ມາຮູ້ຈັກ!!! ວິທີສ້າງ Brand Storytelling

ດັ່ງທີ່ໄດ້ສະເໜີໄປແລ້ວໃນວາລະສານ ສະບັບເດືອນກ່ອນໜ້ານີ້ ທີ່ຜູ້ຂຽນໄດ້ໃຫ້ຮູ້ວ່າ ການມີ  Brand Storytelling ຫຼື ມີເລື່ອງເລົ່າຂອງແບຣນ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດໃນທຸລະກິດບໍ່ວ່າຈະເປັນ ສິນຄ້າ ຫຼື ການບໍລິການ ເພາະຖ້າເຮົາມີ Brand ທີ່ດີແລ້ວ ເຮົາກໍຍັງຈຳເປັນຕ້ອງມີ Brand Storytelling ໃຫ້ກັບທຸລະກິດ ເຊິ່ງລາຍລະອຽດກໍໄດ້ຂຽນໃຫ້ທຸກທ່ານໄດ້ອ່ານກັນແລ້ວໃນສະບັບເດືອນກຸມພາ. ສະນັ້ນ, ມາໃນສະບັບ ເດືອນມີນານີ້ ຜູ້ຂຽນຈະມານຳສະເໜີໃຫ້ຮູ້ຈັກ ວິທີ ແລະ ຫຼັກການໃນການສ້າງ Brand Storytelling ເຊິ່ງກໍບໍ່ໄດ້ມີຫຼັກການທີ່ຫຍຸ້ງຍາກ, ສັບສົນ ຖ້າເຮົາເຂົ້າໃຈໃນທຸລະກິດຂອງເຮົາດີແລ້ວ ທຸກຢ່າງກໍເປັນເລື່ອງງ່າຍໆສະເໝີ. ມາເບິ່ງກັນເລີຍ ຫຼັກການສຳຄັນໃນການສ້າງ Brand Storytelling ມີ 3 ວິທີຄື:

  1. ຮູ້ວ່າ ເຮົາແມ່ນໃຜ:

ຕົວເຮົາໃນທີ່ນີ້ໝາຍເຖິງ Brand ນັ້ນເອງ ຕ້ອງຮູ້ວ່າ Brand ເຮົາແມ່ນຫຍັງ? ຍຶດໝັ້ນກັບສິ່ງໃດ? ແລ້ວຈະແທນດ້ວຍຄຳເວົ້າແບບໃດ? ເພື່ອຄວາມຊັດເຈນຂອງ Brand ແລະ ຈຸດເດັ່ນທີ່ເຮົາຕ້ອງດຶງອອກມານໍາສະເໜີ ຫຼື ເລືອກໃຊ້ສີເພື່ອແທນຕົວ Brand ເຊັ່ນ: ສີຂຽວ ແທນໃນຄວາມໝາຍເປັນ Brand ທີ່ຮັກສາສິ່ງແວດລ້ອມ, ສີຂຽວ ສະແດງເຖິງຄວາມຮັກ ຄວາມຜູກພັນ.

  1. ນຳສະເໜີໃນສິ່ງທີ່ເຊື່ອ

ຕ້ອງມີການຄັດເລືອກວ່າຈະນໍາສະເໜີສິ່ງໃດ ແລະ ບໍ່ນໍາສະເໜີສິ່ງໃດເລີຍ. ໂດຍເລືອກໃນສິ່ງທີ່ຈະສະທ້ອນຕົວຕົນຂອງ Brand ອອກມາໄດ້ດີທີ່ສຸດ ແລະ ສອດຄ່ອງກັບຈຸດເດັ່ນຂອງສິນຄ້າ ຫຼື ການບໍລິການຂອງເຮົາ ເພື່ອໃຫ້ທຸກຢ່າງເປັນໄປໃນທິດທາງດຽວກັນ. ຂໍ້ສຳຄັນໃນການສ້າງ Brand Storytelling ຈະຕ້ອງມີຄວາມຊັດເຈນທີ່ເປັນຄວາມຈິງທີ່ສຸດ ເພາະຫາກນໍາສະເໜີໄປແບບບໍ່ມີຄວາມຈິງກໍຈະເຮັດໃຫ້ຜູ້ບໍລິໂພກເກີດຄວາມສັບສົນ ບໍ່ໜ້າເຊື່ອຖື ແລະສຸດທ້າຍ Brand ກໍບໍ່ເປັນທີ່ຈື່ຈໍາ.

  1. ຊອກຫາ Emotional Connection

ຍິ່ງໃສ່ຄວາມຮູ້ສຶກອາລົມຫຼາຍເທົ່າໃດກໍຍິ່ງເຮັດໃຫ້ Brand ເປັນທີ່ຮັກຫຼາຍເທົ່ານັ້ນ. ຖ້າ Brand ໃດສາມາດສ້າງຈຸດເຊື່ອມກັບຄວາມຮູ້ສຶກໄດ້ແລ້ວ ກໍຈະເຮັດໃຫ້ກຸ່ມເປົ້າໝາຍກາຍເປັນລູກຄ້າທີ່ພິເສດຂອງ Brand ໄດ້. ສິ່ງທີ່ຕ້ອງຄຳນຶງເຖິງອີກຢ່າງໜຶ່ງກໍຄື ການໃສ່ຄວາມຮູ້ສຶກທີ່ເໝາະສົມກັບທຸລະກິດທີ່ແຕກຕ່າງກັນໄປເຊັ່ນ: ຄວາມຮູ້ສຶກແບບອິດສະຫຼະ ເໝາະກັບ Brand ທີ່ກ່ຽວກັບແຟຊັ່ນ, ກິລາ. ສ່ວນຄວາມຮູ້ສຶກອົບອຸ່ນ,​ ໝັ້ນຄົງ ເໝາະສົມກັບທຸລະກິດດ້ວຍການເງິນ,​ ການລົງທຶນ ເປັນຕົ້ນ.

3 ສິ່ງທີ່ກ່າວມານີ້ ເປັນຫຼັກການພື້ນຖານເທົ່ານັ້ນໃນການທີ່ຈະສ້າງ Brand Storytelling ເພື່ອໃຫ້ Brand ມີສະເໜ່, ມີເອກະລັກ, ແຕກຕ່າງຈາກຄູ່ແຂ່ງ, ສ້າງຄວາມຮູ້ສຶກໃກ້ຊິດກັນລະຫວ່າງ Brand ກັບລູກຄ້າ ແຕ່ໃນກຸ່ມທຸລະກິດຕ່າງໆກໍມີລາຍລະອຽດທີ່ແຕກຕ່າງກັນໄປໃນການສ້າງ ແລະ ມີກຸ່ມເປົ້າໝາຍທີ່ຕ່າງກັນ; ດັ່ງນັ້ນ, ຈຶ່ງຕ້ອງອາໄສຂໍ້ມູນລາຍລະອຽດທີ່ຫຼາຍກວ່ານີ້ ເຊິ່ງອາດຈະຊອກຫາຂໍ້ມູນເພີ່ມຕື່ມ ຫຼື ປຶກສາຜູ້ຊ່ຽວຊານ.

(ວາລະສານທາເກັດ ສະບັບ 152 ເດືອນມີນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Know how to build Brand Storytelling

           As we already presented in the previous issue of our magazine that having a Brand Storytelling is the most important and necessary thing for every business. Even if you have a good Brand for your products or services, you still need to have Brand Storytelling. Readers can read more details in the February issue. Therefore, in this issue, I would like to introduce you to methods and principles in creating Brand Storytelling which is not complicated. If you really understand your business well, everything will always be simple. Without further ado, let us take a look at the 3 principles in creating Brand Storytelling:

  1. Know who we are:

We in this case refers to Brand. We should know what our Brand is and what to focus on. What word choice, feature or color should we use on our Brand to make it clearer and more outstanding to others, such as we can use a green color on our Brand to represent the environmental protection, the color also means love and good relation.

  1. Present something believable

You should select what to present and what not to present. You should choose something that best reflects your Brand and corresponds well with special features of your products or services. The important thing in creating Brand Storytelling is that it has to be clear and true. If you send out false message to consumers, they will be confused making your Brand unreliable and not worth remembering.

  1. Find emotional connection

The more your Brand stimulates emotional involvement, the more people will love it. If your Brand can find that emotional connection, it will make your target customers feel that they are special. Please note that you should embed the right emotion to your Brand, such as freedom with fashion or sport Brand; warmth and security with financial business and investment.

The 3 things mentioned above are only basic principles in creating Brand Storytelling to make your Brand more attractive, special and unique from competitors while forming the feeling of closeness between the Brand and customers. Since each business group is unique and has different target groups, we need more details which could be obtained via sources or from experts.

 

Comments