ບາດກ້າວສູ່ການເປັນຜູ້ປະກອບການ

ຜູ້ທີ່ໃຝ່ຝັນຢາກເປັນຜູ້ປະກອບການທັງຫຼາຍ ມັກຈະຄິດວ່າ ການເຮັດທຸລະກິດໃດໜຶ່ງ ຈະຕ້ອງເລີ່ມຈາກແນວຄວາມຄິດ

ໃໝ່ໆ ກ່ຽວກັບສິນຄ້າ ຫຼືບໍລິການ ຕ້ອງມີທຶນຮອນຫຼາຍໆ ແລ້ວກໍເປີດບໍລິສັດໃນສະຖານທີ່ງາມໆຫຼູຫຼາ ເພື່ອສ້າງຄວາມເຊື່ອໝັ້ນ ຊອກຫາທີ່ປຶກສາທີ່ມີຊື່ສຽງມາຊ່ວຍແນະນຳວິທີການດຳເນີນທຸລະກິດ ກໍພຽງພໍແລ້ວ ທີ່ຈະກາຍເປັນຜູ້ປະກອບການ ແລະ ສາມາດນຳພາທຸລະກິດກ້າວໄປສູ່ຄວາມສຳເລັດໄດ້ ແຕ່ທ່ານຮູ້ບໍ່ວ່າຄວາມຈິງບໍ່ແມ່ນແນວນັ້ນ ເພາະຄົນທີ່ຄິດແບບນີ້ສ່ວນໃຫຍ່ ເປັນຜູ້ທີ່ຍັງບໍ່ທັນໄດ້ເລີ່ມລົງມືເຮັດທຸລະກິດໃດໜຶ່ງເທື່ອ

ເນື່ອງຈາກ ການເລີ່ມກໍ່ຕັ້ງທຸລະກິດຕົວຈິງ ແນວຄວາມຄິດກ່ຽວກັບສິນຄ້າ ຫຼືບໍລິການ ເປັນພຽງສ່ວນໜຶ່ງເທົ່ານັ້ນ ແລະ ໃນໄລຍະເລີ່ມຕົ້ນດຳເນີນທຸລະກິດທຸລະກິດໃໝ່ໆ ທ່ານກໍອາດຍັງບໍ່ຈຳເປັນຕ້ອງລົງທຶນຈຳນວນຫຼວງຫຼາຍບາດດຽວ, ມາຮອດນີ້ ທ່ານອາດຈະກຳລັງສົງໄສວ່າ ແລ້ວການເປັນຜູ້ປະກອບການ ຈະຕ້ອງເລີ່ມຈາກຫຍັງແທ້? ເຊິ່ງມື້ນີ້ ຄໍລຳ Entrepreneurship ຂອງພວກເຮົາ ຈະມາແນະນຳກ່ຽວກັບ ບາດກ້າວຂອງການເປັນຜູ້ປະກອບການ ໃນຄວາມເປັນຈິງ ວ່າຄວນຈະເລີ່ມຕົ້ນຈາກຈຸດໃດແທ້

ບາດກ້າວທີ 1: ເລີ່ມຈາກຕົວທ່ານເອງ

ໃນທຸກໆການເລີ່ມຕົ້ນທຸລະກິດ ຕົວທ່ານເອງ ຄືສິ່ງທີ່ສຳຄັນທີ່ສຸດ ບໍ່ແມ່ນຄວາມຄິດກ່ຽວກັບສິນຄ້າ ຫຼື ບໍລິການ ແຕ່ແມ່ນຕົວທ່ານ ທີ່ແນມເຫັນເປົ້າໝາຍຢ່າງຊັດເຈນ ນຳພາທີມງານເດີນໜ້າຢ່າງມີວິໄສທັດ ເປັນຜູ້ທີ່ຕັດສິນໃຈຢ່າງເດັດດ່ຽວ ວ່າຈະສ້າງທຸລະກິດນີ້ຂຶ້ນມາ ໂດຍຍອມຮັບຄວາມສ່ຽງ ຄວາມກົດດັນ ສຸມທຸກເຫື່ອແຮງ ແລະ ທຸກໆແນວຄວາມຄິດ ເພື່ອແກ້ໄຂບັນຫາ ຜ່ານຜ່າອຸປະສັກ ແລະ ມຸ່ງໜ້າສູ່ຄວາມສຳເລັດ ຢ່າງມີວິໄນ ອົດທົນ ບໍ່ທໍ້ຖອຍ. ສະນັ້ນ ຕົວທ່ານເອງ ຕ້ອງມີຄວາມພ້ອມທາງດ້ານຈິດໃຈ ມີຄວາມກະຕືລືລົ້ນ ເຂັ້ມແຂງ ພ້ອມທີ່ຈະເສຍສະຫຼະ ທຸ່ມເທເພື່ອປັ້ນທຸລະກິດໃນຝັນໃຫ້ກາຍເປັນຈິງ.

ບາດກ້າວທີ 2: ຕັ້ງຄຳຖາມທີ່ຖືກຕ້ອງ

ໃນໄລຍະທີ່ທ່ານເລີ່ມດຳເນີນທຸລະກິດ ແນ່ນອນວ່າ ບໍ່ມີສູດຕາຍຕົວໃຫ້ທ່ານປະຕິບັດ ແລ້ວຍັງມີບັນຫາປະຈຳວັນເຂົ້າມາໃຫ້ທ່ານຕ້ອງແກ້ໄຂຢູ່ເລື້ອຍໆ ເຖິງວ່າທ່ານຈະເຂັ້ມແຂງປານໃດກໍຕາມ ກໍອາດມີບາງມື້ທີ່ທ່ານຮູ້ສຶກທໍ້ຖອຍ ການຕັ້ງຄຳຖາມທີ່ຖືກຕ້ອງ ຈະຊ່ວຍໃຫ້ທ່ານຊອກຫາວິທີແກ້ໄຂໄດ້ ເຊັ່ນ: ເມື່ອເກີດບັນຫາ ແທນທີ່ຈະຖາມຕົວເອງວ່າ “ເປັນຫຍັງເລື່ອງນີ້ຕ້ອງເກີດຂຶ້ນກັບຂ້ອຍ?”  ໃຫ້ທ່ານຖາມວ່າ “ເມື່ອເກີດບັນຫາແນວນີ້ແລ້ວ ຂ້ອຍສາມາດເຮັດຫຍັງໄດ້ຕື່ມອີກແດ່? ເພື່ອໃຫ້ສະຖານະການດີຂຶ້ນ” ການຕັ້ງຄຳຖາມແບບວິເຄາະສະຖານະການ ແລະ ຖາມເຈາະຈີ້ມໄປເລື້ອຍໆຈົນກວ່າຈະໄດ້ວິທີແກ້ໄຂບັນຫາ ຈະຊ່ວຍໃຫ້ທ່ານຜ່ານຜ່າທຸກອຸປະສັກທາງທຸລະກິດໄປໄດ້

This image has an empty alt attribute; its file name is postwoman-working-office_1098-19475.jpg

ບາດກ້າວທີ 3: ເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງ

ການພິຈາລະນາເພື່ອຕັດສິນບັນຫາໃນທຸກສະຖານະການ ແນ່ນອນວ່າ ຜູ້ປະກອບການ ຕ້ອງໃຊ້ຂໍ້ມູນທີ່ກ່ຽວຂ້ອງມາເປັນພື້ນຖານໃນການຕັດສິນໃຈ ສະນັ້ນ ຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ ຈຶ່ງເປັນສິ່ງສຳຄັນຫຼາຍ ເຊັ່ນ: ຂໍ້ມູນທາງການຕະຫຼາດ, ພຶດຕິກຳຂອງກຸ່ມລູກຄ້າເປົ້າໝາຍ, ຂໍ້ມູນການເງິນ-ການລົງທຶນ ແລະ ອື່ນໆ ສະນັ້ນ ຜູ້ປະກອບການຈຶ່ງຕ້ອງເຂົ້າເຖິງແຫຼ່ງຂໍ້ມູນທີ່ຖືກຕ້ອງໄດ້ທັນເວລາ ເພື່ອການຕັດສິນໃຈທີ່ວ່ອງໄວ ແລະສາມາດດຶງຄວາມສົນໃຈຈາກລູກຄ້າ ພ້ອມທັງແຂ່ງຂັນກັບຄູ່ແຂ່ງໄດ້

ບາດກ້າວທີ 4: ຮູ້ຈັກທົດລອງ ແລະ ປັບປຸງ

ທ່ານຈະບໍ່ສາມາດຮູ້ໄດ້ເລີຍວ່າ ແນວຄິດກ່ຽວກັບສິນຄ້າ ຫຼື ບໍລິການ ທີ່ທ່ານວ່າດີແລ້ວນັ້ນ ຖືກໃຈລູກຄ້າເປົ້າໝາຍຫຼືບໍ່? ຫາກທ່ານຍັງບໍ່ໄດ້ທົດລອງສາກ່ອນ. ການຄິດເຂົ້າຂ້າງຕົວເອງ ໂດຍບໍ່ເອົາຄວາມຕ້ອງການລູກຄ້າເປັນຫຼັກ ອາດຈະເຮັດໃຫ້ທຸລະກິດຂອງທ່ານລົ້ມເຫຼວໄດ້ ສະນັ້ນ ທຸກຄັ້ງທີ່ມີການຄິດຄົ້ນ ຫຼື ຕໍ່ຍອດສິ່ງໃໝ່ໆ ທ່ານຕ້ອງໄດ້ທົດລອງ ແລະ ປັບປຸງ ຈົນແນ່ໃຈວ່າສິນຄ້າ ຫຼື ບໍລິການ ທີ່ທ່ານຈະຜະລິດອອກມາຂາຍນັ້ນ ກົງກັບຄວາມຕ້ອງການຂອງລູກຄ້າເປົ້າໝາຍແລ້ວ ເພື່ອຫຼຸດຜ່ອນຄວາມສ່ຽງໃນການສິ້ນເປືອງເງິນທຶນ ແລະ ແຮງງານຂອງທ່ານເອງ.(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 169 ເດືອນ ກັນຍາ 2020 ໄດ້ທີ່ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666).

steps of becoming an entrepreneur

Those who have been dreaming of becoming an entrepreneur tend to think that business starts from new ideas pertaining to products or services. Investors must also have a large amount of fund to invest in a new and luxurious office in order to look reliable. Furthermore, business owners must also hire famous consultants to help guiding their business operation. Some people believe that these are formulas for successful business. However, it is not true because the majority of people with such belief are those who have not run a business yet.

To really start a business, ideas about products or services are just one part of it. In the initial stage, you might not have to make huge investment at once. Now, you may wonder about how to begin if you would like to be an entrepreneur. In this Entrepreneurship column, we would like to introduce to you steps of becoming an entrepreneur to find out where to actually begin.

This image has an empty alt attribute; its file name is portrait-smiling-asian-manager-worker-woman-standing-order-details-tablet-computer-checking-goods-supplies-shelves-with-goods-background-warehouse_38019-1618.jpg

Step 1: start from yourself

In every business beginning, you are the most important element, not products or services. You are the one who will set clear goals and lead your team towards such targets with vision and determination. You should know how to build your business, while accepting risks and pressure, and be willing to focus your physical and mental energy to address problems and obstacles. You should never give up until your reach your goals with disciplines and perseverance. With all these in mind, you must keep yourself enthusiastic and be ready to dedicate all of your energy to realize your dream.

Step 2: ask the right questions

During the business operation, there are obviously no fixed formulas to follow. You just have to deal with daily problems as they occur. Does not matter how strong you are, you may feel tired one day. Therefore, to ask yourself the right questions will help you figure out ways to handle with problems. For example, when you are facing with troubles, instead of asking yourself “why does this have to happen to me?”, you can ask “what more can I do with this problem in order to improve the situation?” Coming up with questions that help you analyzing the situation and narrowing down the problem will also help you overcoming business obstacles.

This image has an empty alt attribute; its file name is postwoman-working-office_1098-19475.jpg

Step 3: access to relevant information

To consider which decision to take for each issue, entrepreneurs need relevant information to support their decision-making. As a result, accurate and reliable information is highly crucial, such as data related to marketing, behaviors of target customers, finance and investment, and so on. Because of this, entrepreneurs must be able to access information from the accurate sources at all times in order to be able to make decisions quickly, while attracting customers and staying competitive.

Step 4: test and improvement

You will never know if your ideas regarding products or services are good enough to attract target customers without testing them first. Being self-centered without caring what customers really need will lead your business to failure. Therefore, every time when you discover new things, you have to test them and improve until you are certain that the products or services to be sold meet with customer demands (More interview can be found in Target Magazine issue 169 September 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666).

Comments