ວັນທີ 31 ມີນາ 2021 ທີ່ຜ່ານມາ ປະທານາທິບໍດີປະເທດຝຣັ່ງ Emmanuel Macron ໄດ້ອອກຄໍາສັ່ງໃຫ້ປະຊາຊົນທົ່ວປະເທດເລີ່ມມີການ Lockdown ຮອບທີ 3 ນັບແຕ່ວັນທີ 3 ເມສາ ເປັນຕົ້ນໄປເປັນເວລາ 1 ເດືອນ ແລະ ໂຮງຮຽນຕ່າງໆ ຕ້ອງປິດການຮຽນການສອນເປັນເວລາ 3 ອາທິດ, ໃນຂະນະທີ່ພະຍາຍາມຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນເຮັດໃຫ້ຄົນຕິດເຊື້ອເປັນຈໍານວນຫຼາຍຈົນລົ້ນໂຮງໝໍ ແລະ ເສຍຊີວິດເກືອບແສນຄົນ.
ມາດຕະການ Lockdown ຮອບໃໝ່ຂອງຝຣັ່ງໄດ້ສົ່ງຜົນເສຍຫາຍຢ່າງຫຼວງຫຼາຍ ເນື່ອງຈາກວ່າການແຈກຢາຍວັກຊີນຕ້ານໂຄວິດ-19 ມີຄວາມລ່າຊ້າ ຫ້ອງສຸກເສີນທີ່ຢູ່ຕາມໂຮງໝໍຕ່າງໆກໍກຳລັງໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ແລະ ກຳລັງເຂົ້າສູ່ຈຸດແຕກຫັກ.

ຈໍານວນຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈໍານວນຫຼາຍນັບແຕ່ເດືອນກຸມພາທີ່ຜ່ານມາຈົນຮອດປັດຈຸບັນ ສະເລ່ຍປະມານ 40,000 ຄົນຕໍ່ມື້, ສ່ວນຈໍານວນຄົນທີ່ຕິດເຊື້ອທີ່ກຳລັງປິ່ນປົວຢູ່ໃນຫ້ອງສຸກເສີນທະລຸ 5,000 ຄົນແລ້ວ, ເປັນຈໍານວນຜູ້ຕິດເຊື້ອທີ່ສູງທີ່ສຸດຕັ້ງແຕ່ມີການປະກາດ Lockdown ຄັ້ງກ່ອນ.
ຄໍາສັ່ງ Lockdown ຮອບໃໝ່ສ່ຽງຕໍ່ການຟື້ນຟູທາງດ້ານເສດຖະກິດຂອງຝຣັ່ງຢ່າງໜັກ ໂດຍມາດຕະການດັ່ງກ່າວຈະສັ່ງໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆປິດຊົ່ວຄາວຫຼາຍກວ່າ 150,000 ແຫ່ງ.

ທ່ານ Macron ຍັງກ່າວຕື່ມວ່າ ມາດຕະການ Lockdown ເດືອນເມສານີ້ ແລະ ການຍົກລະດັບຄວາມໄວຂອງໂຄງການສັກວັກຊີນຈະເປີດທາງໃຫ້ເສດຖະກິດຂອງປະເທດກັບມາຟື້ນຕົວໄວ ຕັ້ງແຕ່ຊ່ວງກາງເດືອນພຶດສະພາເປັນຕົ້ນໄປ.
ແຫຼ່ງທີ່ມາ: https://mgronline.com/around/detail/9640000030936