ກອງປະຊຸມ ສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ໄຂ​ຂຶ້ນ​ເປັນ​ທາງ​ການ ວັນ​ທີ 7 ພະ­ຈິກ ເຖິງວັນທີ 6 ທັນວາ 2019 ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ, ປະ­ທານ​ປະ­ເທດ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ບັນ­ດາ​ຄະ­ນະ​ລັດ­ຖະ­ບານ ອະ­ດີດ​ການ​ນຳ ພັກ-ລັດ ແຂກ​ຖືກ​ເຊີນ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແຕ່​ລະ​ເຂດ​ເລືອກ​ຕັ້ງໃນທົ່ວປະເທດ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ພິ­ຈາ­ລະ­ນາ ຕົກ­ລົງ​ຫຼາຍ​ບັນ­ຫາ​ສຳ­ຄັນ​ພື້ນຖານ​ຂອງ​ປະ­ເທດ​ຊາດ ຄື: ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ການ​ສະ­ເໜີ​ແຕ່ງຕັ້ງ​ສະ­ມາ­ຊິກ​ລັດ­ຖະ­ບານ ຕາມ​ການ​ສະ­ເໜີ​ຂອງ​ທ່ານ​ນາ­ຍົກ​ລັດ​ຖະ​ມົນຕີ ຮັບ​ຟັງ ແລະ ພິ­ຈາ­ລະ­ນາ ບົດ​ລາຍ​ງານ​ລັດ­ຖະ­ບານ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຜນ​ງົບ­ປະ­ມານ ແລະ ແຜນ​ເງິນ­ຕາ ປະ­ຈຳ​ປີ 2019 ແລະ ທິດ​ທາງ​ແຜນ­ການ​ປະ­ຈຳ ປີ 2020 ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ການ­ຈັດ­ຕັ້ງ ປະ­ຕິ­ບັດ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ ປະ­ຈຳ​ປີ 2019 ແລະ ທິດ ທາງ​ແຜນ­ການ ປະ­ຈຳ​ປີ 2020 ຂອງ​ອົງ­ການ​ກວດ​ສອບ​ແຫ່ງ​ລັດ, ບົດ​ລາຍ​ງານ​ຜົນ​ການ​ກວດ​ສອບ​ສົກ​ປີ 2018 ນອກ​ນີ້ ຍັງ​ຈະ​ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ການ​ສ້າງ ແລະ ປັບ­ປຸງ​ຮ່າງ​ກົດ­ໝາຍ 8 ສະ­ບັບຄື: ໃນ​ຂົງ­ເຂດ​ເສດ­ຖະ­ກິດ 4 ສະ­ບັບ ແລະ ຂົງ­ເຂດ​ວັດ­ທະ­ນະ­ທຳ-ສັງ­ຄົມ 4 ສະ­ບັບ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ:…..(ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

8th Ordinary Session of the National Assembly

8th Ordinary Session of the National Assembly 8th Legislature was officially held from November 7 to December 6, 2019, at the National Assembly (KM6). The session was presided by Ms. Pany Yathortou, President of the National Assembly, and attended by Mr. Bounnhang Vorachit, Party’s General Secretary, President of the Lao PDR, Mr. Thongloun Sisoulith, Prime Minister, together with government officials, former leaders of both the party and government, invited guests as well as National Assembly Members from different constituencies across the country.

This meeting considered a number of national important issues, such as to appoint government members based on the Prime Minister’s proposal, listen and consider government reports on the achievement of the socio-economic development, budget and financial plan for 2019 including the future directions for 2020, and consider and adopt reports on the implementation of activities in 2019 and future activities for 2020 of the State Audit Organization including their report on audit results in the 2018 fiscal year. Moreover, the session also scrutinized and approved the creation and amendment of 8 draft laws, namely 4 economic laws and 4 socio-cultural laws.

 

Mr. Thongloun Sisoulith, Prime Minister, presented at the 8th Ordinary Session of the National Assembly 8th Legislature with the following details:….

Comments