ຂ່າວ ຕ່າງປະເທດ

ວັກຊີນ Sinopharm ຖືກຮັບຮອງຈາກອົງການອະນາໄມໂລກຢ່າງເປັນທາງການແລ້ວ!!!

ວັນທີ 07 ພຶດສະພາ 2021, ອົງການອະນາໄມໂລກ (WHO) ໄດ້ອອກຖະແຫລງການຮັບຮອງການນຳໃຊ້ວັກຊີນກັນພະຍາດໂຄວິດ-19 Sinopharm ຈາກບໍລິສັດສັນຊາດຈີນ ຢ່າງເປັນທາງການ Morgantown, WV – 16 December 2020: Small bottle of coronavirus vaccine with syringe with background of the Chinese company Sinopharm logo Sinopharm ເປັນວັກຊີນທີ່ເຮັດຈາກເຊື້ອຕາຍ (Inactivated Vaccine) ຕົວທຳອິດທີ່ຖືກຜະລິດໃນເອເຊຍ ແລະ ກ່ອນໜ້າຈະມີການຮັບຮອງຈາກ WHO, ແມ່ນໄດ້ມີການນຳໃຊ້ໃນຫລາຍໆປະເທດທົ່ວໂລກ ເຊັ່ນ: ປະເທດແຖວທະວີບແອຟຣິກາ, ລາຕິນອາເມຣິກາ ແລະ ຫລາຍປະເທດໃນເອເຊຍ ລວມທັງ ສປປ ລາວ ເຮົາ ການຢືນຢັນການນຳໃຊ້ວັກຊີນກັນພະຍາດ COVID-19 ຂອງ WHO ມີຄວາມຫມາຍຄວາມສຳຄັນຢູ່ບ່ອນວ່າ ວັກຊີນກັນພະຍາດຕົວນັ້ນໆ ຫລັງຈາກໄດ້ຜ່ານການກວດສອບແລ້ວ ພົບວ່າ ມີປະສິດທິພາບ ແລະ ຄວາມປອດໄພ. ...

Read More »

ເຢຍລະມັນ ກຽມຜ່ອນຜັນຂໍ້ຈຳກັດການນໍາໃຊ້ວັກຊິນ Astrazeneca

ລັດຖະບານເຢຍລະມັນ ອະນຸຍາດໃຫ້ປະຊາຊົນອາຍຸຕໍ່າກວ່າ 60 ປີ ສາມາດສັກວັກແຊັງປ້ອງກັນໂຄວິດ-19 ຂອງແອສຕຣາເຊເນກາ/ອັອກຟອດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນສຸກ ທີ 7 ພຶດສະພາ​ ວ່າ ທ່ານເຢນສ໌ ສະພານ (Jens Spahn) ລັດຖະມົນຕີກະຊວງສາທາລະນະສຸກເຢຍລະມັນ ກ່າວເມື່ອວັນພະຫັດ ຜ່ານມາ ກ່ຽວກັບຜົນການປະຊຸມກັບກັບໜ່ວຍງານດ້ານສາທາລະນະສຸກ 16 ລັດ ກ່ຽວກັບໂຄງການສັກວັກແຊັງປ້ອງກັນໂຄວິດ-19 ໃນປະເທດ ແລະ ມີມະຕິຕົກລົງຮ່ວມກັນໃຫ້ຍົກເລີກຂໍ້ຈຳກັດການສັກວັກແຊັງແອສຕຣາເຊເນກາ (AstraZeneca / Oxford) ໝາຍຄວາມວ່າ ປະຊາຊົນທີ່ມີອາຍຸຕໍ່າ ກວ່າ 60 ປີ ສາມາດເລືອກສັກວັກແຊັງຍີ່ຫໍ້ດັ່ງກ່າວເປັນຕົ້ນໄປ. ຂະນະດຽວກັນ, ການສັກວັກແຊັງປ້ອງກັນໂຄວິດ-19 ຂອງແອສຕຣາເຊເນກາ ບໍ່ຈຳເປັນຕ້ອງເວັ້ນໄລຍະຫ່າງດົນເຖິງ 12 ອາທິດລະຫວ່າງຄັ້ງທຳອິດ ແລະ ຄັ້ງທີສອງ ໂດຍຜູ້ທີ່ສັກຄັ້ງທຳອິດ ສາມາດໄດ້ສັກຄັ້ງທີ 2 ພາຍໃນໄລຍະ 4 ອາທິດ. ຢ່າງໃດກໍ່ຕາມ, ແນວທາງດັ່ງກ່າວຍັງຕ້ອງໄດ້ຮັບການອະນຸມັດອີກຄັ້ງ ແຕ່ການຜ່ານມະຕິໃນຄັ້ງນີ້ ເກີດຂຶ້ນໂດຍມີສຽງວິພາກວິຈານຈາກຫຼາຍຝ່າຍສຳລັບໂຄການສັກວັກແຊັງໃນເຢຍລະມັນວ່າ “ມີຄວາມຫຼ້າຊ້າ” ແຕ່ລັດຖະບານເຢຍລະມັນກຽມຜ່ອນຄາຍມາດຕະການຄວບຄຸມທາງສັງຄົມສຳລັບປະຊາຊົນທີ່ໄດ້ວັກແຊັງຄົບ 2 ເຂັມແລ້ວ.

Read More »

ພົບແລ້ວ ຊາກເຮືອດຳນ້ຳຂອງອິນໂດເນເຊຍ ທະຫານຢູ່ໃນເຮືອເສຍຊີວິດທັງໝົດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ພົນເອກ ຢູໂດ ມາກາໂນ ຜູ້ບັນຊາການກອງທັບເຮືອ ຂອງອິນໂດເນເຊຍຖະແຫຼງວ່າ: ພາບຖ່າຍຈາກກ້ອງໃນຫຸ່ນຍົນດຳນ້ຳເລິກ ພົບວ່າ ເຮືອດຳນ້ຳ Nanggala 402 ໄດ້ແຕກອອກເປັນ 3 ສ່ວນຂະໜາດໃຫຍ່ ຈົມຢູ່ໃຕ້ທະເລ ໃນລະດັບຄວາມເລິກ 838 ແມັດ ຈາກຜິວນ້ຳ ໂດຍຈຸດເຮືອຈົມ ຢູ່ຫ່າງໄປທາງທິດໃຕ້ປະມານ 1.500 ແມັດ ຈາກຈຸດພິກັດສຸດທ້າຍທີ່ເຮືອລອຍລຳຢູ່ ກ່ອນສູນຫາຍ ຂະນະເຂົ້າຮ່ວມການຝຶກຊ້ອມທາງຍຸດທະວິທີໃນທະເລທາງທິດເໜືອຂອງເກາະບາຫຼີ ເມື່ອວັນທີ 21 ເມສາ 2021. ທ່ານ ພົນເອກ ຮາດີ ທະຍາຢັນໂຕ ຜູ້ບັນຊາການທະຫານສູງສຸດຂອງອິນໂດເນເຊຍກ່າວວ່າ: ພາບຖ່າຍໃຕ້ນ້ຳທີ່ໄດ້ຮັບຢືນຢັນວ່າ ເຮືອດຳນ້ຳນັງກາລາ 402 ໄດ້ຈົມຢູ່ໃຕ້ທະເລ ແຕ່ບໍ່ແມ່ນສູນຫາຍຕາມທີ່ໃຫ້ຂ່າວໄປກ່ອນໜ້ານີ້ ແລະ ທະຫານທີ່ຢູ່ໃນເຮືອຈຳນວນ 53 ຄົນເສຍຊີວິດທັງໝົດ, ຫຸ່ນຍົນດຳນ້ຳເລິກທີ່ພົບຊາກເຮືອນັງກາລາ 402 ຈາກການບັນທຶກພາບ ເປັນຂອງເຮືອກູ້ໄພທາງທະເລຂອງ MV Swift Rescue ຂອງສິງກະໂປ. ສ່ວນເຮືອ KRI ຣີເກີ້ລ ຂອງອິນໂດເນເຊຍ ຄົ້ນຫາເຮືອດຳນ້ຳ ນັງກາລາ 402 ດ້ວຍການໃຊ້ເຄື່ອງໂຊນານ້ຳເລິກ ...

Read More »

ອົງການອະນາໄມໂລກເຕືອນໂຄວິດສາຍພັນອິນເດຍລະບາດໄວກວ່າສາຍພັນອື່ນ

ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ ເຊື້ອໄວຣັສໂຄວິດ-19 ສາຍພັນອິນເດຍ (B.1.617) ມີຄວາມສາມາດແຜ່ລະບາດໄວກວ່າສາຍພັນອື່ນ ລວມທັງສາຍພັນອັງກິດ. ດ້ານກະຊວງສາທາລະນະສຸກອິນເດຍອອກຖະແຫຼງການລະບຸວ່າ: ສາຍພັນດັ່ງກ່າວອາດເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນ ແລະ ເຊື້ອໄວຣັສອາດຈະຫຼຸດລອດພູມຄຸ້ມກັນຂອງຮ່າງກາຍມະນຸດ. ທັງນີ້ເຊື້ອໄວຣັສໂຄວິດ-19 ສາຍພັນອິນເດຍມີການກາຍພັນ 2 ຕຳແໜ່ງຄື: E484Q ແລະ L452R ໂດຍໃນໄລຍະຜ່ານມາ ພົບການກາຍພັນດັ່ງກ່າວແຍກໃນໄວຣັສຫຼາຍສາຍພັນ ແຕ່ພົບການກາຍພັນທັງ 2 ຕຳແໜ່ງດັ່ງກ່າວໃນໄວຣັສສາຍພັນອິນເດຍ ແລະ ພົບການກາຍພັນທີ່ໜາມໂປຣຕິນຂອງໄວຣັສ ເຮັດໃຫ້ໄວຣັສສາມາດຈັບເກາະຕາມເຊວໃນຮ່າງກາຍຂອງມະນຸດໄດ້ງ່າຍຂຶ້ນ, ສົ່ງຜົນໃຫ້ເກີດການລະບາດຢ່າງໄວວາ. ດ້ານກະຊວງສາທາລະນະສຸກອິດສະຣາແອນ ເປີດເຜີຍວ່າ: ໄດ້ກວດພົບເຊື້ອໄວຣັສໂຄວິດ-19 ສາຍພັນອິນເດຍ (B.1.617) ເປັນຄັ້ງທຳອິດໃນອິດສະຣາແອນ ໂດຍພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນດັ່ງກ່າວ 7 ຄົນທີ່ເດີນທາງມາຈາກຕ່າງປະເທດ ເຊິ່ງທັງ 7 ຄົນ ຍັງບໍ່ທັນໄດ້ສັກວັກແຊັງປ້ອງກັນໂຄວິດ-19. ແຫຼ່ງຂ່າວຈາກ: ເສດຖະກິດການຄ້າ

Read More »

ອິດສະຣາແອນ ປະກາດຍົກເລີກມາດຕະການໃສ່ຜ້າອັດປາກ-ດັງ ຫຼັງຈາກປະຊາຊົນໄດ້ຮັບວັກຊີນຫຼາຍກວ່າເຄິ່ງປະເທດແລ້ວ.

ອີງຕາມຂ່າວ Times of Israel ສື່ມວນຊົນທ້ອງຖິ່ນຂອງອິດສະຣາແອນ ໄດ້ລາຍງານໃນວັນທີ 15 ເມສາ 2021 ວ່າ: ລັດຖະບານອິດສະຣາແອນປະກາດ “ຍົກເລີກມາດຕະການໃສ່ຜ້າອັດປາກ-ດັງ ໃນສະຖານທີ່ສາທາລະນະ” ເລີ່ມປະຕິບັດໃນວັນທີ 18 ເມສາ 2021 (ມື້ວານ) ເປັນຕົ້ນໄປ, ຫຼັງຈາກໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນຫຼາຍກວ່າເຄິ່ງປະເທດ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອຫຼຸດລົງເຫຼືອພຽງແຕ່ຫຼັກຮ້ອຍ. ໃນຂະນະທີ່ຜູ້ຊ່ຽວຊານກ່າວວ່າ ໃນເວລານີ້ເກີດມີພາວະ “ພູມຕ້ານທານກຸ່ມ” ຂຶ້ນແລ້ວ. ທ່ານ ຢິລິ ເອເດສະຕິນ (Yuli Delstein) ລັດຖະມົນຕີກະຊວງສາທາລະນະສຸກ ອິດສະຣາແອນ ໄດ້ອອກຖະແຫຼງການໃນວັນຊາດອິດສະຣາແອນວ່າ: ໃຫ້ຢຸດຕິຂໍ້ບັງຄັບທາງດ້ານສາທາລະນະສຸກໃນການໃສ່ຜ້າອັດປາກ-ດັງ ໃນເຂດສາທາລະນະລົງ ເຊິ່ງເລີ່ມປະຕິບັດຕັ້ງແຕ່ວັນທີ 18 ເດືອນເມສາ 2021 ເປັນຕົ້ນໄປ. ເຖິງຢ່າງໃດກໍ່ຕາມ, ມາດຕະການບັງຄັບໃຫ້ໃສ່ຜ້າອັດປາກ-ດັງ ໃນສະຖານທີ່ປິດ(ບ່ອນບໍ່ມີອາກາດຖ່າຍເທ) ນັ້ນຍັງຕ້ອງປະຕິບັດຢູ່. ຫຼັງຈາກອິດສະຣາແອນ ພົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງ ໃນຮອບທີສາມແລ້ວ, ເຮັດໃຫ້ຮູ້ທິດທາງການແກ້ໄຂສະຖານະການໄດ້ດີຂຶ້ນຢ່າງໄວ ໃນໄລຍະເດືອນທີ່ຜ່ານມາ ຫຼັງຈາກທີ່ອິດສະຣາແອນ ເປັນຜູ້ດຳເນີນໂຄງການຊັກວັກຊີນທີ່ຄິດໄລ່ຕາມອັດຕາສ່ວນປະຊາກອນໄວທີ່ສຸດໃນໂລກ ໂດຍເລືອກໃຊ້ວັກຊີນຂອງ Pfizer / BioNTech. ແຫຼ່ງຂໍ້ມູນຈາກ: https://laopost.com

Read More »

ຫຼັງຈາກມີຜູ້ຕິດເຊື້ອເພີ່ມຂຶ້ນ ກຳປູເຈຍ ໄດ້ສ້າງໂຮງໝໍພາກສະໜາມ 2 ແຫ່ງເພື່ອຮັບມືກັບໂຄວິດ-19

ຕາມ​ຂ່າວ​ຈາກ​ ພະນົມ​ເປັນ,ທ່ານ ຮຸນ​ເຊ​ນ,ນາຍົກລັດຖະມົນຕີ ກຳປູ​ເຈຍ ຖະ​ແຫລ​ງ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ກຳປູ​ເຈຍ ສ້າງ​ໂຮງໝໍພາກ​ສະໜາມຢ່າງ​ໜ້ອຍ 2​ແຫ່ງ ​ໃນ​ນະຄອນຫລວງພະນົມ​ເປັນ ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ ​ໂຄ​ວິດ-19 ຫລັງ​ຈາກ​ມີ​ຜູ້​ຕິດ​ເຊື້ອ​ເພີ່​ມຂຶ້ນ 1.000 ກວ່າຄົນ ພາຍ​ໃນ 2​ ວັນ ​ແລະ ​ເຂັ້ມງວດການ​ໃສ່​ຜ້າ​ອັດ​ປາກຖ້າ​ຫາກ​ຜູ້​ໃດບໍ່​ປະຕິບັດ​ຈະ​ປັບ​ໄໝ​ສູງ​ເຖິງ 250 ​ໂດ​ລາ​ສະຫະລັດ. ປັດຈຸບັນກຳປູ​ເຈຍມີ​ຜູ້​ຕິດ​ເຊື້ອສະ​ສົມ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ​ເປັນ 4.081ຄົນ ​ແລະ ​ເສຍ​ຊີວິດ 26ຄົນ. ແຫຼ່ງທີ່ມາ: ຂປລ.

Read More »

ຈີນສ້າງກ້ອງໂທລະພາບວິທະຍຸຟາສທີ່ໃຫຍ່ທີ່ສຸດໃນໂລກ ແລະ ພ້ອມເປີດໃຫ້ທົ່ວໂລກໃຊ້ບໍລິການແລ້ວ

ສຳນັກ​ຂ່າວ ຊິນ​ຮວາ​ຂອງ ຈີນ ລາຍ​ງານ​ວ່າ: ນັບ​​​ແຕ່ ວັນ​ທີ 31 ມີນາ​ ​ເປັນ​ຕົ້ນ​ໄປ ກ້ອງ​ໂທລະພາບ ວິທະຍຸ​ຟາ​ສ (FAST) ຫລື​ ດວງ​ຕາ​ສະຫວັນ​ຂອງ ຈີນ ທີ່​ມີ​ເສັ້ນ​ຜ່ານ​ສູນ​ກາງ ​ເຖິງ 500 ​ແມັດ ​ໄດ້ເລີ່​ມ​ເປີດ​ໃຫ້ນັກ​ດາລາສາດທົ່ວ​ໂລກຍື່ນໃບສະເໜີຂໍ​ໄປ​ໃຊ້​ງານໄດ້ແລ້ວ. ​ ຈີນຈະ​ພິຈາລະນາ​ ບັນດາໃບສະເໜີຈາກຕ່າງປະ​ເທດ ​ແລະ ຈະ​ປະກາດຜົນ​ການພິຈາລະນາ ​ໃນ​ວັນ​ທີ 20 ກໍລະກົດ​ນີ້ ຫລັງ​ຈາກ​ນັ້ນ ຈະ​ເປີດ​ໃຫ້​ໃຊ້ກ້ອງ​ໂທລະພາບວິທະຍາ​ຟາສດຳ​ເນີນ​ການ​ສັງ​ເກດ​ໄດ້ ​ໃນ​ເດືອນ​ສິງຫາ. ກ້ອງ​ໂທລະພາບວິທະຍຸ​ຟາ​ສ ຫລື​ ດວງ​ຕາສະຫວັນ​ຂອງ ຈີນ ​ເປັນ​ກ້ອງ​ໂທລະພາບວິ​ທະ​ຍຸ ຂະໜາດ​ໃຫຍ່ທີ່​ສຸດ ​ແລະ ​ໄວ​ທີ່​ສຸດຂອງ​ໂລກໃນ​ປັດຈຸບັນ, ສາມາດ​ຮັບ​ສັນຍານ​ແມ່​ເຫລັກ​ໄຟຟ້າ ທີ່​ຫ່າງ​ໄກ​ເຖິງ 10.000 ລ້ານ​ປີ​ແສງ. ຫລັງ​ຈາກໄດ້​ເປີດ​ໃຫ້​ບໍລິການພາຍ​ໃນ​ປະ​ເທດ ​ເມື່ອ​ເດືອນ ມັງກອນ​ປີ 2020 ​ເປັນ​ຕົ້ນ​ມາ, ກ້ອງ​ໂທລະພາບວິທະຍຸ​ຟາສ ເປັນ​ເຄື່ອງ​ອຸປະກອນ ຂັ້ນ​ພື້ນຖານ ທາງ​ວິທະຍາສາດ  ​ແລະ ​ເຕັກ​ໂນ​ໂລ​ຊີທີ່​ຈີນວິ​ໄຈ​ພັດທະນາ ​ແລະ ຖື​ຄອງ​ຊັບ​ສິນທາງ​ປັນຍາ​ນັ້ນ ​ໄດ້​ດຳ​ເນີນ​ງານຢ່າງ​ໝັ້ນຄົງ, ຄົ້ນ​ພົບແຫ​ລ່ງພະລັງງານ​ແມ່​ເຫລັກຫລາຍກວ່າ 300 ​ແຫ່ງ ​ແລະ ​ໄດ້​ຮັບຜົນງານສຳຄັນໃນ​ການ​ວິ​ໄຈທາງ​ດາລາສາດ​ອີກ​ດ້ວຍ.

Read More »

ຈີນປິດຊາຍແດນດ່ວນ!!! ຫຼັງຄົນມຽນມາລັກລອບເຂົ້າຊາຍແດນຈີນ ຕິດໂຄວິດ 6 ຄົນ…

ໃນວັນທີ 31 ມີນາທີ່ຜ່ານມາ, ສໍານັກຂ່າວ (AFP) ປັກກິ່ງລາຍງານວ່າ: ເມືອງໜຶ່ງຂອງຈີນທີ່ຢູ່ໃກ້ຊາຍແດນຕິດກັບມຽນມາໄດ້ສັ່ງປິດເມືອງຊົ່ວຄາວ ຫຼັງມີລາຍງານວ່າມີຄົນມຽນມາທີ່ເປັນຜູ້ຕິດເຊື້ອໂຄວິດ-19 ຈໍານວນ 6 ຄົນ ລັກລອບເຂົ້າຊາຍແດນຈີນ. ເມືອງຣຸ່ຍລີ່ ເປັນເມືອງທີ່ມີປະຊາກອນຫຼາຍກວ່າ 210,000 ຄົນ, ໂດຍມີຄົນມຽນມາ 3 ຄົນທີ່ມີອາຍຸລະຫວ່າງ 24-28 ປີ ຖືກບັນທຶກວ່າເປັນຄົນຕິດເຊື້ອທີ່ບໍ່ສະແດງອາການ ແລະ ເມືອງຮຸ່ຍລີ່ເປັນຈຸດຜ່ານແດນທີ່ສໍາຄັນຈາກເມືອງມິວສ໌ປະເທດມຽນມາ ເຊິ່ງເປັນເມືອງທີ່ມີເຫດການບໍ່ສະຫງົບ ແລະ ນັບມື້ນັບເພີ່ມທະວີຄວາມຮຸນແຮງຂຶ້ນຕັ້ງແຕ່ທີ່ມີການຍຶດອໍານາດຂອງກອງທັບ ໃນວັນທີ 1 ກຸມພາ ເຊິ່ງອາດຈະເຮັດປະຊາຊົນມຽນມາຂ້າມຊາຍແດນເພີ່ມຂຶ້ນຫາກເກີດມີການເພີ່ມທະວີຄວາມຮຸນແຮງ. ເມື່ອວັນທີ 31 ມີນາທີ່ຜ່ານມາ ໜ່ວຍງານດ້ານສຸຂະພາບຂອງມົນທົນຢູນນານເຕືອນວ່າພວກເຂົາຈະ “ປາບປາມການລັກລອບຂ້າມຊາຍແດນທີ່ຜິດກົດໝາຍ” ຢ່າງເຂັ້ມງວດ. ນອກຈາກນີ້, ເມືອງຣຸ່ຍລີ່ຈະເລັ່ງກວດເຊື້ອປະຊາຊົນທີ່ອາໄສຢູ່ເຂດນັ້ນ ແລະ ທຸກຄົນຈະຖືກກັກຂັງບໍລິເວນຕົນເອງຢູ່ເຮືອນຂອງໃຜລາວເປັນເວລາໜຶ່ງອາທິດ. ແຫຼ່ງຂໍ້ມູນ: https://www.straitstimes.com

Read More »

ຕ້ານບໍ່ໄຫວ!!! ຝຣັ່ງຕ້ອງຍົກລະດັບສູ່ການ Lockdown ທົ່ວປະເທດໃນຮອບທີ 3 ເພື່ອສະກັດກັ້ນຕ້ານໂຄວິດ-19 ຫຼັງມີຄົນເສຍຊີວິດນັບແສນຄົນ…

ວັນທີ 31 ມີນາ 2021 ທີ່ຜ່ານມາ ປະທານາທິບໍດີປະເທດຝຣັ່ງ Emmanuel Macron ໄດ້ອອກຄໍາສັ່ງໃຫ້ປະຊາຊົນທົ່ວປະເທດເລີ່ມມີການ Lockdown ຮອບທີ 3 ນັບແຕ່ວັນທີ 3 ເມສາ ເປັນຕົ້ນໄປເປັນເວລາ 1 ເດືອນ ແລະ ໂຮງຮຽນຕ່າງໆ ຕ້ອງປິດການຮຽນການສອນເປັນເວລາ 3 ອາທິດ, ໃນຂະນະທີ່ພະຍາຍາມຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນເຮັດໃຫ້ຄົນຕິດເຊື້ອເປັນຈໍານວນຫຼາຍຈົນລົ້ນໂຮງໝໍ ແລະ ເສຍຊີວິດເກືອບແສນຄົນ. ມາດຕະການ Lockdown ຮອບໃໝ່ຂອງຝຣັ່ງໄດ້ສົ່ງຜົນເສຍຫາຍຢ່າງຫຼວງຫຼາຍ ເນື່ອງຈາກວ່າການແຈກຢາຍວັກຊີນຕ້ານໂຄວິດ-19 ມີຄວາມລ່າຊ້າ ຫ້ອງສຸກເສີນທີ່ຢູ່ຕາມໂຮງໝໍຕ່າງໆກໍກຳລັງໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ແລະ ກຳລັງເຂົ້າສູ່ຈຸດແຕກຫັກ. ຈໍານວນຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈໍານວນຫຼາຍນັບແຕ່ເດືອນກຸມພາທີ່ຜ່ານມາຈົນຮອດປັດຈຸບັນ ສະເລ່ຍປະມານ 40,000 ຄົນຕໍ່ມື້, ສ່ວນຈໍານວນຄົນທີ່ຕິດເຊື້ອທີ່ກຳລັງປິ່ນປົວຢູ່ໃນຫ້ອງສຸກເສີນທະລຸ 5,000 ຄົນແລ້ວ,​ ເປັນຈໍານວນຜູ້ຕິດເຊື້ອທີ່ສູງທີ່ສຸດຕັ້ງແຕ່ມີການປະກາດ Lockdown​ ຄັ້ງກ່ອນ. ຄໍາສັ່ງ Lockdown ຮອບໃໝ່ສ່ຽງຕໍ່ການຟື້ນຟູທາງດ້ານເສດຖະກິດຂອງຝຣັ່ງຢ່າງໜັກ ໂດຍມາດຕະການດັ່ງກ່າວຈະສັ່ງໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆປິດຊົ່ວຄາວຫຼາຍກວ່າ 150,000 ແຫ່ງ. ທ່ານ Macron ຍັງກ່າວຕື່ມວ່າ ມາດຕະການ Lockdown ເດືອນເມສານີ້ ແລະ ການຍົກລະດັບຄວາມໄວຂອງໂຄງການສັກວັກຊີນຈະເປີດທາງໃຫ້ເສດຖະກິດຂອງປະເທດກັບມາຟື້ນຕົວໄວ ...

Read More »

ຈີນ ຜະລິດວັກຊິນຕ້ານໂຄວິດ-19 ໄດ້ວັນລະ 5 ລ້ານໂດສ

ອ້າງ​ຕາມ​ຂ່າວ ປັກ​ກິ່ງ​ຂອງ ຈີນ, ວັນທີ 24 ເດືອນມີນາ, ທ່ານສຽວຫຍາ ລັດຖະມົນຕີ ອຸດສາຫະກຳ ແລະ ເຕັກໂນໂລຊີສື່ສານລະບຸວ່າການ​ຜະລິດວັກ​ຊິນ​ປ້ອງ​ກັນການ​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ຂອງ​ ຈີນໄດ້​ເພີ່ມ​ຂື້ນເປັນວັນ​ລະ 5 ລ້ານ​ໂດສ ເຊິ່ງເປັນການເພີ່ມຂຶ້ນຫລາຍ​ກວ່າ 3 ​ເທົ່າເມື່ອທຽບໃສ່ປະລິມານການ​ຜະລິດ​ລາຍ​ວັນ. ໃນວັນ​ທີ 1 ກຸມພາ ທີ່​ຜ່ານ​ມາຜະລິດ​ໄດ້ວັນ​ລະ 1,5 ລ້ານ​ຫລອດ. ປັດຈຸບັນ, ຈີນ​ຜະລິດ​ວັກ​ຊິນໃຊ້​ພາຍ​ໃນ​ປະ​ເທດຫລາຍ​ກວ່າ 100 ລ້ານ​ໂດສ, http://kpl.gov.la/detail.aspx?id=58488

Read More »