ການສ້າງໂອກາດໃນການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ວນກ)

ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຖືເປັນແຜນວຽກບຸລິມະສິດໜຶ່ງຂອງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຖືກຍົກມາສົນທະນາກັນທັງໃນພາກລັດ ແລະ ພາກເອກະຊົນ ເຊິ່ງປັດຈຸບັນ ຈຳນວນວິສາຫະກິດດັ່ງກ່າວໄດ້ກວມເອົາສັດສ່ວນຫຼາຍກວ່າ 90 ສ່ວນຮ້ອຍ ຂອງຈຳນວນບັນດາຫົວໜ່ວຍທຸລະກິດໃນ ສປປ ລາວ ແລະ ເປັນພາກສ່ວນທີ່ສາມາດຊ່ວຍເສີມສ້າງຮາກຖານຄວາມເຂັ້ມຂອງຂອງເສດຖະກິດລາວ ກໍຄືການສ້າງວຽກເຮັດງານທຳໄດ້ຢ່າງຫຼວງຫຼາຍ, ສາມາດປັບປຸງຄຸນນະພາບຂອງການຜະລິດ, ສ້າງລາຍຮັບ ແລະ ປະກອບສ່ວນເຂົ້າໃນການເຮັດໃຫ້ປະຊາຊົນລາວ ຢູ່ດີກິນດີຍິ່ງຂຶ້ນ. ແຕ່ສິ່ງທ້າທາຍຕໍ່ກັບການສົ່ງເສີມ ວນກ ນັ້ນ ກໍແມ່ນເລື່ອງສະພາບແວດລ້ອມທາງດ້ານທຸລະກິດ ເຊິ່ງຂໍ້ຫຍຸ້ງຍາກຕົ້ນຕໍທີ່ ວນກ ກຳລັງປະເຊີນຢູ່ ນັ້ນກໍຄື ການເຂົ້າເຖິງແຫຼ່ງທຶນ. ໃນບົດຄວາມນີ້ຜູ້ຂຽນຈຶ່ງຂໍນຳສະເໜີກ່ຽວກັບສະພາບ ແລະ ຄວາມສາມາດໃນການເຂົ້າເຖິງແຫຼ່ງທຶນ ລວມເຖິງປັດໄຈ ແລະ ເງື່ອນໄຂທີ່ຈະເສີມສ້າງຄວາມເຂັ້ມແຂງທາງການເງິນໃຫ້ແກ່ການເຄື່ອນໄຫວທຸລະກິດຂອງ ວນກ ໃນ ສປປ ລາວ.

ອີງຕາມກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 061/ປປທ ລົງວັນທີ 16/01/2012 ໄດ້ສະແດງອອກໃຫ້ເຫັນເຖິງເຈດຈໍານົງຂອງລັດຖະບານໃນການສົ່ງເສີມ ແລະ ກໍ່ສ້າງພື້ນຖານເສດຖະກິດລາວ ຜ່ານ 13 ກິດຈະກຳສົ່ງເສີມຄວາມເຂັ້ມແຂງຂອງ ວນກ ເຊິ່ງໜຶ່ງໃນນັ້ນກໍແມ່ນປະກອບມີ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ການເຂົ້າເຖິງແຫຼ່ງທຶນ, ນະໂຍບາຍດ້ານພາສີ-ອາກອນ, ການສ້າງ ແລະ ພັດທະນາຜູ້ປະກອບກິດຈະການ, ການບໍລິການໃຫ້ຄຳປຶກສາພັດທະນາທຸລະກິດ, ການຮ່ວມມືທຸລະກິດ ລະຫວ່າງ ວນກ ກັບວິສາຫະກິດຂະໜາດໃຫຍ່ ແລະ ຂອງຕ່າງປະເທດ, ການເພີ່ມຜະລິດຕະພາບ, ການເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ, ການຮ່ວມກຸ່ມທຸລະກິດ, ສະຖານທີ່ປະກອບກິດຈະການ, ການສົ່ງເສີມການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ, ການນຳໃຊ້ ແລະ ປົກປ້ອງຊັບສິນທາງປັນຍາ ແລະ ການສະໜອງການເຂົ້າເຖິງຂໍ້ມູນຂ່າວສານ. ໃນນັ້ນ, ວຽກ​ງານ​ທີ່​ລັດ​ຖະບານລາວ ໄດ້ເລັ່ງສ້າງຕັ້ງລະບົບທີ່ເອື້ອອຳນວຍຕໍ່ການເຂົ້າເຖິງແຫຼ່ງເງິນທຶນ ເພື່ອນຳມາໃຊ້ໃນການພັດທະນາສິນຄ້າ ແລະ ບໍລິການຂອງບັນດາ ວນກ. ຕະຫຼອດໄລຍະຜ່ານມາ, ລັດຖະບານກໍໄດ້ເອົາໃຈໃສ່ແກ້ໄຂບັນຫາຂອງ ວນກ ທີ່ກ່ຽວກັບເຂົ້າຫາແຫຼ່ງທຶນໂດຍການສ້າງຕັ້ງ “ກອງທຶນພັດທະນາ ແລະ ສົ່ງເສີມ ວນກ” (ທສວ) ເພື່ອເປັນກົນໄກລະດົມທຶນຢ່າງລວມສູນ ເພື່ອມາສະໜອງແຫຼ່ງເງິນທຶນເຂົ້າໃນການສົົ່ງເສີມ ວນກ ໂດຍຜ່ານທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນເພື່ອປ່ອຍກູ້ໃຫ້ ວກນ ເປັນຕົ້ນແມ່ນ ທະນາຄານພັດທະນາລາວ, ທະນາຄານລາວຈີນ, ທະນາຄານເອັສທີ, ທະນາຄານຊາ​ຄອມແບັງ​ລາວ ແລະ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດລາວ​-ຫວຽດ ໃນການປ່ອຍສິນເຊື່ອໃຫ້ ວນກ ເຊິ່ງສາມາດປ່ອຍກູ້ເພື່ອເລີ່ມຕົ້ນທຸລະກິດ, ຂະຫຍາຍການລົງທຶນ ຫຼື ເປັນເງິນທຶນ   ໜູນວຽນໃນກິດຈະການ ໃນອັດຕາດອກເບ້ຍລະຫວ່າງ 7-10% ຕໍ່ປີ ຕະຫຼອດໄລຍະເວລາປ່ອຍກູ້ທີ່ສັ້ນ ຫຼື ຍາວ 1-5 ປີ ໂດຍອີງໃສ່ການໄລ່ລຽງປະເມີນຄວາມຕ້ອງການທຶນຕົວຈິງ, ເປົ້າໝາຍການນໍາໃຊ້ເງິນທຶນ, ມູນຄ່າຫຼັກຊັບຄໍ້າປະກັນ ແລະ ຄວາມອາດສາມາດຊຳລະໜີ້ຈາກແຫຼ່ງລາຍຮັບຂອງທຸລະກິດທີ່ຈະມາຊຳລະ ເຊິ່ງສິນເຊື່ອດັ່ງກ່າວອາດຈະເປັນເງິນກູ້ເບີກເກີນບັນຊີ, ເງິນກູ້ປົກກະຕິ, ເງິນກູ້ແບບໜູນວຽນ ແລະ ອື່ນໆ.

ໃນໄລຍະຜ່ານມາ ການປ່ອຍກູ້ໃຫ້ແກ່ ວນກ ທັງໃນບ້ວງເງິນສິນເຊື່ອຈາກ ທສວ ແລະ ຂອງທະນາຄານທຸລະກິດເອງ ພັດຖືກນຳໃຊ້ຢ່າງບໍ່ຖືກກັບເປົ້າໝາຍ ເຊັ່ນ: ການນຳເງິນທຶນໄປຊື້ຊັບສິນຄົງທີ່ ທີ່ບໍ່ກໍ່ໃຫ້ເກີດລາຍຮັບ ແທນທີ່ຈະນຳມາໃຊ້ເຂົ້າໃນການປັບປຸງການຜະລິດ ແລະ ການໝູນໃຊ້ເຕັກໂນໂລຊີເພື່ອເພີ່ມຜະລິດຕະພາບ ຈຶ່ງເຮັດໃຫ້ເກີດມີສິນເຊື່ອທີ່ບໍ່ເກີດດອກອອກຜົນຈຳນວນໜຶ່ງ ອັນເປັນບັນຫາທີ່ກະທົບຄວາມອ່ອນໄຫວທາງດ້ານການເງິນ-ການທະນາຄານໂດຍລວມ. ສາເຫດໜຶ່ງ ກໍແມ່ນເນື່ອງມາຈາກຄວາມພ້ອມຂອງ ວນກ ເອງ ທີ່ຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຫຼັກການຖືບັນຊີ, ການບັນທຶກຈົດກ່າຍລາຍຮັບ-ລາຍຈ່າຍ, ການລາຍງານ ແລະ ວິໄນການເງິນ ທີ່ພົບເຫັນໄດ້ສ່ວນໃຫຍ່ໃນບັນດາ ວນກ ໂດຍສະເພາະແມ່ນ “ກຸ່ມທຸລະກິດຄອບຄົວ” ເຊິ່ງອຸປະສັກເຫຼົ່ານີ້ເຮັດໃຫ້ຜູ້ສະໜອງເງິນທຶນດັ່ງກ່າວຕ້ອງໄດ້ພິຈາລະນາ ຂອດການອະນຸມັດປ່ອຍກູ້ຢ່າງຮັດກຸມ ແລະ ຮັບປະກັນຂຶ້ນຕື່ມ.

ເພື່ອເປັນການຮ່ວມກັນແກ້ໄຂບັນຫາທີ່ຕິດພັນກັບຄວາມສາມາດເຂົ້າເຖິງແຫຼ່ງທຶນຂອງ ວນກ ອີກທາງໜຶ່ງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນນາມທີ່ເປັນຜູ້ເຕົ້າໂຮມ ແລະ ຄຸ້ມຄອງພາກທຸລະກິດໃນລາວ ໄດ້ມີໂຄງການຮ່ວມມືກັບ 8 ທະນາຄານທຸລະກິດ ເຊັ່ນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານລາວຈີນ, ທະນາຄານຊາຄອມແບັງລາວ, ທະນາຄານລາວ-ຝຣັ່ງ ແລະ ທະນາຄານເອັສທີ ເພື່ອອຳນວຍຄວາມສະດວກ ແລະ ສະໜັບສະໜູນທັງໃນດ້ານການສະໜອງການປ່ອຍສິນເຊື່ອ ແລະ ການໃຫ້ຄວາມຮູ້ທາງດ້ານວິຊາການການເງິນ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ ວນກ ສາມາດເຂົ້າເຖິງແຫຼ່ງທຶນຜ່ານບັນດາທະນາຄານທຸລະກິດດັ່ງກ່າວນຳອີກ.

ສິ່ງທີ່ຖືກຍົກມາເປັນປັດໄຈຕັດສິນເພື່ອຍົກສູງຄວາມສາມາດເຂົ້າເຖິງແຫຼ່ງທຶນຂອງ ວນກ ຜ່ານທະນາຄານທຸລະກິດເຫຼົ່ານີ້ ແມ່ນການຂຽນບົດວິພາກໂຄງການ ກໍຄື ບົດວິເຄາະຕົ້ນທຶນ ແລະ ຜົນປະໂຫຍດຂອງທຸລະກິດ ວນກ ນັ້ນໆ ທີ່ຈະບໍ່ພຽງແຕ່ຍົກໃຫ້ເຫັນເຖິງດ້ານດີ ແລະ ລັກສະນະຕັ້ງໜ້າຂອງທຸລະກິດນັ້ນໆ ແຕ່ຍັງລວມໄປເຖິງການຍົກໃຫ້ເຫັນຄວາມສ່ຽງ ແລະ ແຜນການຮອງຮັບໃນກໍລະນີທີ່ບໍ່ເປັນໄປຕາມແຜນໄດ້ຢ່າງຮອບຄອບ. ເອກະສານບົດສະເໜີປະກອບການຂໍເງິນກູ້ດັ່ງກ່າວ ຈະເປັນບ່ອນອີງຂອງບັນດາທະນາຄານໃນການໄລ່ລຽງປະເມີນຄວາມອາດສາມາດຖືກອະນຸມັດເງິນກູ້ ໂດຍສະເພາະແມ່ນແຜນທຸລະກິດ (Business Plan) ແລະ ແຜນການເງິນ (Financial Plan) ທີ່ຖືວ່າເປັນເຄື່ອງມືສໍາຄັນທີ່ຈະເຮັດໃຫ້ຜູ້ປະກອບການ ວນກ ສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ ແລະ ມີຄວາມພ້ອມສູງ ເພາະເອກະສານດັ່ງກ່າວຈະຊ່ວຍໃຫ້ທະນາຄານສາມາດວິເຄາະ, ປະເມີນ ແລະ ເຫັນພາບຄວາມເປັນໄປໄດ້ສູງຂອງ ວນກ ໃນການຊຳລະເງິນກູ້ຄືນຢ່າງມີລະບົບ ແລະ ແບບແຜນທີ່ຊັດເຈນ.

ນອກຈາກນີ້,​ ການຄຸ້ມຄອງບໍລິຫານການເງິນຂອງ ວນກ ດ້ວຍລະບົບບັນຊີ ແລະ ການບໍລິຫານທຸລະກິດພາຍໃນຢ່າງເປັນລະບົບ, ມີຍຸດທະສາດ ແລະ ມີຂັ້ນຕອນຊັດເຈນ ກໍຖືເປັນປັດໄຈຕັດສິນທີ່ສຳຄັນເຊັ່ນດຽວກັນ ເພາະການຖືບັນຊີຈະຊ່ວຍຍົກສູງວິໄນການເງິນ ແລະ ຈັນຍາບັນຂອງທຸລະກິດ ແລະ ຜູ້ປະກອບການໃຫ້ມີຄວາມໜ້າເຊື່ອຖື ແລະ ເປັນທີ່ຍອມຮັບຍິ່ງຂຶ້ນ ທັງໃນຂົງເຂດທຸລະກິດ ແລະ ທະນາຄານນຳອີກ. ນອກນັ້ນ, ວນກ ກໍຕ້ອງໄດ້ເຄື່ອນໄຫວບັນຊີໃນທະນາຄານຢ່າງສະໝໍ່າສະເໝີ ເພື່ອເຮັດໃຫ້ທະນາຄານເຫັນວ່າບັນຊີຂອງວິສາຫະກິດຕົນມີລາຍຮັບ-ລາຍຈ່າຍເຂົ້າອອກເປັນປະຈຳ; ພ້ອມນີ້, ກໍຕ້ອງສືບຕໍ່ຮັກສາຄວາມໜ້າເຊື່ອຖື ຢ່າປ່ອຍໃຫ້ມີໜີ້ຄ້າງຊຳລະ ຫຼື ປະຫວັດໃນທະນາຄານທີ່ບໍ່ຄ່ອຍດີ ເພາະຈະສະແດງໃຫ້ເຫັນເຖິງຄວາມເປັນມືອາຊີບທີ່ແທ້ຈິງ ແລະ ຄວາມສາມາດໃນການຄຸ້ມຄອງບໍລິຫານການເງິນຂອງຜູ້ປະກອບການທຸລະກິດເອງອີກດ້ວຍ.

ຈາກຂໍ້ມູນຂ້າງເທິງເຫັນໄດ້ວ່າ ລັດຖະບານໄດ້ເອົາໃຈໃສ່ໃນການຊ່ວຍເຫຼືອ ສົ່ງເສີມ ແລະ ພັດທະນາ ວນກ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ໃນຫຼາຍໆດ້ານ ເຊັ່ນ ການຫາແຫຼ່ງເງິນທຶນຈາກທັງພາຍໃນ ແລະ ຕ່າງປະເທດມາສະໜອງສິນເຊື່ອໃຫ້ ວນກ, ການປັບປຸງໂຄງສ້າງດ້ານນິຕິກໍາ, ການສ້າງປັດໃຈເອື້ອອຳນວຍຮອບດ້ານຢ່າງບໍ່ປະລະຫ່າງເຫີນ ເປັນຕົ້ນ. ດັ່ງນັ້ນ ເພື່ອໃຫ້ໄດ້ຮັບຜົນປະໂຫຍດນຳກັນທັງເບື້ອງຜູ້ສະໜອງເງິນທຶນ ກໍຄື ທະນາຄານທຸລະກິດ ແລະ ຜູ້ຕ້ອງການເງິນທຶນ ກໍຄື ວິສາຫະກິດ, ວນກ ກໍຕ້ອງໄດ້ກໍ່ສ້າງຕົນເອງໃຫ້ເຂັ້ມແຂງ ດ້ານວິຊາການທາງລະບົບບັນຊີ-ການເງິນ, ການວາງແຜນການນຳໃຊ້ເງິນທຶນຢ່າງຮັດກຸມ ຮອບຄອບ ມີວິໄນ ແລະ ຖືກຕ້ອງຕາມຈຸດປະສົງ ເພື່ອໃຫ້ຕົນເອງມີຄວາມພ້ອມທີ່ສຸດ ໃນການຍາດແຍ່ງໂອກາດການເຂົ້າຫາແຫຼ່ງທຶນ ແລະ ສາມາດນຳໃຊ້ເງິນທຶນທີ່ກູ້ຍືມນັ້ນ ໃຫ້ເກີດດອກອອກຜົນແກ່ທຸລະກິດໄດ້ຫຼາຍທີ່ສຸດ ພ້ອມທັງປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດໂດຍລວມ.

(ວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

creating a financial access opportunity for

small and medium enterprises (SMEs)

Small and medium sided enterprises (SMEs) promotion is another priority plan of the Lao government which has been discussed widely among the public and private sector. Currently, the number of SMEs covers more than 90% of the total business operated in the Lao PDR and serve as a backbone in strengthening the Lao economy by creating jobs, improving production quality, creating income and contributing to the improvement of living conditions for Lao people. However, business environment is still considered the main issue in complicating the SME promotion, especially in accessing financial sources. In this article, the writer would like to discuss about the situation and ability to access financial sources, including factors and conditions of financial strengthening for the SME operation in the Lao PDR.

According to the Law on the Promotion of Small and Medium Sized Enterprises No. 061/PRE dated 16/01/2012, the government’s desire in promoting and building the Lao economic base via 13 SME strengthening tasks is clearly demonstrated, especially the establishment of a financial access facilitating system to finance the product and service improvement of SMEs. During the past years, the government has been paying close attention on addressing problems for SMEs in relations to financial access by founding the “SME Promotion and Development Fund” (SMEPDF) as a unified mechanism for mobilizing fund to support the SME promotion via commercial banks and other financial institutions, such as Lao Development Bank, Lao China Bank, ST Bank, Sacom Bank and Lao-Viet Bank. The banks lease credits to finance the start-up, further investment or working capital at the interest rate between 7-10% per year throughout the short or long-term loan period from 1-5 years based on the evaluation of the actual need of fund, objective of fund usage, value of collateral and the repayment ability based on the business income. The credits can be leased in the form of overdraft, ordinary, revolving loan and so on.

During the past years, loans to SMEs both from the SMEPDF and commercial banks have not been used in compliance with their objective. For example, the loans were spent to purchase fixed assets which did not yield further income instead of using them in improving the production and investing on technologies to increase the productivity. Therefore, some loans were utilized ineffectively affecting the overall financial and banking sensitivity. Another cause for ineffective spending refers to the lack of readiness and understanding of SMEs in accounting principles, bookkeeping, and ability to conduct reports and strictly comply with financial disciplines which are common among “family SMEs.” These obstacles force financial providers to be more cautious and strict in releasing credits.

In order to collectively solve all financial access related problems of SMEs, the Lao Chamber of Commerce and Industry as the center for business management in Laos launched a cooperation project with 8 commercial banks, such as BCEL, Lao Development Bank, Lao-Viet Bank, Lao China Bank, Sacom Bank, BFL and ST Bank to facilitate and support both in terms of credit leasing and financial knowledge provision to strengthen and build capacity for SMEs in accessing financial sources via the above-mentioned commercial banks.

It is necessary to conduct a project feasibility study or an initial project analysis which will help defining determining factors for increasing an opportunity for SMEs to access financial sources via commercial banks. The study will not only indicate business advantages, but also risks and back-up plans in the event when things do not work out as planned. Documents submitting for loans will be used as a reference for banks in evaluating the repayment ability, especially a business and financial plan. These two plans serve as a crucial tool in enabling SME entrepreneurs to access financial sources more easily and readily because the documents will help banks to analyze, evaluate and picture the repayment possibility of SMEs more clearly and systematically.

In addition, SME financial management using accounting and internal business administrative system with clear strategies and processes is considered another determining factor as well. Having an account will help increasing the compliance with financial disciplines and business ethics, while helping entrepreneurs gain trust and acceptance from businesses and banks. Furthermore, the SME account must be active regularly to allow banks to see their regular financial transactions. At the same time, trust should be built by having no unpaid debts or negative credit history because this is a clear indicator for professionalism and the financial management ability of the entrepreneurs.

From the information above, it can be seen that the government has been paying close attention on helping, promoting and developing SMEs in a number of ways, such as to help them access finance from both domestic and international sources more easily, improve legal structure, and create favorable conditions in a comprehensive manner. In order for the financial providers i.e. commercial banks and financial receivers i.e. enterprises to gain mutual benefits, SMEs must strengthen themselves in terms of accounting and banking system, and carefully plan their spending by being strict to financial disciplines and focusing on its main objective. This will help getting the enterprises ready in competing for finance and using the fund in their business most effectively, while contributing to the overall national economic development.

 

Comments