ກອງທຶນສົ່ງເສີມ SME ປ່ອຍກູ້ສະເພາະຫົວໜ່ວຍທຸລະກິດເທົ່ານັ້ນ…

ກອງທຶນສົ່ງເສີມ ແລະ ພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SME) ຈະປ່ອຍກູ້ໃຫ້ສະເພາະແຕ່ຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ ເພື່ອສົ່ງເສີມໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ມີຄວາມເຂັ້ມແຂງ ສາມາດແຂ່ງຂັນໃນເວທີພາກພື້ນ ແລະ ສາກົນໄດ້.

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນບ່າຍຂອງວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ວ່າ: ສຳລັບກອງທຶນສົ່ງເສີມ ແລະ ພັດທະນາ SME ມີເງິນທຶນປະມານ 200 ຕື້ກີບ ທີ່ປະກອບສ່ວນສົ່ງເສີມ ແລະ ພັດທະນາ SME ຄຽງຄູ່ໄປກັບການປ່ອຍກູ້ຂອງບັນດາທະນາຄານຢູ່ປະເທດເຮົາ ທີ່ມີກວ່າ 20.000 ຕື້ກີບ.

How banks earn profits? | i2tutorials

ກອງທຶນ SME ຈະແຕກຕ່າງຈາກກອງທຶນອື່ນໆ ໂດຍຈະປ່ອຍກູ້ໃຫ້ສະເພາະຫົວໜ່ວຍທຸລະກິດເທົ່າທີ່ມີເງື່ອນໄຂເທົ່ານັ້ນ ໂດຍຜ່ານທະນາຄານ 5 ແຫ່ງທີ່ເຂົ້າຮ່ວມໂຄງການຄື: ທະນາຄານພັດທະນາລາວ, ທະນາຄານລາວ-ຫວຽດ, ທະນາຄານຊາຄອມແບັງ ລາວ, ທະນາຄານມາຣູຮານ ເຈແປນ ລາວ ແລະ ກອງທຶນໄຊສົມບູນ. ການປ່ອຍກູ້ມາຮອດປັດຈຸບັນ, ໄດ້ປ່ອຍກູ້ໄປແລ້ວ 80 ຕື້ກີບ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments