ອົງການອະນາໄມໂລກເຕືອນໂຄວິດສາຍພັນອິນເດຍລະບາດໄວກວ່າສາຍພັນອື່ນ

ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ ເຊື້ອໄວຣັສໂຄວິດ-19 ສາຍພັນອິນເດຍ (B.1.617) ມີຄວາມສາມາດແຜ່ລະບາດໄວກວ່າສາຍພັນອື່ນ ລວມທັງສາຍພັນອັງກິດ.


ດ້ານກະຊວງສາທາລະນະສຸກອິນເດຍອອກຖະແຫຼງການລະບຸວ່າ: ສາຍພັນດັ່ງກ່າວອາດເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນ ແລະ ເຊື້ອໄວຣັສອາດຈະຫຼຸດລອດພູມຄຸ້ມກັນຂອງຮ່າງກາຍມະນຸດ. ທັງນີ້ເຊື້ອໄວຣັສໂຄວິດ-19 ສາຍພັນອິນເດຍມີການກາຍພັນ 2 ຕຳແໜ່ງຄື: E484Q ແລະ L452R ໂດຍໃນໄລຍະຜ່ານມາ ພົບການກາຍພັນດັ່ງກ່າວແຍກໃນໄວຣັສຫຼາຍສາຍພັນ ແຕ່ພົບການກາຍພັນທັງ 2 ຕຳແໜ່ງດັ່ງກ່າວໃນໄວຣັສສາຍພັນອິນເດຍ ແລະ ພົບການກາຍພັນທີ່ໜາມໂປຣຕິນຂອງໄວຣັສ ເຮັດໃຫ້ໄວຣັສສາມາດຈັບເກາະຕາມເຊວໃນຮ່າງກາຍຂອງມະນຸດໄດ້ງ່າຍຂຶ້ນ, ສົ່ງຜົນໃຫ້ເກີດການລະບາດຢ່າງໄວວາ.


ດ້ານກະຊວງສາທາລະນະສຸກອິດສະຣາແອນ ເປີດເຜີຍວ່າ: ໄດ້ກວດພົບເຊື້ອໄວຣັສໂຄວິດ-19 ສາຍພັນອິນເດຍ (B.1.617) ເປັນຄັ້ງທຳອິດໃນອິດສະຣາແອນ ໂດຍພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນດັ່ງກ່າວ 7 ຄົນທີ່ເດີນທາງມາຈາກຕ່າງປະເທດ ເຊິ່ງທັງ 7 ຄົນ ຍັງບໍ່ທັນໄດ້ສັກວັກແຊັງປ້ອງກັນໂຄວິດ-19.

ແຫຼ່ງຂ່າວຈາກ: ເສດຖະກິດການຄ້າ

Comments