ການບໍລິຫານສະພາບຄ່ອງທາງການເງິນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ວນກ)

ສະພາບຄ່ອງດ້ານການເງິນ ຖືວ່າເປັນສິ່ງທີ່ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຄວນມີຄວາມຮູ້ ແລະ ຄວາມເຂົ້າໃຈໃນການວິເຄາະສະພາບຄ່ອງທາງການເງິນ ເພື່ອໃຊ້ໃນການກຳນົດຍຸດທະສາດ ແລະ ການວາງແຜນດ້ານການເງິນ, ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການຂາດສະພາບຄ່ອງທາງການເງິນທີ່ອາດຈະນຳໄປສູ່ບັນຫາທີ່ບໍ່ມີທີ່ສິ້ນສຸດໃນອະນາຄົດໄດ້. ບົດຄວາມນີ້ຈະນຳສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສຳຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດສາມາດເດີນແມ່ນແລ່ນສະດວກໄດ້ໃນແຕ່ລະສະພາບການທີ່ມີການຜັນປ່ຽນໄປຕະຫຼອດເວລາ.

ສະພາບຄ່ອງທາງການເງິນ ໝາຍເຖິງຄວາມຄ່ອງຕົວ ຫຼື ຄວາມສາມາດໃນການປ່ຽນສິນຄ້າ ຫຼື ຊັບສິນເປັນເງິນສົດໄດ້; ໃນນັ້ນ, ເງິນສົດ ແມ່ນຖືວ່າເປັນຊັບສິນທີ່ມີສະພາບຄ່ອງສູງ ເພາະເງິນຖືວ່າເປັນຊັບສິນທີ່ຍອມຮັບໂດຍທົ່ວໄປ ສາມາດໃຊ້ໃນການແລກປ່ຽນໄດ້ງ່າຍ, ວ່ອງໄວ ແລະ ມີຕົ້ນທຶນຕໍ່າ. ດ້ວຍເຫດນັ້ນ, ສະພາບຄ່ອງທາງການເງິນສູງ ໝາຍຄວາມວ່າຊັບສິນທີ່ວິສາຫະກິດມີສາມາດປ່ຽນເປັນເງິນໄດ້ໄວ. ຕົວຢ່າງ, ການຂາຍສິນຄ້າທີ່ມີໃນສາງເພື່ອເກັບເງິນສົດ, ການຊື້ຮຸ້ນເພື່ອລົງທຶນແລ້ວຂາຍອອກເພື່ອເກັບເງິນສົດ. ການທີ່ຈະມີສະພາບຄ່ອງທາງການເງິນສູງ ຫຼື ຕໍ່າ ນັ້ນຂຶ້ນກັບໄລຍະເວລາໃນການປ່ຽນຊັບສິນເປັນເງິນສົດ ເຊິ່ງຂຶ້ນກັບຄວາມຕ້ອງການຂອງຊັບສິນເຫຼົ່ານັ້ນທີ່ຫຼາຍ ຫຼື ໜ້ອຍໃນແຕ່ລະໄລຍະ ໂດຍທົ່ວໄປແລ້ວມັກຖືກເອີ້ນວ່າ ອຸປະສົງ (Demand) ແລະ ອຸປະທານ (Supply) ກໍຄືຄວາມສໍາພັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍໃນຕະຫຼາດ. ເມື່ອສິນຄ້າມີຄວາມຕ້ອງການສູງ ນອກຈາກສາມາດຂາຍໄດ້ໃນລາຄາທີ່ສູງແລ້ວຍັງມີຜູ້ທີ່ສົນໃຈຊື້ຫຼາຍຄົນ ກໍຈະມີສະພາບຄ່ອງສູງ ແລະ ເຮັດໃຫ້ສະພາບຄ່ອງທາງການເງິນສູງໄປຕາມກັນ; ກົງກັນຂ້າມ ເມື່ອຜະລິດຕະພັນທີ່ບໍ່ເປັນທີ່ນິຍົມໃນຕະຫຼາດ ກໍອາດຈະເຮັດໃຫ້ສະພາບຄ່ອງຂອງຊັບສິນນັ້ນຕໍ່າລົງໄດ້ ເຊິ່ງຈະເຮັດໃຫ້ທຸລະກິດພົບກັບຄວາມຄ່ອງໂຕທາງການເງິນຕໍ່າ ເພາະອາດຈະໃຊ້ເວລາທີ່ດົນນານກວ່າໃນການປ່ຽນຊັບສິນເປັນເງິນສົດ.

