ທ່ານ Arnaud Caulier ປະທານສະພາການຄ້າ ແລະ ອຸດສະຫະກຳເອີຣົບ ປະຈຳ ສປປ ລາວ

ສະພາການຄ້າເອີຣົບ ເຮັດໜ້າທີ່ເປັນໜ່ວຍງານຜູ້ຕາງໜ້າ ໃຫ້ແກ່ປະຊາຄົມທຸລະກິດເອີຣົບໃນ ສປປ ລາວ

ສຳລັບ ວາລະສານທາເກັດ ສະບັບເດືອນກັນຍາ ນີ້, ພວກເຮົາໄດ້ຮັບກຽດສຳພາດ ທ່ານ Arnaud Caulier, ທີ່ໄດ້ຖືກຮັບເລືອກໃຫ້ດຳລົງຕຳແໜ່ງ ປະທານສະພາການຄ້າ ແລະ ອຸດສະຫະກຳເອີຣົບ ປະຈຳ ສປປ ລາວ, ເຊິ່ງເພິ່ນຈະມາແບ່ງປັນວິໄສທັດຂອງ ສະພາການຄ້າເອີຣົບ ກັບພວກເຮົາໃນມື້ນີ້.

ຂໍໃຫ້ທ່ານເລົ່າປະຫວັດຄວາມເປັນມາ ແລະ ພາລະກິດຂອງ ສະພາການຄ້າເອີຣົບໃນ ລາວ ສູ່ພວກເຮົາຟັງໄດ້ບໍ່?

ສະພາການຄ້າ ແລະ ອຸດສະຫະກຳເອີຣົບ ປະຈຳ ສປປ ລາວ (ສະພາການຄ້າເອີຣົບ) ຖືກສ້າງຕັ້ງຂຶ້ນໃນປີ 2011 ໂດຍບັນດານັກທຸລະກິດຈາກເອີຣົບ, ເພື່ອສົ່ງເສີມ ສະຫະພາບເອີຣົບ ໃຫ້ກາຍເປັນຄູ່ຮ່ວມທຸລະກິດຂອງ ສປປ ລາວ.

ນັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ, ສະພາການຄ້າເອີຣົບຂອງພວກເຮົາມີຈຸດປະສົງໃນການສະໜັບສະໜູນປະຊາຄົມທຸລະກິດເອີຣົບ ໃນລາວ, ເພື່ອສົ່ງເສີມການຄ້າ ລະຫວ່າງ ສະຫະພາບເອີຣົບ ແລະ ລາວ. ພ້ອມກັນນັ້ນ, ຍັງສົ່ງເສີມໃຫ້ລາວກາຍເປັນເປົ້າໝາຍການລົງທຶນຂອງນັກລົງທຶນຈາກເອີຣົບ ນຳອີກ.

ມາຮອດປັດຈຸບັນ, ສະພາການຄ້າເອີຣົບເຮັດໜ້າທີ່ເປັນໜ່ວຍງານຜູ້ຕາງໜ້າຫຼັກໃຫ້ແກ່ ປະຊາຄົມທຸລະກິດເອີຣົບ ໃນ ສປປ ລາວ ທີ່ປະກອບມີສະມາຊິກປະມານ 100 ກວ່າບໍລິສັດຈາກຫຼາກຫຼາຍຂະແໜງການເຊັ່ນ: ຂະແໜງກະສິກຳ-ປ່າໄມ້, ຄົມມະນາຄົມ-ຂົນສົ່ງ, ທະນາຄານ ແລະ ປະກັນໄພ, ທີ່ປຶກສາ, ຕັດຫຍິບ, ອຸດສະຫະກຳ, ພະລັງ ງານ, ການກໍ່ສ້າງ ແລະ ອື່ນໆ. ບັນດາສະມາຊິກເຫຼົ່ານີ້ບາງບໍລິສັດມີຜູ້ຖືຫຸ້ນເປັນຄົນເອີຣົບ, ບາງບໍລິສັດບໍລິຫານໂດຍຄົນເອີຣົບ ຫຼື ບາງບໍລິສັດເຄື່ອນໄຫວກິດຈະການນຳເຂົ້າຈາກ ຫຼື ສົ່ງອອກໄປສູ່ ສະຫະພາບເອີຣົບ.

ຂໍໃຫ້ທ່ານອະທິບາຍເພີ່ມຕື່ມກ່ຽວກັບອົງການຂອງທ່ານ ແລະ ວຽກງານຕ່າງໆໄດ້ບໍ່?

ໃນທຸກໆ 2 ປີ, ບັນດາສະມາຊິກຈະເລືອກຕັ້ງເອົາຄະນະບໍລິຫານຊຸດໃໝ່, ເຊິ່ງມີພາລະກິດໃນການກຳນົດຍຸດທະສາດຂອງສະພາ ແລະ ເພື່ອອະນຸມັດ ແລະ ຈັດຕັ້ງປະຕິບັດແຜນວຽກທີ່ຄຸ້ມຄອງໂດຍທີມງານຜູ້ບໍລິຫານ. ທີມງານຜູ້ບໍລິຫານ, ທີ່ໃນປັດຈຸບັນປະກອບມີສະມາຊິກ 9 ທ່ານ, ມີໜ້າທີ່ເຄື່ອນໄຫວວຽກໃນລະດັບປະຕິບັດງານ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດຍຸດທະສາດ ແລະ ວຽກງານທີ່ກ່ຽວຂ້ອງໄດ້ຢ່າງລ່ຽນໄຫຼ.

