ຈີນປິດຊາຍແດນດ່ວນ!!! ຫຼັງຄົນມຽນມາລັກລອບເຂົ້າຊາຍແດນຈີນ ຕິດໂຄວິດ 6 ຄົນ…


ໃນວັນທີ 31 ມີນາທີ່ຜ່ານມາ, ສໍານັກຂ່າວ (AFP) ປັກກິ່ງລາຍງານວ່າ: ເມືອງໜຶ່ງຂອງຈີນທີ່ຢູ່ໃກ້ຊາຍແດນຕິດກັບມຽນມາໄດ້ສັ່ງປິດເມືອງຊົ່ວຄາວ ຫຼັງມີລາຍງານວ່າມີຄົນມຽນມາທີ່ເປັນຜູ້ຕິດເຊື້ອໂຄວິດ-19 ຈໍານວນ 6 ຄົນ ລັກລອບເຂົ້າຊາຍແດນຈີນ.

People taking part in a demonstration on Feb 8 in the town of Muse in Myanmar, near the China-Myanmar border.


ເມືອງຣຸ່ຍລີ່ ເປັນເມືອງທີ່ມີປະຊາກອນຫຼາຍກວ່າ 210,000 ຄົນ, ໂດຍມີຄົນມຽນມາ 3 ຄົນທີ່ມີອາຍຸລະຫວ່າງ 24-28 ປີ ຖືກບັນທຶກວ່າເປັນຄົນຕິດເຊື້ອທີ່ບໍ່ສະແດງອາການ ແລະ ເມືອງຮຸ່ຍລີ່ເປັນຈຸດຜ່ານແດນທີ່ສໍາຄັນຈາກເມືອງມິວສ໌ປະເທດມຽນມາ ເຊິ່ງເປັນເມືອງທີ່ມີເຫດການບໍ່ສະຫງົບ ແລະ ນັບມື້ນັບເພີ່ມທະວີຄວາມຮຸນແຮງຂຶ້ນຕັ້ງແຕ່ທີ່ມີການຍຶດອໍານາດຂອງກອງທັບ ໃນວັນທີ 1 ກຸມພາ ເຊິ່ງອາດຈະເຮັດປະຊາຊົນມຽນມາຂ້າມຊາຍແດນເພີ່ມຂຶ້ນຫາກເກີດມີການເພີ່ມທະວີຄວາມຮຸນແຮງ.

China locks down city on Myanmar border over virus fears - RFI


ເມື່ອວັນທີ 31 ມີນາທີ່ຜ່ານມາ ໜ່ວຍງານດ້ານສຸຂະພາບຂອງມົນທົນຢູນນານເຕືອນວ່າພວກເຂົາຈະ “ປາບປາມການລັກລອບຂ້າມຊາຍແດນທີ່ຜິດກົດໝາຍ” ຢ່າງເຂັ້ມງວດ.

China locks down city on Myanmar border over virus fears - Times of India

ນອກຈາກນີ້, ເມືອງຣຸ່ຍລີ່ຈະເລັ່ງກວດເຊື້ອປະຊາຊົນທີ່ອາໄສຢູ່ເຂດນັ້ນ ແລະ ທຸກຄົນຈະຖືກກັກຂັງບໍລິເວນຕົນເອງຢູ່ເຮືອນຂອງໃຜລາວເປັນເວລາໜຶ່ງອາທິດ.

ແຫຼ່ງຂໍ້ມູນ: https://www.straitstimes.com

Comments