ການຈັດເກັບລາຍຮັບປະຈໍາປີ 2019

ບັນດາທ່ານ ສະບັບກ່ອນ ພວກເຮົາໄດ້ນໍາສະເໜີວຽກງານພົ້ນເດັ່ນ ແລະ ການພະຍາຍາມຂອງລັດຖະບານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໃນປີ 2019; ໃນສະບັບເລີ່ມຕົ້ນປີ 2020 ນີ້ ພວກເຮົາຂໍນໍາສະເໜີການຈັດເກັບລາຍຮັບປະຈໍາປີ 2019 ຂອງລັດຖະບານ ເຊິ່ງຂໍ້ມູນຈາກບົດລາຍງານຂອງ ທ່ານຮອງນາຍົກລັດຖະມົນຕີ; ລັດຖະມົນຕີກະຊວງການເງິນທີ່ເພິ່ນນໍາສະເໜີໃນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII. ຂໍອານຸຍາດຄັດຈ້ອນເອົາແຕ່ເລື່ອງລາຍຮັບດັ່ງນີ້:

ອິງຕາມງົບປະມານແຫ່ງລັດທີ່ສະພາຮັບຮອງປະຈໍາປີ 2019 ປະກອບມີ: ແຜນລາຍຮັບທັງໝົ 26.502,29 ຕື້ກີບ, ໃນນັ້ນລາຍຮັບພາຍໃນ 24.240,00 ຕື້ກີບ; ລາຍຮັບຈາກການຊ່ວຍເຫຼືອລ້າ: 2.065,29 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນຂອງສັງຄົມ 197 ຕື້ກີບ.

ສໍາລັບການຈັດຕັ້ງປະຕິບັດທັງໝົດ: ຮອດວັນທີ 31 ຕຸລາ 2019 ປະຕິບັດໄດ້: 19.439,39 ຕື້ກີບ ເທົ່າກັບ 73,53% ຂອງແຜນການປີ, ໃນນັ້ນ; ລາຍຮັບພາຍໃນປະຕິບັດໄດ້: 18.558,17 ຕື້ກີບ, ເທົ່າກັບ 76,56% ຂອງແຜນການປີ.

ຄາດຄະເນ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໝົດປີ 2019:

  • ຄາດຄະເນລາຍຮັບງົບປະມານທັງໝົດ: 25.744 ຕື້ກີບ, ເທົ່າກັບ 97,1% ຂອງແຜນການປີ ໃນນັ້ນ ສະເພາະລາຍຮັບພາຍໃນ ຈະສາມາດອປະຕິບັດໄດ້ 23.382 ຕື້ກີບ ເທົ່າກັບ 96,8% ຂອງແຜນການປີ, ຫຼຸດແຜນປະມານ 758 ຕື້ກີບ, ໂດຍສະເພາະ 2 ຂະແໜງລາຍຮັບຄື: ຂະແໜງ ຊ່ວຍສາອາກອນຄາດວ່າຈະປະຕິບັດໄດ້ 95% ແລະ ລາຍຮັບພາສີ 98% ຂອງແຜນການປີ

ສໍາລັບມາດຕະການເກັບກໍາລາຍຮັບ: ນັ້ນຈະສຸມໃສ່ ການຈັດເກັບລາຍຮັບໃຫຍ່ທີ່ເປັນລາຍຮັບຕົ້ນຕໍ ມອບເຂົ້າງົບປະມານໃນທ້າຍປີ 2019 ໂດຍສະເພາະເລັ່ງທວງໜີ້ຄ້າງມອບ, ເພີ່ມທະວີມາດຕະການເກັບກໍາລາຍຮັບຕໍ່ທຸລະກິດຂຸດຄົ້ນບໍ່ແຮ່, ພະລັງງານໄຟຟ້ານໍ້າຕົກ, ໂຄງການສາຍສົ່ງໄຟຟ້າ, ໂຄງການສ້ງທາງລົດໄຟ ແລະ ບັນດາໂຄງການຕ່າງໆ ທີ່ນໍາໃຊ້ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ; ສືບຕໍ່ບັນດາໂຄງການທີ່ຫັນເປັນທັນສະໄໝໃນການຈັດເກັບລາຍຮັບຕ່າງໆໃຫ້ໄວ, ຮັດກຸມ ແລະ ມີປະສິດທິຜົນ; ຄຸ້ມຄອງເກັບພັນທະ ຈາກການນໍາເຂົ້າສົ່ງອອກສິນຄ້າ, ເປັນຕົ້ນແມ່ນບັນດາວັດຖຸອຸປະກອນ, ພາຫະນະກົນຈັກໜັກ, ນໍ້າມັນເຊື້ອໄຟ, ຮີບຮ້ອນກວດກາ ແລະ ເລັ່ງທວງນໍາຫົວໜ່ວຍທຸລະກິດທີ່ມີໜີ້ຄ້າງໃນລະບົບ TaxRis, ລາຍຮັບຄ່າທໍານຽມ, ວິຊາການ ແລະ ກອງທຶນໃຫ້ບັນລຸຕາມແຜນ; ສືບຕໍ່ຕິດຕາມການປະມູນຂາຍໄມ້ຢືດ, ໄມ້ພື້ນຖານໂຄງລ່າງ, ຄຸ້ມຄອງປ່າໄມ້ເຂດສໍາປະທານຕ່າງໆ ຂອງລັດ, ລາຍຮັບຄ່າບິນຜ່ານ, ຄື້ນຄວາມຖີ່, ລາຍຮັບຈາກຊັບພະຍາກອນທໍາມະຊາດ, ຄ່າເຊົ່າ ແລະ ສໍາປະທານດິນລັດ, ຄ່າພາກຫຼວງໄຟຟ້າ, ການປະມູນ ແລະ ຂາຍເຄື່ອງຮິບຈາກຄະດີຕ່າງໆ.

ແຕ່ເຖິງແນວໃດກໍຕາມ ກະຊວງການເງິນຈະສູ້ຊົນຕຶ່ມເພື່ອຈັດເກັບລາຍຮັບໃຫ້ບັນລຸຄາດໝາຍທີ່ວາງໄວ້, ແຕ່ກໍຍັງມີຄວາມສ່ຽງສູງຢູ່ ເນື່ອງຈາກໃນໄລຍະທ້າຍເດືອນ ສິງຫາ ຫາຕົ້ນເດືອນ ກັນຍາ ປີ 2019 ມີຫຼາຍແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ເຊັ່ນ: ນໍ້ຖ້ວມ ຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້, ສະພາບສັດຕູພືດລະບາດຢູ່ບັນດາແຂວງ ພາກເໜືອ ແລະ ພະຍາດອາຫິວາໝູອາຟຣິກາລະບາດຢູ່ຫຼາຍແຂວງ, ເຊິ່ງບັນຫາດັ່ງກ່າວກະທົບເຖິງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດທັງທາງກົງ ແລະ ທາງອ້ອມຫຼາຍສົມຄວນ.

ທັງໝົດນີ້ກໍຄືຂໍ້ມູນການດໍາເນີນການຂອງພາກລັດທີ່ຢາກໃຫ້ນັກທຸກິດກໍາໄດ້.

(ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

revenue collection for 2019

Dear readers. On our previous issue, we discussed about outstanding tasks and attempt of the government in implementing the 2019 Socio-Economic Development Plan. For this early 2020 issue, let us learn more about the government’s revenue collection for 2019 with information extracted from a report presented by the Deputy Prime Minister, Minister of Finance, during the 8th Ordinary Session of the National Assembly 8th Legislature. Allow us to summarize for you as following:

According to the state budget approved by the National Assembly in 2019, the total revenue was annually planned for 26,502.29 billion kip. In that amount, domestic income will account for 24,240.00 billion kip, whereas grant-aid and social contribution will value 2,065.29 billion kip and 197 billion kip respectively.

For the actual implementation: up to October 31, 2019, 19,439.39 billion kip of revenue or 73.53% of the yearly plan was collected. In that, domestic income accounted for 18,558.17 billion kip or 76.56% of the annual plan. 

End of 2019 forecast:

  • Expectedly, the total revenue of approximately 25,744 billion kip or 97.1% of the annual plan will be achieved. In the amount, domestic income accounts for 23.382 billion kip or 96.8% with 758 billion kip short according to the yearly plan. In this revenue collection, two sectors, namely Tax and Customs Sector, will be able to achieve 95% and 98% of the annual target respectively.

For revenue collection measures: major income will be a main focus contributing to the 2019 year-end budget, especially to urgently claim unpaid debts, while imposing revenue collection measures upon mining, hydropower, power transmission, railway and other projects implemented using loans and grant-aids; continue to implement projects modernizing revenue collection system to be more quickly, carefully and transparently; manage the collection of import customs, especially from equipment, heavy vehicles and fuel, while urgently inspecting and claiming unpaid debts from business units remained in the TaxRis system, and revenue from fee, technical service and fund based on the annual plan; continue to monitor the bidding of seized and infrastructure woods, manage forest in public concession areas, collect charges associated to the fly-over, frequency usage, natural resources, land rental and concession, electricity royalty, and bidding and sale of items confiscated from criminal cases.

Despite efforts of the Ministry of Finance in striving to collect more income and achieve all the targets, there are still risks since many provinces were hit by natural disasters in the end of August and early September of 2019, namely flood in the central and southern provinces, and outbreak of pests in the northern provinces as well as African swine fever in a wide area. Such problems, directly and indirectly, hugely affect the achievement of revenue collection plan of the government.

This is all information on public performance that businesspeople should be aware of.

 

 

 

Comments