ຜະລິດຕະພັນກະສິກຳສົ່ງອອກ ຍີ່ຫໍ້ “ບ້ານເກີນ”

“ລາວເຮັດ ລາວໄດ້ ລາວໃຊ້ ລາວຈະເລີນ” ຄໍາຂວັນນີ້ຄົງຈະຄຸ້ນຫູຫຼາຍໆຄົນ ເພາະຖືວ່າເປັນຄໍາຂວັນທີ່ຢູ່ຄູ່ສັງຄົມລາວມາ 60 ກວ່າປີແລ້ວ ນັບຕັ້ງແຕ່ສະໄໝລັດຖະບານປະສົມ ໃນເຫດການໂຮມລາວຄັ້ງທີ 1 ປີ 1957 ທີ່ມີເປົ້າໝາຍຕ້ອງການກະຕຸ້ນໃຫ້ຄົນລາວຮູ້ສຶກຕື່ນຕົວ ວ່າຄວນຫັນມາເປັນຜູ້ຜະລິດ ພ້ອມທັງຊົມໃຊ້ສິນຄ້າ ແລະບໍລິການຂອງຄົນລາວເອງ ເພື່ອສ້າງຄວາມເຂັ້ມແຂງທາງເສດຖະກິດ ຫຼຸດຜ່ອນການຂາດດຸນການຄ້າຂອງຊາດ

ເມື່ອເວລາຜ່ານເລີຍໄປຫຼາຍທົດສະວັດ ເຫັນວ່າບັນຫາການຂາດດຸນການຄ້າຂອງລາວເຮົາກໍຍັງຄົງປະກົດໃຫ້ເຫັນຢູ່ ເນື່ອງຈາກການຜະລິດສິນຄ້າພາຍໃນທີ່ຍັງບໍ່ທັນເຂັ້ມແຂງ ຕ້ອງນຳເຂົ້າສິນຄ້າຈາກຕ່າງປະເທດຫຼາຍຂຶ້ນເລື້ອຍໆ ພາໃຫ້ຄວາມຕ້ອງການເງິນກີບຫຼຸດລົງ ສົ່ງຜົນໃຫ້ເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ແລະທະວີຄວາມຮຸນແຮງຂຶ້ນນັບແຕ່ຕົ້ນປີ 2019 ທີ່ຜ່ານມາ ເຊິ່ງກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ແລະຕົ້ນທຶນຂອງທຸກໆຫົວໜ່ວຍທຸລະກິດ ທີ່ເພີ່ມສູງຂຶ້ນ ສະນັ້ນ ມື້ນີ້ ຄໍລຳ Entrepreneurship ຈະຂໍນຳສະເໜີເລື່ອງລາວຂອງຜູ້ປະກອບການທ່ານໜຶ່ງ ທີ່ມີວິໄສທັດ ມຸ່ງຫວັງຢາກໃຫ້ສິນຄ້າລາວຫຼາກຫຼາຍ ແລະເຕີບໃຫຍ່ຂະຫຍາຍຕົວ…

(ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

“Ban Kern,” an agricultural product for export

“Laos Make Laos Gain Laos Use Laos Develop” is a commonly heard motto for many people that has been around Lao society for more than 60 years since the coalition government back at the 1st unification of Laos in 1957. The motto exists to promote awareness for Lao people in producing and consuming our own products and services in order to strengthen the economy, while mitigating trade deficit with foreign countries.

During the past decades, it can be seen that trade deficit of Laos has still been around because we have not yet been able to sufficiently strengthen our domestic production. As a result, we have to import more goods from overseas causing the continuous depreciation of kip value which kept worsening in the early 2019. This has imposed a direct impact upon cost of living for people in general and cost of production for business units. Therefore, in this Entrepreneurship column, we would like to tell a story of a particular entrepreneur who has a vision and dedication in increasing the variety for Lao products and promoting growth by encouraging Lao people to engage more in agricultural production and collection.

Comments