“ອິຊຶມິ” ສ້າງໃຫ້ເດັກນ້ອຍເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວ…

ທ່ານ ທັດສະຫວັນ ແຮມມະນີ (ຄູເຊັ່ງ) ຜູ້ອໍານວຍການສູນພັດທະນາການສຶກສາ ອິຊຶມິ (IZUMI) ຫຼືເປັນທີ່ຮູ້ກັນດີໃນນາມຜູ້ລິເລີ່ມສ້າງຕັ້ງໂຮງຮຽນອັດສະຣິຍະ “ຊິຈິດະ” (SHICHIDA) ໄດ້ເປີດໃຈກັບທາງວາລະສານເຖິງແຮງຈູງໃຈກ່ອນທີ່ຈະຫັນອາຊີບມາເປັນຄູເພື່ອຖ່າຍທອດຄວາມຮູ້ຄວາມສາມາດໃຫ້ກັບເດັກນ້ອຍລາວ ສ້າງໃຫ້ເດັກນ້ອຍລາວມີທັກສະນະ ມີສະໝອງທີ່ສະຫຼາດ ຫຼັກແຫຼມ.

ສໍາລັບປະຫວັດສ່ວນຕົວໂດຍສັງເຂບຂອງ “ຄູເຊັ່ງ” ທ່ານໄດ້ໃຫ້ຮູ້ວ່າ:ກ່ອນມາເຮັດໂຮງຮຽນສອນເພີ່ມສ້າງເດັກອັດສະລິຍະ “ຊິຈິດະ” ແລະ ໂຮງຮຽນສອນເພີ່ມ “ລູກຄິດ ອິຊຶມິ” ສ້າງເດັກນ້ອຍໃຫ້ເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວນີ້, ຂ້າພະເຈົ້າເຄີຍເປັນວິສະວະກອນຂຽນໂປແກຣມອອກແບບລະບົບໂທລະສັບອິນເຕີເນັດ ທີ່ບໍລິສັດ OKI ຢູ່ Tokyo ມາເປັນເວລາ 3 ປີ ແລະ ເປັນຜູ້ຈັດການຝ່າຍເຕັກໂນໂລຊີ ຢູ່ບໍລິສັດ NTT Communication ສາຂາປະເທດລາວ ຮັບຜິດຊອບກ່ຽວກັບວຽກງານ ອິນເຕີເນັດ ແລະ ໂທລະຄົມມະນາຄົມ ເປັນເວລາ 2 ປີ ກ່ອນຈະຕັດສິນໃຈມາລົງທຶນເຮັດທຸລະກິດໂຮງຮຽນ.

-ສິ່ງໃດທີ່ສ້າງແຮງບັນດາໃຈໃຫ້ທ່ານໄດ້ມາເປີດສູນ ອິຊຶມິ ແຫ່ງນີ້?

ຂ້າພະເຈົ້າ ຢາກເຫັນເດັກນ້ອຍລາວໃນວັນນີ້ ເຕີບໃຫຍ່ຂຶ້ນໄປເປັນຄົນທີ່ມີຄຸນະພາບສູງ ແລະ ມີສະຕິປັນຍາເປັນເລີດໃນວັນຂ້າງໜ້າ ເພື່ອນໍາໃຊ້ຊັບພະຍາກອນທາງດ້ານມັນສະໝອງເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຄືດັ່ງທີ່ປະເທດຈະເລີນສີວິໄລ ແລະ ພັດທະນາໄປຢ່າງກ້າວກະໂດດເຊິ່ງ ມີນະວັດຕະກໍາ, ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ, ກ້າວໜ້າ ແລະ ມະຫັດສະຈັນ. ເຊັ່ນ: ປະເທດຍີ່ປຸ່ນ, ສິງກະໂປ, ສ.ເກົາຫລີ, ເຢຍລະມັນ, ຟິນແລນ ແລະ ສະວີເດັນ, ເຖິງວ່າພວກເຂົາເຈົ້າ ບໍ່ມີຊັບພະຍາກອນທໍາມະຊາດ ມາຜະລິດເປັນສິນຄ້າກໍຕາມ, ແຕ່ພວກເຂົາມີຊັບພະຍາກອນມະນຸດ ທີ່ມີຄຸນະພາບສູງ ມີສະຕິປັນຍາເປັນເລີດ ເປັນຊັບພະຍາກອນຂອງຊາດໃນການຂັບເຄື່ອນ ແລະ ສ້າງສາເສດຖະກິດຂອງປະເທດ.

-ເປັນຫຍັງຈຶ່ງຕ້ອງຮຽນ “ລູກຄິດ”?

“ລູກຄິດ” ຍີ່ປຸ່ນ ເປັນພື້ນຖານຂອງຄະນິດສາດທີ່ແຂງແກ່ນ, ຖ້າຮຽນຮູ້ລູກຄິດໄດ້ຮ້ອຍເປີເຊັນ ບໍ່ພຽງແຕ່ເດັກຈະເກັ່ງຄະນິດສາດເທົ່ານັ້ນ ແຕ່ຍັງຮຽນຮູ້ວິຊາອື່ນເຊັ່ນ: ວິທະຍາສາດ, ພາສາ, ກິລາ, ສິລະປະ, ແຕ້ມຮູບ ແລະ ດົນຕີ ໄດ້ໄວກ່ວາເດັກອື່ນໆອີກ, ເຊິ່ງເປັນການປູພື້ນຖານທີ່ສຸດຍອດໃຫ້ເດັກກ້າວໄປເປັນຜູ້ໃຫຍ່ທີ່ມີຄຸນະພາບສູງ ແລະ ມີສະຕິປັນຍາດີເລີດ ໃນວັນຂ້າງໜ້າ.

ໂຮງຮຽນສອນລູກຄິດ “ອິຊຶມິ” (IZUMI Academy of Laos) ເປັນຫຼັກສູດສອນລູກຄິດຍີ່ປຸ່ນທີ່ມີປະສົບການມາຫຼາຍກ່ວາ 40 ປີ. ເນັ້ນນັກຮຽນອາຍຸ 5 ປີ ຫາ 18 ປີ ສ້າງໃຫ້ເດັກເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວ. ຫຼັກສູດສອນລູກຄິດ “ອິຊຶມິ” ເນັ້ນຄຸນະພາບສູງ ໃຊ້ຄູ 3 ຄົນ ໃນຫ້ອງຮຽນທີ່ມີນັກຮຽນ 7 ຫາ 8 ຄົນ,ໃຊ້ຄູ 2 ຄົນສໍາລັບນັກຮຽນ 3 ຫາ 6 ຄົນ. ຫຼັກສູດສອນລູກຄິດ “ອິຊຶມິ” ຮັບຮອງໃບປະກາດໂດຍສະມາຄົມລູກຄິດແຫ່ງປະເທດຍີ່ປຸ່ນ. ນັກຮຽນທີ່ສອບເສັງຜ່ານລະດັບ 10 (Level 10) ຂຶ້ນໄປ, ຈະໄດ້ຮັບໃບປະກາດຢັ້ງຢືນ ແລະ ອອກໃຫ້ໂດຍສະມາຄົມລູກຄິດແຫ່ງປະເທດຍີ່ປຸ່ນ.

ຫຼັກສູດໂຮງຮຽນລູກຄິດຂອງປະເທດຍີ່ປຸ່ນທົ່ວປະເທດມາດຕະຖານຄືກັນ, ມີ 20 ລະດັບ. ລະດັບ 20 ແມ່ນ ງ່າຍກ່ວາໝູ່ ຄືການບວກ ແລະ ລົບຕົວເລກ 1 ຕົວເລກ. ລະດັບ 1 ແມ່ນຍາກກ່ວາໝູ່ ຄືການບວກ, ລົບ, ຄູນ ແລະ ຫານ ຕົວເລກ 9 ຕົວເລກ ຫາ 10 ຕົວເລກ (ຮ້ອຍລ້ານ ຫາ ພັນລ້ານ).

-ຫຼັກສູດຂອງໂຮງຮຽນສອນລູກຄິດ “ອິຊຶມິ” ມີຈຸດເດັ່ນ ແລະ ຈຸດພິເສດແນວໃດ?

ຈຸດເດັ່ນຂອງຫຼັກສູດ ລູກຄິດ “ອິຊຶມິ” ກໍຄື ນັກຮຽນທຸກໆຄົນທີ່ສອບເສັງຜ່ານລະດັບ 10 ລົງມາຈະໄດ້ໃບປະກາດສະນິຍະບັດອອກໃຫ້ໂດຍສະມາຄົມລູກຄິດແຫ່ງປະເທດຍີ່ປຸ່ນ ເຊິ່ງໃບປະກາດນີ້ໃຊ້ໄດ້ຢູ່ປະເທດຍີ່ປຸ່ນເລີຍ. ພ້ອມດຽວກັນນີ້ ຫຼັກສູດ ລະດັບ 1 (Level 1) ແມ່ນການໃຊ້ລູກຄິດບວກລົບຄູນຫານ 10 ຕົວເລກ (ຫຼັກຫົວໜ່ວຍພັນລ້ານ) ນັກຮຽນທີ່ຮຽນຈົບຈາກສະຖານບັນ Smart Math ແລະ Smart Brain ສາມາດມາຮຽນ ແລະ ພັດທະນາຄວາມຮູ້ຕົນເອງໄດ້ທີ່ສູນ ອິຊຶມິ.

-ຄຸນປະໂຫຍດໃນການຮຽນ “ລູກຄິດ”?

  1. ເກັ່ງຄະນິດສາດ ແລະ ຄິດໄລ່ເລກໃນໃຈໄດ້ໄວ ເປັນການປູພື້ນຖານໃຫ້ເດັກເກັ່ງວິຊາວິທະຍາສາດທໍາມະຊາດອີກດ້ວຍເຊັ່ນ: ຟິກຊິກສາດ, ເຄມີສາດ ແລະ ຊິວະສາດ.
  2. ກະຕຸ້ນສະໝອງເບື້ອງຂວາໃຫ້ມີລະບົບຄວາມຈໍາເປັນເລີດ, ຈື່ຈໍາໄດ້ໄວ, ຈື່ຈໍາໄດ້ຫຼາຍ.
  3. ກາຍເປັນເດັກທີ່ມີສະມາທິສູງ.
  4. ສ້າງໃຫ້ສະໝອງໄວ ສາມາດຮຽນຮູ້ວິຊາຕ່າງໆເຊັ່ນ: ກິລາ, ສິລະປະ, ດົນຕີ, ພາສາ ແລະ ວິຊາອື່ນໆໄດ້ເຂົ້າໃຈໄດ້ໄວກ່ວາເດັກທົ່ວໄປ.
  5. ກະຕຸ້ນສະໝອງເບື້ອງຂວາໃຫ້ມີຄວາມຄິດສ້າງສັນ ແລະ ຈິນຕະນາການສູງ.
  6. ມີຄວາມສາມາດໃນການອ່ານໜັງສືໄດ້ໄວ ແລະ ຟັງໄດ້ເຂົ້າໃຈໄວ.
  7. ພັດທະນາທຸກໆສ່ວນຂອງສະໝອງໃຫ້ໃຊ້ງານໄດ້ມີປະສິດທິພາບສູງ (Develop Whole Brain Effectively).

-ນິຍາມຂອງຄໍາວ່າຄູ ມີຄວາມໝາຍແນວໃດ ສໍາລັບຕົວທ່ານ?

ຂ້າພະເຈົ້າ ເປັນຄົນທີ່ມັກຮຽນໜັງສື, ມັກອ່ານປຶ້ມຕັ້ງແຕ່ຍັງນ້ອຍໆ ແລະ ມີຄວາມຮູ້ຫຍັງກໍມັກແບ່ງປັນສອນໃຫ້ກັບໝູ່ເພື່ອນທຸກໆຄົນໃນຫ້ອງໃຫ້ເຂົ້າໃຈກັນຢ່າງທົ່ວເຖິງ. ຂ້າພະເຈົ້າຈຶ່ງມັກອາຊີບການເປັນຄູ ແລະ ດໍາເນີນທຸລະກິດໂຮງຮຽນສອນເພີ່ມມາໄດ້ 4​ ປີແລ້ວດ້ວຍຄວາມັກຮັກ ແລະ ຄວາມຫຼົງໄຫຼໃນການເປັນຄູ. ນັກຮຽນເກັ່ງກໍຍ້ອນມີຄູເກັ່ງ ນັກຮຽນສະຫຼາດກໍຍ້ອນມີຄູສະຫຼາດ “ດັ່ງນັ້ນຄູບໍ່ພຽງແຕ່ມີໜ້າທີ່ໃນການຖ່າຍທອດຄວາມຮູ້ ແລະ ປະສົບການຂອງຕົນໃຫ້ແກ່ນັກຮຽນເທົ່ານັ້ນ, ແຕ່ຄູຍັງເປັນຜູ້ຖ່າຍທອດພະລັງງານບໍລິສຸດ, ພະລັງງານແຫ່ງຄວາມດີ ແລະ ຈິດວິນຍານແຫ່ງຄວາມສໍາເລັດ, ຄວາມເປັນເນື້ອແທ້ຂອງການເປັນຄົນທີ່ດີມີຄຸນະພາບ ແລະ ສ້າງຄຸນຄ່າໃຫ້ແກ່ສັງຄົມຈາກຄົນລຸ້ນໜຶ່ງໄປສູ່ອີກຄົນລຸ້ນໜຶ່ງ”.

-ເປົ້າໝາຍໃນອະນາຄົດຂອງທຸລະກິດ ທ່ານວາງໄວ້ຄືແນວໃດ?

ເປົ້າໝາຍໄລຍະ 3 ປີຂ້າງໜ້ານີ້ ມີວຽກໃຫຍ່ 3 ວຽກຈະຕ້ອງໄດ້ເຮັດຄື:

  • ສ້າງນັກຮຽນເກັ່ງອັດສະຣິຍະທາງດ້ານຄະນິດສາດ ສອບເສັງຜ່ານລະດັບ 1 ໃຫ້ໄດ້ ຫຼາຍກ່ວາ 10 ຄົນ, ເພື່ອໃຫ້ເປັນຄົນຕົ້ນແບບໃນການສ້າງແຮງບັນດານໃຈໃຫ້ແກ່ນັກຮຽນລຸ້ນຕໍ່ໆໄປ.
  • ນໍາເອົາຫຼັກສູດລູກຄິດຍີ່ປຸ່ນ ໄປເຂົ້າຫາໂຮງຮຽນອະນຸບານ+ປະຖົມອິນເຕີໃຫ້ໄດ້ຫຼາຍກ່ວາ 5 ໂຮງຮຽນ.
  • ຂາຍແຟນຊາຍໄປຕ່າງແຂວງໃຫ້ໄດ້ຫຼາຍກ່ວາ 3 ແຫ່ງ.

-ສິ່ງທ້າທາຍ ສິ່ງຫຍໍ້ທໍ້ ສໍາລັບທຸລະກິດທ່ານມີດ້ານໃດແດ່?

ສິ່ງທີ່ທ້າທາຍ ກ່ວາໝູ່ ກໍຄື ໂຮງຮຽນ “ອິຊຶມິ” ເປັນໂຮງຮຽນສອນເພີ່ມພິເສດ ບໍ່ແມ່ນໂຮງຮຽນປະຈໍາ ເພາະສະນັ້ນນັກຮຽນສາມາດອອກໄດ້ຕະຫຼອດເວລາ. ເພາະສະນັ້ນການຮັກສານັກຮຽນເກົ່າໃຫ້ຮຽນນໍາພວກເຮົາເປັນເວລາດົນໆຕັ້ງແຕ່ເລີ່ມຕົ້ນ ຈົນຈົບຫຼັກສູດ ຖືວ່າເປັນສິ່ງທ້າທາຍຫຼາຍທີ່ສຸດ. ເພາະສະນັ້ນຕ້ອງໃຫ້ຂໍ້ມູນອັນສໍາຄັນເຖິງຄຸນປະໂຫຍດໃນການຮຽນລູກຄິດ“ອິຊຶມິ”ກັບພໍ່ແມ່ນັກຮຽນຢ່າງເລິກເຊິ່ງ ແລະ ສະເໝີຕົ້ນສະເໝີປາຍ. ການຈັດສໍາມະນາໃຫ້ຄວາມຮູ້ ແລະ ການຫຼຸດຄ່າຮຽນໃນເວລາທີ່ຮຽນໄດ້ຫຼາຍປີຈຶ່ງເປັນປັດໄຈພື້ນຖານສໍາຄັນໃນການແກ້ໄຂສິ່ງທ້າທາຍດັ່ງກ່າວ.

-ທ່ານຍັງມີອີກໜຶ່ງທຸລະກິດຄື: ການສຶກສາແບບ “ຊິຈິດະ” ແມ່ນການສຶກສາແນວໃດ?

ການສຶກສາແບບ “ຊິຈິດະ” ແມ່ນການພັດທະນາ ແລະ ກະຕຸ້ນສະໝອງທຸກສ່ວນຂອງເດັກນ້ອຍ (The Whole Brain Development) ເພື່ອດຶງດູດຄວາມສາມາດ ແລະ ພອນສະຫວັນຂອງເດັກນ້ອຍໃຫ້ເກີດປະສິດທິພາບສູງສຸດ ເພື່ອໃຫ້ມີຄວາມສະຫຼາດທາງດ້ານສະຕິປັນຍາສູງສຸດ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາສະໝອງເບື້ອງຂວາ ເຊິ່ງເປັນສະໝອງອັດສະລິຍະ ໃຫ້ມີຄວາມຈໍາດີເລີດ, ຄິດໄລ່ໄວ, ສະໝອງໄວ, ມີສະມາທິສູງ ແລະ ມີຈິນຕະນາການສູງ. ພ້ອມດຽວກັນກໍເປັນການພັດທະນາສະໝອງເບື້ອງຊ້າຍ ໃຫ້ສາມາດວິເຄາະທິດສະດີ, ເຫດຜົນໄດ້ດີເລີດ ແລະ ເກັ່ງພາສາ ກໍຄືການເວົ້າການຂຽນ.

ຫຼັກສູດ “ຊິຈິດະ” ສ້າງຂຶ້ນໂດຍທ່ານສາສະດາຈານ ມາໂກໂຕະ ຊິຈິດະ (1929 -2009) ຫຼາຍກ່ວາ 60 ປີ. ຕັ້ງແຕ່ປີ 1958 ຈົນມາຮອດປັດຈຸບັນ 2019.

ໂຮງຮຽນຈະຮັບເດັກນ້ອຍອາຍຸ 6 ເດືອນ ຫາ 6 ປີ.ເດັກນ້ອຍທີ່ຮຽນຢູ່ຫ້ອງຮຽນ “ຊິຈິດະ” 3 ປີຂຶ້ນໄປເວລາໄປຮຽນວິຊາອື່ນໆ ເຊັ່ນ: ຄະນິດສາດ, ສິລະປະ, ດົນຕີ, ແຕ້ມຮູບ, ກິລາ ແລະ ພາສາ…ຈະຮຽນຮູ້ໄດ້ໄວ ແລະ ເຂົ້າໃຈງ່າຍກ່ວາເດັກທົ່ວໄປ ແລະ ສະຫຼາດກ່ວາເດັກທົ່ວໄປໂດຍສັງເກດຮູ້ໄດ້.

ການສຶກສາແບບ “ຊິຈິດະ” ສາມາດເຫັນຜົນແຫ່ງຄວາມສະຫຼາດໄດ້ຢູ່ 4 ໄລຍະຄື: ໄລຍະທີ 1: ໃນເວລາ 2 ປີ ຫາ 6 ປີ ຈະກາຍເປັນເດັກສະຫຼາດ, ສະໝອງໄວ, ຄິດໄລ່ໄວ, ຈື່ຈໍາໄດ້ດີເລີດ, ສະມາທິສູງ,ຈິນຕະນາການສູງ ແລະ ຮຽນຮູ້ໄດ້ໄວ. ໄລຍະທີ 2: ໃນເວລາ 6 ປີ ຫາ 24 ປີຈະກາຍເປັນນັກຮຽນດີນັກຮຽນເກັ່ງ, ສ້າງຜົນງານໃນການຮຽນ, ກິລາ, ສິລະປະ ແລະ ດົນຕີໄດ້ໂດດເດັ່ນ. ໄລຍະທີ 3: ໃນເວລາ 24 ປີ ຫາ 60 ປີ ຈະກາຍເປັນຜູ້ປະກອບການ, ນັກທຸລະກິດ, ນັກວິທະຍາສາດ, ນັກອອກແບບ, ວິສະວະກອນ ລະດັບປະເທດ ແລະ ລະດັບສາກົນ ທີ່ສ້າງຊື່ສຽງ ແລະ ຄວາມມ່ັງຄັ່ງຮັ່ງມີໃຫ້ແກ່ຄອບຄົວ ແລະ ປະເທດຊາດ.ໄລຍະທີ 4: ໃນເວລາ 70 ປີຂຶ້ນໄປ ຈະກາຍເປັນຄົນສູງອາຍຸ ທີ່ມີຄວາມຈໍາດີຄືເກົ່າ, ສາມາດໃຊ້ຊີວິດຢ່າງຄົນພູມຖານ ແລະ ສະຫຼາດດ້ວຍສະຕິປັນຍາ.

