ສຸດຍອດ! ນະວັດຕະກໍາຫຸ່ນຍົນທີ່ຢາກໃຫ້ທ່ານຮູ້ຈັກ…

ເມື່ອໂລກບໍ່ຍອມຢຸດໝຸນ ການພັດທະນາຂອງຄົນທີ່ຈຶ່ງບໍ່ມີວັນສິ້ນສຸດ… ເມື່ອກ່ອນຫຸ່ນຍົນ ຫຼືຫຸ່ນເຫຼັກອາດຈະເປັນພຽງເຄື່ອງຫຼິ້ນຂອງເດັກນ້ອຍເທົ່ານັ້ນ ເພາະມັນບໍ່ສາມາດເຮັດຫຍັງໄດ້ນອກຈາກຈັບມາປະກອບເຂົ້າກັນໃຫ້ມີລັກສະນະຄ້າຍຄືມະນຸດ ຈົນກາຍເປັນໝູ່ຫຼິ້ນຂອງເດັກນ້ອຍ; ຕໍ່ມາຫຸ່ນຍົນໄດ້ມີການພັດທະນາໃຫ້ມີສຽງດັງອອກມາ ເຊິ່ງຈະມີສຽງເພງ, ສຽງເວົ້າ ຫຼືສຽງຮຽນແບບສຽງຂອງມະນຸດເອງ… ຈົນປັດຈຸບັນ ຫຸ່ນຍົນໄດ້ຮັບການພັດທະນາໃຫ້ມີປະສິດພາບທຽບເທົ່າ ຫຼືສູງກວ່າມະນຸດ ແລ້ວຍັງມີບົດບາດໃນທາງເສດຖະກິດຫຼາຍ ເພາະສາມາດເຮັດວຽກແທນມະນຸດໄດ້. ເຊິ່ງມີຜົນການວິໄຈ (ຂອງຕ່າງປະເທດ) ອອກມາວ່າ ບາງສາຂາອາຊີບອາດຈະຖືກຫຸ່ນຍົນຍຶດໄປ ເຮັດໃຫ້ຄົນບໍ່ມີວຽກເຮັດຫຼາຍຂຶ້ນ ນອກຈາກນັ້ນ ມັນກໍຍັງຕອບໂຈດຄົນຍຸກໃໝ່ທີ່ມັກຄວາມສະດວກສະບາຍ. ນັ້ນກໍເປັນກະແສທີ່ມີໃນຕ່າງປະເທດ ສໍາລັບບ້ານເຮົາແລ້ວ ກະແສດັ່ງກ່າວຍັງມາບໍ່ຮອດເທື່ອ ແຕ່ອະນາຄົດກໍບໍ່ມີໃຜຄາດເດົາໄດ້ວ່າຈະບໍ່ເອົາເຂົ້າມານໍາໃຊ້… ສະນັ້ນ ມື້ນີ້ຜູ້ຂຽນເລີຍຢາກຈະມາແນະນໍາໃຫ້ກັບ ສຸດຍອດ! 4 ນະວັດຕະກໍາຫຸ່ນຍົນ ທີ່ຈະມາຕອບໂຈດ Life Style ການໃຊ້ຊີວິດ ແລະການເຮັດວຽກຂອງຄົນຍຸກໃໝ່…

  1. ແມວຫຸ່ນຍົນຊ່ວຍບໍາບັດ

ສະໄໝນີ້ຄົນແພ້ຂົນແມວ ຫຼືຄົນທີ່ອາໄສຢູ່ບ່ອນທີ່ຫ້າມລ້ຽງແມວກໍສາມາດລ້ຽງແມວໄດ້ດ້ວຍຕົວຊ່ວຍ Qooboo ຫຸ່ນຍົນບໍາບັດທີ່ມາໃນຮູບແບບໝອນພ້ອມຫາງແມວຈາກປະເທດຍີ່ປຸ່ນ ເຖິງຈະບໍ່ມີຫົວ, ແຂນ ແລະຂາ ແຕ່ເມື່ອເຮົາຈັບລູບເບົາໆຫາງຂອງມັນຈະແກວ່ງໄປມາຄືກັບແມວແທ້ໆ, ດ້ວຍການສື່ສານທີ່ລຽບງ່າຍ ໂດຍສະເພາະການເຄື່ອນໄຫວຂອງຫາງໂດຍບໍ່ຕ້ອງເພິ່ງພາສຽງ ຫຼືການສະແດງອອກທາງສີໜ້າ ແຕ່ນະວັດຕະກໍານີ້ຈະຊ່ວຍສ້າງຄວາມຮູ້ສຶກຜ່ອນຄາຍໃຫ້ກັບຄົນເຮົາໄດ້ ເຊິ່ງຖືວ່າເປັນວິທີຊ່ວຍບໍາບັດຈິດໃຈອີກທາງໜຶ່ງ.

