“ໜຶ່ງແລວໜຶ່ງເສັ້ນທາງ” ດີຫຼືບໍ່? ມີແຕ່ປະເທດທີ່ເຂົ້າຮ່ວມຈຶ່ງມີສິດປະກອບຄຳຄິດເຫັນທີ່ສຸດ…

ໃຜໆກໍຮູ້ດີແລ້ວວ່າ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຜະລິດຕະພັນສາທາລະນະທົ່ວໂລກທີ່ຈີນສະໜອງໃຫ້ແກ່ປະຊາຄົມໂລກ. ນັບມາຮອດເດືອນພຶດສະພາປີນີ້, ໃນທົ່ວໂລກມີ 138 ປະເທດແລະ 30 ອົງການຈັດຕັ້ງສາກົນໄດ້ເຊັນເອກກະສານຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ 200 ສະບັບ. ນີ້ແມ່ນປະຊາຄົມໂລກໃຫ້ການສະໜັບສະໜູນແລະມີຄວາມໝັ້ນໃຈຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍການກະທຳຕົວຈິງ.ຂໍຍົກກເອົາປະເທດລາວເປັນຕົວຢ່າງ.

ປະເທດລາວແມ່ນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວໃນອາຊີຕາເວັນອອກສຽງໃຕ້, ການທີ່ “ປະເທດລາວກຳນົດຍຸດທະສາດການຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ” ແມ່ນຍຸດທະສາດການພັດທະນາຂອງລັດຖະບານສປປລາວ, ທັງແມ່ນຄວາມໃຝ່ຝັນອັນແຮງກ້າໃນການພັດທະນາຂອງປະຊາຊົນລາວ. ສະນັ້ນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດລາວ, ຈີນ-ລາວໄດ້ຮ່ວມກັນຊຸກຍູ້ການຮ່ວມມືກັນສ້າງພື້ນຖານໂຄງລ່າງ, ໃນນັ້ນເສັ້ນທາງລົດໄຟຈີນ-ລາວແລະທາງດ່ວນວຽງຈັນ-ວັງວຽງຕ່າງກໍຈະກໍ່ສ້າງໃຫ້ສຳເລັດ ແລະ ເປີດແລ່ນລົດໄດ້ໃນທ້າຍປີໜ້າແລະທ້າຍປີນີ້, ເຊິ່ງທາງສອງເສັ້ນນີ້ຈະຊ່ວຍໃຫ້ປະເທດລາວສາມາດເຊື່ອມໂຍງເຂົ້າກັບຕາໜ່າງເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນດ້ວຍທ່ວງທ່າອັນໃໝ່ອ່ຽມ.

ເມື່ອບໍ່ດົນມານີ້, ຜູ້ນຳຂອງປະເທດລາວຍັງໄດ້ເວົ້າຕໍ່ຜູ້ນຳຈີນວ່າ: ເສັ້ນທາງສອງເສັ້ນດັ່ງກ່າວມີຄວາມໝາຍສຳຄັນທາງດ້ານຍຸດທະສາດສຳລັບສປປລາວ ເພື່ອຫັນປ່ຽນສະພາບທີ່ເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຫຼາຍປະເທດອ້ອມຂ້າງ. ນອກຈາກນັ້ນ, ປະຊາຊົນທ້ອງຖິ່ນກໍໄດ້ພາກັນເຂົ້າຮ່ວມເຮັດວຽກນຳໂຄງການແລະມີລາຍຮັບຫຼາຍສົມຄວນ. ແຕ່ວ່າ, ເມື່ອຜະລິດຕະພັນສາທາລະນະດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກທົ່ວໂລກ, ນັກການເມືອງອາເມຣິກາທີ່ຍຶດຖືແນວຄິດສົງຄາມເຢັນພັດໄດ້ເສກສັນປັ້ນແຕ່ງຄວາມຫຼອກລວງອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ”.

ສໍາເລັດແລ້ວ! ການເຊື່ອມຈອດຂົວຂ້າມແມ່ນໍ້າຂອງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ  ທີ່ແຂວງຫລວງພະບາງ | Laos News Agency

ປະເທດທີ່ເຂົ້າຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຕົກຢູ່ໃນສະພາບ: “ກັບດັກໜີ້ສິນ” ແທ້ຫຼືບໍ່? ຄວາມຈິງຈະເປັນຫຼັກຖານທີ່ດີທີ່ສຸດ. ເລີ່ມແຕ່ຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເມື່ອປີ 2013 ເປັນຕົ້ນມາ, ຕົວເລກສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ໃນໜີ້ສິນຂອງປະເທດແລະເຂດແຄວ້ນທີ່ກ່ຽວຂ້ອງນັ້ນ, ໜີ້ສິນກ່ຽວກັບໂຄງການຮ່ວມມືກັບຈີນແມ່ນໜ້ອຍທີ່ສຸດ, ນັບມາຮອດປັດຈຸບັນບໍ່ມີປະເທດໃດໄດ້ຕົກເຂົ້າສູ່ສະພາບອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ” ຍ້ອນການຮ່ວມມືກັບຈີນ. ສຳລັບຫຼາຍປະເທດໃນໂລກແລ້ວ, “ໜຶ່ງແລວໜຶ່ງເສັ້ນທາງ” ມີຄວາມໝາຍແນວໃດ? ພຶດຕິກຳຕົວຈິງໃນ 7 ປີຜ່ານມາໄດ້ໃຫ້ຄຳຕອບແລ້ວ. ພວກໄມ ພົມແພວຕັ້ງໃຈໃສ່ຮ້າຍປ້າຍສີ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍອຸບາຍຕ່າງໆໃດກໍຈະບໍ່ໄດ້ຜົນຫຍັງເລີຍ.

ແຫຼ່ງຂໍ້ມູນ: ຊີອາໄອ

Comments