ຄວາມເຂົ້າໃຈຜິດໆທີ່ມັກເກີດຂຶ້ນກັບການເຮັດການຕະຫຼາດ… ຂາຍໄດ້ບໍ່ແມ່ນຈະຂາຍດີຕະຫຼອດໄປ!!!

ສຳລັບຄົນທີ່ເລີ່ມເຮັດ ຫຼືຈະເຮັດທຸລະກິດໃໝ່ເຊື່ອວ່າຍ່ອມຮູ້ຄຳວ່າ ການຕະຫຼາດເພື່ອໄປໃຊ້ກັບທຸລະກິດເພື່ອຫວັງສ້າງຄວາມເຕີບໃຫຍ່ຂະຫຍາຍໂຕໃຫ້ກິດຈະການ ແຕ່ເຊື່ອ ຫຼືບໍ່ວ່າຫຼາຍທ່ານມີຄວາມເຂົ້າໃຈຜິດໃນເລື່ອງຂອງການຕະຫຼາດຢູ່ຫຼາຍ ບາງຄົນຄິດວ່າເຮັດຖືກຕ້ອງແລ້ວເພາະສິ່ງທີ່ເຮັດຢູ່ມັນນັ້ນມີຜົນຕອບຮັບທີ່ດີຢູ່ ແຕ່ມັນອາດຈະເປັນເພາະມັນບັງເອີນກໍໄດ້… ຖ້າຕໍ່ໄປບໍ່ມີຄວາມບັງເອີນດີໆແລ້ວຈະເຮັດແນວໃດ? ລອງມາເບິ່ງຫຼັກການຕະຫຼາດທີ່ຖືກຕ້ອງ ທີ່ຜູ້ຂຽນຢາກຍົກໃຫ້ເຫັນດັ່ງຕໍ່ໄປນີ້:

  1. ການຕະຫຼາດຄືການລົງທຶນ: ການຕະຫຼາດຈຳເປັນຕ້ອງຄິດງົບປະມານຂຶ້ນມາແຕ່ເລີ່ມຕົ້ນສ້າງທຸລະກິດ ເຊັ່ນດຽວກັນກັບການຕົບແຕ່ງຮ້ານ, ຕ້ອງຈ້າງຄົນ ຫຼືສະຕ໋ອກເຄື່ອງ. ການຕະຫຼາດແມ່ນ “ການລົງທືນເອີ້ນລູກຄ້າ” ບໍ່ແມ່ນສ້າງທຸລະກິດຂຶ້ນມາແລ້ວລູກຄ້າຈະມາຮູ້, ມາເຫັນເອງ. ຖ້າເຮົາຄິດເຖິງການຊອກຫາລູກຄ້າເປັນອັນດັບສຸດທ້າຍ ນັ້ນໝາຍຄວາມວ່າລູກຄ້າກໍອາດເປັນສິ່ງສຸດທ້າຍທີ່ທ່ານຈະໄດ້ເຊັ່ນກັນ.
  2. ການຕະຫຼາດບໍ່ແມ່ນກະແສ: ການສ້າງກະແສກໍມີຫຼາກຫຼາຍວີທີ ຫຼາຍສິນຄ້າແບຣນດັງກໍເຮັດເປັນຈຳນວນຫຼາຍ ແຕ່ການສ້າງກະແສ ຕ້ອງຄຳນຶງເຖິງພາບລັກ, ກຸ່ມເປົ້າຫມາຍຂອງລູກຄ້າ ແລະການສື່ສານຂອງລູກຄ້າ ເພາະຫຼາຍຄັ້ງການສ້າງກະແສອາດເຮັດໃຫ້ທຸລະກິດເປັນທີ່ໜ້າສົນໃຈພຽງໄລຍະສັ້ນເທົ່ານັ້ນ.
  3. ການຕະຫຼາດບໍ່ໄດ້ຂາຍໃຫ້ທຸກຄົນ: ກ່ອນຈະເຮັດການຕະຫຼາດເຮົາຕ້ອງຮູ້ກຸ່ມລູກຄ້າຂອງເຮົາໃຫ້ຊັດເຈນ ເພາະຖ້າເຮົາຮູ້ກຸ່ມເປົ້າໝາຍທີ່ຊັດເຈນ, ການນໍາສະເໜີສິນຄ້າ, ການໃຊ້ຊ່ອງທາງໃນການສື່ສານ, ການພັດທະນາສິນຄ້າໃຫ້ຖືກໃຈ, ການຫາຊ່ອງທາງຈໍາໜ່າຍກໍຈະຖືກຕ້ອງໄປໝົດ ແຕ່ກົງກັນຂ້າມຖ້າທ່ານຕ້ອງການຂາຍໃຫ້ກັບໝົດທຸກກຸ່ມນັ້ນ ເທົ່າກັບທ່ານກຳລັງລະລາຍເງິນລົງໃສ່ນໍ້າ.

4. ການຕະຫຼາດບໍ່ແມ່ນພຽງແຕ່ໄອເດຍ: ການຕະຫຼາດທີ່ດີຄືການວາງແຜນທີ່ດີ ເພາະການມີໄອເດຍທີ່ດີອາດເປັນປະໂຫຍດໃນການສ້າງແຜນການຕະຫຼາດທີ່ດີ ແຕ່ແຜນການທີ່ດີຈະສາມາດເລີ່ມແນວຄວາມຄິດໄດ້ຢ່າງເປັນຮູບປະທຳ ຖ້າຖືກໃຈລູກຄ້າຈະເຮັດແນວໃດຕໍ່ ຖ້າບໍ່ຖືກໃຈຈະມີວິທີການຈັດການແນວໃດ? ການມີພຽງໄອເດຍແຕ່ບໍ່ມີແຜນປຽບເໝືອນການອາໄສໂຊກເຂົ້າມາຊ່ວຍ ຖ້າໄອເດຍບໍ່ດີ ກໍເສຍເງິນ, ເສຍເວລາ ແຜນຮອງຮັບບໍ່ມີ ບາງຄັ້ງກໍຖືກບ່ອນແຕ່ຜິດເວລາ ທຸກຢ່າງນັ້ນອັນຕະລາຍຕໍ່ທຸລະກິດຢ່າງແນ່ນອນ

5. ການຕະຫຼາດຕ້ອງໃຊ້ເວລາ: ຫຼາຍຄົນເຮັດການຕະຫຼາດແລ້ວໃຈຮ້ອນຕ້ອງການຈະໄດ້ຮັບຜົນຢ່ງາທັນທີທັນໃດ ແຕ່ການຕະຫຼາດກໍເປັນພຽງຊ່ອງທາງໜຶ່ງທີ່ເຮັດໃຫ້ລູກຄ້າເກີດຄວາມສົນໃຈກັບແບຣນນັ້ນໃນໄລຍະເວລາໃດໜຶ່ງ ແຕ່ການຕະຫຼາດທີ່ດີທີ່ສຸດຈະຕ້ອງມາຈາກການບອກຕໍ່ຂອງລູກຄ້າທີ່ຊື້ສິນຄ້າແລ້ວພໍໃຈ ແລະ ກັບໄປຊື້ຊໍ້າ ແນ່ນອນສິ່ງເຫຼົ່ານີ້ຕ້ອງໃຊ້ເວລາໃນການສ້າງ.

6. Promotion ບໍ່ມີພຽງ ຫຼຸດແລກ ແຈກ ແຖມ: ເຮົາມັກເຂົ້າໃຈກັນຜິດວ່າ ການເຮັດໂປໂມຊັ່ນຄືການເຮັດ ຫຼຸດແລກແຈກແຖມ ແຕ່ຄວາມຈິງແລ້ວມັນຄືການສົ່ງເສີມການຂາຍ ການສົ່ງເສີມການຂາຍອາດມາຈາກການຝຶກອົບຮົມການຂາຍ, ການສ້າງແຄມເປນ (campaign)​ ທີ່ດີ, ການສ້າງການປະຊາສໍາພັນທີ່ດີ ຄຽງຄູ່ກັບການພັດທະນາສິນຄ້າທີ່ດີ ເພາະການສ້າງໂປໂມຊັ່ນເປັນພຽງການຫຼຸດແລກແຈກແຖມ ຖ້າງ່າຍແບບນີ້ທຸກຄົນກໍເຮັດໄດ້ບໍ່ແມ່ເລື່ອງຍາກ.

7. ການຕະຫຼາດຕ້ອງວັດແທກຜົນໄດ້: ການເຮັດການຕະຫຼາດທີ່ດີຕ້ອງຫາວິທີວັດແທກຜົນໄດ້ ເພາະຈະຕ້ອງເອົາມາປັບໃຊ້ ແລະ ດັດແກ້ລະຫວ່າງທາງໃນການຈັດແຄມເປນ ການເຮັດການຕະຫຼາດຈະຕ້ອງເຮັດເປັນວິທະຍາສາດບໍ່ແມ່ນການຄາດເດົາ ທັງຫມົດນີ້ຕ້ອງວາງແຜນ ແລະ ໃສ່ໃຈຢ່າງຈິງຈັງເຖິງຈະຫວັງຜົນໄດ້.

ແຕ່ຢ່າງໃດກໍຕາມ ເຖິງວ່າການຕະຫຼາດຈະດີເດັ່ນຖືກໃຈລູກຄ້າເທົ່າໃດ ຫາກທຸລະກິດບໍ່ມີການບໍລິຫານທີ່ດີ, ການບໍລິການ ຫຼືການບໍລິຫານພະນັກງານບໍ່ມີປະສິດທິພາບ, ເງິນໝູນສະດຸດ ຄູ່ແຂ່ງມີອໍານາດໃນການຕໍ່ລອງຫຼາຍກວ່າ, ຕົ້ນທຶນແພງກວ່າຄູ່ແຂ່ງ, ພັນທະມິດທາງການຄ້າບໍ່ແຂງແຮງ ເລື່ອງເຫຼົ່ານີ້ອາດເຮັດໃຫ້ທຸລະກິດບໍ່ສາມາດເຕີບໃຫຍ່ໄດ້ເຊັ່ນກັນ. ສະນັ້ນ ການພັດທະນາທຸກສ່ວນໃຫ້ສົມດຸນເປັນເລື່ອງທີ່ຈໍາເປັນກັບຍອດຂາຍເທົ່າກັນກັບການຕະຫຼາດ, ການຕະຫຼາດທີ່ມີແຜນຮອງຮັບດີນັ້ນນອກຈາກຈະສາມາດກະຕຸ້ນການຂາຍໄດ້ດີແລ້ວ ຍັງຫຼຸດຄວາມສ່ຽງໄດ້ຢ່າງເຫຼືອເຊື່ອ.

(ວາລະສານທາເກັດ ສະບັບ 152 ເດືອນມີນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

what to understand before doing marketing

 misunderstanding in doing marketing… when you can sell, it does not mean that it will always be like that!!!

For those who just start their business, I believe that they should know about marketing as a tool to be used for expanding their company. Believe it or not, there are still many people misunderstand about marketing with some of them think that they are doing it right reflected in their good turnover. This can be a mere coincidence… what if you run out of luck? Please take a look at the following marketing guidance for your consideration:

  1. Marketing is an Investment: you must come up with a certain amount of budget investing in your marketing campaign from the very beginning of your business just like when you plan your budget for decorating your shop, hiring employees or stocking products. Marketing is an “investment to attract customers,” not that customers will learn about your business by themselves. If you put customers at the bottom of your list, they will be the last thing you will get.
  2. Marketing differs trend: there are many ways in creating trends. Several brands also apply this method in their sales. What you need to consider doing this is to think about your image, target consumers and communication with them. Remember that in the most cases, trends can only last for a short period of time.
  3. Marketing does not sell to everyone: before doing marketing, you should clearly know who your target customers are. Such knowledge will help you in your product presentation, communication channel selection, good development and distribution channel choosing. On the contrary, if you concentrate on everyone without a clear target group, you will end up pouring money down the drain.
  4. Marketing does not only depend on ideas: good marketing approach equals good plan. While having decent ideas can benefit your marketing plan creation, good plan can tangibly trigger ideas. What to do if customers like your products and what if they do not? Having only ideas without a plan is like you depend only on luck. If your ideas are not practical plus having no back-up plan, you will waste your money and time. Doing marketing at the right place, but at the wrong time can also be dangerous for your business.
  5. Marketing needs time: numerous people doing marketing hastily expecting an immediate outcome. Marketing is just another channel for attracting your customers to your brand for a certain period of time. The best marketing approach refers to the word-of-mouth recommendation from the existing to new clients. Definitely, this thing requires time to build.
  6. Promotion is not just about discount and giveaway: many people tend to misunderstand that doing promotion means to give discount and giveaway. In fact, it is done to promote your sales through providing sales training, creating good campaign and building decent public relations in lines with product development. Discount and giveaway are very simple forms of promotion which could be duplicated by everyone.
  7. Marketing must be measurable: good marketing plan must be measurable in order to revise and adjust when you campaign your business. Marketing must be done scientifically, not through It requires a careful plan and close attention in order to yield an expected outcome.

Although you have an excellent and attractive marketing plan, your business cannot survive without good management, services and effective personnel supervision. In addition, having stumbled cash flow, competitors have more negotiation power, having higher production cost than your competitors as well as having weak business alliances can hinder your business growth. Therefore, to develop all parts in a balanced manner is highly necessary to boost your turnover and marketing. Not only will marketing backed up by a good plan promote sales well, it can also mitigate business risks.

Comments