ຂ່າວ ຕ່າງປະເທດ

TESLA ປັບຂຶ້ນລາຄາລົດ ລຸ້ນ MODEL X & MODEL S variants 5,000 ໂດລາ

BENGALURU (ຕຸລາ 24): Tesla Inc ໄດ້ເພີ່ມລາຄາຂອງ Model X Long Range ແລະ Model S Long Range variants ຂອງຕົນ 5,000 ໂດລາສະຫະລັດ, ຕາມເວັບໄຊທ໌ຂອງບໍລິສັດຜູ້ຜະລິດລົດໄຟຟ້າໃນວັນເສົາທີ່ຜ່ານມາ.Model X Long Range ແລະ Model S Long Range ປະຈຸບັນຂາຍໃນລາຄາ 104,990 ໂດລາສະຫະລັດ ແລະ 94,990 ໂດລາສະຫະລັດ ຕາມລໍາດັບ. ລາຄາສໍາລັບ Model Y Long Range ແລະ Model 3 Standard Range Plus ເພີ່ມຂຶ້ນໂດຍ US $ 2,000, ເປັນ US $ 56,990 ແລະ US $ 43,990 ຕາມລໍາດັບ, ອີງຕາມເວັບໄຊທ໌. ...

Read More »

ສປປ ລາວ ຍັງຕ້ອງການວັກຊິນ 7 ແສນກວ່າໂດສ ເພື່ອບັນລຸເປົ້າໝາຍການສັກວັກຊິນໃນປີ 2021

ໃນໂອກາດເຂົ້າຮ່ວມເວທີສົນທະນາ ກ່ຽວກັບວັກຊິນ ແລະ ການສັກວັກຊິນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 22 ມິຖຸນາ 2021, ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ປັດຈຸບັນພວກເຮົາຍັງມີຊ່ອງຫວ່າງ ຕໍ່ກັບຄວາມຮຽກຮ້ອງຕ້ອງການວັກຊິນກັນພະຍາດໂຄວິດ-19 ແມ່ນຍັງບໍ່ພຽງພໍ ຕໍ່ຄວາມຮຽກຮ້ອງຕ້ອງການທີ່ຈະບັນລຸ 50% ປະມານ 7 ແສນກວ່າໂດສ ຕາມທີ່ລັດຖະບານໄດ້ວາງຄາດໝາຍໄວ້ໃນທ້າຍປີ 2021. ຕໍ່ກັບບັນຫາດັ່ງກ່າວ, ທາງລັດຖະບານ ສປປ ລາວ ໄດ້ມີການລະດົມທຶນ ຈາກພາກເອກະຊົນເຂົ້າມາໃຫ້ມີສ່ວນຮ່ວມ ເພື່ອເຮັດໃຫ້ບັນດາໂຮງຈັກ, ໂຮງງານ ຫລື ພາກທຸລະກິດ ໃຫ້ເຂົ້າມາມີສ່ວນຮ່ວມໃນການຈັດສັນຫາງົບປະມານ ເພື່ອມາຈັດຊື້ວັກຊິນ. ພ້ອມນັ້ນ, ກໍໄດ້ມີການສົບທົບກັບບັນດາປະເທດເພື່ອນມິດຍຸດທະສາດ ໂດຍໄດ້ສະເໜີ ສືບຕໍ່ການສະໜັບສະໜູນ ແລະ ຊື້ຈາກ ສປ ຈີນ ຕື່ມອີກ, ເຊິ່ງຖ້າຫາກລໍຖ້າແຕ່ການຊ່ວຍເຫລືອຈາກໂຄງການສະໜອງວັກຊິນ ຫລື COVAX ແມ່ນຈະໄດ້ຊ້າ ເພາະໂຄງການດັ່ງກ່າວ ໄດ້ມີການສະໜອງວັກຊິນໃຫ້ກັບຫລາຍປະເທດໃນໂລກ. ມາຮອດປັດຈຸບັນ ປະຊາຊົນເຂົ້າຮັບວັກຊິນເຂັມທີ ...

Read More »

ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 6

.ໃນວັນທີ 8 ມິຖຸນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ສາມາຄີ ຕໍ່ສູ້ຕ້ານພະຍາດລະ ບາດ, ສົ່ງເສີມການພັດທະນາໃນຍຸກສະໄໝ ຫລັງພະຍາດລະບາດ” ທີ່ ເມືອງຊົງຊິງ ສປ ຈີນ, ໂດຍການເປັນປະທານຮ່ວມຂອງ ທ່ານ ຫວາງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ສປ ຈີນ ແລະ ທ່ານ ວຸນາ ມ່ອງ ວິນ ລັດຖະມົນຕີ ຕ່າງປະເທດ ສສ ມຽນມາ ແລະ ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ຈັດຂຶ້ນທາມກາງບັນຍາກາດຂອງການສະເຫລີມສະຫລອງຄົບຮອບ 5 ປີຂອງການສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ໝາກຜົນສຳເລັດ ທີ່ຂອບການຮ່ວມມືດັ່ງກ່າວຍາດມາໄດ້ຕະຫລອດໄລຍະ 5 ປີຜ່ານມາ, ເຊິ່ງຖືເປັນຂອບການຮ່ວມມືທີ່ສຳຄັນໜຶ່ງ ທີ່ໄດ້ເຕີບໃຫຍ່ຂະຫຍາຍຕົວທັງໃນລວງເລິກ ແລະ ...

Read More »

ກອງປະຊຸຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ສະຫລອງຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ທີ່ສປ ຈີນ

ໃນວັນທີ 7 ມິຖຸນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸຸມ ລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫລີມສະຫລອງຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ທີ່ເມືອງຊົງຊິງ, ສປ.ຈີນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຫວາງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ. ຈີນ ແລະ ທ່ານ Teodoro Locsin, ລັດຖະມົນຕີ ຕ່າງປະເທດຂອງ ຟິລິບປິນ. ນອກຈາກນີ້, ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາ ຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຕີລາຄາຄືນບັນດາໝາກຜົນແຫ່ງການຮ່ວມມືອາຊຽນ-ຈີນ ທີ່ເປັນຮູບປະທໍາໃນໄລຍະ 30 ປີຜ່ານມາ, ເຊິ່ງກວມເອົາສາມເສົາຄ້ຳການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ), ພ້ອມທັງຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ, ເຊິ່ງ 2 ຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດທີ່ປະກອບດ້ວຍ ...

Read More »

IMF – WHO ຮຽກຮ້ອງໃຫ້ທົ່ວໂລກລົງທຶນ 50 ຕື້ໂດລາ ຮັບມືກັບໂຄວິດ – ຟື້ນຟູເສດຖະກິດ

ກອງທຶນການເງິນລະຫວ່າງປະເທດ ( IMF ) ແລະ ອົງການອະນາໄມໂລກ ( WHO ) ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ທົ່ວໂລກຮ່ວມກັນລົງທຶນ ມູນຄ່າ 50 ຕື້ໂດລາ ເພື່ອສະໜັບສະໜູນກຸ່ມປະເທດກຳລັງພັດທະນາໃຫ້ສາມາດຮັບມືກັບການລະບາດຂອງພະຍາດໂຄວິດ – 19 ແລະ ເພື່ອເປັນແຮງຍູ້ໃຫ້ເສດຖະກິດໂລກກັບມາຟື້ນຕົວອີກຄັ້ງ. ທ່ານ ນາງ ຄຣິສຕາລີນີ ຈໍເຈຍວາ ຜູ້ອຳນວຍການ ໄອເອັມເອັຟ ກ່າວວ່າ: ພວກເຮົາມີຂໍ້ມູນທີ່ສະແດງໃຫ້ເຫັນວ່າການສັກວັກແຊັງປ້ອງກັນໂຄວິດ – 19 ທົ່ວໂລກ ເປັນແນວທາງທີ່ມີປະສິດທິພາບສູງສຸດ ເພື່ອກະຕຸ້ນການຜະລິດທົ່ວໂລກ, ຜູ້ອຳນວຍການໄອເອັມເອັຟຍັງສະແດງຄວາມກັງວົນຕໍ່ກັບການເຂົ້າເຖິງວັກແຊັງຢ່າງບໍ່ເທົ່າທຽມລະຫວ່າງປະເທດຮັ່ງມີ ແລະ ປະເທດທຸກຍາກ ອາດສົ່ງຜົນຕໍ່ການຟື້ນຕົວຂອງເສດຖະກິດໂລກ. WHO ແລະ IMF ໄດ້ຂໍການຮ່ວມມືນຳປະເທດຕ່າງໆລົງທຶນ ພາຍຫຼັງທີ່ທີມວິເຄາະຂອງໄອເອັມເອັຟລາຍງານວ່າ ເງິນ 50 ຕື້ໂດລາ ມີຄວາມຈຳເປັນຕໍ່ການເຮັດໃຫ້ການແຈກຢາຍວັກແຊັງມີຄວາມເທົ່າທຽມກັນ ອີກທັງຍັງຊ່ວຍສະໜັບສະໜູນການບົ່ງມະຕິພະຍາດ, ການຈັດຫາອົກຊີແຊນ, ການປິ່ນປົວ ແລະ ການຈັດຫາອຸປະກອນການແພດ.ເງິນ 50 ຕື້ໂດລານີ້ ຈະເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ – 19 ໃນກຸ່ມປະເທດກຳລັງພັດທະນາຢຸດຕິລົງໄວຂຶ້ນ ອີກທັງຊ່ວຍຟື້ນຟູເສດຖະກິດ ແລະ ຈະກະຕຸ້ນຜົນຜະລິດທາງດ້ານເສດຖະກິດທົ່ວໂລກເພີ່ມຂຶ້ນອີກ ປະມານ 9 ...

