ປະເທດສິງກະໂປ: ໄດ້ຖືກຈັດອັນດັບທີ 2 ຂອງໂລກໃນດ້ານການດຶງດູດ ແລະ ການພັດທະນາພອນສະຫວັນສິງກະໂປໄດ້ຂຶ້ນເປັນອັນດັບທີ 2 ໃນການຈັດອັນດັບໂລກຂອງປະເທດທີ່ໜ້າດຶງດູດ ການພັດທະນາ, ການສະໜັບສະໜູນ ແລະ ການຮັກສາຄວາມສາມາດໄດ້ດີ, ຮອງຈາກສະວິດເຊີແລນ ແຕ່ນຳໜ້າສະຫະລັດອາເມລິກາ.ດັດຊະນີການແຂ່ງຂັນພອນສະຫວັນທົ່ວໂລກປະຈໍາປີ, ເຊິ່ງກວມເອົາ 134 ປະເທດ, ແມ່ນຖືກເຜີຍແຜ່ໂດຍໂຮງຮຽນທຸລະກິດຝຣັ່ງ Insead ແລະ ອົງການຄົ້ນຄ້ວາບໍ່ຫວັງຜົນກໍາໄລ Portulans Institute.ໃນຫລັກການດັດຊະນີດຽວກັນນີ້ສໍາລັບ ຕົວເມືອງ, ສິງກະໂປແມ່ນຢູ່ໃນອັນດັບທີ 7, ຫຼຸດລົງຈາກອັນດັບສາມຂອງປີກາຍແຕ່ຍັງເປັນເມືອງດຽວໃນອາຊີທີ່ຢູ່ໃນ 10 ອັນດັບຕົ້ນ. ເມືອງ ຊານຟານຊິດໂກ ເປັນອັນດັບຫນຶ່ງຂອງດັດຊະນີຕົວເມືອງ, ຕາມດ້ວຍ ເມືອງເຈນີວາ, ເມືອງບອສຕັນ ແລະ ເມືອງຊູຣິກ.ແລະ ສຳລັບການຈັດອັນດັບ ປະເທດໂດຍລວມແລ້ວ, ສິງກະໂປໄດ້ຖືກຈັດອັນດັບ 3 ໃນ 4 ໃນຈຳນວນ 6 ມາດຖານ, ເຊິ່ງລວມມີມາດຖານດັ່ງນີ້: ການສ້າງຄວາມສາມາດ, ການດຶງດູດ, ການເຕີບໃຫຍ່ ແລະ ການຮັກສາຄວາມສາມາດ, ທັກສະວິຊາຊີບ ແລະ ວິຊາການ, ແລະ ຄວາມຮູ້ທົ່ວໂລກ.#TargetMagazine ໄດ້ຖືກຈັດອັນດັບທີ 2 ຂອງໂລກ
Read More »ຂ່າວ ຕ່າງປະເທດ
ບັນດາຜູ້ນໍາ ໄດ້ຮຽກຮ້ອງໃຫ້ມີການເຕືອນໄພເປັນ ວັນໂລກາວິນາດ ເພື່ອຮີບດ່ວນໃນການເຈລະຈາກ່ຽວກັບສະພາບອາກາດ
ບັນດາຜູ້ນໍາ ໄດ້ຮຽກຮ້ອງໃຫ້ມີການເຕືອນໄພເປັນ ວັນໂລກາວິນາດ ເພື່ອຮີບດ່ວນໃນການເຈລະຈາກ່ຽວກັບສະພາບອາກາດທີ່ເມືອງ GLASGOW, ປະເທດ Scotland (AP) – ຜູ້ນໍາຂອງໂລກໄດ້ກະຕຸ້ນຄວາມຮ້ອນ ໂດຍການໃຊ້ຄໍາເວົ້າທີ່ວ່າ “ວັນສິ້ນສຸດຂອງໂລກ ຫລື ວັນໂລກາວິນາດ” ໃນວັນຈັນ ໃນຄວາມພະຍາຍາມທີ່ຈະນໍາເອົາຄວາມຮີບດ່ວນໃຫມ່ມາສູ່ການເຈລະຈາດ້ານສະພາບອາກາດລະຫວ່າງປະເທດ.ຄຳອຸປະມາດັ່ງກ່າວໄດ້ສ້າງຄວາມຕື່ນເຕັ້ນ ແລະ ປະສານກັນໃນຕອນຕົ້ນຂອງການເຈລະຈາ, ທີ່ຮູ້ກັນໃນນາມ COP26. ນາຍົກລັດຖະມົນຕີອັງກິດ ທ່ານ Boris Johnson ໄດ້ພັນລະນາເຖິງພາວະໂລກຮ້ອນເປັນ “ອຸປະກອນວັນແຫ່ງຄວາມຕາຍ” ທີ່ຕິດພັນກັບມະນຸດ. ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Antonio Guterres ກ່າວຕໍ່ເພື່ອນຮ່ວມງານຂອງລາວວ່າມະນຸດ ກຳລັງ “ຂຸດຂຸມຝັງສົບຂອງພວກເຮົາເອງ.” ແລະນາຍົກລັດຖະມົນຕີ Barbados Mia Mottley ໄດ້ເວົ້າໃຫ້ບັນດາປະເທດ ທີ່ເປັນເກາະທີ່ມີຄວາມສ່ຽງ, ເພື່ອໃຫ້ສິນທໍາຂອງພວກເຂົາເພີ່ມຂື້ນ, ເຕືອນຜູ້ນໍາບໍ່ໃຫ້ “ປະປ່ອຍໃຫ້ມີ ເສັ້ນທາງແຫ່ງຄວາມໂລບ ແລະ ຄວາມເຫັນແກ່ຕົວ ມັນກໍຄືການຫວ່ານເມັດພືດແຫ່ງການທໍາລາຍໃນໃຈຂອງພວກເຮົາ.” “allow the path of greed and selfishness to sow the seeds of our common ...
Read More »ພູມຄຸ້ມກັນໝູ່ແມ່ນຫຍັງ? ມະຫານະຄອນນິວເດລີ ເກີດແລ້ວ… COVID ANTIBODIES
ພູມຄຸ້ມກັນໝູ່ແມ່ນຫຍັງ? ມະຫານະຄອນນິວເດລີ ເກີດແລ້ວ…ພູມຕ້ານທານຂອງ Covid ພົບຢູ່ໃນ 97% ຂອງຜູ້ຢູ່ເມືອງ Delhiທີ່ນິວແດນລີ ຂອງອິນເດຍ: ການສໍາຫຼວດຊີວະສາດຄັ້ງທີ 6 ໃນນະຄອນຫຼວງໄດ້ເປີດເຜີຍວ່າ ມີຈຳນວນຫຼາຍເຖິງ 97% ຂອງປະຊາກອນໃນເມືອງເດລີມີພູມຕ້ານທານ Covid-19, ເພີ່ມຂຶ້ນຢ່າງຫຼວງຫຼາຍຈາກ 56.1% ທີ່ໄດ້ລາຍງານໃນການສໍາຫຼວດທີ່ຜ່ານມາທີ່ປະຕິບັດໃນເດືອນມັງກອນ, ກ່ອນທີ່ຈະມີການສຳຫລວດຄັ້ງທີສອງໃນ ປະເທດ. ລາຍງານຂອງອົງການດັ່ງກ່າວໃນວັນພຸດວານນີ້ໄດ້ເຮັດໃຫ້ຕົວເລກດັ່ງກ່າວຢູ່ໃນລະດັບ 90%.ອັດຕາການແຜ່ລະບາດຂອງພະຍາດໂຄວິດຢູ່ລະຫວ່າງ 93,3% ຫາ 99,8% ຢູ່ທົ່ວ 11 ເມືອງ. ເກືອບທຸກຄົນທີ່ໄດ້ຮັບການສັກຢາປ້ອງກັນໄດ້ພັດທະນາພູມຕ້ານທານ. ໃນ 4 ເມືອງມີຫຼາຍກວ່າ 99% ທີ່ຜີຜົນຕອບຮັບໃນທາງທີ່ດີ. ອັດຕາການແຜ່ລະບາດທີ່ສູງທີ່ສຸດແມ່ນ 92.3% ໃນບັນດາຄົນອາຍຸສູງກວ່າ 50 ປີ, ຕິດຕາມມາດ້ວຍ 90.3% ໃນກຸ່ມອາຍຸ 18-49 ປີ ແລະ 81.8% ໃນກຸ່ມອາຍຸຕໍ່າກວ່າ 18 ປີ.ຂ່າວຈາກ: The Time of India#TargetMagazine COVID ANTIBODIES
Read More »ອຸປະກອນເຄື່ອນທີ່ແບບໃໝ່ຈະສາມາດກວດສອບສະຖານະການຕິດເຊື້ອ COVID ໃນ 40 ນາທີ
ບໍລິສັດ Yokohama ເລີ່ມຕົ້ນໂດຍສະຖາບັນຄົ້ນຄ້ວາ Riken ໄດ້ພັດທະນາອຸປະກອນທີ່ສະເພາະ ແລະ ສາມາດກວດເບິ່ງວ່າຄົນເຮົາຕິດເຊື້ອພະຍາດ coronavirus ໄດ້ພາຍໃນເວລາປະມານ 40 ນາທີເທົ່ານັ້ນ.ໄດ້ມີການເປີດເຜີຍໃນວັນພະຫັດທີ່ຜ່ານມາ, K.K. ອຸປະກອນ Dnaform ໃຊ້ວິທີການແບບ SmartAmp, ເຊິ່ງຖືກຕ້ອງທຽບເທົ່າກັບການທົດສອບແບບ PCR. ວິທີການທົດສອບແບບ SmartAmp ເປັນເທັກໂນໂລຍີການຂະຫຍາຍ DNA isothermal ທີ່ພັດທະນາຮ່ວມກັນໂດຍສະຖາບັນຄົ້ນຄົ້ວ Riken ແລະ Dnaform.ການວັດແທກໃຊ້ຄວາມສູງພຽງ 11 ຊັງຕີແມັດ, ກວ້າງ 12 ຊັງຕີແມັດ ແລະ ເລິກ 4 ຊັງຕີແມັດ, ອຸປະກອນເຄື່ອນທີ່ຄາດວ່າຈະໃຊ້ໃນເຫດການຕ່າງໆ ຍ້ອນວ່າມັນບໍ່ໄດ້ໃຊ້ພື້ນທີ່ຫຼາຍ ເຖິງແມ່ນວ່າເຮົາຈະເອົາຫຼາຍຮ້ອຍເຄື່ອງຈັດໃສ່ຕິດຕໍ່ກັນ.ອຸປະກອນດັ່ງກ່າວແມ່ນສາມາດເຫັນຜົນໄດ້ຮັບພາຍໃນເວລາປະມານ 40 ນາທີ ຫຼັງຈາກໃສ່ອຸປະກອນພິເສດເຂົ້າໄປບ່ອນທີ່ມີຕົວຢ່າງເຊັ່ນນໍ້າລາຍ. ການທົດສອບທີ່ຕ້ອງການເຫັນຜົນທີ່ຄ້າຍຄືກັນ ໂດຍປົກກະຕິຕ້ອງການຕົວຢ່າງ ທີ່ຖືກສົ່ງໄປຫາສະຖານທີ່ທີ່ມີອຸປະກອນພິເສດ, ແຕ່ອຸປະກອນໃຫມ່ນີ້ ສາມາດກໍາຈັດຂັ້ນທີ່ຫຍຸ້ງຍາກນັ້ນອອກໄປໄດ້.#TargetMagazine ກວດສອບສະຖານະການຕິດເຊື້ອ COVID ໃນ 40 ນາທີ
Read More »ໂລກໄດ້ສັນຍາວ່າຈະ ຢຸດການປ່ອຍອາຍພິດທາດເຮືອນແກ້ວ.
ໂລກລໍຖ້າສັນຍາຈາກມວນມະນຸດ, ທີ່ໂລກໄດ້ສັນຍາວ່າຈະ ຢຸດການປ່ອຍອາຍພິດທາດເຮືອນແກ້ວ. ປະເທດເຫຼົ່ານີ້ບໍ່ບັນລຸເປົ້າໝາຍຂອງພວກເຂົາ.(CNN) ເກືອບ 200 ປະເທດໄດ້ໃຫ້ຄຳໝັ້ນສັນຍາຈະຢຸດການປ່ອຍອາຍພິດທາດເຮືອນແກ້ວ ເພື່ອປ້ອງກັນຜົນສະທ້ອນທີ່ຮ້າຍແຮງທີ່ສຸດຂອງວິກິດການດິນຟ້າອາກາດ, ແຕ່ຍັງມີຊ່ອງຫວ່າງອັນໃຫຍ່ຫຼວງລະຫວ່າງສິ່ງທີ່ໄດ້ສັນຍາໄວ້ກັບສິ່ງທີ່ນັກວິທະຍາສາດເວົ້າ ເຖິງຄວາມຈໍາເປັນ, ອີງຕາມບົດລາຍງານຂອງອົງການສິ່ງແວດລ້ອມຂອງສະຫະປະຊາຊາດ. . ເຫຼືອເວລາພຽງ 5 ມື້ ຈົນກວ່າບັນດາຜູ້ນຳຈະພົບປະກັນຢູ່ກອງປະຊຸມການເຈລະຈາກ່ຽວກັບດິນຟ້າອາກາດ COP26 ຂອງ ສປຊ ທີ່ນະຄອນ Glasgow, ປະເທດສະກັອດແລນ, ຫຼາຍສິບປະເທດຍັງບໍ່ທັນໄດ້ແກ້ໄຂຕາມຄຳໝັ້ນສັນຍາຂອງຕົນຢ່າງເປັນທາງການ ທີ່ຈະຫຼຸດຜ່ອນການປ່ອຍອາຍພິດ, ເພາະມັນເປັນສິ່ງທີ່ເຂົາເຈົ້າຄວນປະຕິບັດໃຫ້ໄດ້ຕາມກົດລະບຽບຂອງສັນຍາປາຣີ ທີ່ໄດ້ຕົກລົງກັນໃນປີ 2015.ໃນບັນດາປະເທດ G20 ເຊິ່ງກວມເອົາ 80% ຂອງການປ່ອຍອາຍພິດຂອງໂລກ, ມີພຽງ 6 ປະເທດເທົ່ານັ້ນທີ່ໄດ້ເຮັດໄດ້ຕາມເປົ້າໝາຍຢ່າງເປັນທາງການ. ບົດລາຍງານຍັງໄດ້ພົບເຫັນວ່າ 6 ປະເທດ G20 ລວມທັງສະຫະລັດບໍ່ເຄີຍບັນລຸເປົ້າໝາຍເກົ່າຂອງຕົນ. ລວມທັງ ການາດາ, ອົດສະຕາລີ, ບຣາຊິນ, ເກົາຫຼີໃຕ້ ແລະ ເມັກຊິໂກ. ເຫັນໄດ້ວ່າ ນັກການເມືອງຂີ້ຕົວະມາຕະຫລອດ ມື້ແຕ່ເວົ້າວ່າຈະເຮັດ ແຕ່ບໍ່ໄດ້ເຮັດແທ້ ໂລກຈັງຮ້ອນເກີດໄພທຳມະຊາດຫລາຍຂຶ້ນ ເພາະທຳມະຊາດ ຕ້ອງການສັນຍາໃໝ່ທີ່ເຮັດແທ້ທຳຈິງຈາກມວນມະນຸດ ໂລກລໍຖ້າສັນຍາໃໝ່ທີ່ເຮັດແທ້ທຳຈິງຈາກມວນມະນຸດ
Read More »Covid-19 ໃນຈີນເຮັດໃຫ້ການແລ່ນມາຣາທອນປັກກິ່ງຕ້ອງເລື່ອນເວລາ
ການລະບາດຂອງ Covid-19 ໃນຈີນເຮັດໃຫ້ການແລ່ນມາຣາທອນປັກກິ່ງຕ້ອງເລື່ອນເວລາຕາມແຜນແລ້ວ ຄາດການວ່າຈະມີນັກແລ່ນປະມານ 30,000 ຄົນເຂົ້າຮ່ວມໃນວັນທີ 31 ຕຸລານີ້ການແລ່ນມາຣາທອນປັກກິ່ງໃນທ້າຍອາທິດນີ້ໄດ້ຖືກເລື່ອນອອກໄປຈົນກ່ວາມີແຈ້ງການເພີ່ມເຕີມ, ຜູ້ຈັດງານກ່າວວ່າ “ເພື່ອປ້ອງກັນຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ (ແລະ) ປົກປ້ອງສຸຂະພາບ ແລະຄວາມປອດໄພຂອງນັກແລ່ນ, ພະນັກງານ ແລະ ປະຊາຊົນສ່ວນໃຫຍ່.” ໃນຂະນະທີ່ຈີນພະຍາຍາມສະກັດກັ້ນການລະບາດຂອງ Covid ແລະ ກັບຄືນສູ່ສະຖານະການປອດຈາກໂຄວິດ ກ່ອນການແຂ່ງຂັນກິລາໂອລິມປິກລະດູໜາວທີ່ຈະມາຮອດແລະ ເຫລືອເວລາອີກ 100 ກວ່າມື້ ເກມການແຂ່ງຂັນຂອງປະເທດກໍຈະໄດ້ເລີ່ມຕົ້ນແລ້ວ. ແຕ່ຍ້ອນສະຖານະການຂອງການຕິດເຊື້ອພາຍໃນປະເທດໃຫມ່ທີ່ມີຈຳນວນ 39 ກໍລະນີ ໃນວັນຈັນທີ່ຜ່ານມາ, ໂດຍການລະບາດດັ່ງກ່າວແມ່ນການແຜ່ລາມໂດຍກຸ່ມນັກທ່ອງທ່ຽວ ແລະ ການທີ່ບໍ່ສາມາດຄວບຄຸມການແຜ່ລະບາດ ຂອງປະເທດໄດ້ ເຮັດໃຫ້ໂອກາດໃນການຈັດງານໃຫຍ່ຂອງປະເທດອາດຈະຕ້ອງໄດ້ເລື່ອນອອກໄປເຊັ່ນກັນ. Participants run past the Tiananmen gate during the Beijing International Marathon in Beijing, China, September 20, 2015. (Photo by Kim Kyung-Hoon/Reuters) #TargetMagazine
Read More »ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດໃນປີ 2021 ມີບໍລິສັດໃດແດ່?
ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດໃນໂລກ ມີບໍລິສັດໃດແດ່? ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດໃນປີ 2021ການລະບາດຂອງພະຍາດໂຄວິດ 19 ໄດ້ນໍາເອົາກະແສລົມທີ່ຮຸນແຮງຕໍ່ ອຸດສາຫະກໍານຳ້ມັນ ແລະ ອາຍແກັສ, ແລະຜູ້ບໍລິຫານນຳ້ມັນເອງ ຮູ້ສຶກໄດ້ເຖິງຄວາມເສຍຫາຍ. ການບໍລິໂພກພະລັງງານພື້ນຖານທົ່ວໂລກຫຼຸດລົງ 4.5% ທຽບກັບປີ 2019 ແລະ ຄວາມຕ້ອງການນຳ້ມັນຫຼຸດລົງ 9%. ສໍາລັບໄລຍະເວລາສັ້ນໆໃນເດືອນເມສາ 2020, ການຄາດການລາຄາຂອງນຳ້ມັນດິບຂອງ West Texas Intermediate (WTI) ໃນອະນາຄົດແມ່ນໄດ້ຫຼຸດລົງກວ່າເກົ່າຫລາຍທີ່ສຸດ, ເຊິ່ງຫມາຍເຖິງການຫຼຸດລົງທີ່ໃຫຍ່ທີ່ສຸດໃນມື້ຫນຶ່ງນັບຕັ້ງແຕ່ 1983.ໄດ້ຄາດການກ່ຽວກັບຄວາມຕ້ອງການວ່າ ຈະມີຜົນກະທົບຕໍ່ບັນດາອຸດສາຫະກໍາ, ແຕ່ກໍສາມາດເວົ້າໄດ້ວ່າປີ 2021ຈະເປັນປີທີ່ການຊົມໃຊ້ນຳ້ມັນເປັນໄປຕາມແຜນທີ່ວ່າງໄວ້.ແລະ ເຮົາໄດ້ສັງລວມ 10 ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດຂອງໂລກດັ່ງນີ້:ເນື່ອງຈາກພວກເຮົາມັກຈະເຫັນໂລໂກ້ຂອງພວກເຂົາຢູ່ສະຖານີອາຍແກັສ, ບໍລິສັດນຳ້ມັນ ແລະ ອາຍແກັສທີ່ໃຫຍ່ທີ່ສຸດໂດຍທົ່ວໄປແມ່ນຂ້ອນຂ້າງເປັນທີ່ຮູ້ຈັກ. ນີ້ແມ່ນວິທີການທີ່ເຂົາເຈົ້າຈັດລຽງຕາມອັດຕາຂອງຕະຫຼາດ: 1 Saudi Aramco $1,979 ຕື້ໂດລາ ເປັນຂອງປະເທດ Saudi Arabia 🇸🇦2 ExxonMobil $257.30 ຕື້ໂດລາ ເປັນຂອງປະເທດ U.S. 🇺🇸3 Chevron ...
Read More »ມູນຄ່າຂອງ TESLA ລື່ນກາຍ 1 ພັນຕື້ໂດລາ ຫຼັງຈາກຄໍາສັ່ງ HERTZ
ເຫັນໄດ້ວ່າມູນຄ່າຂອງ TESLA ໄດ້ລື່ນກາຍມູນຄ່າຕະຫຼາດ 1 ພັນຕື້ໂດລາໃນວັນຈັນຜ່ານມາ, ຖືວ່າເປັນບໍລິສັດລຳດັບທີ 5 ທີ່ສາມາດບັນລຸໄດ້, ກ່ອນຫນ້ານີ້ມີພຽງແຕ່ Apple, Microsoft, Amazon ແລະ Google ເຈົ້າຂອງ Alphabet ທີ່ໄດ້ບັນລຸມູນຄ່າ 1ພັນຕື້ ໂດລາ.ຮຸ້ນຂອງຜູ້ຜະລິດລົດໄຟຟ້າດັ່ງກ່າວມາ ແມ່ນໄດ້ເພີ່ມຂຶ້ນ 12.6% ຫຼັງຈາກໄດ້ຕົກລົງທີ່ຈະຂາຍລົດ 100,000 ຄັນໃຫ້ບໍລິສັດເຊົ່າລົດ Hertz.ໃນບາງຊ່ວງເວລາ TESLA ເປັນຜູ້ຜະລິດລົດທີ່ມີຄ່າທີ່ສຸດໃນໂລກ, ແຕ່ກໍຍັງມີຫຼາຍບໍລິສັດ ເຊັ່ນ Ford ແລະ GM ທີ່ຍັງຖືວ່າເປັນຜູ້ຜະລິດລົດລາຍໃຫຍ່.ເປັນເວລາຫລາຍປີ, TESLA ພະຍາຍາມເລັ່ງການຜະລິດລົດຂອງຕົນ, ເຮັດໃຫ້ນັກລົງທຶນບາງຄົນຄາດຄະເນວ່າມັນຈະລົ້ມເຫລວ.ແຕ່ໃນປີກາຍນີ້, ບໍລິສັດ, ນໍາພາໂດຍມະຫາເສດຖີ Elon Musk, ໄດ້ປັບປຸງຍຸດທະສາດຂອງຕົນ ແລະ ໄດ້ຮັບກໍາໄລເປັນຄັ້ງທໍາອິດ, ທັນໃດນັ້ນ ລາວກໍຜັກດັນໃຫ້ຂາຮຸ້ນຂອງຕົນຖອນຕົວ.
Read More »ເກີດເຫດໄຟໄໝ້ຕູ້ຄອນເທນເນີ
ວິກຕໍເຣຍ, ປະເທດ ອັງກິດ, ວັນທີ 24 ຕຸລາ (Reuters) – ເກີດເຫດໄຟໄໝ້ຕູ້ຄອນເທນເນີ ໃນວັນເສົາທີ່ຜ່ານມານີ້ ຢູ່ເທິງກຳປັ່ນບັນທຸກສິນຄ້າ ທີ່ບັນທຸກສານເຄມີບໍ່ແຮ່ ຢູ່ນອກເມືອງ British Columbia ພວມລຸກລາມ ແລະ ເບິ່ງຄືວ່າ ຈະສາມາດຄວບຄຸມໄດ້ແລ້ວ, ເຈົ້າໜ້າທີ່ຍາມຝັ່ງການາດາ ກ່າວໃນວັນອາທິດວານນີ້.ສະມາຊິກລູກເຮືອ 16 ຄົນໄດ້ຖືກຍົກຍ້າຍອອກຈາກເຮືອ MV Zim Kingston ໃນວັນເສົາ, ໃນຂະນະທີ່ 5 ຄົນຍັງຢູ່ໃນເຮືອເພື່ອຕໍ່ສູ້ກັບໄຟ.ກຳປັ່ນລຳນີ້ໄດ້ຈອດຢູ່ຫ່າງຈາກຝັ່ງທະເລພາກໃຕ້ຂອງເກາະ Vancouver ຫຼາຍກິໂລແມັດ. ເຈົ້າໜ້າທີ່ກ່າວວ່າ ພວກທີ່ຢູ່ອາໄສໃນເກາະບໍ່ໄດ້ຕົກຢູ່ໃນອັນຕະລາຍ ແລະ ການຂົນສົ່ງກຳປັ່ນການຄ້າໄປຍັງທ່າເຮືອ Vancouver ແລະທ່າເຮືອ Seattle ແມ່ນບໍ່ມີການກີດຂວາງ.#TargetMagazine
Read More »FACEBOOK ຫາເງິນໄດ້ 9 ຕື້ໂດລາ ເຖິງວ່າຈະມີການສໍ້ໂກງ
ເຟສບຸກໄດ້ສະແດງຜົນກໍາໄລທີ່ດີກວ່າທີ່ຄາດໄວ້ສໍາລັບໄຕມາດທີສາມ, ເຖິງວ່າພວກເຂົາຍັງຕ້ອງສືບຕໍ່ປະເຊີນກັບຄວາມກົດດັນທີ່ບໍ່ດີຕໍ່ເອກະສານພາຍໃນທີ່ຮົ່ວໄຫລ.ຍັກໃຫຍ່ສື່ມວນຊົນສັງຄົມສ້າງກໍາໄລ 9 ຕື້ໂດລາ (6.5 ຕື້ປອນ) ໃນສາມເດືອນຫາເດືອນກັນຍາ, ເພີ່ມຂຶ້ນຈາກ 7,8 ຕື້ໂດລາສະຫະລັດໃນປີກາຍນີ້.ຢ່າງໃດກໍ່ຕາມ, ເຟສບຸກໄດ້ຮັບຜົນກະທົບຈາກການປັບປຸງຄວາມເປັນສ່ວນຕົວໃຫມ່ໃຫ້ກັບລະບົບປະຕິບັດການ iOS 14 ຂອງ Apple, ເຊິ່ງມັນເປັນການຍາກ ແລະ ທ້າທາຍສໍາລັບຍີ່ຫໍ້ທີ່ຈະໃຫ້ການໂຄສະນາຂອງເຂົາເຂົ້າເຖິງເປົ້າຫມາຍຜູ້ໃຊ້ທີ່ສະເພາະເຈາະຈົງໄດ້ຄືເກົ່າ.Frances Haugen ໄດ້ເປີດເຜີຍ ເອກະສານພາຍໃນຕໍ່ສາທາລະນະ, ໂດຍກ່າວຫາວ່າ Facebook ເອົາກໍາໄລກ່ອນຄວາມປອດໄພຂອງຜູ້ໃຊ້.ສື່ມວນຊົນຫລາຍແຫ່ງໄດ້ກ່າວວ່າ ໄດ້ມີເອກະສານທີ່ສະແດງໃຫ້ເຫັນວ່າ ໂດຍປົກກະຕິແລ້ວ Facebook ແມ່ນບໍ່ສາມາດດັດແກ້ເນື້ອໃນ ທີ່ສົ່ງເສີມຄຳເວົ້າທີ່ກຽດຊັງ ແລະ ການຢຽດເພດໄດ້ ໂດຍສະເພາະແມ່ນໃນຫລາຍປະເທດ ທີ່ບໍ່ນອນຢູ່ໃນສະຫະລັດ.#TargetMagazine
Read More »