ໜຶ່ງໃນພາລະກິດທີ່ສະພາການຄ້າເອີຣົບຕ້ອງປະຕິບັດແມ່ນການຈັດການຝຶກອົບຮົມ ແລະ ສຳມະນາທີ່ມີຄຸນນະພາບຢ່າງເປັນປະຈຳ, ໂດຍມີເປົ້າໝາຍຍົກສູງຄວາມຮູ້ ແລະ ທັກສະດ້ານຕ່າງໆໃຫ້ແກ່ບັນດາແຮງງານ ເຊັ່ນ: ການຝຶກອົບຮົມພາຍໃຕ້ຫົວຂໍ້ການບໍລິຫານ, ທັກສະດ້ານການສື່ສານ ຫຼື ການຝຶກອົບຮົມດ້ານວິຊາການອື່ນໆ ເຊັ່ນ: ການຄຸ້ມຄອງຕ່ອງໂສ້ສະໜອງ ຫຼື ທັກສະດ້ານການຂາຍ, ທີ່ໄດ້ຮັບການພັດທະນາ ແລະ ການຕອບຮັບທີ່ດີຕະຫຼອດມາ. ພວກເຮົາຈັດການຝຶກອົບຮົມປະມານ 10 ຄັ້ງຕໍ່ປີ, ລວມທັງກອງປະຊຸມປະຕິບັດການ ແລະ ສຳມະນາຫຼາຍຄັ້ງ.

ເມື່ອບໍ່ດົນມານີ້, ພວກເຮົາໄດ້ເສີມການພົບປະໃນຮູບແບບການປຶກສາຫາລືລະຫວ່າງອາຫານເຊົ້າ (Breakfast Talk), ທີ່ປະກອບມີສຳມະນາສັ້ນຫຼາຍຊ່ວງທີ່ສາມາດຈັດແບບຕໍ່ເນື່ອງໄດ້ພາຍໃຕ້ຫົວຂໍ້ຕົວຢ່າງ: ບັນຊີ ຫຼື ຊັບສິນທາງປັນຍາ, ເຊິ່ງບັນດາສຳມະນາສັ້ນເຫຼົ່ານີ້ໄດ້ໃຫ້ໂອກາດຜູ້ເຂົ້າຮ່ວມຮຽນຮູ້ ກ່ຽວກັບ ຫົວຂໍ້ອັນສະເພາະໃດໜຶ່ງ ຫຼື ເພື່ອແລກປ່ຽນທັດສະນະຕ່າງໆຮ່ວມກັນໃນເວລາອັນສັ້ນໄດ້ງ່າຍຂຶ້ນ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 169 ເດືອນ ກັນຍາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

EuroCham is the prime organization representing the European business community in Lao PDR

In this September issue of Target Magazine, we have the honor to interview Mr. Arnaud Caulier, elected President of the European Chamber of Commerce and Industry in Lao PDR (EuroCham), who will share his vision of the European Chamber’s Role in Laos.

Could you please tell us more about EuroCham history and mission?

EuroCham was founded in 2011 by European businesses in order to promote Europe as a business partner of Lao PDR.

From the beginning, the objectives of the Chamber have been to support the European Business Community in the Lao PDR, to promote trade relation between EU and Lao PDR and to showcase the latter as an Investment destination for EU investors.

As of today, EuroCham can be considered as a prime organization representing the European Business Community’s interests in Lao PDR. We have around 100 members representing diverse sectors of activity such as, Agroforestry, Logistics, Banking and Insurance, Consulting, Garment, Industry, Energy, Construction etc. These members are either owned by European shareholders or managed by European Nationals, and  others are companies with import-export ties to the Lao PDR.

Could you give us more details about your organization and activities?

Biannually, our members elect a Board. The Board defines the Chamber’s strategy, and approves the Chamber’s action plan while our Chamber’s executive team is tasked with operationalizing the approved strategy and action plan and other decisions of the Board. The executive team currently comprises of nine employees.

As part of our mission, we regularly organize quality trainings and seminars with the aim of improving knowledge and skills of the labor force. Our training topics range from Management, Communication to more specialized technical skills such as Supply Chain Management and Sales skills. These programs have been well received and greatly appreciated by participants. We organize monthly training sessions, workshops and seminars.


Recently, we launched the “Breakfast Talks” consisting of short panel discussion sessions on various topics, for instance: Accounting and Intellectual Property Rights. These short sessions help participants to be exposed to new ideas, share together and ultimately gain useful and practical knowledge for their work purposes.(More interview details can be found in Target Magazine issue 169 September 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments