ຕາມຂ່າວຈາກ ວໍຊີງຕັນ,ເມື່ອບໍ່ດົນມານີ້, ອົງການ ບໍລິຫານ ການບິນ ແລະ ອາວະກາດ ແຫ່ງສ.ອາເມລິກາ(ນາຊາ)ເປິດເຜີຍວ່າ:ຫຸ່ນຍົນສຳຫລວດ ດາວອັງຄານ ເພີຊີເວຍແລນ(Percivalance) ພວມປະຕິບັດໜ້າທີ່ ເທິງພື້ນຜີວ ດາວອັງຄານ ເປັນຄັ້ງທຳອິດ. ຫຸ່ນຍົນສຳຫລວດນີ້ ມີນ້ຳໜັກ ປະມານ 1ໂຕນ ເຄື່ອນຕົວພ້ອມລໍ້ທັງ 6 ໄປໄດ້ໄກ ເປັນໄລຍະທາງ 6,5 ແມັດ ເຊິ່ງເປັນການເຄື່ອນທີ່ ໄປຂ້າງໜ້າ 4 ແມັດ ຫລັງຈາກນັ້ນ ຫັກລ້ຽວ 150 ອົງສາ ໄປທາງຊ້າຍ ແລ້ວເຄື່ອນຖອຍຫລັງອີກ 2,5 ແມັດ ການທົດລອງ ດັ່ງກ່າວ ໃຊ້ເວລາປະມານ 30ນາທີ.

ຫຸ່ນຍົນດັ່ງກ່າວ ມີກຳນົດ ປະຕິບັດໜ້າທີ່ ເທິງດາວອັງຄານ ເປັນເວລາ 2 ປີ ເພື່ອເກັບຕົວຢ່າງດິນ ແລະ ຫີນ ໂດຍໃນລະຫວ່າງປີ 2026 ຫາ 2028 ນາຊາ ມີແຜນສົ່ງຍານ ເກັບຕົວຢ່າງ ເດີນທາງໄປຍັງ ດາວອັງຄານ ເພື່ອຕິດຕາມຍານ ເພີຊີເວຍແລນ ເມື່ອພົບກັນ ຈະມີການຍ້າຍ ຕົວຢ່າງ ອອກຈາກຫຸ່ນຍົນແລ້ວ ນຳສົ່ງຂຶ້ນຈະຫລວດ ເດີນທາງ ກັບມາຍັງໂລກ

ຂປລ.