ຈີນສ້າງກ້ອງໂທລະພາບວິທະຍຸຟາສທີ່ໃຫຍ່ທີ່ສຸດໃນໂລກ ແລະ ພ້ອມເປີດໃຫ້ທົ່ວໂລກໃຊ້ບໍລິການແລ້ວ

ສຳນັກ​ຂ່າວ ຊິນ​ຮວາ​ຂອງ ຈີນ ລາຍ​ງານ​ວ່າ: ນັບ​​​ແຕ່ ວັນ​ທີ 31 ມີນາ​ ​ເປັນ​ຕົ້ນ​ໄປ ກ້ອງ​ໂທລະພາບ ວິທະຍຸ​ຟາ​ສ (FAST) ຫລື​ ດວງ​ຕາ​ສະຫວັນ​ຂອງ ຈີນ ທີ່​ມີ​ເສັ້ນ​ຜ່ານ​ສູນ​ກາງ ​ເຖິງ 500 ​ແມັດ ​ໄດ້ເລີ່​ມ​ເປີດ​ໃຫ້ນັກ​ດາລາສາດທົ່ວ​ໂລກຍື່ນໃບສະເໜີຂໍ​ໄປ​ໃຊ້​ງານໄດ້ແລ້ວ. ​ ຈີນຈະ​ພິຈາລະນາ​ ບັນດາໃບສະເໜີຈາກຕ່າງປະ​ເທດ ​ແລະ ຈະ​ປະກາດຜົນ​ການພິຈາລະນາ ​ໃນ​ວັນ​ທີ 20 ກໍລະກົດ​ນີ້ ຫລັງ​ຈາກ​ນັ້ນ ຈະ​ເປີດ​ໃຫ້​ໃຊ້ກ້ອງ​ໂທລະພາບວິທະຍາ​ຟາສດຳ​ເນີນ​ການ​ສັງ​ເກດ​ໄດ້ ​ໃນ​ເດືອນ​ສິງຫາ.

อาจเป็นรูปภาพของ กลางแจ้ง

ກ້ອງ​ໂທລະພາບວິທະຍຸ​ຟາ​ສ ຫລື​ ດວງ​ຕາສະຫວັນ​ຂອງ ຈີນ ​ເປັນ​ກ້ອງ​ໂທລະພາບວິ​ທະ​ຍຸ ຂະໜາດ​ໃຫຍ່ທີ່​ສຸດ ​ແລະ ​ໄວ​ທີ່​ສຸດຂອງ​ໂລກໃນ​ປັດຈຸບັນ, ສາມາດ​ຮັບ​ສັນຍານ​ແມ່​ເຫລັກ​ໄຟຟ້າ ທີ່​ຫ່າງ​ໄກ​ເຖິງ 10.000 ລ້ານ​ປີ​ແສງ. ຫລັງ​ຈາກໄດ້​ເປີດ​ໃຫ້​ບໍລິການພາຍ​ໃນ​ປະ​ເທດ ​ເມື່ອ​ເດືອນ ມັງກອນ​ປີ 2020 ​ເປັນ​ຕົ້ນ​ມາ, ກ້ອງ​ໂທລະພາບວິທະຍຸ​ຟາສ ເປັນ​ເຄື່ອງ​ອຸປະກອນ ຂັ້ນ​ພື້ນຖານ ທາງ​ວິທະຍາສາດ  ​ແລະ ​ເຕັກ​ໂນ​ໂລ​ຊີທີ່​ຈີນວິ​ໄຈ​ພັດທະນາ ​ແລະ ຖື​ຄອງ​ຊັບ​ສິນທາງ​ປັນຍາ​ນັ້ນ ​ໄດ້​ດຳ​ເນີນ​ງານຢ່າງ​ໝັ້ນຄົງ, ຄົ້ນ​ພົບແຫ​ລ່ງພະລັງງານ​ແມ່​ເຫລັກຫລາຍກວ່າ 300 ​ແຫ່ງ ​ແລະ ​ໄດ້​ຮັບຜົນງານສຳຄັນໃນ​ການ​ວິ​ໄຈທາງ​ດາລາສາດ​ອີກ​ດ້ວຍ.

Comments