ການຂາດສະພາບຄ່ອງທາງການເງິນ ອາດຈະເຮັດໃຫ້ຜູ້ປະກອບການ ວນກ ທີ່ຕ້ອງການໃຊ້ເງິນ ຕ້ອງປະເຊີນກັບບັນຫາທາງການເງິນ ​ຕົວ​ຢ່າງ ບໍ່ສາມາດຂາຍສິນຄ້າໃນສາງເພື່ອປ່ຽນເປັນເງິນ ແຕ່ມີຄວາມຈຳເປັນຕ້ອງໃຊ້ເງິນເພື່ອຊຳລະໜີ້; ບັນຫາດັ່ງກ່າວອາດຈະເຮັດໃຫ້ທຸລະກິດຕ້ອງຜິດນັດຊຳລະໜີ້ ຫຼື ອາດຈະຖືກຟ້ອງຮ້ອງໂດຍເຈົ້າໜີ້. ສະຫຼຸບລວມແລ້ວ, ການຂາດສະພາບຄ່ອງທາງການເງິນ ໝາຍເຖິງຄວາມບໍ່ສາມາດຫາເງິນໄດ້ທັນເວລາ. ເນື່ອງຈາກການຢູ່ໃນສະຖານະການທີ່ມີສະພາບຄ່ອງທາງການເງິນຕໍ່າ ມັກຈະກໍ່ໃຫ້ເກີດບັນຫາຫຼາຍຢ່າງ, ການຄຸ້ມຄອງບໍລິຫານສະພາບຄ່ອງຂອງການເງິນນັ້ນ ຈຶ່ງຖືເປັນສິ່ງສຳຄັນທີ່ຜູ້ປະກອບການ ວນກ ຕ້ອງຮູ້ ແລະ ນຳໃຊ້ເຂົ້າໃນການປະຕິບັດຕົວຈິງ ເພື່ອປ້ອງກັນສະພາບການຂາດຄວາມຄ່ອງໂຕທາງການເງິນ. ໃນນັ້ນ, ວິທີການສຳຄັນໃນການບໍລິຫານສະພາບຄ່ອງທາງການເງິນ ສາມາດປະຕິບັດໄດ້ ດັ່ງນີ້:

(1) ສ້າງງົບປະມານເງິນສົດ (Cash Budget): ຜູ້ປະກອບການຕ້ອງຮູ້ວ່າບັນຊີຂອງບໍລິສັດມີຈຳນວນເງິນເທົ່າໃດ, ມີຄວາມສາມາດພຽງພໍໃນການຄຸ້ມຄອງຄ່າໃຊ້ຈ່າຍໃນການເຮັດທຸລະກິດຫຼືບໍ່ ເຊິ່ງມີຄວາມສຳຄັນຫຼາຍໃນການກວດສອບສະຖານະພາບທາງການເງິນທຸກໆອາທິດ ໂດຍທຽບໃສ່ຂໍ້ມູນໃນອະດີດ ແລະ ຄາດຄະເນການນໍາໃຊ້ເງິນອະນາຄົດຕໍ່ໜ້າ, ດັ່ງນັ້ນ ວນກ ສາມາດຮູ້ຈຳນວນລາຍຮັບ ແລະ ລາຍຈ່າຍ ລວມທັງເງິນທີ່ຍັງຄ້າງຄາເນື່ອງຈາກລູກໜີ້ ຫຼື ຄູ່ຄ້າ. ດ້ວຍຂໍ້ມູນດັ່ງກ່າວ, ຜູ້ປະກອບການ ວນກ ສາມາດວິເຄາະສະຖານະການ ແລະ ວາງແຜນການຄຸ້ມຄອງເງິນສົດເພື່ອໃຊ້ຈ່າຍໃນຕໍ່ໜ້າ, ຊ່ວຍໃຫ້ເຫັນຮູຮົ່ວຂອງເງິນໄດ້ຫຼາຍຂຶ້ນ ຖືເປັນການກວດສອບການໃຊ້ຈ່າຍ ແລະ ລາຍຮັບຂອງເງິນທີ່ນຳໃຊ້ເຂົ້າໃນການວາງແຜນການເງິນ, ເພີ່ມໂອກາດໃນການຮັບຮູ້ຂໍ້ຜິດພາດ ຫຼື ຈຸດບົກຜ່ອງທາງການເງິນຕ່າງໆໄດ້ໄວຂຶ້ນ ແລະ ເປັນການປ້ອງກັນການຮົ່ວໄຫຼທີ່ດີໄດ້.

(2) ບໍລິຫານສິນເຊື່ອທາງການຄ້າ: ເພື່ອບໍລິຫານສະພາບຄ່ອງທາງການເງິນຂອງຕົນ, ຜູ້ປະກອບການ ວນກ ມີຄວາມຈຳເປັນຕ້ອງໄດ້ກຳນົດການໃຫ້ສິນເຊື່ອການຄ້າແກ່ຜູ້ຊື້ ເນື່ອງຈາກທຸລະກິດຕ້ອງຫາເງິນເພື່ອໝູນວຽນໃນລາຍຮັບການຄ້າ ແລະ ຕ້ອງຊອກຫາເງິນສົດເພີ່ມເຕີມໃຫ້ແກ່ລູກໜີ້ທີ່ບໍ່ໄດ້ຈ່າຍເຊັ່ນກັນ. ໃນກໍລະນີທີ່ທຸລະກິດຕ້ອງການເງິນສົດຫຼາຍ ແລະ ດ່ວນ, ຜູ້ປະກອບການອາດນຳໃຊ້ຍຸດທະສາດຫຼຸດລາຄາເງິນສົດ ສຳລັບໜີ້ຕ້ອງຮັບການຄ້າ ໂດຍແຈ້ງໃຫ້ຊາບໃນມື້ຕົກລົງຊື້-ຂາຍສິນຄ້າວ່າ ຖ້າຜູ້ຊື້ຈ່າຍຊຳລະຄືນເປັນເງິນສົດພາຍໃນ 7 ວັນ ຈະໃຫ້ສ່ວນຫຼຸດອີກ. ດ້ວຍວິທີນີ້, ຜູ້ຊື້ທີ່ຕ້ອງການຮັບສ່ວນຫຼຸດກໍຈະຊື້ເງິນສົດທັນທີ ຫຼື ຈ່າຍພາຍໃນ 7 ວັນ ເຊິ່ງຈະຊ່ວຍໃຫ້ທຸລະກິດມີເງິນສົດໄດ້ໄວຂຶ້ນ ແລະ ເປັນການວາງແຜນບໍລິຫານໜີ້ຕ້ອງຮັບ ແລະ ສະພາບຄ່ອງທາງການເງິນໄປຄຽງຄູ່ກັນ.

(3) ການເພີ່ມສະພາບຄ່ອງດ້ວຍຊັບສິນທີ່ບໍ່ໄດ້ນຳໃຊ້: ຖ້າທຸລະກິດມີເຄື່ອງມື ຫຼື ອຸປະກອນທີ່ບໍ່ໄດ້ໃຊ້ແລ້ວ ການຂາຍສິ່ງເຫຼົ່ານີ້ເພື່ອປ່ຽນເປັນເງິນເປັນສິ່ງທີ່ຄວນເຮັດ ລວມທັງຜະລິດຕະພັນທີ່ຍັງຄ້າງຄາຢູ່ໃນສາງ ເຊິ່ງໃນມື້ຕໍ່ໆໄປຜະລິດຕະພັນດັ່ງກ່າວແມ່ນຈະຫຼ້າສະໄຫມ ແລະ ມູນຄ່າກໍຈະຫຼຸດລົງເຊັ່ນກັນ. ສະນັ້ນ, ການຈັດກິດຈະກຳຫຼຸດລາຄາກໍເປັນອີກສິ່ງໜຶ່ງທີ່ຄວນເຮັດ. ເຖິງແມ່ນວ່າການຂາຍຈະໄດ້ຮັບໃນລາຄາທີ່ຕໍ່າກວ່າຕົ້ນທຶນຂອງສິນຄ້າ ແຕ່ກໍຖືເປັນສິ່ງຈຳເປັນເພື່ອເລັ່ງເກັບເງິນສົດ ແລະ ຕັດຮອນໂອກາດທີ່ສິນຄ້າຈະເສຍສູນ ແລະ ບໍ່ມີມູນຄ່າໃນຕໍ່ໜ້າໄດ້.

(4) ຫຼີກເວັ້ນບັນຫາເງິນສົດຂາດມືດ້ວຍເງິນແຮສໍາຮອງ: ເງິນສົດແມ່ນໜຶ່ງໃນຊັບສິນທີ່ມີສະພາບຄ່ອງສູງທີ່ສຸດ. ດັ່ງນັ້ນ, ທຸລະກິດ ວນກ ຄວນມີການແບ່ງສ່ວນຖືເປັນເງິນສົດໃນຈຳນວນທີ່ເໝາະສົມ ເພື່ອເປັນເງິນແຮສຳຮອງໄວ້ໃນກໍລະນີສຸກເສີນ ໂດຍອາດຄຳນວນໄດ້ຈາກຄ່າໃຊ້ຈ່າຍຕ່າງໆເຊັ່ນ: ຕົ້ນທຶນຄົງທີ່ (ຄ່າເຊົ່າຫ້ອງການ, ງວດຊໍາລະຕົ້ນທຶນ-ດອກເບ້ຍຄືນໃຫ້ແກ່ເຈົ້າໜີ້) ຫຼື ຄ່າໃຊ້ຈ່າຍຜັນປ່ຽນ (ເຊັ່ນ: ຄ່ານໍ້າ, ຄ່າໄຟຟ້າ, ຄ່າໃຊ້ຈ່າຍຫ້ອງການ). ໃນນັ້ນ, ຈຳນວນເງິນສຳຮອງຄວນມີໃຫ້ກຸ້ມໄດ້ໃນໄລຍະເວລາ 3 ເດືອນ, 6 ເດືອນ ຫຼື 1 ປີ ອີງຕາມສະພາບຄວາມຈຳເປັນໃນການຖືຄອງເງິນສົດ ແລະ ການຂະຫຍາຍການລົງທຶນໃນຕົວຈິງ.(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 169 ເດືອນ ກັນຍາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666).

The financial liquidity management of SMEs

SME owners must thoroughly know and understand about financial liquidity in order to come up with strategies and plans to mitigate risks associated to financial liquidity which could lead to countless problems in the future. In this article, the writer would like to discuss about the importance of financial liquidity as well as ways to effectively manage such liquidity in order to guarantee the smooth business operation keeping up with changes that happen all the times.

Financial liquidity refers to the ability to turn products or assets into cash. In that, cash is considered an asset with high liquidity because it is widely accepted as it can be easily and quickly exchanged with low cost. For this reason, having high financial liquidity means that enterprises can turn their assets into cash quickly. For instance, to sell goods in stock or trade shares to accumulate cash. High or low liquidity depends on the duration used in turning assets into cash determined by the level of demand and supply of such assets in each period of time. When a certain product is highly demanded, it will have higher price attracting a number of buyers giving a company high financial liquidity. On the contrary, when a specific good becomes unpopular among buyers, the company will experience low asset liquidity, hence low financial liquidity due to the longer duration it takes to turn the asset into cash.

Lack of financial liquidity can cause financial problems for entrepreneurs in need of cash. For example, those who cannot sell products, but need cash to pay off their debt. To sum up, lack of financial liquidity refers to the inability to keep up with spending. Low financial liquidity can lead to several issues. Therefore, financial liquidity management is undoubtedly crucial for entrepreneurs to understand and know how to apply it practically in order to prevent themselves from the lack of financial liquidity. Here are some useful methods in managing financial liquidity:

(1) Build Cash Budget: entrepreneurs must be well aware of the amount of cash remained in their account in order to find out if the amount is enough for supporting all of their business expenditures or not. It is very important to inspect financial statement every week by comparing with data of the past, while forecasting future spending. With this, SMEs will be informed of their income and spending, including all unpaid debt of their debtors or trading partners. Moreover, SMEs can also use the information to analyze their current situation, while setting plans to manage their future cash spending. This can also help SMEs spot financial problems more quickly as well as prevent financial leaks more effectively.

(2) Manage Trade Credit: to manage their own financial liquidity, SME owners must restrict their trade credit extended to buyers in order to maintain sufficient circulating capital and cash for any unpaid debt. In case when a business urgently needs a large sum of cash, entrepreneurs can utilize a cash discount strategy for any receivable commercial debt by informing buyers that if they make payment in cash within 7 days, they will be granted with additional discount. With this method, buyers will be attracted by the discount and are willing to pay in cash immediately or within 7 days which will help the business acquire cash more quickly. Moreover, this method also helps addressing receivable debt as well as financial liquidity issues at the same time.

(3) Increase Liquidity with Unused Assets: if a business possess any unused tool or equipment, it should sell them for cash, including some products left in stock which will soon become out-of-date and cheaper. As a result, running a promotion campaign is another activity worth considering. Despite earning lower than the production cost, it is necessary in order to accumulate cash and mitigate risks associated to the loss in value of the products in the future.

(4) Avoid Cash Shortage with Reserve: cash is an asset with the highest liquidity. Thus, SMEs should divide cash in a proper amount as their reserve in case of emergency which can be calculated based on the following expenses, namely fixed costs (office rent, debt includes principal and interest) or variable costs (water, electricity, office spending). In that, reserve should be able to support the business operation up to 3 months, 6 months or 1 year depending on the actual necessity in possessing cash and extending investment. (More interview can be found in Target Magazine issue 169 September 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666).

Comments