-ນອກຈາກການສອນດັ່ງກ່າວແລ້ວ ຍັງໄດ້ຮັບຂ່າວວ່າທ່ານຍັງມີຫຼັກສູດຖາມຄູ ຢາກຊາບວ່າມັນເປັນຫຼັກສູດແບບໃດ?

ເມື່ອເຕັກໂນໂລຊີ ແລະ ນະວັດຕະກໍາ ປ່ຽນແປ່ງໄປຢ່າງກ້າວກະໂດດ,ການສຶກສາກໍຕ້ອງປັບໃຫ້ເຂົ້າກັບຍຸກສະໄໝ. ຫຼັກສູດຖາມຄູ ແມ່ນການຮຽນຜ່ານ Platform Internet ທີ່ພັດທະນາຄວາມຮູ້ 5 ດ້ານຄື: ວິຊາພາສາລາວ, ພາສາອັງກິດ, ຄະນິດສາດ, ວິຊາໄອຄິວ ແລະ ວິທະຍາສາດ, ຜູ້ທີ່ມາຮຽນຫຼັກສູດຖາມຄູຫຼາຍກ່ວາ 1 ປີ ຂຶ້ນໄປຈະຮຽນເກັ່ງຂຶ້ນ 30% ຫາ 40%. ນອກຈາກນີ້ຍັງມີແບບຮຽນ Worksheet ທີ່ເປັນຮູບພາບສີ ເຊັ່ນ: ພາສາລາວ, ພາສາອັງກິດ, ຄະນິດສາດ, ວິຊາໄອຄິວ ແລະ ວິທະຍາສາດ ແລະ ຮຽນບົດຄວາມພາສາລາວ ເປັນຮູບພາບວິດີໂອ Infor Graphic, ເດັກນ້ອຍ ສາມາດຮຽນຮູ້ພາສາລາວໄດ້ງ່າຍ ແລະ ເຂົ້າໃຈໄວ. ຫຼັກສູດຖາມຄູ ເປັນອີກຫຼັກສູດໜຶ່ງທີ່ມີຄຸນະພາບສູງ ແຕ່ລາຄາສົມເຫດສົມຜົນພຽງແຕ່​ 500.000 ​ກີບ/ເດືອນ.

ທ່ານມີປະສົບການຖ່າຍທອດຄວາມຮູ້ ຢາກຖາມວ່າ: ທ່ານມີຂໍ້ແນະນໍາແນວໃດໃຫ້ແກ່ຜູ້ປົກຄອງໃນການລ້ຽງລູກ ໃຫ້ກາຍເປັນນັກຮຽນເກັ່ງ?

ຢາກສ້າງລູກໃຫ້ກາຍເປັນນັກຮຽນເກັ່ງ ນັກຮຽນສະຫຼາດ ແລະ ກາຍເປັນຜູ້ນໍາທີ່ດີເດັ່ນ ສາມາດສ້າງຄຸນຄ່າໃຫ້ແກ່ສັງຄົມໄດ້ນັ້ນຕ້ອງເຝິກໃຫ້ລູກເກັ່ງໃນ 5 ຂໍ້ຄື:

  • ສອນໃຫ້ລູກຮູ້ຈັກການຕັ້ງເປົ້າໝາຍ ແລະ ສາມາດເຮັດທຸກໆເປົ້າໝາຍໃຫ້ສໍາເລັດໄດ້. ການສ້າງເປົ້າໝາຍນັ້ນຄວນໃຫ້ລູກແບ່ງອອກເປັນ 3 ໄລຍະຄື:

-ເປົ້າໝາຍໄລຍະຍາວ 5 ປີ ຫາ 10 ປີ ເຊັ່ນ: ອີກ 10 ປີຂ້າງໜ້າຂ້ອຍຈະສອບເສັງໄປຮຽນຕໍ່ຢູ່ມະຫາໄລ OXFORD ຢູ່ປະເທດອັງກິດໃຫ້ໄດ້. -ເປົ້າໝາຍໄລຍະກາງ 1 ເດືອນ ຫາ 1 ປີ ເຊັ່ນ:​ ປີໜ້າຕ້ອງສອບເສັງໃຫ້ຜ່ານລູກຄິດຍີ່ປຸ່ນລະດັບ 1. ເດືອນໜ້າຕ້ອງສອບເສັງໃຫ້ໄດ້ທີ 1 ຂອງຫ້ອງ. -ເປົ້າໝາຍໄລຍະສັ້ນ 1 ມື້ ຫາ 1 ອາທິດ ເຊັ່ນ:​ ມື້ອື່ນເຊົ້າຕ້ອງຕື່ນນອນໃຫ້ໄດ້ 6:00 ໂມງເຊົ້າ, ມື້ນີ້ຕ້ອງແລ່ນໃຫ້ໄດ້ 3 km.

  • ສອນໃຫ້ລູກຮູ້ຈັກການຈິນຕະນາການ. ທ່ານ Albert Einstein ນັກວິທະຍາສາດຊື່ດັງຂອງໂລກເຄີຍເວົ້າວ່າ: ​ທຸກຢ່າງທີ່ເກີດໃນໂລກນີ້ຈະມີຢູ່ 2 ຄັ້ງຄືື:
  1. ເກີດຂຶ້ນໃນຄວາມຄິດ ແລະ ຈິນຕະນາການ, 2. ເກີດຂຶ້ນໃນຄວາມເປັນຈິງ. ເວລາທີ່ຕັ້ງເປົ້າໝາຍເອົາໄວ້ ແລະ ຢາກໃຫ້ລູກປະສົບຜົນສໍາເລັດໃນເປົ້າໝາຍນັ້ນຕ້ອງໃຫ້ລູກຈິນຕະນາການກ່ອນນອນທຸກໆຄັ້ງວ່າເຮັດໄດ້ແລ້ວ. ຕົວຢ່າງ: ຖ້າລູກຕັ້ງເປົ້າເອົາໄວ້ວ່າຕ້ອງຊະນະເລີດງານແຂ່ງດົນຕີເປຍໂນທົ່ວປະເທດ. ທຸກໆຄືນຕ້ອງໃຫ້ລູກຈິນຕະນການເຖິງມື້ທີ່ແຂ່ງຂັນວ່າເຮັດໄດ້ດີທີ່ສຸດ, ໄດ້ເປັນທີ 1​ ແລະ ຂຶ້ນໄປຮັບເອົາລາງວັນຢູ່ເທິງເວລາ, ຖ້າລູກຈິນຕະນາການແບບນີ້ກ່ອນມື້ແຂ່ງປະມານ 1 ອາທິດລູກຈະໄດ້ເປັນທີ 1 ແລະ ຊະນະເລີດແນ່ນອນ.
  • ສອນໃຫ້ລູກຮູ້ຈັກການແບ່ງປັນ, ຊ່ວຍເຫຼືອຜູ້ອື່ນ ແລະ ເຮັດເພື່ອຄົນອື່ນຕັ້ງແຕ່ຍັງນ້ອຍໆແຕ່ 2 ປີຂຶ້ນໄປ.

ຄົນທີ່ເກັ່ງ ແຕ່ມີນິດໄສທີ່ຄັບແຄບ, ຫົວແຂງ ແລະ ບໍ່ຍອມຄົນ ຈະບໍ່ມີຜູ້ໃດຮັກ, ແຕ່ຄົນທີ່ເອື້ອເຟື້ອເພື່ອແຜ່, ຮູ້ຈັກແບ່ງປັນ ແລະ ມີນໍ້າໃຈເສຍສະຫຼະ ເຖິງຈະບໍ່ເກັ່ງແຕ່ກໍເປັນທີ່ຍົກຍ້ອງໃນໝູ່ມະຫາຊົນ. ຜູ້ນໍາທີ່ເສຍສະຫຼະເຮັດເພື່ອຄົນອື່ນຄືຜູ້ນໍາທີ່ຍິ່ງໃຫຍ່ ແລະ ຜູ້ນໍາທີ່ເສຍສະຫຼະກໍຄືຜູ້ນໍາທີ່ຮູ້ຈັກການແບ່ງປັນຕັ້ງແຕ່ຍັງນ້ອຍໆ. ເວລາທີ່ມີຂອງກິນ, ເຂົ້າໜົມ, ໝາກໄມ້ກໍຮູ້ຈັກແບ່ງປັນໃຫ້ກັບຄົນອື່ນ, ເວລາຫວ່າງກໍຊ່ວຍເຫຼືອວຽກເຮືອນພໍ່ແມ່, ເປັນຕົ້ນແມ່ນ: ເຊັດໂຕະກິນເຂົ້າ, ກວາດເຮືອນ, ມ້ຽນເຄື່ອງຕົນເອງ ແລະ ຊ່ວຍເຫຼືອໝູ່ຄູ່ ເຊັ່ນ: ຊ່ວຍສອນວຽກບ້ານ, ຊ່ວຍໝູ່ພາແກ້ເລກເປັນຕົ້ນ.

  • ສົ່ງເສີມຈຸດແຂງ, ຈຸດເກັ່ງ ແລະ ພອນສະຫວັນຂອງລູກໃນດ້ານໜຶ່ງດ້ານດຽວໃຫ້ເຖິງຈຸດສູງສຸດ

ຍົກຕົວຢ່າງເຊັ່ນ: ​ບໍລິສັດຍັກໃຫຍ່ Google ເປັນ “ເວບໄຊ໌” ຄົ້ນຫາຂໍ້ມູນຢ່າງດຽວ, Starbuck ເຮັດແຕ່ກາເຟຢ່າງດຽວ, Facebook ເຮັດwebsite  Social Media ຢ່າງດຽວ, ຕອນຍັງນ້ອຍຖ້າມີເງື່ອນໄຂທີ່ດີ ຄວນສົ່ງເສີມໃຫ້ເພິ່ນໄດ້ລອງຮຽນຮູ້ຫຼາຍໆວິຊາເຊັ່ນ: ກິລາ, ເລກ, ສິລະປະ, ແຕ້ມຮູບ, ດົນຕີ, ແຕ່ເວລາທີ່ເພິ່ນໃຫຍ່ຂຶ້ນມາປະມານ 15 ປີຂຶ້ນໄປຖ້າເພິ່ນມັກ ແລະ ເກັ່ງດ້ານໃດຄວນສະໜັບສະໜູນແຕ່ດ້ານນັ້ນເລີຍ.

  • ສອນໃຫ້ລູກໃຫ້ຮູ້ມັກຮັກໃນການອ່ານປຶ້ມ:

ສັງເກດເຫັນວ່າ: ຜູ້ນໍາທີ່ປະສົບຜົນສໍາເລັດຄືຄົນທີ່ມັກອ່ານປຶ້ມ ເຊັ່ນ: Billgate ມະຫາເສດຖີອັນດັບ 2 ອ່ານປຶ້ມປີໜຶ່ງຫຼາຍກ່ວາ 50 ຫົວ, Wallen buffet ມະຫາເສດຖີອັນດັບ 3 ຂອງໂລກໃຊ້ເວລາ 80% ຕໍ່ມື້ໃນການອ່ານປຶ້ມ, Mark Zuckerberg ມັກອ່ານປຶ້ມແລ້ວເອົາຂໍ້ຄວາມເດັດໆໄປ Post ຢູ່ ໜ້າ Timeline ຂອງຕົນເອງ. ວິທີສອນລູກໃນການອ່ານປຶ້ມນັ້ນ ເລີ່ມຈາກການຊື້ປຶ້ມຫຼາຍໆມາວາງໄວ້ຢູ່ຕູ້ໄວ້ປຶ້ມໃນເຮືອນເພື່ອໃຫ້ລູກເຫັນທຸກໆມື້, ເພື່ອໃຫ້ລູກຄຸ້ນເຄີຍກັບປຶ້ມ, ຕໍ່ໄປແມ່ນການເລົ່ານິທານໃຫ້ລູກຟັງທຸກໆມື້, ແລ້ວໃຫ້ລູກຮຽນອ່ານນິທານເອງ, ເມື່ອໃຫຍ່ຂຶ້ນມາໜ້ອຍໜຶ່ງໃຫ້ລູກເລີ່ມອ່ານປຶ້ມທີ່ຕົນເອງສົນໃຈເຊັ່ນ: ປຶ້ມວິທະຍາສາດ, ປຶ້ມໄດໂນເສົາ, ປຶ້ມກ່ຽວກັບການສ້າງບ້ານ….ອື່ນໆຯ.

(ວາລະສານທາເກັດ ສະບັບ 152 ເດືອນມີນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

“IZUMI” helps building math skills for children

like fast calculation and swift thinking…

 

Mr. Thatsavanh Haemany (Teacher Zeng) is the Director of IZUMI Education Center and is well-known as the founder of a school for geniuses named “SHICHIDA” who will let us know about his inspiration of becoming a teacher educating Lao children by helping them growing up with skills and intelligence.

Before establishing “SHICHIDA” and “IZUMI Abacus” to build math skills for children like fast calculation and swift thinking, Teacher Zeng had worked as a software engineer designing landline system for OKI Company in Tokyo for 3 years. He then became an ICT Manager at NTT Communication Laos who had been in charge of the Internet and telecommunication tasks for 2 years prior to his investment in a school business.

  • What inspired you to open this IZUMI Center?

I would like to see Lao children grow up with excellent qualities and wisdom in order for them to contribute to the national development just like developed countries who experienced a leap-frog modernization with advanced and amazing innovations, sciences and technologies. Even though countries like Japan, Singapore, South Korea, Germany, Finland and Sweden lack natural resources to support their production, they focus on human resources to ensure they are equipped with excellent qualities and wisdom who will subsequently drive the national economy forward.

  • Why “abacus”?

Japanese “abacus” helps strengthening math basics. Mastering abacus will not only boost math skills for children, but also help them learn other subjects, such as science, language, sport, art, drawing and music, faster. This serves as an important foundation for children to grow up with excellent qualities and wisdom.

IZUMI Academy of Laos offers a 40-year old Japanese abacus program focusing on children from 5 to 18 years of age with an aim of building their math skills like fast calculation and swift thinking. IZUMI abacus program provides is a high quality course taught by 3 teachers for a class with 7 to 8 students and 2 teachers for a class with 3 to 6 students. IZUMI program was certified by the Abacus Association of Japan and students who achieve level 10 will be awarded with a certificate issued by the association.

All Japanese abacus programs share common standard consisting of 20 levels of study. Level 20 is the easiest when students learn how to add and subtract 1-digit numbers, whereas level 1 is the most difficult involving all math skills from adding, subtracting, multiplying and dividing 9 to 10-digit numbers (hundred to billion).

  • What are the benefits of learning from “abacus”?
  1. Build up math skills like fast calculation laying foundation for the learning of other scientific subjects, namely physics, chemistry and biology.
  2. Stimulate the right brain to boost its memorization function.
  3. Improve children’s ability to focus.
  4. Build up a fast-learning skill for subjects like sports, art, music, language and so on.
  5. Stimulate the right brain to boost creativity and imagination.
  6. Enhance fast-reading and listening skill.
  7. Develop the whole brain effectively.
  • What is the definition of a teacher from your perspective?

I have been a fan of learning and reading since a very young age. I also like to share new things I learned with friends to help them understand their lessons. With the fondness in teaching, I have been operating a school business for 4 years with affection and fascination. I believe that students will become skilful and smart if teachers are good enough. “Therefore, teachers will not only transfer their knowledge and experience to students, but also pass on pure and positive energy, spirit of success, and the realization of the importance of being a quality person who creates social values through generations.”

  • What are your business goals?

For the next 3 years, there are 3 goals to be achieved as following:

  • Build more than 10 math geniuses who can achieve the level 1 to inspire other students to succeed.
  • Replicate this Japanese abacus program in more than 5 international kindergartens and primary schools.
  • Franchise this business model to more than 3 provinces.
  • What are the challenges for your business?

“IZUMI” is an extra school unlike other compulsory schools and students can always drop out. Therefore, to keep students with us from the beginning until the end of the program is the most challenging thing to achieve. We have been trying to thoroughly and consistently inform parents about benefits of “IZUMI” abacus course. Seminars and discounts for long-term students have become our important factor in addressing this issue.

  • In your another business, what kind of school is “SHICHIDA”?

“SHICHIDA” in general aims at stimulating the whole brain development of children in order to bring out skills and talents effectively so that they will become the brightest, while in specific term aiming to develop the right brain to boost memorization function, fast calculation, swift thinking, concentration and imagination. At the same time, the left brain will also be improved to enable critical and logical thinking, and language learning and communication.

“SHICHIDA” program was founded by Professor Makoto Shichida (1929-2009) 60 years ago or in 1958.

The school will accept students from the age of 6 months to 6 years. Those who study at “SHICHIDA” for more than 3 years will be able to learn and understand other subjects, such as math, art, music, drawing, sports and language, much faster than children in general in a notable manner.

“SHICHIDA” program will start showing impacts in 4 phases. 1st phase: from 2 to 6 years old, children will start demonstrating intelligence, swift thinking, fast calculation, excellent memory, high concentration and imagination, and fast learning. 2nd phase: from 6 to 24 years old, students will perform well at school in terms of study, sports, art and music. 3rd phase: from 24 to 60 years old, they will become entrepreneurs, businesspeople, scientists, designers and engineering building both domestic and international reputation as well as wealth for their family and the country. 4th phase: from 70 years old, they will become senior citizens with good memory who live happily with both wealth and wisdom.

  • Apart from the programs mentioned above, I heard that you also offer the asking program. What kind of program is this?

As technologies and innovations are getting more and more advanced, education will also need to be adapted to keep up with such modernity. Asking program is a study conducted through the Internet platform concentrating only improving 5 skills, such as Lao, English, math, IQ and science. Those who have taken this course for over 1 year will witness 30%-40% of their academic improvement. In addition, colorful worksheet and video info graphic will also be used to teach Lao, English, math, IQ and science to help them learn and understand these subjects more easily. Asking program is another high quality course offered in a reasonable charge of only 500,000 kip/month.

  • From your teaching experience, what recommendation can you provide to parents who want to raise their children as good learners?

There 5 things you should teach your children in order to raise them as intelligent learners and excellent leaders who will create good things to their society:

  • Teach them about goal setting and the ability to achieve all goals. Goal setting should be divided into 3 phases:
  • Long-term goal between 5 and 10 years: in the next 10 years, I will apply for Oxford University in the UK.
  • Medium-term goal between 1 month and 1 year: next year, I will pass the Japanese abacus level-1 exam. I will be the top of my class next month.
  • Short-term goal between 1 day and 1 week: tomorrow morning, I will wake up at 6am. I will run 3km today.
  • Teach them about imagination. Albert Einstein, the world’s famous scientist, once said that: things exist in 2 forms:
  1. They exist in mind and imagination. 2. They exist in reality. When setting goals, you should have your children imagined achieving the goals every day before bed. For instance, if your children aim to be a champion of the national piano competition, they should imagine every night that they do their best on the day, win the 1st place and receive prize on the stage. If they do this about 1 week before the actual day, they will most certainly win the contest.
  • Teach them about sharing and helping others starting from the very young age like 2 years old.

Skillful person with a coldhearted and stubborn personality trait will not be loved by others. On the contrary, those with a generous, sharing and forgiving heart will be respected regardless of their abilities. Leaders who sacrifice themselves working for others is a great leader who has learned the importance of sharing from the very young age. Children should share food and snacks with their friends, help their parents with house works like cleaning a dining table, sweeping floor, tidying their stuff and tutoring their friends so they can do their homework and solve math problems.

  • Reinforce one particular strength, skill or talent of your children to the maximum. For example, Google focuses only “search engine,” Starbucks concentrates only coffee, facebook solely serves as a social medium and so on. If possible, you should support your children at young age on various things like sports, math, art, drawing or music. Once they reach 15 years of age, they will start revealing what they like and good at, and you should focus your support on that certain thing.
  • Teach them to love reading:

Notably, successful leaders like to read. For example, Billgate, the 2nd richest person in the world, read more than 50 books per year, Wallen Buffet, the 3 wealthiest, spend 80% of his day reading and Mark Zuckerberg like to post interesting points from his reading on his own facebook timeline. Teaching your children to read, you should begin from buying and storing many books on shelfs where your children can see every day in order to get them used to books. Next, you can start reading tales for them daily before having them read the books on their own. Once they are grown enough, they will start picking up books they are interested in, such as books about science, dinosaurs, house design and so on.

Comments