Read More »

ໂຄວິດ-19 ສາຍພັນອິນເດຍ ກຳລັງແຜ່ລະບາດເຖິງ 44 ປະເທດ

ຕາມ​ຂ່າວ​ຈາກ ​ເຈ​ນີວາ, ວັນ​ທີ12​ພຶດສະພາ, ອົງການ ​ອະນາ​ໄມ​ໂລກ​ ​ເປີດ​ເຜີຍ​ວ່າ:​ ເຊື້ອ​ພະຍາດ ​ໂຄ​ວິດ-19 ສາຍ​ພັນ​ B.1.617 ທີ່​ພົບ​ການລະບາດຄັ້ງທຳ​ອິດ​ໃນອິນ​ເດຍ ​ພວມ​ແຜ່​ລະບາດ​ໃນ 44​ປະ​ເທດ ຈາກ 6 ພາກ​ພື້ນ ຂອງອົງການ​ອະນາ​ໄມ​ໂລກໃນ​ລະບົບຖານ​ຂໍ້​ມູນແບບ​ເປີດ​ຈີ​ໂນ​ມ (GISAID) ຂະນະ​ທີ່ອັງກິດ​ເປັນ​ປະ​ເທດ​ທີ​ມີ​ຍອດຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ສາຍ​ພັນ​ນີ້ຫລາຍ​ທີ່​ສຸດ ຮອງ​ຈາກອິນ​ເດຍ. ​ໃນ​ຮອບ 24​ ຊົ່ວ​ໂມງ ​ຜ່ານ​ມາອິນ​ເດຍມີ​ຜູ້​ເສຍ​ຊີວິດຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ 4.205 ຄົນ ​ເຮັດ​ໃຫ້ຍອດ​ຜູ້​ເສຍ​ຊີວິດ ​ສະ​ສົມ 254.197ຄົນ ​ແລະ ຕິດ​ເຊື້ອ​ ສະ​ສົມ 23 ລ້ານ​ກວ່າ​ຄົນ.

Read More »

WHO ຈັດອັນດັບໃຫ້ໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ແຜ່ກະຈາຍເຊື້ອໄວ

ວັນທີ 11 ພຶດສະພາ 2021 ທີ່ຜ່ານມາ ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການວ່າ: ໄວຣັສໂຄວິດ-19 ກາຍພັນທີ່ລະບາດຄັ້ງທໍາອິດໃນປະເທດອິນເດຍແມ່ນໄດ້ຮັບການຈັດປະເພດໃຫ້ເປັນ “ໄວຣັສສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ” ເຊິ່ງຜົນຂອງການສຶກສາຂັ້ນທໍາອິດພົບວ່າ ໂຄວິດສາຍພັນອິນເດຍລະບາດໄວ ແລະ ຕິດເຊື້ອໄດ້ງ່າຍ. ທັງນີ້ໄວຣັສໂຄວິດ-19 ສາຍພັນອິນເດຍແມ່ນຖືກຈັດອັນດັບໃຫ້ເປັນສາຍພັນທີ 4 ເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ ແລະ ຕ້ອງຕິດຕາມ ແລະ ວິເຄາະຢ່າງແນ່ນອນ ສ່ວນອີກ 3 ສາຍພັນທີ່ຖືກຈັດອັນດັບເຊັ່ນກັນໄດ້ແກ່: ສາຍພັນອັງກິດ, ສາຍພັນອາຟຣິກາໃຕ້ ແລະ ສາຍພັນບຣາຊິນ. ດຣ. ມາເຣຍ ເຄີໂຄຟ ຫົວໜ້າຝ່າຍເທັກນິກດ້ານໂຄວິດ-19 ຂອງອົງການອະນາໄມໂລກໄດ້ກ່າວວ່າ: ອົງການອະນາໄມໂລກໄດ້ຈັດອັນດັບຂອງໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໃນທົ່ວໂລກນັ້ນ ເນື່ອງມາຈາກມີຂໍ້ມູນທີ່ບົ່ງບອກວ່າ ເປັນສາຍພັນທີ່ມີການລະບາດ ແລະ ຕິດເຊື້ອໄດ້ງ່າຍກວ່າສາຍພັນອື່ນ. ດັ່ງນັ້ນ, ບໍ່ວ່າເຮົາຈະອາໄສຢູ່ໃສ ແລະ ບໍ່ວ່າໄວຣັສທີ່ກະຈາຍຢູ່ອ້ອມໂຕເຮົາເປັນສາຍພັນໃດກໍຕາມ ເຮົາຕ້ອງໝັ້ນໃຈວ່າ ເຮົາໄດ້ປ້ອງກັນໂຕເອງຢ່າງປອດໄພທີ່ສຸດເພື່ອບໍ່ໃຫ້ຕິດເຊື້ອພະຍາດນີ້. ເຖິງຢ່າງໃດກໍຕາມ ອົງການອະນາໄມໂລກຍັງເຕືອນວ່າ ການສັກວັກຊີນປ້ອງກັນໂຄວິດ-19 ຍັງເປັນສິ່ງທີ່ຈໍາເປັນ ແລະ ເປັນອາວຸດທີ່ມີປະສິດທິພາບໃນການຕໍ່ສູ້ກັບໂຄວິດ-19.

Read More »

ສ.ອາເມລິກາ ຈະເລີ່ມສັກວັກຊິນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ12-15ປີ

ຕາມ​ຂ່າວ​ຈາກ​ ວໍ​ຊີງ​ຕັນ, ອົງການ​ອາຫານ ​ແລະ ຢາ​ຂອງ ສ.ອາ​ເມ​ລິ​ກາ(Fda) ອະນຸມັດໃຊ້​ວັກ​ຊິນ​ ປ້ອງ​ກັນ​ ໂຄ​ວິດ-19 ຂອງ​ໄຟ​ເຊີ/​​ໄບໂອ​ເອັນ​ເທັ​ກ ​ໃນ​ເດັກ​ອາຍຸ 12-15 ປີ​ ​ແລະ ຄາດ​ວ່າຈະເລີ່​ມສັກ ​ໃນ​ວັນ​ທີ13 ​ພຶດສະພາ​ນີ້. ການ​ອະນຸມັດ ​ສັກ​ວັກ​ຊິນ ​ໃນ​ເດັກໄວ​ລຸ້ນຕອນ​ຕົ້ນຈະ​ເຮັດ​ໃຫ້​ປະຊາກອນ ສ.ອາ​ເມ​ລິ​ກາ ​ໄດ້​ຮັບ​ວັກ​ຊິນ​ເພີ່ມ​ຂຶ້ນ ​ແລະ ຄວບ​ຄຸມ​ກຸ່ມ​ອາຍຸທີ່​ມີ​ໂອກາດ​ສ່ຽງຕິດ​ເຊື້ອ​ໂຄ​ວິດ-19​ເຊັ່ນ​ກັນ. ສຳລັບ​ຜົນ​ການ​ທົດ​ລອງທາງ​ຄຣີນິກ ​ໃນ​ເດັກ​ອາຍຸ12-15ປີ ຈຳນວນ 2.260ຄົນ ພົບ​ວ່າ: ​ເດັກ​ກຸ່ມ ​ທີ່​ໄດ້​ຮັບວັກ​ຊິນມີ​ປະສິດທິພາບ​ປ້ອງ​ກັນການ​ຕິດ​ເຊື້ອ ​ໄດ້​ສູງ​ເຖິງ 100% ຂະນະ​ນີ້ ສ.ອາ​ເມ​ລິ​ກາ ​ໄດ້​ສັກ​ວັກ​ຊິນ ​ໃຫ້​ປະຊາຊົນ​ແລ້ວ 46%ຈາກ​ປະຊາກອນ​ ທັງ​ໝົດ 328,2 ລ້ານ​ຄົນ. ຂປລ.

