ເຖິງເວລາແລ້ວ!!! ສປປ ລາວ ເຮົາມີແຜນຮັບມືກັບໄພແຫ້ງແລ້ງ ຢ່າງຈິງຈັງ.

ສາເຫດຂອງການເກີດໄພແຫ້ງແລ້ງໃນປີ 2019 ອີງຕາມສະພາວະໂລກຮ້ອນທີ່ເກີດຂຶ້ນ.  ໃນປັດຈຸບັນ, ຊຶ່ງມີທ່າອ່ຽງອຸນນະພູມເພີ່ມຂຶ້ນໄດ້ສົ່ງຜົນກະທົບໂດຍກົງຕໍ່ບັນດາປະເທດຕ່າງໆຢູ່ໃນໂລກ ເຮັດໃຫ້ຄວາມສົມດຸນຂອງສະພາບອາກາດມີການປ່ຽນແປງຄື: ລະດູໜາວບໍ່ໜາວຫຼາຍ ກົງກັນຂ້າມລະດູຮ້ອນຍີ່ງຮ້ອນ ແລະ ແຫ້ງແລ້ງ ເວົ້າລວມ ເວົ້າສະເພາະແມ່ນຢູ່ບັນດາປະເທດທີ່ ນອນຢູ່ໃນອ່າງແມ່ນໍ້າຂອງໄດ້ປະສົບກັບໄພແຫ້ງແລ້ງຢ່າງຮຸນແຮງ ແລະ ຕໍ່ເນື່ອງຍ້ອນໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຊຶ່ງສະແດງອອກຄື: ໃນໄລຍະລະດູຝົນປະລິມານຝົນຕົກໜ້ອຍຜິດປົກກະຕິ ເມື່ອທຽບໃສ່ຫຼາຍປີຜ່ານມາ ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດໄພແຫ້ງແລ້ງໃນເຂດອ່າງຮັບນໍ້າຂອງແມ່ນໍ້າຂອງໂດຍສະເພາະ ໃນປີ 2019 ເກີດມີປະກົດການນໍ້າຖ້ວມຢູ່ພາກໃຕ້ ແລະ ເກີດມີໄພແຫ້ງແລ້ງຢູ່ພາກເໜືອແລະ ພາກກາງ

ເພື່ອຮັບມືຕໍ່ກັບໄພແຫ້ງແລ້ງ ບັນດາປະເທດລຸ່ມແມ່ນໍ້າຂອງ ເວົ້າລວມເວົ້າສະເພາະ ຢູ່ປະເທດລາວເຮົາຄວນຈະສຶກສາ ແລະ ຮຽນຮູ້ບົດຮຽນຈາກບັນດາປະເທດອື່ນ ທີ່ມີບົດຮຽນກ່ຽວກັບການປ້ອງກັນໄພແຫ້ງແລ້ງ ເປັນຕົ້ນ ສປ. ຈີນ, ສາຫະລັດອາເມລິກາ, ນໍເວ, ສະວິດເຊີແລນ.

ພ້ອມດຽວກັນນີ້, ພວກເຮົາຕ້ອງໄດ້ສ້າງຍຸດທະສາດ ແລະ ແຜນດໍາເນີນງານໄລຍະກາງ ແລະ ໄລຍະຍາວ ເພື່ອຮັບມືກັບໄພແຫ້ງແລ້ງດັ່ງກ່າວ ໂດຍໄວ ໂດຍສຸມໃສ່ການສ້າງແຜນຄຸ້ມຄອງບັນດາອ່າງ, ການບໍລິຫານຈັດສັນນໍ້າຢູ່ບັນດາເຂື່ອນໄຟຟ້າ ແລະ ເພີ່ມທະວີການຮ່ວມມືໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ດ້ານການຄຸ້ມຄອງຊັບພະຍາກອນນໍ້າ ແນ່ໃສ່ເພີ້ມທະວີການສ້າງເຄືອຂ່າຍພື້ນຖານໂຄງລ່າງດ້ານຊັບພະຍາກອນນໍ້າໃນການກຽມພ້ອມຮັບມືກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.

ຜ່ານການທົບທວນຄືນກ່ຽວກັບສະຖິຕິໄພແຫ້ງແລ້ງໃນຊຸມປີຜ່ານມາໄດ້ວ່າພົບວ່າ: ໄລຍະ 6 ເດືອນຕົ້ນປີ 2019 ປະລິມານນໍ້າຝົນທີ່ຕົກໃນອ່າງຮັບນໍ້າອູ ໄດ້ຫຼຸດລົງເຖິງ 41% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີ 2018 ແລະ ຫຼຸດລົງຮອດ 29% ໃນໄລຍະເດືອນກໍລະກົດ ຫາ ກັນຍາ 2019. ສໍາລັບຢູ່ເຂດອ່າງຮັບນໍ້າງື່ມແມ່ນ ໄດ້ຮັບຜົນກະທົບໂດຍກົງ ຍ້ອນປະລິມານນໍ້າຝົນໜ້ອຍ ແລະ ຕົກຂາດຊ່ວງ

ນອກຈາກນີ້, ເມື່ອມີສະພາວະອຸນຫະພູມສູງ ບວກໃສ່ການເກີດມີປະກົດການ ແອລນີໂນ (El Niño) ທີ່ມີກໍາລັງແຮງຂຶ້ນ ຫຼື ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກໍາລັງອ່ອນລົງ, ມັກຈະເກີດສະພາບແຫ້ງແລ້ງຢ່າງຮຸນແຮງຄື: ໃນປີ 1998, 2003, 2016 ແລະ ປີ 2019. ອີງຕາມຂໍ້ມູນທາງອຸຕຸນິຍົມ-ອຸທົກກະສາດຈາກ ພາກສ່ວນກ່ຽວຂ້ອງ ພົບເຫັນວ່າ ໃນປີ 2019 ໃນບໍລິເວນອ່າງແມ່ນໍ້າຂອງຕອນເທິງ (ຫຼື ເອີ້ນວ່າອ່າງແມ່ນໍ້າລ້ານຊ້າງ) ປະລິມານນໍ້າຝົນໃນ ໄລລະຫວ່າງ ເດືອນເມສາ, ພຶດສະພາ, ມິຖຸນາ ແລະ ສິງຫາ ໄດ້ຫຼຸດລົງ 51%, 71%, 39%, ແລະ 43% ຕາມດໍາລັບ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສະແດງອອກຢ່າງຈະແຈ້ງຄື: ປັດຈຸບັນ, ລະດັບນໍ້າຢູ່ອ່າງເກັບນໍ້າ ແມ່ນໍ້າຢູຈາ ດິຕູ້ (Yuzhadu Reservoir) ທີ່ນອນຢູ່ໃນ ສາຍນໍ້າຫຼັກຂອງແມ່ນໍ້າລ້ານຊ້າງ (ແມ່ນໍ້າຂອງ ຕອນເທິງ) ແມ່ນມີລະດັບນໍ້າທີ່ຕໍ່າທີ່ສຸດນັບຕັ້ງແຕ່ການກໍ່ສ້າງອ່າງເກັບນໍ້າ ຊຶ່ງມີລະດັບນໍ້າ ສະເລ່ຍຕໍ່າກວ່າ 27 ແມັດ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.ພ້ອມນີ້, ກອງເລຂາຄະນະກຳມາທິການແມ່ນໍ້າ ຂອງສາກົນ (MRCS) ຍັງໄດ້ລາຍງານສະພາບນໍ້າປະຈຳອາທິດໃນເດືອນທີ່ຜ່ານມາກ່ຽວກັບປະລິມານຝົນຕົກໜ້ອຍໃນລະດູຝົນຂອງເຂດອ່າງແມ່ນໍ້າຂອງ.

ສະນັ້ນ, ຈື່ງສາມາດສະຫຼຸບໄດ້ວ່າສາເຫດທີ່ພາໃຫ້ເກີດມີໄພແຫ້ງແລ້ງທີ່ຮຸນແຮງໃນປີ 2019 ແມ່ນເກີດຈາກມີປະລິມານຝົນຕົກໜ້ອຍຜິດປົກກະຕິເມື່ອທຽບໃສ່ປີຜ່ານມາ.

ອີງຕາມປະສົບການ ຂອງບັນດາປະເທດຕ່າງໆໃນໂລກ ພໍສະຫຼຸບໄດ້ຄື: ເພື່ອຮັບມືກັບໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມຕ້ອງໄດ້ສ້າງມາດຕະການ ການປ້ອງກັນ ແລະ ການປົກປັກຮັກສາຄື: ຕ້ອງໄດ້ກໍ່ສ້າງອ່າງເກັບກັກນໍ້າໃຫ້ພຽງພໍ ເພື່ອສາມາດປ້ອງກັນໄພນໍ້າຖ້ວມທີ່ເກີດຂື້ນຊົ່ວຄາວ ທັງສາມາດເກັບຮັກສານໍ້າ ເພື່ອນໍາໃຊ້ໃນກໍລະນີເກີດມີໄພແຫ້ງແລ້ງ. ສະເພາະຢູ່ບ້ານເຮົາ ໄລຍະຜ່ານມາ ການສ້າງອ່າງເກັບນໍ້າຊວງ ແລະ ອ່າງເກັບນໍ້າ ຫຸມ ກໍ່ເປັນຕົວແບບໜຶ່ງທີ່ເປັນຮູບປະທໍາ.

ສະນັ້ນ, ຢູ່ທຸກເມືອງ ແລະ ທຸກແຂວງຄວນຂຸດອ່າງກັກເກັບນໍ້າຂະໜາດໃຫຍ່ໄວ້ ໄປຄຽງຄູ່ກັບການປົກປັກຮັກສາປ່າໄມ້, ຊຶ່ງບາງບົດຮຽນທີ່ດີຂອງບັນດາປະເທດຕ່າງໆ ເພື່ອປ້ອງກັນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງມີດັ່ງນີ້:

1) ສະຫະລັດອາເມລິກາໄດ້ອອກແບບກໍ່ສ້າງ ອ່າງເກັບນໍ້າຂະໜາດໃຫຍ່ ພ້ອມລະບົບບໍລິຫານຈັດການນໍ້າ ຊຶ່ງໄດ້ດໍາເນີນມາຫຼາຍ 100 ປີແລ້ວຈົນເຖິງປະຈຸບັນ.

2) ສປ. ຈີນໄດ້ດໍາເນີນໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດໃຫຍ່ (ເຂື່ອນສາມຫຸບເຂົາ-Three Gorges) ໃນສາຍແມ່ນໍ້າຢາງຊີຈຽງ (Yangtze Three Gorges) ຊຶ່ງສາມາດປ້ອງກັນໄພນໍ້າຖ້ວມ ແລະ ມີນໍ້າຢ່າງພຽງພໍສາມາດໃນການສະໜອງນໍ້າໃນເວລາທີ່ເກີດໄພແຫ້ງແລ້ງ.

3) ອ່າງເກັບນໍ້າຂະໜາດໃຫຍ່ຈໍານວນຫຼວງ ຫຼາຍໄດ້ກໍ່ສ້າງຂຶ້ນໃນບັນດາປະເທດທີ່ພັດທະນາແລ້ວ ເປັນຕົ້ນ ປະເທດນໍເວ ແລະ ປະເທດສະວິດເຊີແລນ.

ດັ່ງນັ້ນ, ຈາກບົດຮຽນຂອງບັນດາປະເທດຕ່າງໆ ຢູ່ໃນໂລກກ່ຽວກັບການຮັບມືກັບໄພແຫ້ງແລ້ງ ແລະ ນໍ້າຖ້ວມ ສປປ ລາວ ຄວນສຸມໃສ່ ລິເລີມປະຕິບັດຢ່າງເປັນລະບົບດັ່ງນີ້:

1) ສຶກສາ ແລະ ດໍາເນີນການກໍ່ສ້າງອ່າງເກັບກັກນໍ້າຢູ່ໃກ້ເຂດຕົວເມືອງໃຫຍ່-ນ້ອຍຢູ່ບັນດາ ເມືອງ ແລະ ແຂວງ ພ້ອມທັງສ້າງຍຸດທະສາດ ແລະ ແຜນດໍາເນີນງານໃນການບໍລິຫານຈັດການນໍ້າຢູ່ແຕ່ລະອ່າງຮັບນໍ້າ ແລະ ປັບປຸງລະບົບຊົນລະປະທານ ໂດຍສະເພາະແມ່ນຢູ່ບັນດາເຂື່ອນໄຟຟ້າຢ່າງເປັນລະບົບ ໂດຍມີການເຂົ້າ ຮ່ວມຂອງພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖີ່ນ;

2) ທົບທວນ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນໃຫ້ມີຄວາມເຂັ້ມແຂງ ໂດຍການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງເປັນຮູບປະທໍາ;

3) ສຶບຕໍ່ເພີ່ມທະວີການຮ່ວມມືກັບບັນດາປະເທດອະນຸພາກພື້ນ, ພາກພື້ນ ແລະ ສາກົນ ພາຍໃຕ້ຂອບການຮ່ວມມືປະຈຸບັນ ເປັນຕົ້ນ ແມ່ນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ໂດຍຖືເອົາໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ ເປັນສົງຄາມໜຶ່ງ ທີ່ສົ່ງຜົນກະທົບໂດຍກົງຕໍ່ການດໍາ ລົງຊີວິດຂອງປະຊາຊົນ ກໍ່ຄືການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຕ້ອງໄດ້ຮີບຮ້ອນໃນການຕໍ່ສູ້ເອົາຊະນະໂດຍໄວ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດຕາມທິດຍືນຍົງ.

ສັງລວມໂດຍ : ຄະນະວິຊາການອະວຸໂສດ້ານຊັບພະຍາກອນນໍ້າ

Comments