ງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ 2019

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າແຫ່ງຊາດລາວ, ສະຖານທູດຈີນ ປະຈຳ ສປປ ລາວ,  ກົມສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີມການຄ້າສາກົນ ສປ ຈີນ. ໄດ້ເປີດງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ ແລະ ແມ່ນໍ້າລ້ານຊ້າງ ປີ 2019 ຄັ້ງທີ 4 ຂຶ້ນຢ່າງເປັນທາງໃນວັນທີ 25  ພະຈິກ 2019  ແລະ ງານນີ້ ຈະໄດ້ດຳເນີນວາງສະແດງຈົນໄປເຖິງວັນທີ 28 ພະຈິກ ທີ່ຈະມາເຖິງນີ້ຢູ່ທີ່ ສູນການຄ້າ ລາໄອເຕັກ (ຕຶກເກົ່າ). ເຊີນຊວນທຸກໆໄປທ່ຽວຊົມງານວາງສະແດງໄດ້.

ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ສື ຕົງຫລີ ຮອງຫົວໜ້າກົມ ສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີ່ມການຄ້າສາກົນ ສປ ຈີນ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອູດສາຫະກຳ ແຫ່ງຊາດລາວ. ມີບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ , ແຂກຖືກເຊີນເຂົ້າຮ່ວມງານ.

ທ່ານ ໄຊສົມເພັດ ນໍຣະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຄ ກ່າວວ່າ: ງານວາງສະແດງດັ່ງກ່າວນີ້ ເປັນຄັ້ງທຳອິດທີ່ມີການຮ່ວມມືຂອງ 4 ພາກສ່ວນຈາກ ສປປ ລາວ ແລະ ສປ ຈີນ.  ຈຸດປະສົງຫຼັກຂອງການຈັດງານດັ່ງກ່າວ ເພື່ອເປັນການຜັນຂະຫຍາຍຍຸດທະສາດການເຊື່ອມໂຍງ ການຮ່ວມມືດ້ານເສດຖະກິດຂອງບັນດາປະເທດໃນຂອບການຮ່ວມມື ແມ່ນ້ຳຂອງ – ແມ່ນໍ້າລ້ານຊ້າງ, ຕາມທິດໜຶ່ງແລໜຶ່ງເສັ້ນທາງ, ເພື່ອສົ່ງເສີມການຄ້າໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ 2 ປະເທດ ລາວ – ຈີນ ເພື່ອເປີດໂອກາດໃຫ້ກັບພາກທຸລະກິດຂອງ 2 ປະເທດ ໄດ້ມີການສືບຕໍ່ແລກປ່ຽນຂໍ້ມູນ – ຂ່າວສານຕ່າງໆ ເພື່ອຊຸກຍູ້ທາງດ້ານການຄ້າ, ການເຊື່ອມໂຍງ, ການຮ່ວມມືໃນປັດຈຸບັນ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນຮ່ວມກັນໃນອະນາຄົດ.

ໃນ 8 ເດືອນຕົ້ນປີ 2019 ມູນຄ່າການຄ້າ ລະຫວ່າງສປປ ລາວ – ສປ ຈີນ ບັນລຸໄດ້ 2.530 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 16,6% ຖ້າທຽບໃສ່ປີຜ່ານມາ. ໃນນັ້ນ, ລາວນຳເຂົ້າມາແມ່ນ 1.120 ລ້ານໂດລາສະຫະລັດ ແລະ ສົ່ງອອກໄປຈີນ 1.410 ລ້ານໂດລາສະຫະລັດ.

ສິນຄ້າຕົ້ນຕໍທີ່ສົ່ງອອກໄປຈີນ ມີ: ແຮ່ທອງ, ຝຸ່ນໄມ້, ເຍື້ອໄມ້, ປຸ໋ຍ, ໝາກໄມ້ ແລະ ໝາກໄມ້ເປືອກແຂງ. ໃນຂະນະທີ່ສິນຄ້າທີ່ນໍາເຂົ້າຈາກຈີນ ສ່ວນຫຼາຍແມ່ນອຸປະກອນກົນຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຄື່ອງໃຊ້ໄຟຟ້າ, ສາຍໄຟຟ້າເປັນຕົ້ນ ເຊິ່ງຈີນ ຍັງເປັນຄູ່ຄ້າອັນດັບ 2 ຂອງລາວ ຖັດຈາກປະເທດໄທ.

ທ່ານ ນາງ ສື ຕົງຫຼີ ຮອງຫົວໜ້າກົມ ສົ່ງເສີມການຄ້າ ແລະ ການລົງທຶນກ່າວວ່າ: ງານວາງສະແດງການຮ່ວມມືເສດຖະກິດ ແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ແມ່ນໄດ້ຈັດຂຶ້ນທຸກໆປີ ໂດຍ 6 ປະເທດລຸ່ມແມ່    ນ້ຳຂອງ – ແມ່ນ້ຳລ້ານຊ້າງ ( ຈີນ, ມຽນມາ, ໄທ, ສປປ ລາວ, ກຳປູເຈຍ ແລະ ສສ ຫວຽດນາມ ) ໄດ້ໝູນວຽນກັນເປັນເຈົ້າພາບ ໂດຍງານໃນປີນີ້ໄດ້ຈັດຂຶ້ນເປັນຄັ້ງທີ 4 ແລະ ຈັດຂຶ້ນທີ່ ສປປ ລາວ ມັນໄດ້ກາຍເປັນປ່ອງຢ້ຽມອັນສໍາຄັນໃນການສະແດງຜະລິດຕະພັນ, ອຸປະກອນເຕັກນິກຍີ່ຫໍ້ຂອງຈີນ ແລະ ເປັນເວທີການຮ່ວມມືດ້ານເສດຖະກິດ, ການຄ້າ, ໂຕນມີຫົວໜ່ວຍທຸລະກິດທີ່ມີຊື່ສຽງຂອງຈີນ ເຂົ້າຮ່ວມວາງສະແດງ ເຊັ່ນ: ບໍລິສັດດາວທຽມ, ໂຄງຮ່າງພື້ນຖານ, ການຄົມມະນາຄົມ, ພະລັງງານ, ໄຟຟ້າ, ເຄື່ອງກໍ່ສ້າງ ແລະ ອື່ນໆ.

 

Comments