ການເຮັດວຽກຢູ່ເຮືອນໃຫ້ມີປະສິດທິພາບ

ຄຳວ່າ “ການເຮັດວຽກຢູ່ເຮືອນ (Work From Home)” ອາດຍັງເປັນເລື່ອງໃໝ່ສຳລັບສັງຄົມລາວ, ແຕ່ໃນຕ່າງປະເທດ ຮູບແບບການເຮັດວຽກແບບນີ້ ເລີ່ມມີມາໄລຍະໜຶ່ງແລ້ວ ແລະ ເລີ່ມມີທ່າອ່ຽງສູງຂຶ້ນເລື້ອຍໆ ເພາະມີຫຼາຍໜ້າວຽກທີ່ບໍ່ຈໍາເປັນຕ້ອງອາໄສສໍານັກງານຫ້ອງການໃນການເຮັດວຽກ ຊຶ່ງພະນັກງານກໍສາມາດເລືອກທີ່ຈະເຮັດວຽກຢູ່ເຮືອນໄດ້ ໂດຍໃຊ້ເຕັກໂນໂລຊີເຂົ້າຊ່ວຍໃນການສື່ສານກັບທີມງານ ເປັນການໃຫ້ອິດສະລະທາງດ້ານການຈັດສັນເວລາ ແລະ ດ້ານຄວາມຄິດ ໃຫ້ພະນັກງານມີຄວາມສຸກກັບການເຮັດວຽກຫຼາຍຂຶ້ນ ຊຶ່ງສົ່ງຜົນຕໍ່ປະສິດທິພາບການເຮັດວຽກທີ່ເພີ່ມຂຶ້ນນັ້ນເອງ. ສຳລັບ ສປປ ລາວ ແນວຄິດການເຮັດວຽກຢູ່ເຮືອນ ເລີ່ມມາມີບົດບາດສໍາຄັນໃນສະຖານະການແຜ່ລະບາດຂອງເຊື້ອພະຍາດປອດອັກເສບປອດ   ສາຍພັນໃໝ່ (COVID-19) ໃນຕົ້ນປີທີ່ຜ່ານມາ ເມື່ອລັດຖະບານເລັງເຫັນຄວາມສໍາຄັນຂອງການເວັ້ນໄລຍະຫ່າງທາງສັງຄົມ (Social Distancing) ເພື່ອຫຼຸດຜ່ອນການແຜ່ກະຈາຍການຕິດເຊື້ອພະຍາດໃນວົງກວ້າງ ໂດຍໄດ້ປະກາດພັກການຮຽນການສອນຂອງສະຖາບັນການສຶກສາຕ່າງໆ ພ້ອມທັງໃຫ້ພາກລັດ ແລະ ທຸລະກິດເອກະຊົນບາງສ່ວນຢຸດດຳເນີນງານ ຫຼື ເຮັດວຽກຢູ່ເຮືອນ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳເອົາເຕັກນິກບາງປະການມາໃຫ້ບັນດາຜູ້ອ່ານ ເພື່ອທີ່ຈະສາມາດນໍາໄປປັບໃຊ້ໃຫ້ການເຮັດວຽກຢູ່ເຮືອນຂອງທ່ານມີປະສິດທິພາບຍິ່ງຂຶ້ນ.

-ການກຳນົດພື້ນທີ່ເຮັດວຽກທີ່ຊັດເຈນ: ການຈັດສັນພື້ນທີ່ເຮັດວຽກເປັນບາດກ້າວທໍາອິດທີ່ສໍາຄັນ ເພາະມັນມີຜົນທາງຈິດໃຈ ແລະ ຊ່ວຍເຕືອນສະໝອງຂອງເຮົາໃຫ້ສາມາດໄຈ້ແຍກພື້ນທີ່ເຮັດວຽກ ແລະ ພື້ນທີ່ພັກຜ່ອນໄດ້ ຊຶ່ງເຮັດໃຫ້ເຮົາມີສະມາທິໃນການເຮັດວຽກໄດ້ດີກວ່າ ການຕອບ”ອີເມວ”ຫົວໜ້າ ເພື່ອນຮ່ວມງານ ລູກຄ້າ ຢູ່ໂຕະຕັ່ງໜ້າໂທລະພາບ ຫຼື ນັ່ງເຮັດວຽກທີ່ເປັນຕົວເລກຫຼາຍໆຢູ່ໂຕະກິນເຂົ້າ ຫຼື ປະຊຸມວີດີໂອທາງໄກຢູ່ເທິງຕຽງນອນ ຢ່າງແນ່ນອນ. ຖ້າເຮືອນຂອງທ່ານບໍ່ມີຫ້ອງເຮັດວຽກໂດຍສະເພາະ ໃຫ້ທ່ານລອງສໍາຫຼວດມຸມໃດໜຶ່ງໃນເຮືອນທີ່ເໝາະສົມທີ່ຈະເປັນບ່ອນເຮັດວຽກ ຢ່າງໜ້ອຍແມ່ນໃຫ້ມີໂຕະ ແລະ ຕັ່ງນັ່ງເຮັດວຽກໄດ້ຢ່າງສະບາຍ ແລ້ວຈັດສັນປັນສ່ວນ ໃຫ້ແຍກອອກມາເປັນມຸມເຮັດວຽກໂດຍສະເພາະ ພ້ອມທັງແຈ້ງກັບສະມາຊິກໃນຄອບຄົວບໍ່ໃຫ້ເຂົ້າມາລົບກວນພື້ນທີ່ການເຮັດວຽກດັ່ງກ່າວ.

-ການກຽມພ້ອມສື່ສານກັບທີມງານ: ການຫາ”ອິນເຕີເນັດ”ທີ່ມີຄຸນະພາບ ແລະ ມີຄວາມສະຖຽນ ເປັນການລົງທຶນທີ່ຈໍາເປັນຢ່າງຍິ່ງ ເພາະແມ່ນປັດໄຈສໍາຄັນໃນການຕິດຕໍ່ສື່ສານສົ່ງວຽກງານກັບເພື່ອນຮ່ວມງານ ນອກນັ້ນ ການສຶກສາວິທີການນໍາໃຊ້ເຕັກໂນໂລຊີຜ່ານ”ໂປຣແກຣມ” ຫຼື “ແອັບພລີເຄເຊິນ”ຕ່າງໆ ເຂົ້າມາຊ່ວຍໃນການສື່ສານ ກໍເປັນສິ່ງຈຳເປັນ ເພື່ອໃຫ້ເຮົາສາມາດຕິດຕໍ່ກັບທີມງານໄດ້ ແລະ ຫຼຸດຂໍ້ຈຳກັດດ້ານການສື່ສານກັບເພື່ອນຮ່ວມງານລົງ.

-ການຕັດສິ່ງລົບກວນ: ສິ່ງລົບກວນສະມາທິການເຮັດວຽກ ອາດເກີດມາຈາກສຽງລົບກວນ ເຊັ່ນ: ສຽງຄົນຂ້າງເຮືອນ ລົດແລ່ນໄປມາ ພໍ່ແມ່ເບິ່ງໂທລະພາບ ແລະອື່ນໆ ການຫາຫູຟັງໃສ່ເພື່ອຟັງເພງ ຫຼື ດົນຕີ ຫຼື ຫູຟັງຕັດສຽງລົບກວນ ກໍຈະຊ່ວຍໃຫ້ເຮົາສາມາດມີສະມາທິກັບວຽກທີ່ກໍາລັງເຮັດໄດ້ດີຂຶ້ນ. ທັງນີ້ ທ່ານກໍຄວນແຈ້ງໃຫ້ສະມາຊິກໃນຄອບຄົວເຂົ້າໃຈວ່າ ເຖິງທ່ານຈະຢູ່ເຮືອນ ທ່ານກໍເຮັດວຽກ ແລະ ຕ້ອງການສະມາທິໃນການເຮັດວຽກ ພ້ອມທັງແຈ້ງເວລາການເຮັດວຽກຂອງທ່ານໃຫ້ພວກເຂົາຮັບຊາບຢ່າງຊັດເຈນ ເພື່ອພວກເຂົາຈະບໍ່ໄດ້ເຂົ້າມາລົບກວນໃນເວລາວຽກຂອງທ່ານ ແລະ ຕັດການຜິດຖຽງກັນທີ່ຈະເກີດຂຶ້ນໃນຄອບຄົວ ຍ້ອນຄວາມບໍ່ເຂົ້າໃຈຫຼັກການໃນການເຮັດວຽກຢູ່ເຮືອນ. ນອກນັ້ນ ສື່ສັງຄົມ”ອອນໄລ໌”ຕ່າງໆ ກໍເປັນອີກຕົວລົບກວນໜຶ່ງທີ່ເຮັດໃຫ້ທ່ານເສຍເວລາໃນການເຮັດວຽກຫຼາຍຂຶ້ນ ສະນັ້ນ ການປິດການແຈ້ງເຕືອນຕ່າງໆ ຈະຊ່ວຍໃຫ້ສາມາດຈົດຈໍ່ໃນວຽກງານຫຼາຍຂຶ້ນ ຊຶ່ງທ່ານກໍສາມາດຕິດຕາມສື່ສັງຄົມ”ອອນໄລ໌”ຕ່າງໆໃນເວລາພັກຜ່ອນ ເພື່ອຜ່ອນຄາຍຄວາມ ເຄັ່ງຕຶງຈາກການເຮັດວຽກໄດ້. ອີກຢ່າງໜຶ່ງ ໃຫ້ຄິດໄວ້ສະເໝີວ່າ ການເຮັດວຽກຢູ່ເຮືອນ ກໍປຽບເໝືອນການເຮັດວຽກໃນຫ້ອງການ ພຽງແຕ່ປ່ຽນສະຖານທີ່ເຮັດວຽກເທົ່ານັ້ນ ສະນັ້ນ ຢ່າຟ້າວໄປເຮັດວຽກເຮືອນ ເຊັ່ນ: ການຊັກເຄື່ອງ ຕາກເຄື່ອງ ລ້າງຖ້ວຍ ປັດກວາດຊັດຖູເຮືອນ ເພາະຈະເຮັດໃຫ້ທ່ານເສຍເວລາ ແລະ ວຽກທີ່ຕ້ອງເຮັດກໍບໍ່ສຳເລັດຈັກເທື່ອ.

-ການຫາເວລາທອງ (Prime Time) ໃຫ້ພົບ: ທຸກຄົນຈະມີຊ່ວງເວລາທອງທີ່ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບສູງສຸດ ແຕກຕ່າງກັນ ສະນັ້ນທ່ານຄວນຄົ້ນຫາຂອງເວລາທອງຂອງທ່ານໃຫ້ພົບ ແລະ ຈັດສັນເວລາການເຮັດວຽກຂອງທ່ານໃຫ້ຢູ່ໃນໄລຍະເວລານັ້ນເພື່ອໃຫ້ເກີດປະໂຫຍດຕໍ່ວຽກງານສູງສຸດ.

-ການຈັດສັນຊົ່ວໂມງການເຮັດວຽກພາຍໃນມື້ໃຫ້ຊັດເຈນ: ຂໍ້ດີຂອງການເຮັດວຽກຢູ່ເຮືອນແມ່ນທ່ານສາມາດປັບຊົ່ວໂມງການເຮັດວຽກຂອງທ່ານໄດ້ຕາມທີ່ຕ້ອງການ ແຕ່ທ່ານກໍຕ້ອງມີວິໄນເຮັດໃຫ້ເປັນກິດຈະກໍາປະຈຳວັນວ່າ ໂມງຕື່ນ ໂມງກິນເຂົ້າ ໂມງເລີ່ມເຮັດວຽກ ໂມງພັກຜ່ອນ ແລະ ໂມງເລີກວຽກ ສິ່ງສໍາຄັນແມ່ນທ່ານຕ້ອງປະຕິບັດຕາມໂມງຢ່າງເຄັ່ງຄັດ ເມື່ອຮອດໂມງເລີ່ມກໍຄືເລີ່ມ ຮອດໂມງເລີກວຽກ ກໍໃຫ້ປິດຄອມພິວເຕີ ມ້ຽນອຸປະກອນການເຮັດວຽກທຸກຢ່າງ ແລ້ວໄປເຮັດກິດຈະກໍາອື່ນ ເຊັ່ນ: ການອອກກໍາລັງກາຍ ເຮັດສວນ ແຕ່ງກິນ ເບິ່ງຮູບເງົາ ສົນທະນາ ຫຼື ມີກິດຈະກຳຮ່ວມກັບສະມາຊິກໃນຄອບຄົວ ແລະອື່ນໆ ເພື່ອຜ່ອນຄາຍຄວາມເຄັ່ງຕຶງຈາກການເຮັດວຽກ ແລະ ຟື້ນຟູພະລັງງານໃນຮ່າງກາຍໃຫ້ພ້ອມສໍາລັບການເຮັດວຽກໃນມື້ຕໍ່ໄປ.

-ການຈັດສັນເວລາພັກຜ່ອນໃນເວລາວຽກຢ່າງເໝາະສົມ: ການພັກຜ່ອນຈັກ 5 – 10 ນາທີ ເຊັ່ນ: ການລຸກຍ່າງອອກຈາກໜ້າຈໍຄອມພິວເຕີ ຢືດເສັ້ນຢືດສາຍ ເຂົ້າຫ້ອງນ້ຳ ແລະອື່ນໆ ຈະຊ່ວຍໃຫ້ທ່ານມີພະລັງຂຶ້ນໄດ້ແບບບໍ່ໜ້າເຊື່ອ ສະນັ້ນ ເມື່ອທ່ານຮູ້ສຶກວ່າສະໝອງຕັນ ຄິດຫຍັງບໍ່ອອກ ໃຫ້ທ່ານລອງຢ່າງອອກຈາກມຸມເຮັດວຽກຂອງທ່ານ ເຊັ່ນ: ອອກໄປນອກຫ້ອງ ຍ່າງໄປລະບຽງ ຫຼື ເດີ່ນໜ້າເຮືອນ ເພື່ອໃຫ້ທ່ານໄດ້ຢຸດຄິດຈັກໜ້ອຍໜຶ່ງ ຫຼື ເພື່ອເປັນການເຮັດໃຫ້ສະໝອງຂອງທ່ານໄດ້ພັກຜ່ອນ ແລະ ປອດໂປ່ງຍິ່ງຂຶ້ນ.

-ການກຽມຕົວໃຫ້ພ້ອມສຳລັບການເຮັດວຽກ: ເລີ່ມຕົ້ນມື້ໃໝ່ດ້ວຍການອາບນໍ້າແຕ່ງຕົວ ຄືດັ່ງເຮົາຈະອອກໄປເຮັດວຽກ ໃນນີ້ ກໍບໍ່ໄດ້ໝາຍວ່າ ຕ້ອງໃສ່ສູດຜູກກາລະວັດເຕັມຍົດ ແຕ່ກໍບໍ່ໄດ້ໝາຍວ່າໃຫ້ໃສ່ຊຸດນອນມານັ່ງເຮັດວຽກເລີຍ ໂດຍທ່ານອາດຈະນຸ່ງເຄື່ອງສະບາຍໆກໍໄດ້. ການອາບນໍ້າແຕ່ງຕົວຈະຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ ຊຶ່ງເປັນເສີມສ້າງທັດສະນະຄະຕິທີ່ດີ ແລະ ເໝາະສົມສໍາລັບການເຮັດວຽກ ທັງເປັນການກຽມຕົວທາງດ້ານຮ່າງກາຍ ແລະ ຈິດໃຈໃຫ້ພ້ອມສຳລັບການເຮັດວຽກ ເມື່ອມີການປະຊຸມແບບເຫັນພາບກັບເພື່ອນຮ່ວມງານກໍຈະພ້ອມຮັບມືໄດ້ຢ່າງສະບາຍ.

-ການຂຽນໜ້າວຽກທີ່ຕ້ອງເຮັດໃຫ້ມື້ອອກມາທຸກໆເຊົ້າ (To do List): ການເຮັດວຽກຢູ່ເຮືອນ ບໍ່ໄດ້ມີຫົວໜ້າມາບອກ ຫຼື ນໍາວຽກຕະຫຼອດ ຊຶ່ງມັນກໍເປັນສິ່ງທ້າທາຍທີ່ຈະຕິດຕາມວ່າທ່ານຕ້ອງເຮັດຫຍັງແດ່ໃນມື້ໜຶ່ງ ແລະ ເປັນການງ່າຍທີ່ຈະຂາດການຈັດລຽງລໍາດັບຄວາມສຳຄັນຂອງໜ້າວຽກ ແລະ ກຳນົດສົ່ງ. ສະນັ້ນ ເລີ່ມຕົ້ນວຽກຂອງທ່ານດ້ວຍການຂຽນໜ້າວຽກອອກມາ ໂດຍຄໍານຶງເຖິງຄວາມສອດຄ່ອງ ແລະ ເໝາະສົມຂອງປະລິມານ ແລະ ຄວາມສາມາດໃນການປະຕິບັດຕົວຈິງ ໂດຍຈັດສັນບໍ່ໃຫ້ຫຼາຍ ຫຼື ໜ້ອຍຈົນເກີນໄປ ຈັດລໍາດັບຄວາມສຳຄັນຂອງລາຍການວຽກທີ່ໄດ້ຂຽນອອກມາວ່າ ວຽກໃດຄວນເຮັດກ່ອນ ແລະ ເຮັດຫຼັງ ຕັ້ງເວລາໃນການເຮັດວຽກແຕ່ລະຢ່າງໃຫ້ສຳເລັດ ຈາກນັ້ນ ກໍເລີ່ມເຮັດວຽກຕາມແຜນທີ່ວາງໄວ້.

-ການປະຕິບັດຕາມແຜນງານຢ່າງເຄັ່ງຄັດ: ຂໍ້ນີ້ເປັນປັດໄຈສຳຄັນທີ່ສຸດ ເພາະການເຮັດວຽກຢູ່ເຮືອນນີ້ ບໍ່ມີໃຜຈະມາຕິດຕາມ ແຕ່ຫົວໜ້າຈະມີການສອບຖາມຄວາມຄືບໜ້າຂອງວຽກນຳທ່ານເປັນແຕ່ລະໄລຍະ ທ່ານຈຶ່ງຈໍາເປັນຕ້ອງມີວິໄນຢ່າງສູງ ໃນການເອົາໃຈໃສ່ປະຕິບັດຕາມແຜນງານທີ່ໄດ້ວາງໄວ້ຢ່າງເຄັ່ງຄັດ ບໍ່ເອົາເວລາໄປເຮັດວຽກອື່ນໆທີ່ບໍ່ຈໍາເປັນ.

ການເຮັດວຽກຢູ່ເຮືອນ ເບິ່ງຄືວ່າຈະງ່າຍ ແລະ ສະບາຍ ແຕ່ຖ້າທ່ານຂາດວິໄນ ແລະ ການວາງແຜນທີ່ດີແລ້ວ ກໍຈະເຮັດໃຫ້ການເຮັດວຽກຂອງທ່ານບໍ່ສໍາເລັດຜົນຢ່າງແນ່ນອນ. ຜູ້ຂຽນກໍຫວັງຢ່າງຍິ່ງວ່າ ເຕັກນິກທີ່ໄດ້ນໍາສະເໜີໄປ ຈະເປັນແນວທາງໃຫ້ທ່ານຜູ້ອ່ານນຳໄປປັບໃຊ້ໃຫ້ເກີດປະໂຫຍດແກ່ຕົວທ່ານເອງໄດ້ບໍ່ຫຼາຍກໍໜ້ອຍ.

ສຸດທ້າຍນີ້ ເຖິງວ່າການເຮັດວຽກຢູ່ເຮືອນຈະເປັນເລື່ອງໃໝ່ສຳລັບສັງຄົມບ້ານເຮົາ ແຕ່ເນື່ອງຈາກສະຖານະການສຸກເສີນທີ່ອາດເກີດຂຶ້ນໄດ້ຕະຫຼອດເວລາ ອົງກອນຕ່າງໆ ແລະ ພະນັກງານກໍຄວນກຽມພ້ອມປັບຕົວຮັບມືກັບສະພາບການເຮັດວຽກໃນຮູບແບບທີ່ຕ່າງອອກໄປ ເພື່ອເຮັດໃຫ້ວຽກງານເຮົາຍັງສາມາດສືບຕໍ່ດຳເນີນໄປໄດ້ຢ່າງມີປະສິດຕິພາບ ທ່ານເອງກໍຄວນສຶກສາ ແລະ ກຽມຕົວໃຫ້ພ້ອມ ເພາະຫ້ອງການຂອງທ່ານອາດນໍາໃຊ້ມາດຕະການເຮັດວຽກຢູ່ເຮືອນ ໃນອະນາຄົດໃກ້ໆນີ້ກໍເປັນໄດ້.(ວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

how to work from home effectively

While “work from home” is a new thing for many Lao people, such working style has been around in overseas for some times. The trend is more likely to continue gaining higher popularity as some tasks do not require office presence. For this reason, employees can choose to work from home with help from technology in communicating with their team, have flexible working hours, free to think and work more happily which, in the end, could positively affect their overall work effectiveness. In Laos, work from home has started since the COVID-19 pandemic early this year. When government adopted the idea of social distancing to help mitigating the wide outbreak, schools were instructed to temporarily close down with some public and private officials to work from home. In this article, the writer would like to share some techniques for readers to further improve their work from home effectiveness.

-Designate a clear workspace: designation of a workspace is the first crucial step as it directly affects our mentality. The designation helps us distinguishing a workspace from rest space, and also helps us choosing where we can concentrate better. For instance, it is better to answer emails from a boss or clients at a workspace rather than to work in front of a TV or sit at a dining table or teleconference on a bed. If you do not have a home office, you can designate a certain corner in your house as seen appropriate as your workspace. You can start by putting a comfortable chair and desk on that corner before turning it into a specific workspace eventually. Please also inform your family members to keep out of the area in order not to disturb you when you work.

-Get ready to communicate with your team: investing in the quality and stable Internet connection is mandatory as you will need it to communicate and exchange work files with your colleagues. Moreover, studying more on how to use different programs or applications to support your communication is highly necessary in order to stay connected with your co-workers, while minimizing any communicative restrictions.

-Eliminate distractions: noises from people, cars, TV and so on can distract you from your work. Putting on an earphone to listen to music or block distracted noises will help you concentrate more on your work. You should explain to your family that even though you stay home, you still have to work and need to concentrate. You should inform them your specific working time so that they would not bother you during that time. This also helps you getting rid of a chance of having conflicts with your family due to misunderstanding. Apart from noises, social media is another distraction which could waste your time. Therefore, you should turn off all notifications in order to be able to focus more on your work. You can check on your social media when you rest in order to relieve stress. Please always keep in mind that work from home is just similar to office working with place as the only difference here. As a result, do not engage in any household chores, such as cloth washing and drying, dish washing, and floor cleaning, just yet since these chores will take away your time used to complete your work.

-Find your prime time: everyone has their own prime time when their work effectiveness reaches its maximum level. Thus, you should find your own prime time and make sure you work during that time in order to produce the best possible outcome.

-Have a clear working schedule: an advantage of working from home is flexible working hours, but you have to focus more than usual. You should set a waking, eating, working and resting time clearly before practicing it as a routine. Most importantly, you have to be strict and consistent to your schedule. When it is time to start working, you have to start working. Likewise, when it is time to stop, you have to stop and put everything back in its place before doing other activities, namely doing exercise, gardening, cooking, watching movies, having conversation or spending time with family, and so on, in order to relieve stress, recharge yourself and get ready for the next day.

-Give yourself a proper break from work: giving yourself a 5 or 10-minute break just to get away from a computer screen for a moment to stretch, use a restroom and so on will help freshening you up at an incredible rate. Whenever you reach a dead end or cannot think of anything, you can try walking away from your working corner briefly, for instance go to a balcony or front yard, in order to allow your brain to break for a better function later.

-Get yourself ready for work: begin your day with a shower and nice dress just like you would normally leave for work. It does not mean you have to wear suit and tie. Just what would make you feel comfortable, but not pajamas. Having a shower will freshen you up both physically and mentally, and get yourself ready for work, especially when you have to do a teleconference.

-Create a to-do list: working from home without supervision can be challenging since you have to know what to do for the day. It can also be complicated to prioritize things and keep up with deadlines. As a result, you should create a to-do list by taking into consideration of the proper amount of workloads, not too much or too less, which could actually be completed within a day. After that, you can prioritize such tasks in order to know what to do first and later. Then, set a deadline for each task before starting to work on them.

-Strict implementation of work plans: this is the most vital factor. Since there is no regular supervision from your boss, work from home requires the strict implementation of work plans so that you would not spend your working time on something else unnecessary.

Work from home may seem easy and comfortable, but without disciplines and good plans, you will not be able to work successfully. The writer hopes that all techniques mentioned above would, more or less, prove useful to many of you.

Because emergency situation can occur at any time, we have to always get ourselves ready for any new working mode just like the work from home in order for our works to proceed effectively. It is better to study and be prepared as work from home can be adopted at our organizations someday in the future.(Target Magazine issue 167 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments