ເຊື່ອວ່າ ຫຼາຍໆຄົນຕ້ອງມີພຶດຕິກຳການຊື້ ທີ່ບໍ່ມີເຫດຜົນ ແມ່ນບໍ່?

ສະບາຍດີ ທ່ານຜູ້ອ່ານວາລະສານທາເກັດທັງຫຼາຍ ໃນປີທີ່ຜ່ານມາທ່ານໄດ້ເຫັນແລ້ວວ່າ ບ້ານເຮົາມີທຸລະກິດຫຼາຍປະເພດທີ່ເປີດຂຶ້ນມາໃໝ່ ແລະກໍມີທຸລະກິດຈຳນວນຫຼວງຫຼາຍ ທີ່ທົນຕໍ່ສະພາບການແຂ່ງຂັນທີ່ດຸເດືອດ, ປັບຕົວກັບການປ່ຽນແປງຂອງຕະຫຼາດ ແລະພຶດຕິກຳຂອງຜູ້ບໍລິໂພກ ຍຸກ 5.0 ບໍ່ທ່ວງທັນ ຈົນຕ້ອງຈຳໃຈປິດກິດຈະການໄປ. ເຊິ່ງເມື່ອວິເຄາະແລ້ວ ບັນຫາຫຼັກໆ ທີ່ເຮັດໃຫ້ທຸລະກິດເຫຼົ່ານັ້ນ ຕ້ອງຕົກຢູ່ໃນສະພາບຝືດເຄືອງ ຍອດຂາຍຕົກຕ່ຳແບບຕໍ່ເນື່ອງ ສາຍເຫດມາຈາກການຂາດຄວາມຮູ້ທາງການຕະຫຼາດ ບໍ່ວ່າຈະເປັນ ການຂາດການວາງຍຸດທະສາດ ແລະການປະເມີນຜົນທີ່ເໝາະສົມ, ບໍ່ມີການເຈາະຈົງກຸ່ມເປົ້າໝາຍທີ່ແນ່ນອນ ຈຶ່ງເຮັດໃຫ້ບໍ່ເຂົ້າໃຈຄວາມຕ້ອງການ ແລະພຶດຕິກຳການຊື້ ຂອງກຸ່ມເປົ້າໝາຍສະເພາະ ແລ້ວຍັງປ່ຽນແປງໄປຕາມປັດໄຈພາຍນອກ ແລະຄວາມກ້າວໜ້າທາງເຕັກໂນໂລຊີນຳອີກ.

ນອກຈາກນີ້ ໃນປີທີ່ຜ່ານມາ ບັນດາທ່ານກໍອາດເຄີຍໄດ້ຍິນຜ່ານໆຫູ ກ່ຽວກັບຄວາມຮູ້ທາງການຕະຫຼາດແບບໃໝ່ ທີ່ເອີ້ນວ່າ: ການຕະຫຼາດແບບປະສາດວິທະຍາ (Neuroscience / Neuromarketing) ທີ່ໃຊ້ເຄື່ອງມືທາງວິທະຍາສາດ ເຂົ້າມາສຶກສາການເຮັດວຽກຂອງສະໝອງຄົນ ສາມາດຈັບຄື່ນສະໝອງ ຈັບສັນຍານ ຄວາມເຄື່ອນໄຫວຂອງສາຍຕາ ອັດຕາການເຕັ້ນຂອງຫົວໃຈ ອາລົມຄວາມຮູ້ສຶກ ແລະອື່ນໆ. ເຮັດໃຫ້ເຂົ້າໃຈຂະບວນການຄິດຂອງຄົນ ປະຕິກິລິຍາຕອບສະໜອງຕໍ່ໂຄສະນາສິນຄ້າຕ່າງໆ. ສະນັ້ນ, ຄວາມຮູ້ຂະແໜງນີ້ ຈຶ່ງກາຍເປັນອີກເຄື່ອງມືໜຶ່ງທີ່ຖືກກ່າວເຖິງຢ່າງຫຼວງຫຼາຍ ໃນວົງການການຕະຫຼາດ ຖືກນຳໃຊ້ວິເຄາະເພື່ອຊອກຫາ ຂໍ້ມູນລູກຄ້າແບບເຈາະເລິກ (Customer insights) ເຊິ່ງເຮັດໃຫ້ການວາງແຜນການຕະຫຼາດ ການຜະລິດສື່ໂຄສະນາມີປະສິດທິພາບຫຼາຍຂຶ້ນ.

ຈາກການສຳຫຼວດພຶດຕິກຳການຊື້ ໂດຍໃຊ້ການຕະຫຼາດແບບປະສາດວິທະຍາ ເຫັນວ່າ 75% ຫາ 90% ຂອງຄົນ ຕັດສິນໃຈຊື້ຜະລິດຕະພັນໃດໜຶ່ງແບບບໍ່ຮູ້ຕົວ ແລະບໍ່ມີເຫດຜົນ ທີ່ອາດມາຈາກຄວາມເຊື່ອບາງຢ່າງ ໂດຍຜູ້ຂຽນຈະຂໍຍົກເອົາບາງສ່ວນຈາກປຶ້ມ “Unconscious Branding” ຫຼື “ການສ້າງຍີ່ຫໍ້ ແບບບໍ່ຮູ້ສຶກຕົວ” ມາບອກຕໍ່ໃຫ້ບັນດາທ່ານຜູ້ອ່ານ

  1. ຕັດສິນໃຈຊື້ສິນຄ້າທີ່ແພງກວ່າ
    ສິນຄ້າທີ່ລາຄາຖືກກວ່າ ອາດບໍ່ຖືກເລືອກສະເໝີໄປ ເພາະເລິກໆແລ້ວມະນຸດເຮົາມັກຈະ “ເຊື່ອ” (ໂດຍຮູ້ຕົວ ແລະບໍ່ຮູ້ຕົວ) ວ່າສິ່ງທີ່ແພງກວ່າ ເປັນສິ່ງທີ່ດີກວ່າ ຫຼືບາງຄັ້ງ ກໍຄິດວ່າ ຄຸນນະພາບຂອງສິ່ງທີ່ເຂົາຈະຊື້ນັ້ນ ທຽບເທົ່າກັບມູນຄ່າຂອງເງິນທີ່ຕົວເອງໄດ້ຈ່າຍໄປ ເຊິ່ງເຮັດໃຫ້ສ່ວນຫຼາຍ ສິນຄ້າ ຫຼືບໍລິການ ທີ່ລາຄາແພງກວ່າ ມັກຈະຖືກຊື້ ທັ້ງໆທີ່ຄຸນປະໂຫຍດ ອາດຈະບໍ່ໄດ້ແຕກຕ່າງຫຍັງກັບ ສິນຄ້າ ຫຼືບໍລິການ ທີ່ລາຄາຖືກກວ່າ
  2. ຊື້ສິນຄ້າທີ່ຄົນອື່ນໆກໍໃຊ້

ມະນຸດເປັນສັດສັງຄົມ ບໍ່ຢາກຮູ້ສຶກແປກແຕກຕ່າງໄປຈາກຄົນສ່ວນຫຼາຍ ຈຶ່ງມັກມີພຶດຕິກຳແບບລວມໝູ່ (Group Mentality) ໂດຍທີ່ຕົນເອງອາດຈະບໍ່ຮູ້ຕົວ ແຕ່ເລິກໆແລ້ວເຂົາເຈົ້າສະແຫວງຫາຄວາມຮູ້ສຶກປອດໄພ ສະນັ້ນ ເມື່ອຕ້ອງຕັດສິນໃຈຊື້ສິນຄ້າ ຫຼືບໍລິການໃດ ທີ່ມີຕົວເລືອກຫຼາກຫຼາຍ ແລະອາດບໍ່ມີຄວາມແຕກຕ່າງກັນປານໃດ ເຂົາເຈົ້າຈະເລືອກສິນຄ້າທີ່ “ຫຼາຍໆຄົນກໍໃຊ້”

  1. ຊື້ສິນຄ້າທີ່ຮູ້ສຶກປອດໄພ ແລະເຊື່ອໝັ້ນ

ເຈົ້າຂອງທຸລະກິດທີ່ສາມາດເຮັດໃຫ້ລູກຄ້າ ຮູ້ສຶກປອດໄພ ແລະເຊື່ອໝັ້ນໄດ້ ຈະນຳໄປສູ່ການຊື້ໄລຍະຍາວ ເນື່ອງຈາກພາໃຫ້ເກີດ ຄວາມຊື່ສັດຕໍ່ຍີ່ຫໍ້ (Brand Loyalty) ຂອງສິນຄ້າ ແລະບໍລິການນັ້ນໆ ເຊິ່ງຖືເປັນສິ່ງທີ່ສຳຄັນຕໍ່ຄວາມຍືນຍົງຂອງທຸລະກິດ ສະນັ້ນ ເຈົ້າຂອງທຸລະກິດຈຶ່ງຕ້ອງເອົາໃຈໃສ່ສ້າງເປັນອັນດັບຕົ້ນໆ ເພື່ອໃຫ້ເຂົ້າເຖິງຫົວໃຈຂອງລູກຄ້າໄດ້

  1. ຊື້ສິນຄ້າໂດຍໃຊ້ອາລົມ ກ່ອນເຫດຜົນ

ດັ່ງທີ່ຮູ້ແລ້ວວ່າ ສະໝອງຄົນເຮົານັ້ນ ມີທັງສ່ວນທີ່ບັນຊາດ້ວຍອາລົມ ແລະສ່ວນທີ່ໃຊ້ເຫດຜົນ ເຮັດວຽກຮ່ວມກັນເພື່ອພິຈາລະນາ ຕັດສິນໃຈຊື້ສິ່ງໃດສິ່ງໜຶ່ງ. ແຕ່ສ່ວນຫຼາຍ ເມື່ອລູກຄ້າເຫັນສິນຄ້າ ຫຼືບໍລິຈາກ ທີ່ຖືກຕາ ຖືກໃຈ ກໍມັກຈະຮູ້ສຶກຢາກຄອບຄອງ ຫາກຜູ້ຂາຍສາມາດກະຕຸ້ນໃຫ້ລູກຄ້າຕັດສິນໃຈຊື້ໃນເວລາສັ້ນໆ​ໄດ້ ກ່ອນທີ່ຈະຄິດໄປຫາເຫດຜົນຕ່າງໆນາໆ ກໍຈະສາມາດເພີ່ມຍອດຂາຍໄດ້ໄວກວ່າ ການປ່ອຍໃຫ້ອາລົມທີ່ມີຕໍ່ສິນຄ້ານັ້ນຈາງຫາຍໄປ

ແຕ່ຢ່າລືມວ່າ ພຶດຕິກຳການຊື້ ຂອງລູກຄ້າກໍຍັງມີລາຍລະອຽດຍ່ອຍ ທີ່ແຕກຕ່າງກັນໄປຕາມກຸ່ມອາຍຸ, ເພດ, ການສຶກສາ, ວັດທະນະທຳ-ສັງຄົມ … ແລະຍັງເລື່ອນໄຫຼໄປມາ ບໍ່ຢຸດນິ່ງ ໂດຍອີງຕາມປັດໄຈໃນຕົວ ແລະນອກຕົວສະເພາະບຸກຄົນ ສະນັ້ນ ສິ່ງສຳຄັນກໍຄືຜູ້ປະກອບການ ຫຼືນັກການຕະຫຼາດຕ້ອງທຳຄວາມເຂົ້າໃຈ ຄົ້ນຫາ ພັດທະນາໄປເລື້ອຍໆ ເພື່ອໃຫ້ສິນຄ້າ ແລະບໍລິການຂອງທ່ານຕອບໂຈດລູກຄ້າຢ່າງແທ້ຈິງ. ຫວັງຢ່າງຍິ່ງວ່າ ທ່ານຜູ້ອ່ານຈະໄດ້ປະໂຫຍດຈາກຂໍ້ມູນຂ້າງເທິງບໍ່ຫຼາຍກໍໜ້ອຍ

(ວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

behavior of buying without reasons

Subhead: 75 to 90% of people decide to buy products without consciousness and reasons

Happy New Year to dear readers of Target Magazine. As we could see in the previous year, a number of businesses emerged. However, many of them could not handle tough competition, and keep up with changes in market and consumer behaviors in the 5.0 era resulted in their closure. On closer inspection, major issues causing difficult situation and continuous drop of sales for the businesses derived from the lack of knowledge about market in terms of proper strategic planning and evaluation, lack of concentration on a certain group of customers resulted in the lack of understanding of their needs and behaviors which are also shaped by external factors and technological advancement.

Furthermore, in the previous year, you might have heard about a new form of marketing knowledge so called Neuroscience/Neuromarketing which utilizes scientific tools to study how our brain functions. It can detect brainwaves, eye movement, heartbeat rate, emotion and so on. This science is used to understand the thinking process of human beings including their reaction to product advertisement. As a result, this new knowledge has been widely discussed in the world of business and applied to analyze customer insights which helps people planning a marketing campaign or advertisement more effectively.

Based on a survey on consumer behaviors using a psychologically marketing approach, 75 to 90% of people decide to buy products without consciousness and reasons. Certain believes can explain this behavior and the writer would like to share some parts of the book called “Unconscious Branding” with all of you.

  1. Buying a more expensive product

Cheaper products may not always be chosen because, deep down inside, human beings “believe” (with and without consciousness) that a more expensive one is better. Sometimes, we believe that quality of a product is closely associated with the price we spend. This is why a more costly good or service is commonly bought even though they share the identical quality with the cheaper one.

  1. Buy a commonly used product

Human beings are social animals. They do not want to be isolated from the majority. With this in mind, they will always unconsciously behave with group mentality in order to maintain their safety. Therefore, when picking a certain product or service from a huge number of options available, people will often go for the one that is “commonly used.”

  1. Safety and confidence to promote sales

Making clients feel safe and confident, business owners will be able to form a long-term purchase with them leading to a brand loyalty upon that product and service. This is very vital for the sustainability of a business. Therefore, business owners should pay their utmost attention on this in order to have the heart and mind of customers.

  1. Emotional involvement when buying a product

As we all know that our brain is divided into an emotional and rational part that will work together when considering a particular product to buy. Most of the time, customers tend to feel excited when they see the good or service that they really want. If sellers can urge this feeling and encourage them to make a quick decision without having time to think reasonably, they will be able to quickly boost their sales before the emotion fades away.

Please remember that consumer behaviors involve a lot of small details and will vary depending on their age, gender, education, and cultural-socio background. The behaviors also change constantly based on both internal and external factors. Thus, the important thing that entrepreneurs or marketers should do is to understand and study, while never stop developing their products and services to be able to truly meet customer’s demand. Hopefully, this article will be useful, more or less, to all of you.

 

Comments