  1. ດີເຈແຂນນ້ອຍ

ມາພຽງແຕ່ແຂນກໍເປີດແຜ່ນໄດ້ ສໍາລັບ Karlovy Lazne ໃນກຸງປ໊າກ ສາທາລະນະເຊັກ ທີ່ເປີດຕົວແຂນຫຸ່ນຍົນດີເຈ ດ້ວຍການໃຊ້ Soft wear ພິເສດເຮັດໃຫ້ແຂນດີເຈນີ້ ສາມາດເລືອກເພງຕາມຄໍາສັ່ງທີ່ຖືກໂປແກຣມສັ່ງມາ ອີກທັງຍັງສາມາດຫຼິ້ນແຜ່ນ CD, ສະແຄຣຊແຜ່ນ ແລະໂບກໄປຕາມຈັງຫວະໄດ້ ຖືວ່າເປັນອີກໜຶ່ງນະວັດຕະກໍາທີ່ຈະເຂົ້າມາຊ່ວຍ Entertains ຜູ້ຄົນໄດ້.

  1. ຫຸ່ນຍົນແທນແພດຍາມຕອນເດິກ

ໂຮງໝໍມະຫາວິທະຍາໄລໂກຍ່າ ປະເທດຍີ່ປຸ່ນ ກຽມເປີດຕົວຫຸ່ນຍົນທີ່ໃຊ້ຊ່ວຍໃນການຈັດສົ່ງຢາ ແລະຕົວຢ່າງທົດສອບເພື່ອຫຼຸດການເຮັດວຽກຂອງແພດ ແລະເຈົ້າໜ້າທີ່ ໂດຍຫຸ່ນຍົນ 4 ຕົວຈະເຂົ້າເຮັດວຽກໃນໄລຍະ 5 ໂມງແລງ ເຖິງ 8 ໂມງເຊົ້າ ເຊິ່ງເປັນໄລຍະທີ່ແພດຍາມໜ້ອຍຢູ່ແລ້ວ; ໜ້າທີ່ຂອງຫຸ່ນຍົນຈະເປັນຜູ້ຂົນສົ່ງເຄື່ອງເຊັ່ນ: ຢາ ແລະຕົວຢ່າງທົດສອບ ລະຫວ່າງພະແນກ ICU, ພະແນກຈ່າຍຢາ ແລະພະແນກຫ້ອງທົດລອງ; ເຊິ່ງຫຸ່ນຍົນຈະຖືກປ້ອນຂໍ້ມູນ ແລະແຜນຜັງຂອງໂຮງໝໍເອົາໄວ້ ມີການຕິດຕັ້ງກ້ອງ ແລະເຣດ້າເພື່ອໃຫ້ເບິ່ງເຫັນສະພາບແວດລ້ອມອ້ອມຕົວໄດ້ 360 ອົງສາ ເມື່ອພົບຄົນ ຫຼືສິ່ງກີດຂວາງກໍສາມາດຫຼີກໄດ້ໂດຍອັດຕະໂນມັດ, ພ້ອມສຽງຂໍໃຫ້ຫຼີກທາງ. ນອກຈາກນັ້ນ ມັນຍັງສາມາດຂຶ້ນລິບໄດ້ໂດຍບໍ່ຕ້ອງມີຄົນຊ່ວຍ ລວມໄປເຖິງການກັບມາບ່ອນສາກໄຟໄດ້ອັດຕະໂນມັດເມື່ອຈໍາເປັນຕ້ອງການສາກໄຟ.

  1. ຫຸ່ນຍົນກວດສອບສິນຄ້າໃນຊັ້ນວາງເຄື່ອງ

Walmart ບໍລິສັດຂາຍຍ່ອຍທີ່ໃຫຍ່ທີ່ສຸດໃນໂລກ ເລີ່ມນໍາເອົາຫຸ່ນຍົນມາໃຊ້ໃນການກວດນັບສິນຄ້າເທິງຊັ້ນວາງເຄື່ອງ ດ້ວຍການສະແກນ ໂດຍໜ້າທີ່ຫຼັກຂອງຫຸ່ນຍົນຕົວນີ້ຄື ການກວດສອບວ່າສິນຄ້າຖືກຕ້ອງ ຫຼືບໍ່?? ແລະຍັງສາມາດກວດສອບໄດ້ວ່າສິນຄ້າໃດຕິດປ້າຍລາຄາບໍ່ກົງກັບຖານຂໍ້ມູນທີ່ກໍານົດໄວ້ ເຊິ່ງຂໍ້ມູນເຫຼົ່ານີ້ຈະຖືກສົ່ງໄປໃຫ້ພະນັກງານເພື່ອດໍາເນີນການຕໍ່ໄປ.

ແນວໃດກໍຕາມ ນະວັດຕະກໍາຕ່າງໆທີ່ກ່າວມາຂ້າງເທິງນັ້ນ ກໍເປັນພຽງຜູ້ຊ່ວຍຊົ່ວຄ່າວ ແລະກໍຍັງເປັນພຽງການເອົາເຂົ້າມາທົດລອງໃຊ້ໃນໄລຍະບໍ່ດົນມານີ້ ເຊິ່ງແນ່ນອນວ່ານະວັດຕະກໍາຍັງບໍ່ສາມາດແທນທີ່ຄົນໄດ້, ຄົນຍັງເປັນຕົວຫຼັກໃນການເຮັດວຽກ ແລະໃຫ້ບໍລິການຢູ່. ເພາະນະວັດຕະກໍາກໍເກີດມາຈາກຄົນ ແນ່ນອນວ່ານະວັດຕະກໍາຕ້ອງເປັນຮອງຈາກຄົນ ຖ້າຈະມີການນໍາເຂົ້າມາໃຊ້ແທ້ໆກໍຕ້ອງໄດ້ຮັບການຄວບຄຸມຈາກຄົນເຮົານັ້ນເອງ.

 

Amazing robotic innovation that you should know…

Subhead: some jobs will be replaced by robots causing more unemployment

Since the world does not stop moving forward, we should never stop improving ourselves either. Previously, robots used to be just toys for children. They came in parts for children to assemble and play. However, robots were later developed with a music, sound or voice recording function. To date, robots have been so advanced that they can be more efficient and can replace human in some jobs. According to researches (conducted by foreign institutes), some occupations will be substituted by robots causing more unemployment as the technology can respond to social needs in the modern era much better than human. That is the trend in foreign countries and does not seem to reach our country yet. However, we should expect that the innovation will soon come in the future. Therefore, I would like to introduce you to 4 amazing robotic innovations which will correspond well to life and working style of the new generation.

  1. Robotic Cat

At the moment, those who are allergic to cat’s fur or live in a place where you cannot pet cats can have Qooboo, a Japanese robot cat coming in a form of a pillow. It is a headless, armless and legless robot just when you gently pat it, Qooboo will swing its tail just like a real cat. With this simple communication of tail swinging without voice or facial expression, this innovation will help relaxing its owners which is considered another method for psychological therapy.

  1. Robotic Arm DJ

Only a small arm is enough to play music at Karlovy Lazne in Prague, Czech Republic. The night club introduces its robotic arm DJ commanded by a specifically designed software which enables this arm to play music from CDs while scratching and waving to rhyme with the music it plays. This is another exciting innovation that will help entertaining people.

  1. Night-Shift Robotic Nurse

Nagoya University Hospital in Japan is ready to deploy robots to help dispatching medication and test samples in order to reduce workloads for hospital staff. The 4 robots will be working from 5PM to 8AM which is the period when there are fewer night-shift staff. The robots will assume its main duty of dispatching medication and test samples among ICU, Medication and Lab Section. The robots will be programed with information and floor plan of the hospital, equipped with a 360-degree camera and radar so that it can automatically avoid hitting any obstacle while asking for a way. In addition, they can use an elevator by themselves including to return to their charging station on their own when they need to be recharged.

  1. Shelf-Scanning Robots

Walmart, the biggest retail corporation in the world, is turning to shelf-scanning robots. Their main duty is to check products on each shelf to find out whether price tags on the shelf correspond with the goods or not. This information will be transferred to staff for them to take proper action.

Despite the increasing use of robots, they only serve as a temporary assistant and have been piloting just recently. Definitely, the innovations are still far away from be able to really replace human at work as the main labor forces. These innovations are created by human and of course, human are more superior and if robots will really be used, they will have to be controlled by human anyway.

 

Comments