ຕາມຂ່າວຈາກ ປັກກິ່ງ,ວັນທີ 9 ມີນາທີ່ຜ່ານມາ,ຈີນ ເລີ່ມໂຄງການ ອອກໃບຮັບຮອງ ດ້ານສຸຂະພາບ(Virus passport) ສຳລັບ ນັກທ່ອງທ່ຽວ ຊາວຈີນ ທີ່ມີແຜນການເດີນທາງ ຂ້າມຊາຍແດນ ໂດຍຈະຮ່ວມມືກັບ ປະເທດອື່ນໆ ທີ່ໃຊ້ເອກະສານ ຮັບຮອງ ສຸຂະພາບ ໃນລັກສະນະ ດຽວກັນ ເພື່ອກັບມາ ເປີດເສດຖະກິດ ໃຫ້ເດີນໜ້າ ຕໍ່ໄປອີກຄັ້ງ.

ສຳລັບການອອກໃບຮັບຮອງ ສຸຂະພາບ ຂອງພົນລະເມືອງຈີນ ຈະເປັນຮູບແບບ ດີຈີຕອລ ເພື່ອສະແດງ ສະຖານະການສັກວັກຊິນ ປ້ອງກັນ ໂຄວິດ-19 ແລະ ຜົນການກວດ ຫາເຊື້ອໂຄວິດ- 19 ຂອງຜູ້ໃຊ້ງານ ຜ່ານໂປຣແກມ ທາງວີແຊດ(WeChat)

ແຫຼ່ງທີ່ມາ: ຂປລ.