ລາວຈະໄດ້ປັບປຸງ 4 ດ້ານ ເພື່ອຍົກລະດັບຄວາມສາມາດດ້ານການແຂ່ງຂັນ

ທ່ານອາດໄດ້ອ່ານບົດລາຍງານປະເມີນຄວາມສາມາດດ້ານການແຂ່ງຂັນສາກົນ (Global Competitiveness Report) ທີ່ຈັດທໍາໂດຍ ອົງການເວທີເສດຖະກິດໂລກ (World Economic Forum) ສຳລັບປີ 2019 ທີ່ຫາກໍໄດ້ພິມເຜີຍແຜ່. ໃນນີ້, ໄດ້ມີການຈັດອັນດັບຄວາມສາມາດດ້ານການແຂ່ງຂັນຂອງປະເທດຕ່າງໆ ບົນພື້ນຖານການສົມທຽບບັນດາປັດໃຈທັງໝົດ 12 ເສົາຄໍ້າ ຊຶ່ງແບ່ງຍ່ອຍອອກເປັນ 103 ຕົວຊີ້ວັດ ທີ່ມີຜົນຕໍ່ການເຕີບໂຕທາງເສດຖະກິດ, ການຍົກລະດັບຜະລິດຕະພາບ ແລະ ການພັດທະນາມະນຸດ. ນີ້ສ່ອງແສງໃຫ້ເຫັນເຖິງຄວາມສໍາຄັນຂອງການຍົກລະດັບຄວາມສາມາດດ້ານການແຂ່ງຂັນ ທີ່ເປັນປັດໄຈຕັດສິນ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ ປະກອບສ່ວນຕໍ່ແນວທາງການພັດທະນາເພື່ອຫຼຸດຜ່ອນຄວາມທຸກຍາກ. ດັ່ງນັ້ນ, ຈຶ່ງຮຽກຮ້ອງເຖິງແນວທາງການພັດທະນາທີ່ຮັບປະກັນຄວາມດຸ່ນດ່ຽງ ລະຫວ່າງການເຊື່ອມສານດ້ານເຕັກໂນໂລຊີ ແລະ ການລົງທຶນດ້ານຊັບພະຍາກອນມະນຸດ ເພື່ອຍົກລະດັບຜະລິດຕະພາບ ທັງສົ່ງເສີມດ້ານນະວັດຕະກຳ ເພື່ອສ້າງມູນຄ່າເພີ່ມແກ່ຂະບວນການຜະລິດ-ການບໍລິການ ແລະ ການປະກອບສ່ວນຂອງທຸລະກິດຂະໜາດນ້ອຍ ແລະ ກາງ

ໃນປີ 2019, ລາວເຮົາແມ່ນຖືກຈັດຢູ່ໃນອັນດັບທີ 113 (ຈາກ 141 ປະເທດ ຫຼືເສດຖະກິດໃນໂລກ) ຖືວ່າຕົກໄປໜຶ່ງອັນດັບເມື່ອສົມທຽບກັບປີ 2018. ສຳລັບພາກພື້ນອາຊຽນ​ ສິງກະໂປ ໄດ້ອັນດັບທີ 1, ໄທ ອັນດັບທີ 40, ອິນໂດເນເຊຍ ອັນດັບທີ 50, ຫວຽດນາມ ອັນດັບທີ 67 ແລະ ກຳປູເຈຍ ອັນດັບທີ 106. ໃນນີ້, ເສົາຄໍ້າທີ່ມີອັນດັບຂີ້ຮ້າຍສຸດຂອງລາວ ແມ່ນການປັບຕົວຂອງຜູ້ປະກອບການ (ອັນດັບທີ 137), ການບໍລິຫານລັດ (ອັນດັບທີ 119), ຄວາມອາດສາມາດດ້ານນະວັດຕະກໍາ (ອັນດັບທີ 119) ແລະ ສະເຖຍລະພາບເສດຖະກິດມະຫາພາກ (ອັນດັບທີ 113).

ຄະແນນ ແລະ ອັນດັບໃນແຕ່ລະເສົາຄໍ້າຂອງລາວ (ປີ 2019)

ເສົາຄໍ້າ ຄະແນນ

(ເຕັມ 100)

ອັນດັບ

(ຈາກ 141)

1. ການບໍລິຫານລັດ (Institutions) 42,8 119
2. ພື້ນຖານໂຄງລ່າງ (Infrastructure) 59,2 93
3. ການນໍາໃຊ້ (ICT adoption) 44,2 100
4. ສະເຖຍລະພາບເສດຖະກິດມະຫາພາກ (Macroeconomic stability) 69,7 113
5. ສາທາລະນະສຸກ (Health) 60,9 109
6. ສີມືແຮງງານ (Skills) 51,3 104
7. ຕະຫຼາດສິນຄ້າ (Product market) 54,7 77
8. ຕະຫຼາດແຮງງານ (Labor market) 57,0 87
9. ລະບົບການເງິນ-ທະນາຄານ (Financial system) 55,2 97
10. ຂະໜາດຂອງຕະຫຼາດ (Market size) 42,1 102
11. ການປັບຕົວຂອງຜູ້ປະກອບການ (Business dynamism) 36,8 137
12. ຄວາມອາດສາມາດດ້ານນະວັດຕະກໍາ (Innovation capacity) 28,0 119
ທັງໝົດ 50,0 113

ແຫຼ່ງຂໍ້ມູນ: ບົດລາຍງານຄວາມສາມາດດ້ານການແຂ່ງຂັນສາກົນ ປີ 2019​.

ເມື່ອພິຈາລະນາເສົາຄໍ້າກ່ຽວກັບການປັບຕົວຂອງຜູ້ປະກອບການ ພົບວ່າ ເຖິງແມ່ນວ່າວັດທະນະທຳຂອງຜູ້ປະກອບການ (Entrepreneurial culture) ຈະມີຄະແນນ ຫຼືອັນດັບຂ້ອນຂ້າງດີ ແຕ່ສິ່ງທີ່ຕ້ອງໄດ້ປັບປຸງຕື່ມແມ່ນ ເງື່ອນໄຂຄຸ້ມຄອງບໍລິຫານ (Administrative requirements) ຊຶ່ງລວມມີ ຕົ້ນທຶນ ແລະ ເວລາໃນການເລີ່ມຕົ້ນທຸລະກິດ ຕະຫຼອດເຖິງກົນໄກຮອງຮັບການລົ້ມລາຍຂອງທຸລະກິດ. ການປະເມີີນດັ່ງກ່າວ ກໍສອດຄ່ອງກັບການຕີລາຄາຂອງທະນາຄານໂລກ ກ່ຽວກັບຄວາມຈຳເປັນໃນການປັບປຸງສະພາບແວດລ້ອມຂອງລາວ ໃຫ້ເອື້ອອຳນວຍແກ່ການດຳເນີນທຸລະກິດ. ນອກນີ້, ເສົາຄໍ້າການບໍລິຫານລັດທີ່ຄວນເອົາໃຈໃສ່ ແມ່ນດ້ານປະສິດທິພາບຂອງພາກລັດ (Public-sector performance), ການຄຸ້ມຄອງທຸລະກິດ (Corporate governance) ແລະ ທິດທາງຕໍ່ໜ້າຂອງລັດຖະບານ (Future orientation of government) ຊຶ່ງຈະຕ້ອງໄດ້ຮັບການປັບປຸງ. ເສົາຄໍ້າຄວາມອາດສາມາດດ້ານນະວັດຕະກໍາ ລວມມີ ການວິໄຈ-ພັດທະນາ ແລະ ການຫັນເປັນທຸລະກິດ ສ່ວນດ້ານສະເຖຍລະພາບເສດຖະກິດມະຫາພາກ ແມ່ນຕິດພັນກັບການຄຸ້ມຄອງເງິນເຟີ້ ແລະ ໜີ້ສິນສາທາລະນະ.

ສຳລັບ ສອງເສົາຄໍ້າທຳອິດ ຄື:​ ການປັບຕົວຂອງຜູ້ປະກອບການ ແລະ ການບໍລິຫານລັດ ເປັນບັນດາໜ້າວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ມອບໝາຍໃຫ້ແຕ່ລະກະຊວງ ຂະແໜງການ ຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ລາຍງານຄວາມຄືບໜ້າ ຢ່າງເປັນປະຈຳ ພາຍຫຼັງທີ່ໄດ້ອອກ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ໃນຕົ້ນເດືອນກຸມພາປີ 2018. ນັບແຕ່ນັບນັ້ນມາ ກໍມີຄວາມຄືບໜ້າຫຼາຍດ້ານ ລວມທັງ ການຫຼຸດເວລາແຈ້ງຂຶ້ນທະບຽນວິສາຫະກິດໃຫ້ເຫຼືອພຽງແຕ່ 1​0 ວັນລັດຖະການ, ການເຊື່ອມຕໍ່ ລະບົບອອກລະຫັດວິສາຫະກິດ ກັບລະບົບຂອງອາກອນ ແລະ ການອຳນວຍສະດວກໃນການຄວັດກາຈໍ້າ ເປັນຕົ້ນ. ສຳລັບຜົນຂອງການປັບປຸງຈະເປັນແນວໃດ ແລະ ບັນດາຫົວໜ່ວຍທຸລະກິດຈະໄດ້ຮັບການອຳນວຍຄວາມສະດວກແທ້ຈິງ ຫຼືບໍ່ ກໍລອງຕິດຕາມກັນຕໍ່ໄປ ຈາກການຈັດອັນດັບຄວາມສະດວກໃນການດຳເນີນທຸລະກິດ (Ease of Doing Business) ຂອງທະນາຄານໂລກ ເຊິ່ງອີກບໍ່ດົນຈະໄດ້ມີການດຳເນີນການສຳຫຼວດສຳລັບປີນີ້.

(ວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Laos will improve 4 areas to enhance its competitiveness

You may have read the assessment of the Global Competitiveness Report 2019 recently published by the World Economic Forum. In this, each country was ranked based on their ability to compete globally by comparing to 12 pillars divided into 103 indicators reflecting economic growth, productivity enhancement and human resources development. All these reveal the importance in enhancing competitiveness which serves as a determining factor for driving the continuous and stable economic growth, while contributing to the poverty reduction. As a result, development direction that guarantees balance between technological integration and human resources investment is require in order to enhance productivity, promote innovation, add values to the production and service process, while contributing to the development of small and medium sized enterprises.

In 2019, Laos is ranked 113 (from 141 countries in the global economy) with one level backward comparing to 2018. In the ASEAN Region, Singapore is ranked number 1 followed by Thailand 40, Indonesia 50, Vietnam 67 and Cambodia 106. Out of all pillars, Laos scores the lowest on Business Dynamism (level 137) followed by Institutions (level 119), Innovation Capacity (level 119) and Macroeconomic Stability (level 113).

 

Score and Rank for Each Pillar of Laos (2019)

 

Pillar Score

(out of 100)

Rank

(out of 141)

1. Institutions 42,8 119
2. Infrastructure 59,2 93
3. ICT adoption 44,2 100
4. Macroeconomic stability 69,7 113
5. Health 60,9 109
6. Skills 51,3 104
7. Product market 54,7 77
8. Labor market 57,0 87
9. Financial system 55,2 97
10. Market size 42,1 102
11. Business dynamism 36,8 137
12. Innovation capacity 28,0 119
Total 50,0 113

 

Source: Global Competitiveness Report 2019.

 

When considering the pillar of Business Dynamism, it can be seen that even though Laos is ranked higher for Entrepreneurial Culture, Administrative Requirements are in need of further improvement, especially on cost and time to start a business all the way to mechanism to support business bankruptcy. This assessment well corresponds with the evaluation of the World Bank regarding the necessity in improving the business environment in Laos. In addition, Institutions also require close attention, particularly on Public-Sector Performance, Corporate Governance and Future Orientation of Government. Furthermore, Innovation Capacity comprising research and development, and business formation, as well as Macroeconomic Stability in terms of inflation and public debt management must be improved additionally.

 

For the first two pillars which are Business Dynamism and Institutions, these are crucial tasks that were assigned to each ministry and sector to help improving and reporting progresses regularly to the government based on the Prime Minister’s Order No. 02/PM in early February 2018. Since then, a number of progresses have been made including the reduction in time used for registering enterprises to only 10 working days, the linkage between the enterprise coding system with the tax system and the facilitation of stamp carving. As for results of such improvement and whether business units will benefit from the improvement or not, we just have to keep monitoring, especially via the Ease of Doing Business ranking which will be conducted later this year by the World Bank.

 

Comments