Read More »

BIONTECH ປະກາດ ຈະຂະຫຍາຍການ ຜະລິດວັກຊີນ Pfizer ໃນ ສິງກະໂປ

ວັນທີ 10 ພຶດສະພາ ທີ່ຜ່ານມາ ປະທານບໍລິສັດ ຂອງ ໄບໂອເອນເທດ ປະເທດເຢຍລະມັນ ບໍລິສັດຜະລິດວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ຖະແຫຼງ ເຖິງການຂະຫຍາຍການຜະລິດວັກຊິນ ພ້ອມຈັດຕັ້ງສໍານັກງານໃຫຍ່ໃນສິງກະໂປເພື່ອກະຈາຍວັກຊີນໃນຂົງເຂດອາຊຽນ. ໂດຍໂຮງງານແຫ່ງນີ້ ຈະຊ່ວຍເພີ່ມການຜະລິດວັກຊິນໄດ້ປີລະຫຼາຍຮ້ອຍໂດສ ການສົ່ງມອບວັກຊີນ ແລະ ການຮັກສາໄປໃຫ້ກັບປະຊາກອນທົ່ວໂລກ. ໂຮງງານນີ້ ໄດ້ຮັບການສະໜັບສະໜູນຈາກຄະນະກຳມະການພັດທະນາເສດຖະກິດສິງກະໂປ ຢ່າງຮອບດ້ານ ເມື່ອເລີ່ມເຂົ້າສູ່ການເຄື່ອນໄຫວ ຜະລິດວັກຊິນນີ້ ໃນປີ 2023 ຊຶ່ງ ຈະມີກຳລັງ ການຜະລິດວັກຊິນແບບເອັມອາຣເອັນເອ ຫລາຍຮ້ອຍໂດສ ຕໍ່ປີ ເພື່ອຊ່ວຍໃຫ້ໂລກມີວັກຊິນທີ່ຜະລິດດ້ວຍເຕັກໂນໂລຊີແບບນີ້ຫລາຍຂຶ້ນ ແລະ ຊ່ວຍໃຫ້ອາຊີຕາເວັນອອກສ່ຽງໃຕ້ມີໂຮງງານ ຜະລິດວັກຊິນເພື່ອສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດໃນອະນາຄົດໄດ້ຢ່າງວ່ອງໄວ.

Read More »

ສະຖານະການໂຄວິດ-19 ຍີ່ປຸ່ນ ລະບາດໜັກ ແລະ ພົບຜູ້ຕິດເຊື້ອເພີ່ມພຸ່ງເຖິງ 6,000 ຄົນຕໍ່ມື້ ຕິດຕໍ່ກັນ 3 ວັນ ແລະ ມີອາການໜັກ 1,4 ພັນຄົນ

ຫຼ້າສຸດ ຍີ່ປຸ່ນ ພົບຜູ້ຕິດເຊື້່ອໂຄວິດ-19 ໃນຊ່ວງເວລາ 24 ຊົ່ວໂມງທີ່ຜ່ານມາ ເຖິງ 6,247 ຄົນ ເຊິ່ງກ່ອນໜ້ານີ້ 1 ມື້ ພົບຜູ້ຕິດເຊື້່ອໂຄວິດ-19 ຈໍານວນ 7,766 ຄົນ ແລະ ວັນອາທິດທີ່ຜ່ານມາພົບຜູ້ຕິດເຊື້່ອໂຄວິດ-19 ຈໍານວນ 5,563 ຄົນ ເຮັດໃຫ້ຕອນນີ້ຍີ່ປຸ່ນມີຍອດຜູ້ຕິດເຊື້ອສະສົມຢູ່ທີ່ 626,031 ຄົນແລະ ເສຍຊີວິດ 10,702 ຄົນ. ປັດຈຸບັນນີ້ຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການໜັກໃນຍີ່ປຸ່ນເພີ່ມຂຶ້ນສູງເຖິງ 1,144 ຄົນ ເຊິ່ງເປັນຈໍານວນຕົວເລກທີ່ຫຼາຍທີ່ສຸດນັບແຕ່ມີການລະບາດພາຍໃນປະເທດ ຫຼັງຈາກວັນທີ 7 ພຶດສະພາ 2021 ມີຈໍານວນຜູ້ຕິດເຊື້ອທີ່ມີອາການໜັກໃນຍີ່ປຸ່ນຢູ່ທີ່ຕົວເລກ 1,131 ຄົນ ຈິ່ງເຮັດໃຫ້ລັດຖະບານຍີ່ປຸ່ນຕັດສິນໃຈປະກາດສະຖານະການສຸກເສີນ.

Read More »