AEM Retreat 27) ໄດ້ຈັດຂຶ້ນ ຕາມຮູບການ ອອນລາຍ. ໃນໂອກາດນີ້ ບັນດາ ລັດຖະມົນຕີ ເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຄາດໝາຍ ເສດຖະກິດ ບຸລິມະສິດຂອງ ບຣູໄນ ໃນປີ ປະທານ ອາຊຽນ 2021 ສຸມໃສ່ ການຟື້ນຟູ, ການຫັນເປັນ ດີຈີຕອນ ແລະ ລັກສະນະ ແບບຍືນຍົງ ພ້ອມທັງ ຢັ້ງຢືນຄືນ ຄຳໝັ້ນສັນຍາ ມານະພະຍາຍາມ ໃຫ້ສັດຕະຍາ ບັນສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ (RCEP) ຢູ່ພາຍໃນປະເທດ ເພື່ອແນໃສ່ ຮັບປະກັນ ເລື່ອງບັນດາ ວິສາຫະກິດ ແລະ ປະຊາຊົນ ອາດຈະໄດ້ຊົມໃຊ້ ຜົນປະໂຫຍດ ຈາກສັນຍານີ້.ນອກນີ້ ກອງປະຊຸມ, ບັນດາ ລັດຖະມົນຕີ ແລະ ຜູ້ຕາງໜ້າ ກ່ຽວຂ້ອງ ໄດ້ປຶກສາຫາລື ກ່ຽວກັບ ບັນດາ ຄວາມມານະ ພະຍາຍາມ ຟື້ນຟູ ພາຍຫລັງ ໂລກລະບາດ ໂຄວິດ-19 ໃນທົ່ວພາກພື້ນ, ບັນດາ ຄວາມກ້າວໜ້າ ທີ່ບັນລຸໄດ້ ໃນຄວາມມານະ ພະຍາຍາມ ກໍ່ສ້າງ ປະຊາຄົມ ເສດຖະກິດ ແລະ ການພົວພັນ ເສດຖະກິດ ການຕ່າງປະເທດ ຂອງ ອາຊຽນ.

ແຫຼ່ງຂໍ້ມູນ: ປລ.