ເຄັດລັບຄວາມສໍາເລັດໃນການສ້າງທຸລະກິດ 100 ປີ ແບບຈິດວິນຍານຍີ່ປຸ່ນ

ສະບາຍດີປີໃໝ່ບັນດາທ່ານຜູ້ອ່ານທຸກໆທ່ານ, ຄູເຊັ່ງຫວັງຢ່າງຍິ່ງວ່າທຸກໆທ່ານໄດ້ຕັ້ງເປົ້າໝາຍສ່ວນຕົວ ແລະ ຕັ້ງເປົ້າໝາຍໃນອົງກອນກ່ຽວກັບວຽກງານ, ທຸລະກິດ, ສຸຂະພາບ, ການສ້າງຄວາມຮັກຄວາມສໍາພັນ, ກິດຈະກຳຍາມຫວ່າງ, ການທ່ອງທ່ຽວ, ການຊ່ວຍເຫຼືອສັງຄົມ ແລະ ເປົ້າໝາຍໃນການພັດທະນາຕົນເອງໃນປີ 2020 ຮຽບຮ້ອຍໝົດທຸກຢ່າງແລ້ວ. ຄູເຊັ່ງຂໍອວຍພອນໄຊອັນປະເສີດ ໃຫ້ທຸກໆທ່ານສາມາດພິຊິດເປົ້າໝາຍຢ່າງສໍາເລັດຜົນທີ່ໄດ້ຕັ້ງເອົາໄວ້ໃນປີນີ້ດ້ວຍ. ເມື່ອເອີ່ຍເຖິງການເຮັດທຸລະກິດຂອງຄົນຍີ່ປຸ່ນ ແລະ ອົງກອນໃນບໍລິສັດຍີ່ປຸ່ນ ຈັ່ງແມ່ນເປັນຕາມະຫັດສະຈັນ ແລະ ງຶດງໍ້ເອົາແທ້ເອົາວ່າ ທີ່ຄົນຍີ່ປຸ່ນເຮັດທຸລະກິດ ແລະ ສ້າງບໍລິສັດມາໄດ້ຫຼາຍກ່ວາ 100 ປີຂຶ້ນໄປ, ບາງບໍລິສັດຢູ່ລອດໄດ້ມາຮອດ 1,000 ປີຂຶ້ນໄປ. ອີງຕາມບົດຄົ້ນຄ້ວາກວດສອບຂໍ້ມູນຕົວຈິງຈາກບໍລິສັດຍີ່ປຸ່ນ Teikoku Data Bank (株式会社帝国データバンク) ເຊິ່ງເປັນບໍລິສັດເກັບກໍາຂໍ້ມູນໃນອົງກອນໂດຍສະເພາະ ໄດ້ເປີດເຜີຍໃຫ້ຮູ້ວ່າ: ບໍລິສັດຍີ່ປຸ່ນທີ່ດໍາເນີນທຸລະກິດມາໄດ້ເກີນ 100 ປີ ມີເຖິງ 33,259 ບໍລິສັດ, ແນ່ນອນບໍລິສັດຍີ່ປຸ່ນທີ່ດໍາເນີນທຸລະກິດເກີນ 100 ປີຂຶ້ນໄປ ມີຈໍານວນຫຼາຍກວ່າໝູ່ໃນໂລກ. ພ້ອມດຽວກັນນີ້ອັນດັບ 1,2,3 ທີ່ດໍາເນີນທຸລະກິດເກົ່າແກ່ທີ່ສຸດໃນໂລກຫຼາຍກ່ວາ 1,000 ປີຂຶ້ນໄປກໍຢູ່ໃນປະເທດຍີ່ປຸ່ນເຊັ່ນກັນ. ອັນດັບທີ 1​ ຂອງບໍລິສັດທີ່ເກົ່າແກ່ທີ່ສຸດໃນໂລກແມ່ນ ບໍລິສັດຄົງໂກະ ກຸມິ ຈໍາກັດ (Kongo Gumi Co.,Ltd) ຕັ້ງຢູ່ໃນແຂວງໂອຊ່າກ້າ (OSAKA) ສ້າງຕັ້ງຂຶ້ນໃນປີ ຄສ. 578, ປະຈຸບັນມີອາຍຸ 1,441 ປີ, ເປັນບໍລິສັດຮັບເໝົາກໍ່ສ້າງໂດຍສະເພາະແມ່ນກໍ່ສ້າງຫໍພະພູມ. ອັນດັບທີ 2 ຂອງບໍລິສັດທີ່ເກົ່າແກ່ທີ່ສຸດໃນໂລກແມ່ນທຸລະກິດກ່ຽວກັບ ໂຮງແຮມບໍ່ນໍ້າຮ້ອນຊື່ ເຄອຶງຄັງ (KEI UN KAN) ຕັ້ງຢູ່ໃນແຂວງຢາມານາຊິ (YAMANASHI) ສ້າງຕັ້ງຂຶ້ນໃນປີ ຄສ. 705, ປະຈຸບັນມີອາຍຸ 1,314 ປີ. ອັນດັບ 3 ຂອງບໍລິສັດທີ່ເກົ່າແກ່ທີ່ສຸດໃນໂລກແມ່ນທຸລະກິດກ່ຽວກັບ ໂຮງແຮມບໍ່ນໍ້າຮ້ອນເຊັ່ນກັນ ຊື່ ເຊັນເນັນ ໂນະຢື ໂຄມັນ (SENNEN NO YU KOMAN) ຕັ້ງຢູ່ໃນແຂວງຮຽວໂກະ (Hyogo) ສ້າງຕັ້ງຂຶ້ນໃນປີ ຄສ. 717, ປະຈຸບັນມີອາຍຸ 1,302 ປີ.

ພວກທ່ານຢາກຮູ້ບໍ່ວ່າ ເປັນຫຍັງປະເທດຍີ່ປຸ່ນຈຶ່ງມີບໍລິສັດດໍາເນີນທຸລະກິດຢູ່ໄດ້ເກີນ 100 ປີ ເປັນຈໍານວນຫຼາຍທີ່ສຸດໃນໂລກ? ແມ່ນຫຍັງທີ່ເຮັດໃຫ້ບໍລິສັດຍີ່ປຸ່ນສາມາດປັບຕົວ ແລະ ຢືນຢັດໄດ້ດົນນານຂະໜາດນີ້? ແມ່ນຫຍັງຄືເຄັດລັບການດໍາເນີນທຸລະກິດຂອງຄົນຍີ່ປຸ່ນທີ່ສາມາດຟັນຝ່າອຸປະສັກ, ຜ່ານຮ້ອນຜ່ານໜາວ, ຜ່ານສົງຄາມໂລກຄັ້ງທີ 1, ຄັ້ງທີ 2, ຜ່ານວິກິດເສດຖະກິດຕ່າງໆ ແລະ ສາມາດຢືນຢັດຢູ່ໄດ້ໃນຍຸກໂລກາພິວັດ (Digital Transformation) ໃນປະຈຸບັນຢ່າງໝັ້ນຄົງໂດຍບໍ່ຫວັ່ນໄຫວຕໍ່ເຕັກໂນໂລຊີ ແລະ ນະວັດຕະກໍາໃດໆ? ຄູເຊັ່ງຈະຂໍມາເປີດເຜີຍຄວາມລັບອັນຊົງພະລັງນີ້ໃຫ້ຟັງ.

ຄໍາຕອບອາດຈະມີຫຼາຍໆປັດໄຈເຊັ່ນ: ຣິເນນ (RINEN) ປັດຊະຍາທາງທຸລະກິດ, ໂອໂມເຕນາຊິ (OMOTENASHI) ຈິດວິນຍານ ການບໍລິການແບບຍີ່ປຸ່ນ, ນິງເງັນງະກຸ ຈິດວິນຍານຂອງຄວາມເປັນມະນຸດ (NINGENGAKU = Human Beings), ອິຄິໄກ ການໃຊ້ຊີວິດຢ່າງມີເປົ້າໝາຍ (IKIGAI), ໄກເຊັນ (KAIZEN) ການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ… ທັງໝົດທັງມວນເຫຼົ່ານີ້ ເປັນພະລັງຂັບເຄື່ອນອັນສໍາຄັນທີ່ສຸດທີ່ເຮັດໃຫ້ບໍລິສັດຍີ່ປຸ່ນສາມາດ ປັບຕົວ ແລະ ປ່ຽນແປງ (Adapts the change) ໃຫ້ເຂົ້າກັບທຸກໆຍຸກທຸກໆສະໄໝໄດ້ຢ່າງສະຫງ່າຜ່າເຜີຍ.

