ອາເມຣິກາ ຊຸກຍູ້ສະພາສູງຮັບຮອງເງິນຊ່ວຍກູ້ 1.900 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ້າຍເດືອນກຸມພາຜ່ານມາ, ທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ ໄດ້ຊົມເຊີຍສະພາຕ່ຳອາເມຣິກາ ໄດ້ຮັບຮອງເອົາບ້ວງເງິນຊ່ວຍກູ້ໂຣກລະບາດ ໂຄວິດ-19 ທີ່ມີມູນຄ່າ 1.900 ຕື້ໂດລາ, ພ້ອມທັງກະຕຸກຊຸກຍູ້ສະພາສູງ ຈົ່ງມີບາດກ້າວເດີນເຊັ່ນດຽວກັນ.ຂ່າວລະບຸວ່າ: ກ່າວຄຳເຫັນຕໍ່ນັກຂ່າວຢູ່ທຳນຽມຂາວ, ທ່ານ ໂຈ ໄບເດັນ ໄດ້ເນັ້ນໜັກວ່າ: ບ້ວງເງິນຊ່ວຍກູ້ຄວນໄດ້ຮັບການຮັບຮອງໂດຍໄວ.

Joe Biden to be inaugurated as the 46th president: Here's how to watch -  MarketWatch

ບ້ວງເງິນຊ່ວຍໜູນດ້ານເສດຖະກິດຂອງອຳນາດການປົກຄອງປະທານະທິບໍດີ ມີຂອບຂະໜາດໃຫຍ່ທົບສອງເທົ່າ ເມື່ອທຽບໃສ່ບ້ວງເງິນຊ່ວຍໜູນ ຊຶ່ງສະພາແຫ່ງຊາດອາເມຣິກາ ໄດ້ຮັບຮອງເອົາເມື່ອປີ 2020, ພາຍຫຼັງດຳເນີນການເຈລະຈາ ລະຫວ່າງ ພັກປະຊາທິປະໄຕ ແລະ ພັກສາທາລະນະເປັນເວລາຫຼາຍເດືອນ.

Comments