ລ້ານຊ້າງ ປະກັນໄພ ບໍລິສັດຮັບໃຊ້ສັງຄົມ ບໍລິການປະກັນໄພທີ່ມີຄຸນນະພາບສູງ

ໃນສະບັບເດືອນເມສາ ໄດ້ຮັບກຽດສໍາພາດທ່ານ ໂດ໋ ດັງ ຄາງ (DO DANG KHANG) ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງ ປະກັນໄພ ມະຫາຊົນ (LAP) ເຊິ່ງທ່ານຈະໄດ້ແນະນໍາໃຫ້ຊາບເຖິງຄວາມເປັນມາພ້ອມທັງວິໄສທັດ ແລະ ພາລະກິດຂອງລ້ານຊ້າງປະກັນໄພ ລວມທັງການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດຕະຫຼອດໄລຍະ 9 ປີຜ່ານມາ.

  • ກະລຸນາແຈ້ງໃຫ້ພວກເຮົາຮູ້ກ່ຽວກັບຄວາມເປັນມາຂອງບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ?

ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ (LANEXANG ASSURANCE) ໄດ້ສ້າງຕັ້ງຂຶ້ນໃນປີ 2010, ໂດຍການຮ່ວມມືຈາກຜູ້ຖືຫຸ້ນລະຫວ່າງທະນາຄານ ພັດທະນາລາວ (LDB)ແລະ ກຸ່ມບໍລິສັດປະກັນໄພໄປສະນີຫວຽດນາມ (PTI), ເຊິ່ງແຕ່ລະຝ່າຍໄດ້ປະກອບສ່ວນ 50% ຂອງທຶນຈົດທະບຽນ.

ລ້ານຊ້າງປະກັນໄພໄດ້ມີການເຄື່ອນໄຫວໃນຂົງເຂດປະກັນໄພທົ່ວໄປ. ພວກເຮົາມີຄວາມໂຊກດີທີ່ໄດ້ສືບທອດປະສົບການ ແລະ ເຕັກໂນໂລຊີຈາກ PTI ເຊິ່ງເປັນບໍລິສັດປະກັນໄພອັນດັບຕົ້ນໆຂອງຫວຽດນາມ ກໍຄືການນຳໃຊ້ຄວາມເຊື່ອໝັ້ນ ແລະ ເຄືອຄ່າຍທີ່ກ້ວາງຂວາງທົ່ວປະເທດຂອງທະນາຄານພັດທະນາລາວ. ການໄດ້ສືບທອດມູນເຊື້ອຈາກຜູ້ຖືຫຸ້ນທັງສອງຝ່າຍໃນຂົງເຂດປະກັນໄພ ແລະ ທະນາຄານທີ່ໄດ້ເປັນພື້ນຖານອັນໝັ້ນຄົງເພື່ອສ້າງຕັ້ງບໍລິສັດປະກັນໄພທົ່ວໄປຢູ່ແຖວໜ້າໃນຕະຫຼາດລາວ.

  • ພາລະກິດຂອງ ລ້ານຊ້າງປະກັນໄພ ແມ່ນຫຍັງ?

ຕໍ່ກັບພາລະກິິດຂອງຕົນ, ພວກເຮົາມີຄວາມເຊື່ອໝັ້ນວ່າ ການບໍລິການປະກັນໄພທີ່ມີຄຸນນະພາບສູງ ແມ່ນຈຳເປັນຕ້ອງມີຄວາມພ້ອມໃນການໃຫ້ບໍລິການຢູ່ສະເໝີ  ແລະ ພວກເຮົາສັນຍາວ່າຈະສະໜອງຜະລິດຕະພັນຄຸນນະພາບສູງໃຫ້ແກ່ທຸກທ່ານບໍ່ວ່າຈະຢູ່ຈຸດໃດຂອງປະເທດລາວ. ຕໍ່ກັບຕາໜ່າງເຄືອຄ່າຍທີ່ກວ້າງຂວາງທົ່ວປະເທດ ໄດ້ຊ່ວຍໃຫ້ພວກເຮົາສາມາດຮັບປະກັນໄດ້ເຖິງການບໍລິການຂອງຕົນວ່າມີຄຸນນະພາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ.

  • ວິໄສທັດ ຂອງລ້ານຊ້າງປະກັນໄພ ແມ່ນຫຍັງ?

ວິໄສທັດຂອງພວກເຮົາແມ່ນກາຍເປັນບໍລິສັດປະກັນໄພຂາຍຍ່ອຍຢູ່ແຖວໜ້າໃນຕະຫຼາດລາວ, ຄຽງຄູ່ກັນນັ້ນພວກເຮົາມຸ່ງຫວັງທີ່ຈະກາຍເປັນບໍລິສັດປະກັນໄພແບບຢ່າງທີ່ດຳເນີນການເຄື່ອນໄຫວເພື່ອມວນຊົນ.

ພວກເຮົາເຊື່ອໝັ້ນວ່າຄົນເຮົາແມ່ນປັດໄຈທີ່ຕ້ອງໃຫ້ຄວາມເອົາໃຈໃສ່ທີ່ສຸດ. ດ້ວຍເຫດນີ້, ພວກເຮົາຈິ່ງໄດ້ມີນະໂຍບາຍເພື່ອນຳຄຸນຄ່າ, ຜົນປະໂຫຍດມາໃຫ້ແກ່ທຸກຄົນໃນທົ່ວປະເທດລາວ.  ເມື່ອປະກັນໄພມີຄວາມຈຳເປັນໃນເວລາທີ່ພົບກັບຄວາມຫຍຸ້ງຍາກ, ພວກເຮົາຈິ່ງໃຫ້ຄວາມຊ່ວຍເຫຼືອແກ່ທຸກຄົນໃນການດຳລົງຊິວິດ ແລະ ຊ່ວຍເຫຼືອເຂົາເຈົ້າໃນເວລາທີ່ເຂົາເຈົ້າຕ້ອງການທີ່ສຸດ.

ຍິ່ງໄປກ່ວານັ້ນ, ພວກເຮົາເຫັນໄດ້ວ່າຄວາມຮັບຜິດຊອບຂອງພວກເຮົາຍັງຕ້ອງສູງກ່ວານີ້, ສະນັ້ນ ພວກເຮົາໃຫ້ຄໍາໝັ້ນສັນຍາວ່າຈະຊ່ວຍເຫຼືອໃນສິ່ງທີ່ຈໍາເປັນທີ່ສຸດ ໃຫ້ແກ່ປະຊາຊົນລາວ ແລະ ພວກເຮົາກໍໄດ້ເຄື່ອນໄຫວບາງລາຍການຈົນສຳເລັດ. ໃນໄລຍະໜຶ່ງປີຜ່ານມາພວກເຮົາໄດ້ສະໜອງທຶນ ແລະຊ່ວຍເຫຼືອປະຊາຊົນຢູ່ແຂວງອັດຕະປືທີ່ໄດ້ຮັບຜົນສະທ້ອນໜັກກັບເຫດການສັນເຂື່ອນແຕກ.ມອບເຄື່ອງນຸ່ງ ແລະ ໄມ້ ເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບເຫດໄຟໄໝ້ຢູ່ແຂວງຊຽງຂວາງ.ມອບທຶນການສຶກສາໃຫ້ກັບນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ. ສ້າງໂຮງຮຽນອະນຸບານ ແລະ ປັບປຸງພື້ນຖານວັດຖຸໃຫ້ແກ່ໂຮງຮຽນປະຖົມຫ້ວຍຕົມ, ເມືອງສັງທອງ, ນະຄອນຫຼວງວຽງຈັນ. ນັ້ນກໍແມ່ນບັນດາໂຄງການຊ່ວຍເຫຼືອທີ່ທາງພວກເຮົາໄດ້ດຳເນີນເຄື່ອນໄຫວໃນປີນີ້. ລວມມູນຄ່າການຊຸກຍູ້ຊ່ວຍເຫຼືອທັງໝົດແມ່ນປະມານ USD 100.000 ໃຫ້ແກ່ຊຸມຊົນ ແລະ ພວກເຮົາຈະສືບຕໍ່ຊ່ວຍເຫຼືອໃຫ້ໄດ້ຫຼາຍຂຶ້ນຕື່ມອີກໃຫ້ກັບປະເທດຊາດໃນອະນາຄົດ.

  • ຜະລິດຕະພັນຫຼັກໆຂອງບໍລິສັດແມ່ນຫຍັງ? ເຮັດແນວໃດໃຫ້ລູກຄ້າສາມາດເຂົ້າເຖິງການບໍລິການ
    ຂອງລ້ານຊ້າງປະກັນໄພ? ອັນໃດເປັນຈຸດແຂງທີ່ສຸດທີ່ຈະເຮັດໃຫ້ລູກຄ້າໄວ້ວາງໃຈຜະລິດຕະພັນ
    ຂອງລ້ານຊ້າງ?.

ພວກເຮົາກຳລັງສະໜອງປະກັນໄພຫຼາກຫຼາຍປະເພດ, ເຊິ່ງແບ່ງອອກເປັນ 4 ກຸ່ມຫຼັກຄື: ປະກັນໄພຍານພາຫະນະ (ປະກັນໄພລົດຈັກ, ປະກັນໄພລົດໃຫຍ່), ປະກັນໄພຊັບສິນແລະເຕັກນິກ (ປະກັນໄພກໍ່ສ້າງ, ປະກັນໄພເຂື່ອນໄຟຟ້າ, ປະກັນໄພເງິນ, ປະກັນໄພອັກຄີໄພ, ປະກັນໄພການແຕກຫັກຂອງເຄື່ອງກົນຈັກ, ປະກັນໄພຍົນ, ປະກັນໄພຫຸ່ນຍົນ…), ປະກັນໄພສ່ວນບຸກຄົນ (ປະກັນໄພສຸຂະພາບ, ທ່ອງທ່ຽວ, ອຸປະຕິເຫດສ່ວນບຸກຄົນ…), ປະກັນໄພການຂົນສົ່ງສິນຄ້າ.

ບັນດາຜະລິດຕະພັນປະກັນໄພທີ່ເປັນທ່າແຮງຂອງພວກເຮົາແມ່ນເຄື່ອຄ່າຍການຂາຍຍ່ອຍເຊັ່ນ: ປະກັນໄພຍານພາຫະນະ, ປະກັນໄພສ່ວນບຸກຄົນ. ປັດຈຸບັນພວກເຮົາກຳລັງຢືນຢູ່ອັນດັບ 2 ຂອງຕະຫຼາດກ່ຽວກັບເຄືອຄ່າຍການຂາຍຍ່ອຍ. ພວກເຮົາມີຄວາມມຸ່ງຫວັງວ່າຈະນຳເອົາຄວາມເພິ່ງພໍໃຈ ແລະ ໄວ້ວາງໃຈທີ່ສຸດໃຫ້ແກ່ລູກຄ້າໃນເວລາທີ່ນຳໃຊ້ບໍລິການຂອງພວກເຮົາ, ແລະ ພວກເຮົາເຊື່ອວ່າການບໍລິການຫຼັງການຂາຍຂອງພວກເຮົາແມ່ນໄດ້ສ່ອງແສງໃຫ້ເຫັນຈຸດນັ້ນ.

ເວລາໃດພວກເຮົາກໍໄດ້ສຸມໃສ່ຍົກສູງຄຸນນະພາບຂອງການບໍລິການຫຼັງການຂາຍຢູ່ສະເໝີ ເພື່ອສ້າງຄວາມປະທັບໃຈ, ຕໍ່ກັບຫຼາຍໆຈຸດຂາຍ ແລະ ຈຸດບໍລິການລູກຄ້າທົ່ວປະເທດ, ພວກເຮົາສັນຍາວ່າຈະຮັບໃຊ້ລູກຄ້າຂອງຕົນ ແບບວ່ອງໄວ ແລະ ມີຄວາມເອົາໃຈໃສ່ແບບສຸດອົກສຸດໃຈທີ່ສຸດ.

ນີ້ແມ່ນຈຸດແຂງຂອງພວກເຮົາທີ່ໄດ້ຮັບການຕີລາຄາສູງໃນໄລຍະຫຼາຍປີທີ່ຜ່ານມາ, ເຊິ່ງມັນກໍແມ່ນເຫດຜົນທີ່ຊ່ວຍໃຫ້ພວກເຮົາມີການຂະຫຍາຍຕົວເພີ່ມຂຶ້ນ ແລະ ພັດທະນາຂຶ້ນເລື້ອຍໆໃນແຕ່ລະປີ.

ພວກເຮົາໄດ້ສະແດງຕົນ ແລະ ຈະສະແດງຕົນຢູ່ສະເໝີວ່າຈະເປັນບໍລິສັດໜຶ່ງທີ່ລູກຄ້າສາມາດໃຫ້ຄວາມເຊື່ອໝັ້ນໄດ້, ພວກເຮົາຈະສຶບຕໍ່ຄວາມພະຍາຍາມໃຫ້ກາຍເປັນບໍລິສັດດີທີ່ສຸດ ເທົ່າທີ່ຈະສາມາດເຮັດໄດ້.

  • ບັນດາຄວາມທ້າທາຍໃນທຸລະກິດ ແລະ ວິທີທາງແກ້ໄຂ?

ພວກເຮົາກຳລັງເຮັດທຸລະກິດໃນຕະຫຼາດທີ່ມີການແຂ່ງຂັນກັນຢ່າງດຸເດືອດ. ປັດຈຸບັນໄດ້ມີເຖິງ 24 ບໍລິສັດປະກັນໄພໃນຕະຫຼາດລາວ ແລະ ພວກເຮົາຕ້ອງໄດ້ສະແດງໃຫ້ລູກຄ້າເຫັນວ່າເປັນຫຍັງຈິ່ງຕ້ອງເລືອກພວກເຮົາ. ເຄືອຄ່າຍຂອງພວກເຮົາແມ່ນມີຄວາມເຂັ້ມແຂງທີ່ສຸດໃນຕະຫຼາດລາວ ແລະ ໄດ້ຮັບການຊ່ວຍເຫຼືອຈາກການຈັດຕັ້ງທີ່ຍິ່ງໃຫຍ່, ໝັ້ນຄົງ ເຊິ່ງເຮັດໃຫ້ລູກຄ້າໄວ້ວາງໃຈເມື່ອມີບັນຫາເກີດຂຶ້ນ. ແນວໃດກໍຕາມ, ພວກເຮົາກໍຍັງຢູ່ຄຽງຂ້າງ ແລະຄອຍຊ່ວຍເຫຼືອລູກຄ້າຢູ່ສະເໝີ. ດ້ວຍການຮອງຮັບກ່ຽວກັບການຊຸກຍູ້ຈາກລູກຄ້າ, ພວກເຮົາແມ່ນບໍລິສັດປະກັນໄພທີ່ລູກຄ້າສາມາດໃຫ້ຄວາມໄວ້ເນື້ອເຊື່ອໃຈໄດ້.

  • ກະລຸນາແບ່ງປັນກ່ຽວກັບປະສົບການຂອງທ່ານກ່ອນຈະມາເປັນ CEO ຂອງລ້ານຊ້າງປະກັນໄພ
    ເພື່ອເປັນທິດທາງໃຫ້ກັບນັກທຸລະກິດມືໃໝ່.

ຂ້າພະເຈົ້າໄຝ່ຝັນຢູ່ສະເໝີວ່າໂຕເອງຢາກກາຍເປັນຜູ້ອຳນວຍການຕັ້ງແຕ່ຕອນຍັງເປັນນັກສຶກສາ.ເພາະຈຸດປະສົງນັ້ນ ແລະ ດ້ວຍໃບປະກາດສະນີຍະບັດປະລິນຍາຕີສາຂາການເງິນການບັນຊີ, ຂ້າພະເຈົ້າໄດ້ເລີ່ມຕົ້ນພາລະກິດຂອງຕົນຄືໄດ້ເປັນນັກບັນຊີ ແລະ ຫຼັງຈາກນັ້ນກໍໄດ້ເປັນຫົວໜ້າບັນຊີຂອງບັນດາບໍລິສັດໃຫຍ່ໆຈົນເຖິງບໍລິສັດທົ່ວໄປ ແລະ ຈຸດສຸດທ້າຍກໍແມ່ນ PTI. ຂ້າພະເຈົ້າເຮັດວຽກດ້ວຍຄວາມດຸໝັ່ນເອົາໃຈໃສ່, ຮຽນຮູ້ໄປໃນແຕ່ລະມື້, ສຸມໃສ່ຈຸດປະສົງຂອງຕົນເອງຢູ່ສະເໝີ ແລະ ພະຍາຍາມຍົກສູງຄຸນຄ່າກໍຄືຄວາມເປັນມືອາຊີບຂອງຕົນເອງ, ຫຼັງຈາກນັ້ນ, ຂ້າພະເຈົ້າກໍໄດ້ກາຍເປັນອຳນວຍການທີ່ໜຸ່ມທີ່ສຸດຂອງບໍລິສັດໜຶ່ງທີ່ຂຶ້ນກັບ PTI ຕອນຂ້າພະເຈົ້າອາຍຸໄດ້ 28 ປີ.

ສິ່ງດັ່ງກ່າວໄດ້ນຳໂອກາດມາໃຫ້ຂ້າພະເຈົ້າກາຍເປັນ CEO ຂອງລ້ານຊ້າງປະກັນໄພ. ບົນພື້ນຖານຄວາມຮູ້ທີ່ເປັນມືອາຊີບທາງດ້ານການເງິນການບັນຊີຂອງຕົນໃນເມື່ອກ່ອນ ມັນໄດ້ຊ່ວຍໃຫ້ຂ້າພະເຈົ້າໃນການສ້າງວິສາຫະກິດປະກັນໄພທີ່ພັດທະນາແບບຍືນຍົງມາເຖິງປັດຈຸບັນ. ຂ້າພະເຈົ້າໄດ້ມີປະສົບການໃນການເຄື່ອນໄວວຽກງານປະກັນໄພມາແລ້ວ 10 ປີ, ເປັນ CEO ລ້ານຊ້າງປະກັນໄພແລະ ທັງເປັນຫົວໜ້າຫ້ອງການສະມາຄົມວິສາຫະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ ສປປ ລາວ.

ສຳລັບຂ້າພະເຈົ້າແລ້ວ, ເພື່ອກາຍເປັນ CEO ທີ່ປະສົບຜົນສໍາເລັດທໍາອິດທ່ານຕ້ອງເປັນຄົນທີ່ຈິດໃຈດີ, ເປັນຄົນທີ່ເຮັດວຽກດ້ວຍຄວາມດຸໝັ່ນຂະຫຍັນພຽນ, ຊອກຮຽນຮູ້ໃນແຕ່ລະມື້ ແລະ ພະຍາຍາມຍົກສູງຄຸນຄ່າ ແລະຄວາມເປັນມືອາຊີບຂອງຕົນ.

ຂ້າພະເຈົ້າກໍເຊື່ອໃນສິ່ງສຳຄັນທີ່ຍິ່ງໄປກ່ວານັ້ນແມ່ນການພັດທະນາສາຍພົວພັນທີ່ດີງາມຕໍ່ກັບທຸກຄົນໃນຂົງເຂດວຽກງານຂອງທ່ານ. ດ້ວຍເຫດນີ້ຂ້າພະເຈົ້າຈິ່ງສາມາດເປີດກ້ວາງ, ພັດທະນາບໍລິສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ເຮັດໄດ້ໃນສິ່ງດັ່ງກ່າວ. ການເປັນ CEO, ທ່ານຈະໄດ້ພົບປະກັບຫຼາຍໆຄົນບົນເສັ້ນທາງຊິວິດທີ່ທ່ານຈະບໍ່ຮູ້ວ່າເມື່ອໃດຈິ່ງຈະໄດ້ສືບຕໍ່ເຮັດວຽກນຳກັນອີກຄັ້ງ.

ຂ້າພະເຈົ້າເຊື່ອວ່າ ທ່ານຄວນໃຫ້ຄວາມສຳຄັນຕໍ່ກັບປັດໄຈຂອງຄົນຢູ່ເໜືອຜົນກຳໄລຢູ່ສະເໝີ, ເພາະວ່າຜົນສຸດທ້າຍ, ດ້ວຍວິໄສທັດດັ່ງກ່າວທຸກຄົນຈະຮຽນຮູ້ແບບວິທີຄວາມມັກ  ແລະ ເຊື່ອໝັ້ນທ່ານ. ດ້ວຍທ່ານມີຄວາມເຊື່ອໝັ້ນ, ສາຍພົວພັນມິດຕະພາບ ແລະ ຄວາມດຸໝັ່ນ, ສຸດທ້າຍຜົນກຳໄລກໍຈະຕາມມາຫາທ່ານເອງ.

 

 (ວາລະສານທາເກັດ ສະບັບ 153 ເດືອນເມສາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

LANEXANG ASSURANCE

THE INSURANCE COMPANY OF THE COMMUNITY

 

In April, we were honored by an interview with Mr. Do Dang Khang, General Director of Lanexang Assurance Public Company (LAP), who goes into its background, vision, and responsibilities, including its business expansion over the last nine years.

  • Tell us about the background of Lanexang Assurance Public Company?

Lanexang Assurance Public Company (Lanexang Assurance) was established in 2010. This was the result of cooperation between the two founding shareholders – Lao Development Bank (LDB) and Vietnam Post and Telecommunication Insurance Joint Stock Company (PTI) with each party holding 50% of the Chartered Capital.

Lanexang Assurance is a non-life insurance business and we benefit from the experience and technology of PTI as well as the nationwide service network and reputation of LDB. By taking advantage of the skills and knowledge of a leader in the insurance business together with those from a leader in the banking business, we started with a very strong foundation. As a result, we have  been one of the top insurance companies in Laos from the moment of our establishment.

  • What is the mission of Lanexang Assurance?

Our mission is to provide high quality insurance is available to all. We are committed to offering a standardized quality product for everyone, wherever in Laos they may live. Our nationwide distribution network has helped us to ensure that the service we provide is of the same high quality throughout the nation.

  • What is the vision of Lanexang Assurance?

Our vision is to be inspirational through our committed support for the community whilst becoming the leading retail insurance company in the Lao market.

We believe that people should always come first. For this reason, we have a policy of giving back to the people of Laos, throughout the country. Since insurance is something we draw on in difficult times, we want to support people throughout their lives and to give people a helping hand when they most need it.

Furthermore, we believe that our responsibility should go beyond this. We are committed to supporting the basic needs of Lao people and we have done this through a number of events.

Over the last year, these have included: Providing money to support the people of Attapeu, who suffered so badly last year. Giving clothes and timber
to people in Xiengkhouang to help them to build houses.  Donating rice and also insurance products to people in Paksong District, in Champasak Province.

Awarding scholarships to students of National University of Laos. Building a new kindergarten, and renovating the old building of Huaytom Primary School in Sangthong District, Vientiane.

These are just some of the projects we have undertaken over the last year. In total, we made donations of about USD 100,000 directly to the community, and we are committed to continue this support throughout the country in the future.

  • What are the main products? How can consumers find out more about Lanexang’s products? What are the outstanding points that make consumers trust Lanexang’s products?

We provide a variety of Insurance products, but we can classify them in four main groups: Motor Vehicle Insurance (motorbikes and cars); Healthcare and Personal Accident Insurance; Cargo Insurance; Property and Engineering Insurance (property, construction, hydro power plants, money, fire and special perils, machinery breakdown, aviation, satellite).

Our main products are motor vehicle insurance for which we are the second largest company in Laos, and healthcare and personal accident insurance. We want our customers to be really happy with our insurance and we believe that our after sales service reflects that.

We strive to make our after sales service superb and, with hundreds of sales & after sales service points all around the country, we are able to give easy access to our services in every district of every province throughout Laos from efficient and knowledgeable  staff.

This service has been appreciated by our clients and this is reflected by our growth in recent years. We have shown ourselves to be a company that our customers can trust and depend upon and we promise to continue to be the best we can.

  • What are the challenges of this business and how do you manage them?
    We are in a highly competitive market. There are currently twenty-four insurance companies in Laos and we need to show customers and potential customers why they should choose us.

Our network is the strongest in Laos, and we are backed by large and established businesses which means that our customers can have the peace of mind to know that we are there for them. With our record of customer support, we are truly a company that our customers can trust.

  • Please share us your background before joining Lanexang as the CEO to
    inspire new business women/men.

I always knew that I wanted to be a CEO. With this goal in mind, a degree in accountancy, and a burning desire to succeed, I started my career, first as an accountant of a small company, then as chief accountant of a bigger company, eventually working for PTI, one of the largest insurance companies in Vietnam. I worked hard, and studied every day, focusing on my goal to improve myself personally and professionally. Through this effort, I become the youngest Director of a subsidiary of PTI when I was just 28.

This then gave me the opportunity to become the CEO of Lanexang Assurance. My background in finance has also helped me in developing a company with strong foundation which will sustain it long into the future. I now have more than 10 years’ experience in the insurance sector and I am currently the CEO of Lanexang Assurance, as well as the Chief Officer of The Vietnam Business Association of Cooperation and Investment in Laos.

I believe that, to become a successful CEO, you should work hard with kindness and integrity and study every day to improve yourself.

I also believe that it is important to develop good relationships with people throughout your career. By developing these relationships, I have been able to expand my company and to support others to do the same. As a CEO, you meet many people from all walks of life and you never know when you might cross paths again.I believe you should always put people ahead of profit because, in the end, in this way people will learn to like and trust you. With trust, friendship, and hard work, success will come.

Comments