ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວຽກງານສາມສ້າງ

ຍຸດທະສາດ ພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແມ່ນຍຸດທະສາດບຸກທະລຸ ເພື່ອຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2020, ສ້າງໄລຍະຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງສົມບູນ ໃຫ້ໄດ້ໃນປີ 2025, ສືບຕໍ່ສ້າງພື້ນຖານທີ່ໜັກແໜ້ນ ເພື່ອກ້າວສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ໃນປີ 2030.

ຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ກໍານົດທິດທາງລວມ, ຄາດໝາຍສູ້ຊົນ ແລະ ຈຸດສຸມຍຸດທະສາດທີ່ເປັນບູລິມະສິດໄວ້ 6 ຍຸດທະສາດ.ເຊິ່ງໜຶ່ງໃນນັ້ນແມ່ນ: ຍຸດທະສາດ ການ​ພັດທະນາ​ເສດຖະກິດ ​ເຮັດ​ໃຫ້ນະຄອນຫຼວງວຽງ​ຈັນ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ, ຊຶ່ງມີຕົວຊີ້ວັດສໍາຄັນຄື: ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ລວມຍອດຜະລິດຕະພັນພາຍໃນເພີ່​ມຂຶ້ນຫຼາຍ​ກ່ວາ 10% ຕໍ່ປີ, ລາຍໄດ້ຂອງພົນລະເມືອງ ບັນລຸໄດ້ຫຼາຍ​ກ່ວາ 9.000 ໂດລາ/ຄົນ/ປີ, ລື່ນປີ 2015 (ບໍ່ຫຼຸດ 2 ເທົ່າ). ຫັນ​ປ່ຽນ​ເສດຖະກິດ​ເຄິ່ງທໍາມະ​ຊາດ​ໄປ​ສູ່​ການ​ຜະລິດ​ສິນຄ້າ, ສ້າງ​ໂຄງ​ປະກອບເສດຖະກິດ​ຜະລິດ​ສິນຄ້າ ​​ໄປສູ່​ລະບົບເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​, ໂຄງປະກອບເສດຖະກິດ ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ ແລະ ຍືນຍົງ, (ຜ່ານ​ຜ່າ​ໄດ້ຄວາມ​ບອບ​ບາງ​ດ້ານ​ການ​ເງິນ (HEG), ມີຖະນາການເງິນສາມາດປັນເຈົ້າຕົນເອງຢ່າງໜັກແໜ້ນ; ​ແກ້​ໄຂ​ໜີ້​ສິນ​ສາທາລະນະຢູ່​ໃນ​ເກນປົກກະຕິ.

ປະຊາຊົນຊາວ​ເມືອງ​ທຸກ​ຄອບຄົວ​ມີຖານະການ​ເງິນ, ມີລາຍ​ໄດ້ພໍໃຊ້-ພໍ​ຈ່າຍ, ນຸ່ງ​ງາມ, ມີ​ເຮືອນ​ຢູ່​ຖາວອນ. ຢຶດຖື​ເປົ້າ​ໝາຍ​ການພັດທະນາຕາມ​ທິດຍືນຍົງ (SDG); ນັກທຸລະກິດ,​ ປະຊາຊົນ ແລະ ​ຜູ້​ປະ​ກອບ​ການ ຮູ້ສຶກຕື່ນ​ຕົວ​ປະຕິບັດພັນທະພາສີ​-ອາກອນຂອງຕົນ​ ​ແລະ ປະຕິບັດກົດໝາຍ​ໄດ້​ເປັນ​ສ່ວນ​ໃຫຍ່.

ໃນບົດລາຍງານຂອງທ່ານ ສິນລະວົງ ຄຸດໄພທູນ ເລຂາຄະນະພັກ,ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່,ປະທານປະເທດ ແຫ່ງ ສປປ ລາວ ຄັ້ງວັນທີ 19 ກຸມພາ 2019 ຜ່ານມາ ໄດ້ຍົກໃຫ້ເຫັນເຖິງໝາກຜົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ນວ ປີ 2018 ວ່າ: ນວ ຍັງເປັນອີກບ່ອນໜຶ່ງທີ່ມີການລົງທຶນຄຶກຄື້ນ,ຕົວເລກອະນຸມັດການລົງທຶນບັນລຸເຖິງ 18.000 ຕື້ກີບ,GDP ເຕີບໂຕ 9,3% ສະເລ່ຍຫົວຄົນບັນລຸ 5.300 ກວ່າໂດລາ,ການຈັດເກັບລາຍຮັບເຂົ້າງົບປະມານບັນລຸຄາດໝາຍຂອງແຜນການປີ 1.222,71 ຕື້ກີບ.ເຖິງແມ່ນວ່າ ປີ 2018 ຈະໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແຕ່ຫົວໜ່ວຍທຸລະກິດສ່ວນໃຫຍ່ຍັງຄົງຕົວຢູ່ໄດ້ ແລະ ມີຫຼາຍຫົວໜ່ວຍໃໝ່ເກີດຂຶ້ນ, ພ້ອມນີ້ ນວ ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຂອງລັດຖະບານ ໃນການສົ່ງເສີມສິນຄ້າ ODOP, SMEs, ເສດຖະກິດຄອບຄົວ, ປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດແຫ່ງຊາດ ເປັນຕົ້ນແມ່ນການອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແບບປະຕູດຽວ,ວ່ອງໄວ,ໂປ່ງໃສ ຂຶ້ນຕື່ມ.

ທ່ານ ເຈົ້າຄອງນະຄອນ ຍັງຍົກໃຫ້ເຫັນຕື່ມວ່າ: ພ້ອມດຽວກັນນັ້ນ ກໍເຫັນວ່າໃນໜຶ່ງປີຜ່ານມາຍັງມີຫຼາຍຄາດໝາຍທີ່ບໍ່ທັນບັນລຸເຊັ່ນ: “ຈີດີພີ” ວາງຄາດໝາຍ 10,5% ແຕ່ບັນລຸ 9,3%,ນັກທ່ອງທ່ຽວຄາດຄະເນ 2 ລ້ານຄົນ ແຕ່ບັນລຸ 1,8 ລ້ານຄົນ, ນອກນັ້ນກໍຍັງມີຈຸດອ່ອນຄົງຄ້າງຈໍານວນໜຶ່ງ: ອຸປະຕິເຫດຄາດຄະເນຫຼຸດລົງ 20% ແຕ່ບັນລຸ 8%,ການສ້ອມແປງເສັ້ນທາງຫຼາຍສາຍ ຫຼາຍຈຸດບໍ່ທັນໄດ້ດີ,ບັນຫາສໍາຄັນກວ່າໝູ່ ນວ ຍັງຊົງຕົວຢູ່ໃນສະພາວະຂອງຄວາມດ້ອຍພັດທະນາຢູ່ຫຼາຍຈຸດ,ຍັງມີປະກົດການຫຍໍ້ທໍ້ໃນສັງຄົມ ເຖິງວ່າບໍ່ໃຫຍ່ແຕ່ຍັງປະກົດຂຶ້ນຫຼາຍເຊັ່ນ: ອຸປະຕິເຫດ,ໄພສັງຄົມ,ການຄ້າມະນຸດ,ການລັກ,ການປຸ້ນຈີ້,ໂສເພນີ,ຄົນຂໍທານ ເຊິ່ງຕ້ອງໄດ້ເລັ່ງແກ້ໄຂໃນຕໍ່ໜ້າ.

ດັ່ງນັ້ນ ນວ ຈິ່ງໄດ້ວາງແຜນວຽກງານຈຸດສຸມທາງດ້ານເສດຖະກິດ ໃນປີ 2019 ໄວ້ດັ່ງນີ້: 1. ຊຸກຍູ້ການເຕີບໂຕຂອງເສດຖະກິດ,ຍົກລາຍຮັບໃຫ້ໄດ້ດີ,ເປັນອີກປີໜຶ່ງໃຫ້ມີການລົງທຶນຢ່າງຄຶກຄື້ນ, “ຈີດີພີ” ເຕີບໂຕ 9,5%,ບັນຫາສໍາຄັນແມ່ນສຸມໃສ່ການເພີ່ມລາຍຮັບ,ຕ້ອງຍົກສູງຖານະການເງິນ,ການປະຕິບັດຄາດໝາຍຈັດເກັບລາຍຮັບເຂົ້າງົບປະມານຂອງລັດທັງພູດສູນກາງ ແລະ ທ້ອງຖິ່ນໃຫ້ບັນລຸຄາດໝາຍ 4.800 ຕື້ກີບ ແລະ ຊຸກຍູ້ແຕ່ລະຫົວໜ່ວຍວິສາຫະກິດ,ແຕ່ລະຄອບຄົວຕ້ອງຫັນເຂົ້າສູ່ການຜະລິດ,ການບໍລິການ ເຮັດໃຫ້ລາຍຮັບຂອງຕົນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. 2. ປະກອບສ່ວນຈັດຕັ້ງມະຕິ 7 ຂອງສູນກາງພັກກ່ຽວກັບ “ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ” ໃນນີ້ ສໍາລັບ ນວ ແມ່ນເລັ່ງແກ້ໄຂໜີ້ສາທາລະນະ ແລະ ໜີ້ຂອງໂຄງການລົງທຶນເອກະຊົນໃຫ້ຜ່ອນເບົາລົງ. 3. ຍົກສູງຄຸນນະພາບການບໍລິຫານຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດດ້ວຍກົດໝາຍ ຕາມມະຕິຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະ ໄໝທີ X ວາງອອກໃຫ້ປະກົດເປັນຈິງ. 4. ສໍາຫຼວດຖານຫົວໜ່ວຍເສດຖະກິດ,ຫັນລົງສູ່ຮາກຖານປະຊາຊົນ ແລະ ຫົວໜ່ວຍວິສາຫະກິດ,ປຸກລະດົມຫົວໜ່ວຍ SMEs ຜະລິດສິນຄ້າໃຫ້ແຂງແຮງ,ມີຍີ່ຫໍ້,ມີມາດຖານ,ສາມາດແຂ່ງຂັນໄດ້ ໃນນັ້ນເລັງໃສ່ 10 ໂຄງການຜະລິດສິນຄ້າປາຍແຫຼມຂອງ ນວ. 5. ປະຕິບັດແຜນຟື້ນຟູຜົນກະທົບຈາກໄພນໍ້າຖ້ວມ ໄດ້ຮັບການແກ້ໄຂໂດຍໄວ ແລະ ບໍ່ສົ່ງຜົນກະທົບໄລຍະຍາວ ຕໍ່ສະຖຽນລະພາບຂອງເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ສໍາລັບດ້ານພັດທະນາຕົວເມືອງ ແລະ ພື້ນຖານໂຄງລ່າງ ສຶບຕໍ່ຜັນຂະຫຍາຍ ວິໄສທັດ ສ້າງເມືອງວຽງຈັນ ໃຫ້ເປັນເມືອງໜ້າຢູ່,ຍືນຍົງ ແລະ ທັນສະໄໝ,ເລັ່ງໃສ່ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ,ຊຸກຍູ້ໂຄງການວຽງຈັນສະຫງົບສຸກ,ສະອາດ ແລະ ສີຂຽວ ໃຫ້ເປັນຮູບປະທໍາ. ເອົາໃຈໃສ່ແກ້ໄຂຄວາມແອອັດບາງເສັ້ນທາງ ແລະ ພິຈະລະນາ 7 ຈຸດແອອັດໃຫ້ຫຼຸດລົງ,ຊຸກຍູ້ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ແລະ ອື່ນໆ.

ສໍາລັບວຽກງານພັກ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ເຫັນວ່າ: ຜ່ານມາ ນວ ໄດ້ສຶບຕໍ່ປະຕິບັດນະໂຍບາຍສາມສ້າງຂອງພັກ ເຂົ້າສູ່ລວງເລິກ ໂດຍໄດ້ອອກມະຕິຕົກລົງຂອງຄະນະປະຈໍາພັກ,ຂໍ້ຕົກລົງຂອງເຈົ້າຄອງ ແລະ ຄໍາແນະນໍາເພີ່ມຈໍານວນໜຶ່ງ ເຊິ່ງນອກຈາກ 10 ບ້ານຂອງ 3 ເມືອງທີ່ເຮັດທົດລອງໃນເມື່ອກ່ອນແລ້ວ ຍັງໄດ້ຮັບຮອງເອົາເພີ່ມອີກ 31 ບ້ານຂອງ 9 ເມືອງ.ພ້ອມດຽວກັນນີ້ ກໍໄດ້ປັບປຸງກົງຈັກການຈັດຕັ້ງບ້ານຕາມ 5 ໜ່ວຍງານ ທີ່ກົດໝາຍປົກຄອງທ້ອງຖິ່ນກໍານົດ, ມາຮອດປັດຈຸບັນ ທົ່ວ ນວ ປັບປຸງແລ້ວ 452 ບ້ານ, ຍັງເຫຼືອພຽງ 29 ບ້ານ.

   ຜັນຂະຫຍາຍ ຄໍາສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາຂອງຈັດຕັ້ງສູນກາງພັກ ສະບັບເລກທີ 784 ວ່າດ້ວການກະກຽມການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ,ແຂວງ-ນະຄອນຫຼວງ,ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ ໃນນັ້ນໄດ້ຜັນຂະຫຍາຍອອກເປັນມະຕິຂອງຄະນະປະຈໍາພັກ ນວ ສະບັບເລກທີ 0025 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໃນທົ່ວ ນວ ແລະ ອອກມະຕິຄະນະປະຈໍາພັກ ເລກທີ 1564 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໃນທົ່ວ ນະຄອນຫຼວງວຽງຈັນ.

ເພື່ອຮັບປະກັນການບັນລຸທິດທາງລວມ ການພັດທະນາເສດຖະກິດ-ສັງຄົມ ທີ່ວາງໄວ້ໃຫ້ໄດ້ໝາກຜົນທາງ ອົງຄະນະພັກ ໄດ້ຊີ້ນໍາໃຫ້ ບັນດາຫົວໜ້າພະ​ແນ​ກການ, ບັນດາເຈົ້າ​ເມືອງ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບໃຫ້ຈະແຈ້ງ ໂດຍນຳໃຊ້ກົນໄກການຄຸ້ມຄອງຕາມທິດ 3 ສ້າງ ແຕ່ຂັ້ນນະຄອນຫຼວງຫາຂັ້ນ​ເມືອງ ເພື່ອໃຫ້ມີຄວາມສະດວກ ແລະ ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີຜົນສຳເລັດ ແລະ ປະສິດທິຜົນ.

(ວາລະສານທາເກັດ ສະບັບ 153 ເດືອນເມສາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Socio-economic development in lines

with the 3-build directives.

The 10-year Socio-Economic Development Strategy (2016-2025) of the Vientiane’s Party Organ is the penetration strategy aiming to graduate Laos from the Least Developed Country status within 2020, ensure Laos bypass the LDC status completely within 2025, and continue to establish a solid base for Laos to gradually become a middle-to-high income country within 2030.

The 10-year Socio-Economic Development Strategy (2016-2025) define general directions, goals to be achieved and 6 focused priority strategies. One of the strategies refers to the Economic Strategy to graduate Vientiane from the LDC status by looking at important indicators, namely the continuous and stable economic growth, 10% increase of GDP per annum, income per capita of 9,000 dollar or higher which exceeds 2015 (at least 2 folds). Transform semi-natural economy into the production promotion economy, establish the economic production structure based on the socialist model of market economy, reform the economic structure based on the modern and sustainable industrialization direction (overcome the financial high equity or HEG), have a strong control over our own currency, and resolve public debt.

Ensure decent economic status for everyone that they earn enough to support their expense, and have nice clothes as well as permanent house to stay. Adhere strictly to the Sustainable Development Goals (SDG). Increase awareness among business figures, people in general and entrepreneurs of their commitment upon tax-custom and law.

According to a report by Mr. Sinlavong Khoutphaythoune, Party Secretary and Mayor of Vientiane Capital, regarding a working visit of Mr. Bounnhang Vorachit, Party Secretary General and President of the Lao PDR, on February 19, 2019, he pointed out some outcomes of the implementation of the 2018 Vientiane’s Socio-Economic Development Plan. He said that Vientiane is another province to enjoy the vibrant investment environment with a total value of approved investment of 18,000 billion kip, GDP growth of 9.3%, GDP per capita of 5,300 dollar and the capital was able to achieve its revenue collection of 1,222.71 billion kip as planned. Even though there were numerous natural disasters in 2018, many business units still managed to survive with new businesses emerged. In addition, Vientiane has paid attention on implementing the Government’s policies in promoting ODOP, SMEs and family based businesses, and 8 National Economic Promotion Measures, especially to facilitate business operation via a one-stop service which is faster and more transparent.

The Vientiane Mayor also raised another issue on goals remained unachieved in the past year. Vientiane aimed at achieving its GDP growth of 10.5%, but could only reach 9.3%. The Capital received only 1.8 million tourists out of its target of 2 million. In addition, there were some other remaining problems, such as road accidents which were reduced by only 8% out of the expected 20% and poor road maintenance. Vientiane was unable to eliminate some unwanted social phenomena, such as social ills. Even though they were not a severe crime, but they happened too often, namely accidents, social threats, human trafficking, theft, robbery, prostitution and begging which need to be urgently dealt with.

As a result, Vientiane sets its 2019 focused economic plan with the following objectives: 1. Promote economic growth, improve income, ensure vibrant investment environment, ensure GDP growth by 9.5% with the most important goal of uplifting revenue and financial status, achieving the goal of revenue collection of 4,800 billion kip both at the central and local level, supporting business units, and engaging families with commercialization process and service to guarantee that their income continue to grow. 2. Contribute to the implementation of the 7 resolutions of the Party Central Committee regarding “the solution of economic and financial challenges.” Vientiane Capital will urgently address public and project debts for a private sector. 3. Realize the enhancement of quality public administration and economic governance by law based on the resolution of the 6th Session of the 10th Party Central Committee. 4. Conduct economic survey aiming to promote grass-root enterprises, and strengthen SMEs’ productivity with brand and standard to ensure their competitiveness, especially the promotion of 10 main products for Vientiane. 5. Implement the flood recovery plan to ensure the problem is addressed quickly without a long-term impact upon the economic stability and people’s living conditions.

The vision for making Vientiane livable, sustainable and modern will continue to be implemented to guarantee its basic infrastructure development. Concentrate on rearranging the city, while supporting the realization of the project promoting peace, cleanliness and green growth in Vientiane. Pay attention on addressing traffic congestion for 7 roads in the capital, supporting the construction of Vientiane-Vang Vieng Expressway and so on.

For the Party, the Vientiane Mayor stated that previously, Vientiane has continued to deepen its implementation of the Party’s 3-build directives by issuing some resolutions, agreements and instructions for 10 villages of 3 districts to comply with in a pilot phase with 31 villages of 9 districts added subsequently. At the same time, the capital has also improved the organizational structure of villages in compliance with the Law on Local Authority. To date, 452 villages throughout Vientiane have been improved with only 29 remaining.

Implement the order No. 04 of the Party Secretary Committee and Party’s instruction No. 784 on the preparation of the Party’s Congress at the ministerial, provincial, district and local level nationwide. Also implement a resolution of the Vientiane Party Organ No. 0025 on the preparation of sessions at each level throughout Vientiane and issue a resolution No. 1564 on the appointment of a committee in charge of preparing for the Party’s sessions at each level across Vientiane.

To guarantee that general goals for socio-economic development are achieved with expected outcomes, Vientiane Party Organ has instructed directors of relevant divisions and district governors to uplift their sense of responsibility based on the 3-build directives from the central to district level in order to facilitate and ensure success and effectiveness in the implementation of each work.

Comments