ໃນບົດນີ້ຄູເຊັ່ງຂໍເລີ່ມຕົ້ນແບ່ງປັນເຄັດລັບການເຮັດທຸລະກິດໃຫ້ຍືນຍົງ ແລະ ເຕີບໃຫຍ່ເກີນ 100 ຂອງບໍລິສັດຍີ່ປຸ່ນ ໂດຍເລີ່ມຕົ້ນຈາກເລົ່າເຖິງພະລັງຂອງ “ຣິເນນ”. ຣິເນນ (RINEN) ແມ່ນຫຍັງ? ຖ້າຈະເວົ້າໃຫ້ກະທັດຮັດ ໃຫ້ເຂົ້າໃຈງ່າຍໆ ຣິເນນ ກໍຄື ປັດຊະຍາໃນການດໍາເນີນທຸລະກິດ (Corporate Philosophy) ເຮັດໃຫ້ທຸກໆຄົນໃນອົງກອນເກີດຄວາມເຊື່ອໝັ້ນອັນແຮງກ້າ ແລະ ເຮັດໃຫ້ທຸກໆຄົນມີເປົ້າໝາຍໄປໃນແນວທາງອັນດຽວກັນ. ຄໍາຖາມຕໍ່ໄປກໍຄື ເຮົາຈະສ້າງ ຣິເນນ ໄດ້ດ້ວຍວິທີໃດ? ການຈະສ້າງ ຣິເນນໃຫ້ໄດ້ຢ່າງຊົງພະລັງ ແລະ ມີປະສິດຕິພາບນັ້ນເຮົາຕ້ອງຕອບຄໍາຖາມ ທີ່ສໍາຄັນໃຫ້ໄດ້ກ່ອນວ່າ: ທຸລະກິດຂອງທ່ານເກີດມາເພື່ອຫຍັງ? ເປັນຫຍັງຈຶ່ງຈໍາເປັນຕ້ອງມີທຸລະກິດຂອງທ່ານ? ທ່ານດໍາເນີນທຸລະກິດເພື່ອຫຍັງ? ການສ້າງຣິເນນທີ່ດີນັ້ນ ບໍ່ແມ່ນການຕັ້ງເປົ້າໝາຍຕົວເລກຂອງຍອດຂາຍ ຫຼື ຜົນກໍາໄລ, ແຕ່ແມ່ນການສ້າງ “ຄຸນຄ່າ” ແລະ ການສ້າງ “ຄຸນປະໂຫຍດ” ອັນສູງສຸດໃຫ້ແກ່ສັງຄົມ. ຍິ່ງແກ້ໄຂບັນຫາສັງຄົມໃຫ້ໄດ້ຫຼາຍເທົ່າໃດ, ຍິ່ງເຮັດໃຫ້ຜູ້ຄົນມີຄວາມສຸກຫຼາຍເທົ່າໃດ, ຣິເນນກໍຈະຍິ່ງຊັດເຈນ ແລະ ຊົງພະລັງຂຶ້ນຫຼາຍເທົ່ານັ້ນ. ຕໍ່ໄປຄືຕ້ອງຄໍາຖາມ ເປັນຫຍັງຈະຕ້ອງມີ ຣິເນນ? ກໍຍ້ອນວ່າຣິເນນສ້າງຄຸນປະໂຫຍດອັນໃຫຍ່ຫຼວງ 5 ດ້ານໃຫ້ແກ່ອົງກອນຄື:

  1. ສາມາດຂະຫຍາຍທຸລະກິດ:
    ຍ້ອນມີຣິເນນທີ່ຊັດເຈນ ເຮັດໃຫ້ອົງກອນສາມາດຂະຫຍາຍທຸລະກິດຢ່າງຍືນຍົງ ແລະ ເຕີບໃຫຍ່ກ້າວໄປຂ້າງໜ້າໄດ້ ໂດຍທີ່ບໍ່ຢຶດຕິດກັບສິນຄ້າ.
  2. ຄັດເລືອກຄົນທີ່ມີຄວາມຄິດຄືກັນ:
    ຍ້ອນມີຣິເນນທີ່ຊັດເຈນ ຈະດຶງດູດເອົາຄົນເກັ່ງໆທີ່ມີຄວາມຄິດອັນດຽວກັນເຂົ້າມາເຮັດວຽກຮ່ວມກັນ ຈົນກາຍເປັນວັດທະນະທໍາທີ່ເຂັ້ມແຂງໃນອົງກອນ.
  3. ສ້າງແຮງຈູງໃຈໃຫ້ພະນັກງານ:
    ຍ້ອນມີຣິເນນທີ່ຊັດເຈນ ພະນັກງານຈະເຫັນ “ຄຸນຄ່າໃນຕົວເອງ” ແລະ ເຫັນ “ຄຸນຄ່າໃນຕົວຂອງບໍລິສັດ” ວ່າເຮົາເຮັດວຽກໄປແຕ່ລະມື້ ບໍ່ແມ່ນເພື່ອກິນເງິນເດືອນລ້າໆ, ແຕ່ແມ່ນເພື່ອສ້າງຄຸນຄ່າອັນໃຫຍ່ຫຼວງໃຫ້ແກ່ສັງຄົມ ແລະ ເຮັດໃຫ້ຜູ້ຄົນມີຄວາມສຸກທຸກຖ້ວນໜ້າ.
  4. ມີເປົ້າໝາຍອັນດຽວກັນທີ່ຊັດເຈນ ບໍ່ຫຼົງທາງ:
    ຍ້ອນມີຣິເນນທີ່ຊັດເຈນ ເຮັດໃຫ້ທຸກໆຄົນໃນອົງກອນເກີດຄວາມເຊື່ອໝັ້ນ, ສັດທາຢ່າງແຮງກ້າ ແລະ ເຮັດໃຫ້ທຸກໆຄົນມີເປົ້າໝາຍໄປໃນແນວທາງອັນດຽວກັນ ຢືດຕິດຢຶດໝັ້ນຢ່າງບໍ່ຄອນແຄນ, ບໍ່ຫຼົງທາງ, ບໍ່ຫຼົງກະແສ, ບໍ່ຕື່ນເຕັ້ນ ແລະ ເຜີຕົວໄປເຮັດສິ່ງໃໝ່ທີ່ບໍ່ແມ່ນຕົວຕົນທີ່ແທ້ຈິງຂອງເຮົາ.
  5. ສາມາດສືບທອດລຸ້ນສູ່ລຸ້ນ:

