ເຄັດລັບຄວາມສໍາເລັດໃນການສ້າງທຸລະກິດ 100 ປີ ແບບຈິດວິນຍານຍີ່ປຸ່ນ

ຄູເຊັ່ງມີປະສົບການໃນການໄປສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ປະເທດຍີ່ປຸ່ນລວມກັນທັງໝົດເປັນເວລາ 12 ປີ. ຄູເຊັ່ງສາມາດສໍາຜັດໄດ້ເຖິງຄວາມມີລະບຽບວິໄນສູງ ແລະ ຄວາມຕື່ນຕົວສູງຂອງຄົນຍີ່ປຸ່ນ. ໂດຍສະເພາະແມ່ນລະບຽບວິໄນທາງດ້ານການບໍລິຫານເວລາ. ຄົນຍີ່ປຸ່ນຈະຕົງຕໍ່ເວລາ, ຮັກສາຄໍາໝັ້ນສັນຍາ ແລະ ເປັນບຸກຄົນທີ່ມີຄວາມຮັບຜິດຊອບສູງ. ທັງນີ້ການຝຶກຝົນລະບຽບວິໄນນັ້ນບໍ່ໄດ້ເກີດຂຶ້ນພາຍໃນມື້ດຽວ, ຄົນຍີ່ປຸ່ນຖືກຝຶກຝົນຫຼໍ່ຫຼອມລະບຽບວິໄນມາຕັ້ງແຕ່ຍັງນ້ອຍໆໂດຍການລ້ຽງດູຈາກພໍ່ແມ່ ແລະ ຈາກໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານເປັນຕົ້ນມາ. ໂດຍສະເພາະແມ່ນການເຮັດກິດຈະກໍາຕ່າງໆ, ການຮຽນໃນບ້ານ, ການຮຽນຢູ່ໂຮງຮຽນ, ການຮັບປະທານອາຫານ, ການຊ່ວຍວຽກເຮືອນພໍ່ແມ່, ການເບິ່ງໂທລະພາບ, ການເຂົ້ານອນ ແລະ ອື່ນໆແມ່ນຕ້ອງເຮັດໃຫ້ຖືກຕ້ອງຕາມເວລາທີ່ວາງເອົາໄວ້ທຸກໆມື້ຈົນກາຍເປັນກິດຈະວັດປະຈໍາ, ເປັນຄວາມລຶ້ງເລີຍ, ແລະ ເປັນນິໄສທີ່ດີນັ້ນເອງ.

ບົດຄວາມໃນຫົວຂໍ້ຈິດວິນຍານຂອງການມີລະບຽບວິໄນສູງນີ້, ຄູເຊັ່ງຂໍເລີ່ມຕົ້ນດ້ວຍການຖາມຄໍາຖາມກັບບັນດາທ່ານຜູ້ອ່ານ 4 ຂໍ້ດັ່ງຕໍ່ໄປນີ້, ແລ້ວຂໍໃຫ້ພວກທ່ານຕອບຄໍາຖາມຄູເຊັ່ງໃນໃຈ.

1.) ເປັນຫຍັງຄົນເຮົາທີ່ໄດ້ຮັບໂອກາດມີເວລາ 24 ຊົ່ວໂມງເທົ່າກັນ, ແຕ່ລະຄົນໃຊ້ 24 ຊົ່ວນີ້ສ້າງປະໂຫຍດ, ສ້າງຄຸນຄ່າ, ສ້າງປະສິດຕິຜົນ ແລະ ຜົນໄດ້ຮັບທີ່ແຕກຕ່າງກັນ? ເຖິງວ່າຈະແມ່ນໜ້າວຽກອັນດຽວກັນ. ບາງຄົນເຮັດອອກມາໄດ້ດີເລີດ, ໂດດເດັ່ນ ແລະ ສຸດຍອດແບບບໍ່ມີບ່ອນຕິໃນເວລາອັນສັ້ນພຽງແຕ່ 1 ຊົ່ວໂມງເທົ່ານັ້ນ. ແຕ່ບາງຄົນເຖິງຈະໃຊ້ເວລາ 24 ຊົ່ວໂມງ ແຕ່ເຮັດຫຍັງອອກມາກໍ່ບໍ່ໄດ້ດີ, ທໍາມະດາ, ບໍ່ໄດ້ເລື່ອງ ແລະ ເບິ່ງເປັນທີ່ບໍ່ໜ້າດຶງດູດເລີຍ?

2.) ເປັນຫຍັງບາງຄົນໃຊ້ເວລາພຽງແຕ່ 3 ປີ ຫຼື ຕໍ່າກ່ວາ 3 ປີ, ກໍສາມາດປະສົບຜົນສໍາເລັດຢ່າງໄວວາໄດ້ກວ່າຄົນອື່ນ, ສາມາດຮັກສາຄວາມສໍາເລັດນັ້ນໄດ້ເປັນເວລາໄລຍະຍາວ ແລະ ສາມາດສ້າງຄວາມສໍາເລັດໃຫ້ຍິ່ງໃຫຍ່ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆຢ່າງບໍ່ຢຸດຢັ້ງ?

3.) ສໍາລັບຄົນທີ່ປະສົບຜົນສໍາເລັດ ແລະ ມີເງິນມີຊັບສິນມີທຸກຢ່າງແລ້ວ, ເປັນຫຍັງບາງຄົນເກີດເປັນທຸກ ແລະ ບໍ່ມີຄວາມສຸກທາງໃຈໃນເສັ້ນທາງທີ່ເຂົາໄດ້ເລືອກ? ແຕ່ກົງກັນຂ້າມ, ເປັນຫຍັງບາງຄົນເກີດມີຄວາມສຸກຢ່າງເຫຼືອລົ້ນ, ມີຊີວິດຊີວາ ແລະ ເພິ່ງພໍໃຈຢ່າງສູງໃນເສັ້ນທາງທີ່ເຂົາໄດ້ເລືອກ?

4.) ປັດໄຈໃດ ຫຼື ສິ່ງໃດທີ່ກະຕຸ້ນໃຫ້ຄົນເຮົາໄປເຖິງຄວາມສໍາເລັດໃນລະດັບທີ່ສູງຂຶ້ນ ແລະ ເລີ່ມຕົ້ນຕັ້ງແຕ່ຕອນທໍາອິດໄປໄດ້ດ້ວຍດີ? ແລະ ການຝຶກຝົນປະເພດໃດ? ຊະນິດໃດ? ທີ່ຈະຊ່ວຍໃຫ້ເຮົາພັດທະນາຕົນເອງໄດ້ຫຼາຍທີ່ສຸດ ແລະ ເກີດປະສິດຕິຜົນສູງສຸດ?

ຄູເຊັ່ງຂໍບອກເຄັດລັບບາງສ່ວນເພື່ອຈຸດປະກາຍໃຫ້ພວກທ່ານໄດ້ເຫັນແສງສະຫວ່າງໃນການສ້າງຄວາມສໍາເລັດ ແລະ ຄວາມສຸກນີ້ ນັ້ນກໍ່ຄືຄໍາວ່າ: “ຈິດວິນຍານໃນການມີລະບຽບວິໄນສູງ”. ບໍ່ວ່າຈະເປັນ:

Crowds pass through Kabukicho in the Shinjuku district, an entertainment and red-light area.

1.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການພັດທະນາຕົນເອງ.

2.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການເຮັດວຽກ.

3.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການເຮັດທຸລະກິດ.

4.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການບໍລິຫານເວລາ.

5.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການບໍລິຫານເງິນ.

6.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການເຮັດການຕະຫຼາດ ແລະ ການຂາຍ.

7.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການແກ້ໄຂບັນຫາ.

8.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການສ້າງຄວາມສຸກ.

9.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການສ້າງສຸຂະພາບ ແລະ ເຮັດໃຫ້ຮ່າງກາຍແຂງແຮງ.

10.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການສ້າງຄວາມຮັກຄວາມສໍາພັນ.

11.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການລ້ຽງລູກ.

12.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການສ້າງມິດຕະພາບກັບເພື່ອນມິດສະຫາຍ.

13.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການໃຫ້ຈິດໃຈສະຫງົບສຸກ, ມີສະຕິ, ມີສະມາທິ, ປ່ອຍວາງ ແລະ ຜ່ອນຄາຍ.

14.) ຈິດວິນຍານໃນການມີລະບຽບວິໄນສູງຕໍ່ຕົນເອງ ໃນການສ້າງຄວາມລຶ້ງເຄີຍ ແລະ ທົບທວນເຮັດ13 ຂໍ້ທີ່ກ່າວມາຂ້າງເທິງຫຼາຍໆຄັ້ງຫຼາຍໆຫົນຫຼາຍໆເທື່ອ ຈົນກາຍເປັນນິໄສຂອງຄົນທີ່ປະສົບຜົນສໍາເລັດປູກຝັງຢູ່ໃນຈິດໃຕ້ສໍານຶກຂອງເຮົາ. (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 168 ເດືອນສິງຫາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

secrets of successfully build 100-year Japanese business

Teacher Zeng had been studying and working in Japan for 12 years in total. Thus, Teacher Zeng understand well how highly disciplinary and enthusiastic Japanese people are, particularly their strict time management. Japanese people are highly punctual, faithful and responsible. To have all these qualities, one can never practice in a single day. Japanese people have been taught with strict disciplines since their childhood by parents and schools. Japanese students would engage in different activities, namely study at home, study at school, eat, help parents on household chores, watch TV, go to bed and so on based exactly on a time schedule set every day for them. It has then become their routine, familiarity and habit.

In this article of spirits of high discipline, Teacher Zeng would like to begin by asking dear readers 4 questions as following, please answer all of them for me in your mind.

  1. How come people with the same 24 hours spend such time creating benefit, value, effectiveness and outcome differently despite working on a similar task? Some people produce excellent, outstanding and perfect outcome within just 1 hour, while some people would spend the entire 24 hours, but could not even finish their work or complete it with acceptable, poor and unattractive result.
  • How come some people spend only 3 years or less to be more successful than others, be able to maintain such achievement for a long period of time, continue to greatly succeed and never stop moving forward?
  • Why do some successful and wealthy people still feel unhappy with the path of life they choose? On the contrary, why do some people feel overjoyed, lively and satisfied highly with their life without much wealth and fame?
  • What factors that help motivating people from the beginning to try to reach the highest point of a pyramid of success? What kind of practice that is the most effective for self-development?

Teacher Zeng would like reveal some secrets to serve as a candle lighting your path towards success and happiness which are “spirits of high discipline” in different aspect of life as below:

  1. Spirit of high discipline in self-development.
  2. Spirit of high discipline in working.
  3. Spirit of high discipline in doing business.
  4. Spirit of high discipline in time management.
  5. Spirit of high discipline in financial management.
  6. Spirit of high discipline in marketing and promoting sales.
  7. Spirit of high discipline in problem solving.
  8. Spirit of high discipline in creating happiness.
  9. Spirit of high discipline in building physical health and strength.
  10. Spirit of high discipline in nurturing relationship.
  11. Spirit of high discipline in raising children.
  12. Spirit of high discipline in forming friendship.
  13. Spirit of high discipline in living a peaceful, conscious, concentrated, free and relaxed life.
  14. Spirit of high discipline in practicing all 13 secrets above repeatedly and consistently under they become our habit which will eventually lead us to success.(More interview details can be found in Target Magazine issue 168 August 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments