ແຂວງບໍ່ແກ້ວ ເສດຖະກິດສືບຕໍ່ຂະຫຍາຍຕົວ 7,4%

ສະບັບຕົ້ນປີ 2020 ພວກເຮົາໄດ້ຮັບກຽດສໍາພາດທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ,ເຈົ້າແຂວງໆບໍ່ແກ້ວ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງວິໄສທັດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນສົກປີ 2019-2020 ພ້ອມທັງການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI.

-ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ມີບາດກ້າວຂະຫຍາຍຕົວແນວໃດ?

-ບັນຍາກາດການລົງທຶນ ແລະ ການຮ່ວມມືກັບຕ່າງປະເທດ ມີບາດກ້າວຂະຫຍາຍຕົວແນວໃດ?

ໃນປີ 2019 ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຍັງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະດີໃນລະດັບ 7,4%,ລວມຍອດຜະລິດຕະພັນພາຍໃນບັນລຸ 3.181,82 ຕື້ກີບ,ທຽບໃສ່ແຜນການປີປະຕິບັດໄດ້ 98,33% ສະເລ່ຍລາຍຮັບຕໍ່ຫົວຄົນພົນລະເມືອງແມ່ນ1.900 ໂດລາ/ຄົນ/ປີ. ໂຄງປະກອບເສດຖະກິດ-ສັງຄົມໄດ້ມີການເພີ່ມຂຶ້ນ ແລະ ຫັນປ່ຽນໄປໃນທາງທີ່ຕັ້ງໜ້າ ໃນນັ້ນຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 6,3%ກວມ 36,86%,ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 6,5%ກວມ 20,15%,ຂະແໜງບໍລິການເພີ່ມຂຶ້ນ 9,3% ກວມ 42,99% ຂອງGDP.

ສະພາບການລົງທຶນທົ່ວສັງຄົມເພື່ອການພັດທະນາ ປະຕິບັດໄດ້ທັງໝົດ 796,64 ຕື້ກີບເຊິ່ງປະກອບມີ 4 ແຫຼ່ງທຶນຄື:

  1. ການລົງທຶນຂອງລັດມີ 109 ໂຄງການມູນຄ່າ 99,55 ຕື້ກີບໃນນັ້ນທຶນພາຍໃນ 28,55 ຕື້ກີບ, ທຶນສົມທົບ-ທຶນຕ່າງປະເທດ 71 ຕື້ກີບ. 2. ການຊ່ວຍເຫຼືອທາງການເພື່ອພັດທະນາ(ODA)ມີ 35 ໂຄງການມູນຄ່າ 14,53 ລ້ານໂດລາ. 3. ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ອະນຸມັດການລົງທຶນສໍາປະທານ 6 ໂຄງການມູນຄ່າການລົງທຶນ 36,47 ລ້ານໂດລາ. 4. ທຶນຈາກລະບົບສິນເຊື່ອທະນາຄານ 428,60 ຕຶື້ກີບ.

-ສິ່ງພົ້ນເດັ່ນ ແລະ ເປັນທ່າແຮງຂອງແຂວງມີດ້ານໃດແດ່?

ອີງໃສ່ຍຸດທະສາດທີ່ຕັັ້ງຂອງແຂວງບໍ່ແກ້ວ ທີ່ມີຊາຍແດນຕິດກັບແຂວງຫຼວງນໍ້າທາ,ອຸດົມໄຊ,ໄຊຍະບູລີ ແລະ ຕິດຈອດກັບຈັງຫວັດຊຽງລາຍ ປະເທດໄທ,ແຂວງ ທ່າຂີ້ເຫຼັກ ປະເທດມຽນມ້າ ພ້ອມນີ້ຍັງເປັນຈຸດໃຈກາງອະນຸພາກພື້ນແມ່ນໍ້າຂອງ (GMS) ດັ່ງນັ້ນແຂວງບໍ່ແກ້ວຈິ່ງມີທ່າແຮງທາງດ້ານການຂົນສົ່ງ,ການຄ້າສິນຄ້າຊາຍແດນລະຫວ່າງ ໄທ,ມຽນມ້າ,ສປຈີນ,ຫວຽດນາມ ແລະ ບັນດາແຂວງພາກເໜືອຂອງ ສປປ ລາວ. ອີງຕາມຕົວເລກໃນປີ 2019 ການສົ່ງອອກສິນຄ້າຜະລິດຕະພັນພືດໄປປະເທດຈີນ-ໄທ ມີຈໍານວນ 327.000 ກວ່າໂຕນ ໃນນີ້ປະກອບມີ: ໝາກກ້ວຍຫອມ 251.000 ໂຕນ,ໝາກຖົ່ວຍາວ 4.000 ໂຕນ, ໝາກໂມ 35.000 ໂຕນ, ໝາກອຶ 14.500 ໂຕນ,ໝາກໂຕ່ນ 200 ໂຕນ,ຖົ່ວເຫຼືອງ 1.100 ໂຕນ,ໝາກ ໜອດ 400 ໂຕນ,ໝາກນັດ 4.500 ໂຕນ,ໝາກນໍ້າມັນ 20.015 ໂຕນ ແລະ ໝາກມ່ວງ 1.300 ໂຕນ. ອັນທີສອງແມ່ນມີທ່າແຮງທາງດ້ານການທ່ອງທ່ຽວ ເຊິ່ງແຂວງບໍ່ແກ້ວມີແຫຼ່ງທ່ອງທ່ຽວທີ່ເປັນວັດທະນະທໍາ,ປະຫວັດສາດ ແລະ ທໍາມະຊາດຈໍານວນໜຶ່ງທີ່ມີສື່ສຽງ ພ້ອມນີ້ຍັງມີເຂດເສດຖະກິດພິເສດທີ່ສາມຫຼ່ຽມຄໍາ ເຊິ່ງເປັນຈຸດດຶງດູດສໍາຄັນໜຶ່ງຂອງນັກທ່ອງທ່ຽວຕ່າງປະເທດ,ອີງຕາມຕົວເລກໃຫ້ຮູ້ວ່າໃນປີໜຶ່ງມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງປະມານ 500.000 ກວ່າເທື່ອຄົນ,ຊຶ່ງນັກທ່ອງທ່ຽວຈາກ ສປ ຈີນ ຈະກວມຕົວເລກສູງກວ່າໝູ່. ຈາກຈຸດນີ້ທາງແຂວງຈຶ່ງໄດ້ກໍານົດວ່າ: ຈະສ້າງບໍ່ແກ້ວໃຫ້ເປັນແຫຼ່ງທ່ອງທ່ຽວທີ່ເຊື່ອມຕໍ່ກັບທາງພາກເໜືອຂອງໄທ,ມຽນມ້າ,ບັນດາແຂວງພາກເໜືອຂອງລາວເຊື່ອມຕໍ່ອອກໄປຈີນ ແລະ ຫວຽດນາມ.ແຂວງບໍ່ແກ້ວເປັນແຂວງທີ່ມີເນື້ອທີ່ດິນປູກຝັງອັນກວ້າງຂວາງ ແລະ ເປັນດິນອຸດົມສົມບູນເໝາະສົມໃຫ້ແກ່ການຜະລິດສິນຄ້າກະສິກໍາສະອາດເພື່ອສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ໂດຍສະເພາະແມ່ນສະໜອງໃຫ້ແກ່ເຂດເສດຖະກິດພິເສດ ແລະ ເປັນສິນຄ້າສົ່ງອອກໄປປະເທດໄທ ແລະ ສປຈີນ.

ຖ້າສົມທຽບໄລຍະກ່ອນບໍ່ມີເຂດເສດຖະກິດ ແລະ ພາຍຫຼັງທີ່ມີ ມັນສົ່ງຜົນອັນໃດແດ່ຕໍ່ເສດຖະກິດແຂວງ?

ຖ້າສົມທຽບແລ້ວເຫັນວ່າມັນມີຄວາມຫຼຸດໂຕນກັນຫຼາຍ ເປັນຕົ້ນແມ່ນບັນດາພື້ນຖານໂຄງລ່າງເມື່ອກ່ອນຈາກຫ້ວຍຊາຍໄປຫາເມືອງຕົ້ນເຜີ້ງໄປຫາເຂດເສດຖະກິດພິເສດໄປຫາມຽນມ້າ ເມື່ອກ່ອນເປັນທາງດິນແດງ ປັດຈຸບັນແມ່ນເປັນເສັ້ນທາງປູເບຕົງການຄົມມະນາຄົມແມ່ນສະດວກຂຶ້ນຫຼາຍເທົ່າ. ອີກອັນໜຶ່ງເມື່ອກ່ອນນັກທ່ອງທ່ຽວຈະບໍ່ເຂົ້າໄປເຂດນັ້ນເພາະເດີນທາງລໍາບາກ ບໍ່ມີຄວາມສະຫງົບ ແຕ່ປັດຈຸບັນນັກທ່ອງທ່ຽວແມ່ນເຂົ້າມາຫຼາຍທີ່ສຸດ. ອີກດ້ານໜຶ່ງແມ່ນມັນໄດ້ສົ່ງເສີມເລື່ອງການຜະລິດສິນຄ້າຂອງປະຊາຊົນທ້ອງຖິ່ນເພື່ອສະໜອງໃຫ້ເຂດເສດຖະກິດພິເສດ ເຮັດໃຫ້ປະຊາຊົນມີລາຍຮັບທີ່ແນ່ນອນ ມີອາຊີບຄົງທີ່ ແລະ ອີກດ້ານໜຶ່ງທາງດ້ານລາຍຮັບງົບປະມານຂອງລັດກໍໄດ້ຈາກເຂດສະຖິດພິເສດນີ້ກໍຫຼາຍສົມຄວນ,ພ້ອມນີ້ເຂົາເຈົ້າຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມເປັນຕົ້ນແມ່ນການສ້າງໂຮງຮຽນ,ສຸກສາລາ,ອາຄານສໍານັກງານຈໍານວນໜຶ່ງ,ຊ່ວຍສ້າງວິຊາຊີບ,ສີມືແຮງງານໃຫ້ປະຊາຊົນ ແລະ ທີ່ສໍາຄັນແມ່ນເຮັດໃຫ້ປະຊາຊົນໃນທ້ອງຖິ່ນໄດ້ມີອາຊີບໝັ້ນຄົງ,ສາມາດພັດທະນາທາງດ້ານຊີວິດການເປັນຢູ່,ສາມາດເພິ່ງຕົນເອງ,ກຸ້ມຕົນເອງ,ຄອບຄົວມີຢູ່ມີກິນ. ດັ່ງນັ້ນທາງແຂວງຈຶ່ງໄດ້ກໍານົດໃຫ້ເຂດເສດຖະກິດພິເສດ ນີ້ເປັນຫົວລົດໄຟ ທີ່ຈະແກ່ດຶງເສດຖະກິດຂອງແຂວງບໍ່ແກ້ວໃຫ້ມີການຂະຫຍາຍຕົວ.ນອກຈາກການປະກອບສ່ວນດັ່ງກ່າວແລ້ວ ປັດຈຸບັນ ທາງເຂດເສດຖະກິດພິເສດ ແມ່ນຈະຊ່ວຍແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ໂດຍຈະມີໂຄງການລ້ຽງງົວ ເປັນສິນຄ້າ ສົ່ງອອກໄປ ສປຈີນ ແລະ ການສົ່ງເສີມການຜະລິດທາງດ້ານກະສິກໍາ.

-ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ໄດ້ສົ່ງຜົນດ້ານໃດແດ່ຕໍ່ເສດຖະກິດຂອງແຂວງ?

ຖືເປັນດ່ານຊາຍແດນເຊື່ອມຕໍ່ທີ່ສໍາຄັນລະຫວ່າງແຂວງບໍ່ແກ້ວກັບຈັງຫວັດຊຽງລາຍ ແລະ ເປັນເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ, ພ້ອມນີ້ຍັງອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າທີ່ມາຈາກ ສປຈີນ ຜ່ານເຂົ້າແຂວງພາກເໜືອຂອງລາວມາຜ່ານແຂວງບໍ່ແກ້ວເຊື່ອມຕໍ່ໄປປະເທດໄທ,ລົດຂົນສົ່ງສິນຄ້າຈາກໄທຜ່ານເຂົ້າໄປບັນດາແຂວງພາກເໜືອຂອງລາວມີຄວາມສະດວກວ່ອງໄວຂຶ້ນ.ພ້ອມກັນນີ້ຢູ່ບໍລິເວນສົ້ນຂົວກໍໄດ້ມີການພັດທະນາຂຶ້ນ ເຊິ່ງປັດຈຸບັນໄດ້ມີນັກລົງທຶນຈາກຈີນມາພັດທະນາເປັນສູນການຄ້າ-ການທ່ອງທ່ຽວເຊິ່ງເລີ່ມລົງມືໃນຕົ້ນປີ 2019. ພ້ອມນີ້ກໍຍັງມີບໍລິສັດຈາກ ສເກົາຫລີ ມາລົງທຶນສ້າງສະໜາມກ໊ອຟ,ສ້າງໂຮງແຮມ,ຣີສອດ,ຮ້ານຄ້າ.

-ຄອບຄົວທຸກຍາກປັດຈຸບັນມີຈັກຄອບຄົວ ແລະ ຄາດໝາຍໃນອະນາຄົດວາງໄວ້ແນວໃດ?

ແຂວງບໍ່ແກ້ວມີພົນລະເມືອງທັງໝົດ 209.383 ຄົນ,ປະກອບມີ 13ເຜົ່າ,ມີ 5 ເມືອງແຕ່ໃນນັ້ນມີ 3 ເມືອງເປັນເມືອງທຸກຍາກຄື: ເມືອງຜາອຸດົມ,ເມີງ,ປາກທາ, ເຊິ່ງໃນເຂດດັ່ງກ່າວປະຊາຊົນສ່ວນໃຫຍ່ແມ່ນຊົນເຜົ່າ ແລະ ທໍາການຜະລິດແບບທໍາມະຊາດ, ແຂວງບໍ່ແກ້ວມີ 248 ບ້ານໃນນັ້ນມີບ້ານພັດທະນາ 72 ບ້ານ ກວມ 29,03%, ມີບ້ານທຸກຍາກ 95 ບ້ານກວມ 38,31%, ຄອບຄົວທຸກຍາກ 9.632 ຄອບຄົວກວມ 28,72%. ສໍາລັບຄາດໝາຍໃນປີ 2020 ແມ່ນຈະເລັ່ງໃສ່ສູ້ຊົນສ້າງເມືອງພົ້ນທຸກໃຫ້ໄດ້ 1 ເມືອງຄື: ເມືອງປາກທາ,ສ້າງບ້ານພົ້ນທຸກໃຫ້ໄດ້ 25 ບ້ານ ແລະ ສູ້ຊົນເຮັດໃຫ້ຄອບຄົວທຸກຍາກຫຼຸດລົງເຫຼືອຢູ່ 19%, ເພື່ອໃຫ້ບັນລຸຄາດໝາຍດັ່ງກ່າວທາງແຂວງຈະລະດົມ,ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ກວ້າງຂວາງຂຶ້ນ.

-ຍຸດທະສາດ ແລະ ວິໄສທັດ ຂອງແຂວງໃນປີ 2020 ວາງເປົ້າໝາຍໄວ້ແນວໃດ?

ທາງແຂວງໄດ້ວາງຄາດໝາຍສູ້ຊົນສືບຕໍ່ເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນເພື່ອເປັນສິ່ງທີ່ຮັບປະກັນ ເປັນເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນລະດັບ 7,6% ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 3.481,39 ຕື້ກີບ,ລາຍຮັບສະເລ່ຍໃສ່ຫົວຄົນໃຫ້ໄດ້ 2.028,37 ໂດລາ/ຄົນ/ປີ.ສູ້ຊົນເຮັດໃຫ້ໂຄງປະກອບເສດຖະກິດມີການຫັນປ່ຽນໄປໃນທາງທີ່ຕັ້ງໜ້າແຕ່ລະຂະແໜງໃຫ້ເພີ່ມຂຶ້ນເຊັ່ນ: ກະສິກໍາເພີ່ມຂຶ້ນ 6,2%,ອຸດສາຫະກໍາ-ຫັດຖະກໍາເພີ່ມຂຶ້ນ 7,5% ແລະ ບໍລິການເພີ່ມຂຶ້ນ 9,2%.

-ສິ່ງ​ທ້າ​ທາຍ​ສຳລັບ​ ການພັດທະນາ ຂອງແຂວງທ່ານຄິດວ່າຍັງມີບັນຫາໃດແດ່?

-ທ່ານວາງທິດທາງແກ້ໄຂແນວໃດ?

  1. ພື້ນຖານໂຄງລ່າງ ບໍ່ທັນພຽງພໍ,ສິ່ງທີ່ມີແລ້ວກໍຍັງບໍ່ທັນຮັບປະກັນ,ເພື່ອແກ້ໄຂບັນຫານີ້ ທາງແຂວງໄດ້ປຸກລະດົມການລົງທຶນຈາກຕ່າງປະເທດ ເຊິ່ງປັດຈຸບັນກໍມີນັກລົງທຶນຈາກຈີນຈະມາກໍ່ສ້າງເສັ້ນທາງດ່ວນ ໂດຍໄດ້ທໍາການສຶກສາ ແລະ ອອກແບບສໍາເລັດໄປແລ້ວ ຄາດວ່າປີ 2020 ພາຍຫຼັງທີ່ລັດຖະບານຮັບຮອງຕົກລົງຈະເລີ່ມລົງມືກໍ່ສ້າງ. ເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງຜາອຸດົມ,ປາກທາ ປັດຈຸບັນກໍາລັງກໍ່ສ້າງສໍາເລັດປະມານ 57%,ການກໍ່ສ້າງເສັ້ນທາງຈາກເມືອງຫ້ວຍຊາຍໄປຫາຄອນຕື້ນຜ່ານເມືອງປາກທາຕໍ່ໃສ່ແຂວງໄຊຍະບູລີ ແມ່ນທາງແຂວງໄດ້ສະເໜີລັດຖະບານໄປແລ້ວຄາດວ່າຈະໄດ້ຮັບຊ່ວຍເຫຼືອຈາກອົງການ”ນີດາ”ໃນມໍ່ໆນີ້ຈະໄດ້ລົງມື. ພ້ອມນີ້ກໍມີແຜນຈະສ້າງທາງຊອຍ 11 ເສັ້ນໃນຕົວເມືອງເປັນທາງ”ເບຕົງ”ໂດຍໄດ້ຮັບການຊ່ວຍເຫຼືອຈາກ”ເອດີບີ”. ພ້ອມນີ້ຍັງມີແຜນພັດທະນາເຂດໜອງຖານ ເມືອງຫ້ວຍຊາຍປັດຈຸບັນໄດ້ມີການອອກແບບ ແລະ ໄດ້ປະມູນແລ້ວໂດຍການຊ່ວຍເຫຼືອຂອງ ”ເອດີບີ” ຈະສ້າງເປັນເຂດການຄ້າ-ການທ່ອງທ່ຽວ ຄາດວ່າ 2020 ຈະໄດ້ລົງມື.
  2. ບັນຫາເລື່ອງຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍຈໍານວນໜຶ່ງ, ການຍົກຍ້າຍ,ການຕັ້ງຖິ່ນຖານຂອງປະຊາຊົນທີ່ບໍ່ຖືກຕ້ອງຈໍານວນໜຶ່ງ. 3. ບັນຫາເລື່ອງການພັດທະນາລະຫວ່າງເຂດເຊື່ອມຕໍ່ເມືອງຕົ້ນເຜີ້ງກັບເຂດເສດຖະກິດພິເສດ ເຊິ່ງຍັງມີຄວາມແຕກໂຕນກັນຫຼາຍຈຶ່ງເລັ່ງໃສ່ພັດທະນາແຕ່ກໍຍັງມີບາງອັນຍັງດໍາເນີນບໍ່ຖືກຕ້ອງຕາມກົດໝາຍ,ຕາມຂັ້ນຕອນ,ມີບາງອັນກໍໄປເລັ່ງລັດເຮັດໃຫ້ເກີດມີບັນຫາຂຶ້ນຈໍານວນໜຶ່ງຊຶ່ງທາງແຂວງຈະໄດ້ລົງໄປເລັ່ງແກ້ໄຂ. 4. ບັນຫາຄວາມທຸກຍາກຂອງປະຊາຊົນຊຶ່ງຖືວ່າເປັນບັນຫາທີ່ທ້າທາຍສົມຄວນ ເພາະວ່າຍັງມີຄອບຄົວທຸກຍາກກວມເຖິງ 28,72%, ຕໍ່ບັນຫານີ້ທາງແຂວງໄດ້ເລັ່ງໃສ່ໂຄງການລ້ຽງງົວສົ່ງອອກໄປຈີນເຊິ່ງປີໜຶ່ງປະມານ 500.000 ໂຕ,ປັດຈຸບັນກໍໄດ້ມີນັກທຸລະກິດພາຍໃນສົນໃຈເຂົ້າມາລົງທຶນໃນເນື້ອທີ່ 10.000 ເຮັກຕ້າ ແລະ ໄດ້ຂຽນບົດວິພາກນໍາສະເໜີລັດຖະບານແລ້ວ. ພ້ອມນີ້ທາງແຂວງຍັງຈະສຸມໃສ່ສົ່ງເສີມການຜະລິດພືດຜັກກະສິກໍາ ປອດສານພິດ ແລະ ການເຝິກອົບຮົມວິຊາຊີບໃຫ້ກັບປະຊາຊົນ.

-ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງປັດຈຸບັນດໍາເນີນຮອດຂັ້ນໃດແລ້ວ?

-ສໍາລັບການກະກຽມໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຂອງພັກ ໂດຍສະເພາະກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ທີ່ຈະເປີດຂຶ້ນເປັນທາງການໃນເດືອນກັນຍາ 2020 ນັ້ນມາຮອດປັດຈຸບັນທາງແຂວງໄດ້ເລີ່ມມີການກະກຽມ ນັບແຕ່ກາງປີ 2018 ເປັນຕົ້ນມາ ເຊິ່ງໄດ້ເນັ້ນໃສ່ ສາມດ້ານເປັນອັນຕົ້ນຕໍ,ດ້ານທີ1: ແມ່ນການກະກຽມທາງດ້ານເນື້ອໃນໂດຍເລັ່ງໃສ່ກະກຽມບົດລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ,ບົດສໍາຫຼວດການນໍາພາຂອງອົງຄະນະພັກ, ການກະກຽມບຸກຄະລາກອນຂັ້ນນໍາຂອງແຂວງເພື່ອມາເລືອກຕັ້ງເປັນຄະນະບໍລິຫານໃນຊຸດທີ VI  ພ້ອມນີ້ຍັງໄດ້ມີການປັບປຸງຈັດວາງຊັບຊ້ອນພະນັກງານການນໍາຢູ່ໃນພະແນກການ ແລະ ເມືອງຄືນໃໝ່ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ກໍຄືການຊີ້ນໍາໆພາຢູ່ໃນຂົງເຂດແຕ່ລະວຽກງານ.

-ສໍາລັບຂະບວນການອັນທີໜຶ່ງແມ່ນຂະບວນການສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດຄາດໝາຍສູ້ຊົນຕ່າງໆທີ່ໄດ້ກໍານົດໃນກອງປະຊຸມໃຫຍ່ຄັ້ງທີ່ V ເພື່ອໃຫ້ໄດ້ຕາມຄາດໝາຍຕັ້ງໄວ້,ໃນນີ້ຕົ້ນຕໍໄດ້ເອົາໃຈໃສ່ການແກ້ໄຂບັນຫາຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍ ຊຸກຍູ້ການຜະລິດສິນຄ້າ ເພື່ອສ້າງລາຍຮັບ ແລະ ການປະກາດນາມມະຍົດບ້ານຕ່າງໆ.ພ້ອມກັນນັ້ນກໍໄດ້ມີການກະກຽມທາງດ້ານຂະບວນການອານະໄມ,ທາງດ້ານສີລະປະວັນນະຄະດີ ແລະ ອື່ນໆ.

-ສໍາລັບການດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກບ້ານ,ຄະນະພັກຮາກຖານ,ອົງການປົກຄອງ,ອົງການຈັດຕັ້ງມະຫາຊົນຕ່າງໆ ກໍໄດ້ສໍາເລັດໃນ 5 ຕົວເມືອງ, ປັດຈຸບັນພວມດໍາເນີນຈັດຕັ້ງກອງປະຊຸມອົງຄະນະພັກຂັ້ນເມືອງ ແລະ ຄະນະພັກຮາກຖານຂອງພະແນກການ ອົງການຕ່າງໆ ເຊິ່ງຄາດໝາຍວ່າຈະໃຫ້ສໍາເລັດໃນເດືອນພຶດສະພາ 2020.

ທ່ານເຈົ້າແຂວງໄດ້ກວ່າມ້ວນທ້າຍຕື່ມວ່າ:

ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ແກ່ອົງການປົກຄອງແຂວງບໍ່ແກ້ວ ສໍາພາດຕໍ່ວາລະສານທາເກັດ ກ່ຽວກັບຈຸດພິເສດ,ທ່າແຮງ,ການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ພ້ອມນີ້ກໍຂໍເຊີນຊວນບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນແຂວງບໍ່ແກ້ວ ເຊິ່ງທາງແຂວງພວກເຮົາພ້ອມທີ່ຈະໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກ,ອໍານວຍທາງດ້ານນະໂຍບາຍຕ່າງໆ,ແຂວງບໍ່ແກ້ວຍັງມີທ່າແຮງ,ຄວາມອາດສາມາດໃນການພັດທະນາຫຼາຍຢ່າງຕໍ່ການລົງທຶນເປັນຕົ້ນແມ່ນ: ຂະແໜງການທ່ອງທ່ຽວ,ຂະແໜງກະສິກໍາ,ການຍົກລະດັບຄຸນນະພາບຂອງການຂົນສົ່ງ-ການຄ້າຊາຍແດນ,ພ້ອມນີ້ຍັງມີແຫຼ່ງນໍ້າທີ່ສ້າງເປັນເຂື່ອນພະລັງງານໄຟຟ້າ, ມີປ່າທີ່ເປັນແຫຼ່ງຢາພື້ນເມືອງ, ບໍ່ນໍ້າອຸ່ນ ”ປຸ່ງເລາະ”, ບໍ່ນໍ້າອຸນ “ນໍ້າເກີ່ງ” ແລະ ອື່ນໆ.

“ຊາວແຂວງບໍ່ແກ້ວ ຍິນດີຕ້ອນຮັບທຸກໆທ່ານ”

(ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

Bokeo Province is achieving the continuous economic growth at the rate of 7.4%

In this first issue of 2020, we have the honor to interview Dr. Bouakhong Nammavong, Provincial Party Secretary, Governor of Bokeo Province, who will reveal to us the 2019-2020 Vision and Socio-Economic Development Plan of Bokeo Province in lines with the preparation for the 6th Congress of the Party Organ of Bokeo Province.

How has the socio-economic development of Bokeo been progressed?

-How much has the investment environment and international cooperation been improved?

In 2019, the provincial socio-economic development continued to grow at the decent rate of 7.4%. While GDP reached 3,181.82 billion kip or 98.33% compared to the annual plan, 1,900 income per capita was achieved. There were positive changes in the socio-economic structure. In that, agricultural-forestry sector expanded by 6.3% covering 36.86%, industry 6.5% making up 20.15%, service 9.3% sharing the largest proportion of 42.99% of the total GDP.

The investment for social development accounted for 796.64 billion kip derived from 4 financial sources:

: 1. 109 public investment projects valuing 99.55 billion kip. In that amount, domestic fund accounts for 28.55 billion kip, whereas collaborated-foreign fund amounts 71 billion kip. 2. 35 official development assistance (ODA) funded projects valuing 14.53 million US dollar. 3. 6 approved concession projects valuing 36.47 million US dollar invested by domestic and foreign private investors. 4. 428.60 billion kip financed through banking credits.

What are the outstanding issues and strengths of the province?

According to the strategic location of Bokeo Province that shares border with Luang Namtha, Oudomxay, Xayabouly, Chiang Rai of Thailand and Tachileik of Myanmar. Moreover, the province is situating in the center of the Greater Mekong Sub-Region (GMS). Therefore, Bokeo has a great potentials in transportation, border trade with Thailand, Myanmar, China, Vietnam and northern provinces of the Lao PDR. Based on the statistics in 2019, export of agricultural products to China and Thailand accounts more than 327,000 tons. In that number, 251,000 tons are banana, 4,000 tons of green beans, 35,000 of watermelon, 14,500 tons of pumpkin, 200 tons of wax gourd, 1,100 tons of soybeans, 400 tons of passion fruits, 4,500 tons of pineapple, 20,015 tons of sacha inchi and 1,300 tons of mango. Another potential of the province is tourism. Bokeo has a number of well-known cultural, historical and natural tourist sites plus the Golden Triangle Special Economic Zone as attractions for foreign visitors. According to the statistics, there are approximately 500,000 tourists per year visiting the province. Out of the total number, Chinese travelers share the largest proportion. From this standpoint, Bokeo will be designed as a tourist destination connecting Thailand, Myanmar and northern provinces of Laos with China and Vietnam. Bokeo Province is spacious and rich in arable land suitable for producing organic agricultural products to respond to domestic need, especially to supply to the Special Economic Zone and to be exported to Thailand and China.

Let us look back at before having the Special Economic Zone, how was the province?

If we have to really compare before with now, I would say that it is really different, especially in terms of basic infrastructure. Previously, a road running through Houaysay, Tonpheung, Special Economic Zone to Myanmar was clay. Currently, the road concreted making commute more comfortable. For that reason, the areas have received more and more visitors who, in the past, chose not to be there for a transportation and security reason. With the good road and more visitors, people have been able to supply locally made products to the Special Economic Zone to sell to tourists, while earning stable income. The Special Economic Zone has not only been able to add more of their revenue to the state budget, but also contributed to society by building schools, health centers and some office premises, promoting vocational development and capacity-building for local villagers, as well as creating and providing stable jobs for them. This has helped the locals improve living conditions for themselves and their family through the self-sufficient economy. Therefore, the province regards the Special Economic Zone as a powerful engine in driving Bokeo’s economy forward. Apart from the above-mentioned contribution, the Special Economic Zone has also operated a cattle farm raising cows for export to China to address poverty issues and promote agricultural activities for the locals.

How has the 4th Lao-Thai Friendship Bridge benefited the provincial economy?

The friendship bridge is another vital border checkpoint linking Bokeo and Chiang Rai Province, and facilitating people to people exchange. At the same time, the bridge has also made good transportation from China through northern provinces of Laos to Thailand more convenient. Thai transport trucks have gained a better access to northern provinces of Laos as well. Furthermore, areas nearby have been developed as a shopping and entertainment center invested by Chinese businesspeople which started its construction in early 2019. In addition, Korean investors are also constructing golf course, hotel, resort and shops at the moment.

How many families living under poverty are there? And what is the province’s future plan on such issue?

Bokeo Province has the total population of 209,383 people comprising 13 ethnic groups living in 5 different districts. In that, 3 districts, namely Phaoudom, Meung and Paktha, are considered poor. People living in the areas are ethnic minorities making a living from natural products. Bokeo Province has the total 248 villages with 72 as developed ones covering 29.03%, 35 poor villages covering 38.31% and 9,632 poor families covering 28.72%. Expectedly in 2020, the province will strive to get 1 district, Paktha District, and 25 villages out of poverty, while aiming to mitigate poor families down to 19%. To achieve such goal, the province will further encourage and promote good production of local people.

What is the provincial strategy and vision for 2020?

The province aims to continue maintaining its political stability, social peace and order to guarantee favorable conditions supporting the provincial socio-economic development at the rate of 7.6%, GDP of 3,481.39 billion kip, and income per capita of 2,028.37 US dollar. Bokeo will be active in economic structure reform for the improvement of different sector, namely agriculture, industry and service to increase 6.2%, 7.5% and 9.2% respectively.

What are the challenges for the provincial development?

What are your solutions to the problems?

  1. The province lacks good quality basic infrastructure. To address this issue, the province has mobilize financial support from foreign donors. Currently, Chinese investors are constructing a highway approved by the government based on their study and survey which will be completed expectedly in 2020. Road linking Phaoudom to Paktha District is now 57% completed. As for road from Houaysay to Khoneteun via Paktha District and connect to Sayabouly Province, Bokeo Provincial Authority has already submitted their proposal to the government. Possibly, the road project will be financed by “NIDA” and should start its construction soon. Moreover, 11 local streets will be “concreted” with aid from “ADB.” Nonghane area of Houaysay District will also be developed. At the moment, the development project is under a designing and bidding phase with assistance from “ADB” to be developed as a commercial and tourist area in 2020. 2. Bokeo has experienced some problems associated with security, relocation, settlement of local villagers. 3. Development issues at the connecting area between Tonpheung District and Special Economic Zone. There is a huge develop gap which need improvement as well as some illegitimate activities and procedures which require the province to solve urgently. 4. Poverty issue of local villagers is another challenging problem with 28.72% of poor families within the province. Bokeo has been trying to address the problem via their cattle farm and plan to export 500,000 cows per year to China. Currently, a number of domestic investors are expressing their interest in investing on over 10,000 hectares of land which they already submitted a feasibility study to the government for consideration. In addition, the province will concentrate on promoting organic agriculture and vocational trainings for people.

How has the preparation for the Provincial Congress of the Party Organ progressed?

-For the preparation for the Three-Level Party Congress, especially the 6th Congress of the Party Organ of Bokeo Province which will be held in September 2020, the province has been commencing its preparation works since the middle of 2018. In that, Bokeo focuses on three main areas as following: 1. Preparation in terms of content to be added in reports on politics, 5-year socio-economic development plan, Party’s guidance survey, preparation of provincial candidates to be elected as the 6th Provincial Party Committee Member. Moreover, the province reshuffled all personnel at different divisions to be able to handle with political duties more properly as well as guidance in different fields of work.

-We will concentrate on achieving all goals set by the 5th Provincial Congress, especially to focus on addressing security problems, encourage production to increase income for local villagers and bestow a title for villages. At the same time, the province will mobilize people to help with cleaning, preparing cultural performances and so on.

-Bokeo successfully organized the Party Meeting at the village, grass-root, authority and mass organization level at 5 districts. Nowadays, the province is preparing for the Party Meeting at the district level involving divisions of concerned organizations. Expectedly, all district-level meetings will be completed in May 2020.

The Governor added his final words that:

I feel really honored and proud to represent Bokeo’s authorities in an interview with Target Magazine with focuses on special features, potentials and overall socio-economic development situation of the province. I would like to take this opportunity to invite both domestic and foreign investors to invest more in Bokeo. We are ready to cooperate and facilitate investors via different policies. Bokeo is full of potentials to be developed further in terms of tourism, agriculture, transportation, border trade, water resources suitable for hydropower dam, thick forest as a good source for making traditional medicines, hot springs namely “Pounglor” and “Namkeung,” and so on.

Bokeo people welcome all of you”

 

Comments