ອິດສະຣາແອນ ປະກາດຍົກເລີກມາດຕະການໃສ່ຜ້າອັດປາກ-ດັງ ຫຼັງຈາກປະຊາຊົນໄດ້ຮັບວັກຊີນຫຼາຍກວ່າເຄິ່ງປະເທດແລ້ວ.

ອີງຕາມຂ່າວ Times of Israel ສື່ມວນຊົນທ້ອງຖິ່ນຂອງອິດສະຣາແອນ ໄດ້ລາຍງານໃນວັນທີ 15 ເມສາ 2021 ວ່າ: ລັດຖະບານອິດສະຣາແອນປະກາດ “ຍົກເລີກມາດຕະການໃສ່ຜ້າອັດປາກ-ດັງ ໃນສະຖານທີ່ສາທາລະນະ” ເລີ່ມປະຕິບັດໃນວັນທີ 18 ເມສາ 2021 (ມື້ວານ) ເປັນຕົ້ນໄປ, ຫຼັງຈາກໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນຫຼາຍກວ່າເຄິ່ງປະເທດ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອຫຼຸດລົງເຫຼືອພຽງແຕ່ຫຼັກຮ້ອຍ. ໃນຂະນະທີ່ຜູ້ຊ່ຽວຊານກ່າວວ່າ ໃນເວລານີ້ເກີດມີພາວະ “ພູມຕ້ານທານກຸ່ມ” ຂຶ້ນແລ້ວ.

ທ່ານ ຢິລິ ເອເດສະຕິນ (Yuli Delstein) ລັດຖະມົນຕີກະຊວງສາທາລະນະສຸກ ອິດສະຣາແອນ ໄດ້ອອກຖະແຫຼງການໃນວັນຊາດອິດສະຣາແອນວ່າ: ໃຫ້ຢຸດຕິຂໍ້ບັງຄັບທາງດ້ານສາທາລະນະສຸກໃນການໃສ່ຜ້າອັດປາກ-ດັງ ໃນເຂດສາທາລະນະລົງ ເຊິ່ງເລີ່ມປະຕິບັດຕັ້ງແຕ່ວັນທີ 18 ເດືອນເມສາ 2021 ເປັນຕົ້ນໄປ. ເຖິງຢ່າງໃດກໍ່ຕາມ, ມາດຕະການບັງຄັບໃຫ້ໃສ່ຜ້າອັດປາກ-ດັງ ໃນສະຖານທີ່ປິດ(ບ່ອນບໍ່ມີອາກາດຖ່າຍເທ) ນັ້ນຍັງຕ້ອງປະຕິບັດຢູ່.

ຫຼັງຈາກອິດສະຣາແອນ ພົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງ ໃນຮອບທີສາມແລ້ວ, ເຮັດໃຫ້ຮູ້ທິດທາງການແກ້ໄຂສະຖານະການໄດ້ດີຂຶ້ນຢ່າງໄວ ໃນໄລຍະເດືອນທີ່ຜ່ານມາ ຫຼັງຈາກທີ່ອິດສະຣາແອນ ເປັນຜູ້ດຳເນີນໂຄງການຊັກວັກຊີນທີ່ຄິດໄລ່ຕາມອັດຕາສ່ວນປະຊາກອນໄວທີ່ສຸດໃນໂລກ ໂດຍເລືອກໃຊ້ວັກຊີນຂອງ Pfizer / BioNTech.

ແຫຼ່ງຂໍ້ມູນຈາກ: https://laopost.com

Comments