ຍ້ອນມີຣິເນນທີ່ຊັດເຈນ ເຮັດໃຫ້ລຸ້ນລູກເຂົ້າໃຈ, ຊາບຊຶ້ງ, ຊາບຊຶມ, ແລະ ຮູ້ສຶກສັ່ນສະເທືອນໃນສິ່ງທີ່ລຸ້ນພໍ່ ຫຼື ຜູ້ກໍ່ຕັ້ງທຸລະກິດທີ່ໄດ້ສ້າງເອົາໄວ້ວ່າມັນ “ມີຄຸນຄ່າ”, ມີ “ຄຸນປະໂຫຍດອັນໃຫຍ່ຫຼວງ” ໃຫ້ແກ່ສັງຄົມ ແລະ ປະເທດຊາດ. ເຮັດໃຫ້ລຸ້ນລູກ ຫຼື ຜູ້ສືບທອດຄົນຕໍ່ໆໄປເກີດແຮງບັນດານໃຈ, ມີພະລັງ, ມີຄວາມກະຕືລືລົ້ນ ແລະ ສາມາດຈຸດປະກາຍແປວໄຟໃຫ້ຕົນເອງລຸກຂຶ້ນຕໍ່ສູ້ ສາມາດສານຕໍ່ທຸລະກິດໃຫ້`ຍືນຍົງ ແລະ ເຕີບໃຫຍ່ຂຶ້ນໄປເທື່ອລະກ້າວຢ່າງໝັ້ນຄົງ.

ຕໍ່ໄປຄູເຊັ່ງຂໍຍົກຕົວຢ່າງ ຮ້ານຂາຍດອກໄມ້ນ້ອຍໆຢູ່ຕໍ່ໜ້າສະຖານີລົດໄຟທີ່ກໍ່ຕັ້ງຂຶ້ນໃນປີ 1872 ຊື່ຮ້ານ ຮິບິຢະ ກາດັນ (HIBIYA KADAN) (https://www.hibiyakadan.com/) ເລີ່ມຕົ້ນດ້ວຍຮ້ານຂາຍດອກໄມ້ນ້ອຍໆພຽງແຕ່ຮ້ານດຽວຄ້າຍໆຄືກັບກັບຮ້ານຂາຍດອກໄມ້ຢູ່ແຖວດົງປ່າລານ, ປະຈຸບັນມີອາຍຸການດໍາເນີນທຸລະກິດ 147 ປີ. ຍ້ອນມີ ຣິເນນທີ່ຊັດເຈນ ຈຶ່ງເຮັດໃຫ້ຮ້ານຂາຍດອກໄມ້ນ້ອຍໆ ຮິບິຢະ ກາດັນ ບໍ່ຢຶດຕິດກັບສິນຄ້າວ່າຈະຂາຍພຽງແຕ່ດອກໄມ້ຊະນິດໃດດີ ຈຶ່ງສາມາດຂະຫຍາຍທຸລະກິດຢ່າງເຕີບໃຫຍ່ ແລະ ຍືນຍາວຈົນມາຮອດປະຈຸບັນ ກາຍມາເປັນ ບໍລິສັດ ຮິບິຢະ ກາດັນ ເຊິ່ງເປັນທຸລະກິດຂາຍດອກໄມ້ທີ່ໃຫຍ່ທີ່ສຸດໃນປະເທດຍີ່ປຸ່ນ.
ຣິເນນ ປັດຊະຍາທາງທຸລະກິດ ຂອງ ບໍລິສັດ ຮິບິຢະ ກາດານ ໄດ້ຂຽນເອົາໄວ້ວ່າ: “ພວກເຮົາຈະໃສ່ຈິດວິນຍານໃນການບໍລິການ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຜູ້ຄົນໃຫ້ເຕັມປ່ຽມໄປດ້ວຍຄວາມສຸກ ແລະ ຄວາມປະທັບໃຈໂດຍຜ່ານທາງດອກໄມ້ ແລະ ຕົ້ນໄມ້”. ບໍລິສັດນີ້ບໍ່ໄດ້ເບິ່ງວ່າ ດອກໄມ້ເປັນພຽງແຕ່ສິ່ງຂອງ ແຕ່ເປັນສື່ກາງທີ່ຖ່າຍທອດຄວາມສຸກລະຫວ່າງຜູ້ໃຫ້ ແລະ ຜູ້ຮັບ. ເຮົາອາດຈະເວົ້າໄດ້ວ່າ ບໍລິສັດ ຮິບິຢະ ກາດັນ ເຮັດທຸລະກິດທີ່ສ້າງຄວາມປະທັບໃຈ ແລະ ຄວາມຊົງຈໍາທີ່ດີໃຫ້ແກ່ຜູ້ຄົນໂດຍຜ່ານທາງດອກໄມ້ ແລະ ຕົ້ນໄມ້ນັ້ນເອງ. ໝາຍຄວາມວ່າ ບໍລິສັດນີ້ບໍ່ໄດ້ຂາຍດອກໄມ້ເປັນສິນຄ້າ ແຕ່ຂາຍຄວາມສຸກ ແລະ ຄວາມປະທັບໃຈໃຫ້ແກ່ລູກຄ້າໂດຍຜ່ານທາງດອກໄມ້ ແລະ ຕົ້ນໄມ້. ປະຈຸບັນບໍລິສັດ ຮິບິຢະ ກາດັນ ບໍ່ໄດ້ຂາຍພຽງແຕ່ດອກໄມ້ຜ່ານທາງໜ້າຮ້ານ 86 ສາຂາທົ່ວປະເທດ ແລະ ຂາຍທາງອອນລາຍພຽງແຕ່ເທົ່ານັ້ນ, ຮິບິຢະ ກາດັນ ຍັງມີການບໍລິການສົ່ງຄົນໄປຈັດດອກໄມ້ຕາມງານຕ່າງໆເຊັ່ນ: ງານດອງ, ງານວັນເກີດ, ງານເປີດຕົວບໍລິສັດ, ງານສັງສັນບໍລິສັດ ແລະ ງານອື່ນໆຫຼາກຫຼາຍ. ໂດຍສະເພາະແມ່ນງານແຕ່ງດອງ ທີ່ເຈົ້າສາວຫຍຸ້ງວຽກບໍ່ມີເວລາໄປເລືອກດອກໄມ້ ໃຫ້ເຂົ້າກັບຊຸດແຕ່ງງານດ້ວຍຕົນເອງ, ກໍສາມາດໃຊ້ Application ທາງມືຖື ເລືອກດອກໄມ້ໃຫ້ເຂົ້າກັບຊຸດແຕ່ງງານຂອງຕົນເອງ ແລ້ວສັ່ງໃຫ້ມາສົ່ງຢູ່ບ້ານໄດ້.

ປະຈຸບັນປະເທດຍີ່ປຸ່ນກ້າວເຂົ້າສູ່ສັງສົມຜູ້ສູງອາຍຸ, ຮິບິຢະ ກາດັນ ຈຶ່ງແຕກຂະແໜງທຸລະກິດເປັນການ ສອນຈັດດອກໄມ້ສໍາລັບຜູ້ສູງອາຍຸ (Aging Society Business) ໂດຍການສົ່ງນັກຈັດດອກໄມ້ໄປສອນຜູ້ສູງອາຍຸ ໄດ້ຮຽນຮູ້ການຈັດດອກໄມ້ຢູ່ຕາມບ້ານພັກຜູ້ສູງອາຍຸ ເພື່ອໃຫ້ເຂົາເຈົ້າຮູ້ສຶກສົດຊື່ນເບີກບານໃຈທີ່ໄດ້ເຫັນດອກໄມ້ ແລະ ໄດ້ຮຽນຮູ້ການຈັດດອກໄມ້ໃຫ້ສວຍງາມເປັນການປ້ອງກັນໂຣກຄວາມຈໍາເສື່ອມ (Alzheimer Disease) ນໍາອີກ. ນອກຈາກສອນຈັດດອກໄມ້ໃຫ້ຜູ້ສູງອາຍຸແລ້ວ, ຍັງສົ່ງນັກຈັດດອກໄມ້ໄປຈັດສວນໃຫ້ສວຍງາມ ຕາມບ້ານພັກຜູ້ສູງອາຍຸເພື່ອສ້າງສະພາບແວດລ້ອມສີຂຽວໃຫ້ຜູ້ສູງອາຍຸໄດ້ເບີກບານໃຈ ມີຊີວິດຊີວາ ແລະ ຢູ່ຢ່າງມີຄວາມສຸກ.

ຍິ່ງໄປກ່ວານັ້ນ ຍ້ອນວ່າໃນປະຈຸບັນ ຄົນຍີ່ປຸ່ນທີ່ຢູ່ໃນຕົວເມືອງໃຫຍ່ມີແຕ່ເຮັດວຽກຢູ່ໃນຕຶກ ທີ່ເລີ່ມຫ່າງໄກຈາກທໍາມະຊາດ, ປ່າໄມ້, ດອກໄມ້ ແລະ ຕົ້ນໄມ້, ເພາະບໍ່ມີໂອກາດໄດ້ໄປທ່ອງທ່ຽວຢູ່ຕາມຊົນນະບົດ, ຮິບິຢະ ກາດັນຈຶ່ງຂະຫຍາຍທຸລະກິດສີຂຽວ (Green Business) ເຊິ່ງແມ່ນການບໍລິການຈັດສົ່ງດອກໄມ້ ແລະ ຕົ້ນໄມ້ມາປະດັບປະດາຢູ່ໃນຫ້ອງການ ແລະ ໃນບໍລິສັດຕ່າງໆເປັນຮູບແບບການເຊົ່າ ຫຼື ການຊື້ຂາດຕົວເພື່ອໃຫ້ຫ້ອງການ, ບ່ອນເຮັດວຽກ ແລະ ຫ້ອງປະຊຸມໄດ້ມີສີຂຽວຊຸ່ມຊື່ນຕາ, ເບີກບານໃຈ, ມີອົກຊີພຽງພໍ ແລະ ສາມາດກໍາຈັດຄວາມຄຽດຈາກການເຮັດວຽກໄດ້ອີກດ້ວຍ, ເພາະຜົນການວິໄຈຂອງຮິບິຢະ ກາດັນໄດ້ພິສູດແລ້ວວ່າ ຖ້າຄົນເຮັດວຽກໃນສະພາບແວດລ້ອມສີຂຽວທີ່ອ້ອມຮອບໄປດ້ວຍດອກໄມ້ ແລະ ຕົ້ນໄມ້ ຈະສາມາດຫຼຸດຜ່ອນຄວາມໃຈຮ້າຍໄດ້ 3.4% ແລະ ສ້າງແຮງບັນດານໃຈ, ມີຄວາມກະຕືລືລົ້ນຫ້າວຫັນຢາກເຮັດວຽກຂຶ້ນອີກ 3.2%. ພ້ອມດຽວກັນນີ້ ຮິບິຢະ ກາດັນກໍມີທຸລະກິດ R&D ຄົ້ນຄ້ວາວິໄຈ ແລະ ພັດທະນາດອກໄມ້ (Research & Development Business), ຍ້ອນວ່າ ຮິບິຢະ ກາດັນສະສົມປະສົບການ ອົງຄວາມຮູ້ມາຫຼາຍກ່ວາ 100 ປີຂຶ້ນໄປ ຈຶ່ງສາມາດເປັນທີ່ປຶກສາໃຫ້ແກ່ບໍລິສັດອື່ນໆໃນການຜະລິດສິນຄ້າໂດຍໃຊ້ປະໂຫຍດຈາກດອກໄມ້ ແລະ ຕົ້ນໄມ້ເຊັ່ນ: ເປັນທີ່ປຶກສາສ້າງຜະລິດຕະພັນນໍ້າຫອມກິ່ນດອກໄມ້ ໃນແກ່ບໍລິສັດຜະລິດນໍ້າຫອມ, ເປັນທີ່ປຶກສາຜະລິດນໍ້າຢາປັບຜ້ານຸ້ມກິ່ນດອກໄມ້, ເປັນທີ່ປຶກສາອອກແບບລາຍດອກໄມ້ໃສ່ເຄື່ອງນຸ່ງ, ເປັນທີ່ປຶກສາອອກແບບກ່ອງໃສ່ແວ່ນຕາລາຍດອກໄມ້ໃຫ້ກັບຮ້ານຂາຍແວ່ນຕາ.

ຄູເຊັ່ງມີຂໍ້ສະຫຼຸບ ແລະ ຂໍ້ສັງເກດໃຫ້ຜູ້ອ່ານໄດ້ຮຽນຮູ້ວ່າຢ່າງກະທັດຮັດກໍຄື: ຍ້ອນວ່າມີຣິເນນທີ່ຊັດເຈນ, ເຖິງວ່າຮິບິຢະ ກາດັນຈະຂະຫຍາຍທຸລະກິດໃໝ່ໃດໆ ກໍຍັງກ່ຽວຂ້ອງກັບດອກໄມ້ ແລະ ຕົ້ນໄມ້, ບໍ່ໄດ້ຂະຫຍາຍທຸລະກິດໄປເຮັດປະກັນໄພ, ຮ້ານອາຫານ ຫຼື ໂຮງພະຍາບານອື່ນໆແຕ່ຢ່າງໃດເລີຍ. ຍ້ອນຮິບິຢະ ກາດັນໃຫ້ຄວາມສໍາຄັນກັບຣິເນນ ເຊິ່ງແມ່ນການສ້າງຄຸນຄ່າ ແລະ ສ້າງຜົນປະໂຫຍດໃຫ້ແກ່ຜູ້ຄົນ ແລະ ສັງຄົມຢ່າງແທ້ຈິງ ຫຼາຍກ່ວາການໄປຄິດສ້າງຍອດຂາຍ ຫຼື ຜົນກໍາໄລ, ຈຶ່ງເຮັດໃຫ້ຮິບິຢະ ກາດັນມີຜົນປະກອບການທີ່ດີເດັ່ນ, ສາມາດສ້າງຍອດຂາຍ ແລະ ຜົນກໍາໄລສູງຂຶ້ນໄປໄດ້ໃນແຕ່ລະປີໃນຕົວໂດຍອັດຕະໂນມັດຢ່າງຍືນຍົງ ແລະ ໝັ້ນຄົງ. (ພົບກັນຣິເນນໃນສະບັບຕໍ່ໄປ).

(ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

secrets to a 100-year successful business in a Japanese way

 Happy New Year dear readers. Teacher Zeng is hoping that all of you already set your personal resolutions, and goals for your career, business, health, relationship, leisure activities, tourism, social contribution and self-development for 2020. Teacher Zeng would like to wish you all the best for achieving all the set goals for this year. When speaking of doing business of Japanese people or Japanese companies, it is so miraculous and amazing to know that some of their businesses have existed for more than 100 years, with some sustained even for 1,000 years.

According to an actual research on a Japanese firm called Teikoku Data Bank, which is a company specializing in collecting organizational data, it reveals that there are 33,259 companies which have existed for more than 100 years, more than any country in the world. Moreover, the top three companies which have been operating for more than 1,000 years are in Japan. The first oldest firm in the world is Kongo Gumi Company Limited, a Japanese construction company located in Osaka specializing in building Buddhist temples and shrines, was established in 578 AD or 1,441 years ago. The second oldest company, which has been around for 1,314 years, is the KEI UN KAN Hot Spring, located in Yamanashi, was founded in 705 AD. Lastly, the third oldest business in the world is the SENNEN NO YU KOMAN offering hotel and hot spring service, located in Hyogo, was first launched 1,302 years ago in 717 AD.

Would you like to know why Japan has more 100-year businesses than any country in the world? What contributed to their adaptability and sustainability? What are the secrets of Japanese businesspeople in overcoming countless obstacles in different eras, namely the World War 1 and 2, economic crises and digital transformation, and are still strongly resilient to technological and innovative changes of the modern age? Teacher Zeng will expose their powerful secrets to you.

Answers can be found in different factors, such as the RINEN corporate philosophy, OMOTENASHI mindset, NINGENGAKU human beings, IKIGAI life goals, KAIZEN constant improvement and development, and so on. These are all important dynamics in enabling Japanese companies to adapt to changes of each era with dignity.

In this article, Teacher Zeng would like to share secrets of building companies of Japanese people which have sustained for more than 100 years starting from the power of RINEN. What is RINEN? To make it concise and simple, RINEN is a corporate philosophy used to build trust among all organizational members adhering to a single unified goal. The next question is, how can we build RINEN? To create a powerful and effective RINEN, we must answer the following questions first which are “what is your business for? Why do we need your business? What is your purpose of doing this business? A good RINEN does not focus only on achieving top sales or profits, but adding “values” and creating “benefits” to society. The more social problems you can solve, the happier people will be. As a result, your RINEN will then be clearer and more powerful. Let us move on to the next question which is “why do we need RINEN? Because RINEN helps creating 5 major organizational advantages as following:

  1. Expanding business:

With a clear RINEN, your business will be expanded sustainable and advance forward without relying too much on products.

  1. Selecting people with identical thoughts:

With a clear RINEN, it will help attracting and gathering skillful people sharing common thoughts who will help forming a solid company culture.

  1. Creating motivations:

With a clear RINEN, staff members will realize their “self-worth” as well as “company’s value” that they are not working everyday merely for money, but for contributing hugely to society and making people happy.

  1. Having a clear and unified goal without getting lost:

With a clear RINEN, everyone in the organization will share a strong trust and faith adhering to a unified goal without enthusiasm and excitement with any distraction, trend and new thing that will lure them away from their true intention. 

  1. Passing from generation to generation:

With a clear RINEN, the next generation will understand, appreciate, absorb and amaze with legacies inherited from their parents or business founders. They will realize that the business has been creating huge “values” and “benefits” to society and the country. The inheritors or successors will then be inspired with power, enthusiasm and will to keep fighting and enabling the business to continue growing sustainably.

Teacher Zeng would like to refer to another example of a small flower shop in front of a train station which was founded in 1872 named HIBIYA KADAN (https://www.hibiyakadan.com/) The business started from a small shop selling flowers just like ones in Dongpalane. Currently, they have been operating for 147 years. Because of their clear RINEN, HIBIYA KADAN small flower shop does not focus only on their products or which flower that sell best in order to expand their business, but more on other elements of their philosophy making them the largest flower provider in Japan nowadays.

RINEN or corporate philosophy of HIBIYA KADAN says “we will put our mind into our service to help making people happy and impressed with flowers and plants.” The company does not regard flowers as objects, but a medium in passing happiness between givers and receivers. We can say that HIBIYA KADAN is a company creating impressive and memorable moments for people via their flowers and plants. It means that this firm does not sell flowers, but happy and impressive feeling generated from the flowers and plants they provide to customers. Nowadays, HIBIYA KADAN does not only sell their products via 86 branches and e-commerce channels, but also offers a delivery service for different occasions, namely wedding, birthday, business opening, company gathering and other events. For wedding, if the bride is too busy and has no time to choose flowers matching her dress, she can use a mobile application to select an ideal flower for her which will be home-delivered.

As Japan is approaching the aging society at the moment, HIBIYA KADAN decides to diverse into an aging society business by dispatching florists to different nursing homes to train senior people to make them happy with flowers and to give them an opportunity to learn floristry which is also a way to prevent Alzheimer disease. Apart from the floristry training, florists are sent to help nursing homes with gardening to create the green environment for senior people to feel lively, fresh and happy.

Because urban Japanese people nowadays live and work in tall buildings distancing themselves from the nature, forest, flowers and trees, and have less opportunities to travel to rural areas, HIBIYA KADAN decides to expand a green business delivering flowers and plants to be decorated in offices and companies. Clients can rent or buy the decorative flowers permanently to make their office, workplace and meeting room green and lively. This will help providing more oxygen and help staff relieving their stress. Based on HIBIYA KADAN’s own research, it was proven that people working in the green environment surrounding with flowers and plants will be 3.4% less stressful and frustrated, while helping promoting inspiration and enthusiasm at work for 3.2%. At the same time, HIBIYA KADAN also invests in research and development in order to develop their flower products further. With more than 100 years of experience, HIBIYA KADAN has been providing consultancy service to other firms with regards to flowers and plants. For instance, they can help companies make flower perfume, flower softener, cloth with flower patterns all the way to glasses bag with flower patterns.

Finally, Teacher Zeng would like to summarize to all readers that because of a clear RINEN, HIBIYA KADAN keep their focus only on flowers when expanding new lines of business, not into something completely out of their area of expertise, such as insurance, restaurant or hospital. HIBIYA KADAN emphasizes highly on RINEN by focusing more on creating values and contributing to people and society than making top sales or profits. This has made HIBIYA KADAN successful with high sales and profits in every year in an automatic and sustainable manner (to be continued).

 

Comments