ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ເປີດ campaign ໃຫຍ່ຈັບສະຫຼາກຫາຜູ້ໂຊກດີ

ເມື່ອເດືອນກໍລະກົດ ປີ 2019 ທີ່ຜ່ານມາ, ບໍລິສັດ ຕັນຈົງ ມໍເຕີຣ໌ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”),    ເຊິ່ງເປັນຕົວແທນຜູ້ຈັດຈຳໜ່າຍລົດ ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີຣ໌ໂຫດດີງສ໌ Tan Tan Motor Holdings Bhd (ປະເທດມາເລເຊຍ) ແລະ ຜູ້ເປັນໃຫ້ບໍລິການຫຼັງການຂາຍໃນລາຊະອານາຈັກກໍາປູເຈຍ, ປັດຈຸບັນໄດ້ເປີດແຄມເປນ campaign ໃຫຍ່ທີ່ໜ້າສົນໃຈຄື ‘A WIN A TERRA CAMPAIGN’ ຄືນກຳໄລໃຫ້ກັບລູກຄ້າທີ່ຊື້ລົດຈາກບໍລິສັດ ຕັ້ງແຕ່ຕອນນີ້ຈົນເຖິງເດືອນກຸມພາ ປີ 2020.

ນີ້ເປັນຄັ້ງທຳອິດທີ່ບໍລິສັດຕັນຈົງມໍເຕີຣ Tan Chong Motor ໄດ້ເປີດແຄມເປນ campaign ໃໝ່ລ້າສຸດ ‘A WIN A TERRA CAMPAIGN’   ເປັນການຈັບສະຫຼາກຫາຜູ້ໂຊກດີ ໃນໄລຍະ 8 ເດືອນ. ສໍາລັບລູກຄ້າທີ່ຊື້ລົດ Nissan ທຸກລຸ້ນໃນໄລຍະເປີດແຄມເປນ campaign ນີ້.  ຈະມີສິດລຸ້ນຊີງໂຊກ ບໍ່ພຽງແຕ່ການຈັບສະຫຼາກລຸ້ນຮັບລາງວັນແຕ່ລະລາຍເດືອນເທົ່ານັ້ນ ແຕ່ຍັງຈະມີສິດຈັບສະຫຼາກລຸ້ນລາງວັນໃຫຍ່ ໝາຍຄວາມວ່າລູກຄ້າຈະມີໂອກາດຮັບໂຊກສອງຊັ້ນໃນການຈັບລາງວັນ.

*ລູກຄ້າທີ່ຊື້ ລົດນິສສັນທຸກລຸ້ນບໍ່ວ່າຈະເປັນ ນິສສັນ ນາວາຣາ Nissan NAVARA, ເອັກຊ໌ – ເທັຣລ໌ X-TRAIL ຫຼື ເອີແວນ URVAN. ໃນລະຍະເວລາການເປີດແຄມເປນ campaign ຈະໄດ້ຮັບສິດໜື່ງຄັ້ງໃນການເຂົ້າຮ່ວມການຈົກສະຫຼາກລາຍເດືອນ ແລະ ການຈັບລາງວັນໃຫຍ່ໜື່ງຄັ້ງ.

*ສໍາລັບລູກຄ້າທີ່ຊື້ນິສສັນ ເທີຣາ Nissan TERRA ຈະມີສິດເຖິງສອງຄັ້ງໃນການເຂົ້າຮ່ວມການຈົກສະຫຼາກລາຍເດືອນ ແລະ ການຈັບລາງວັນໃຫຍ່ໜຶ່ງຄັ້ງ.

ສຳລັບລາງວັນເພື່ອຄືນກຳໄລໃຫ້ກັບລູກຄ້າປະກອບມີ: ເຕົາອົບໄມໂຄຣເວັບວ໌, ໂທລະພາບສີ 55 ນີ້ວ, ຄໍາ ແລະ ລາງວັນໃຫຍ່ກໍຄື: ລົດນິສສັນເທີຣາ Nissan TERRA 4×2  ໃໝ່ລ່າສຸດ ລວມມູນຄ່າທັງໝົດ USD64,900.

ສຳລັບທ່ານໃດທີ່ກຳລັງຄິດຈະຊື້ລົດໃໝ່ມາຮັບໃຊ້ໃນຄອບຄົວ ຫຼື ທຸລະກິດ ຢາກທົດລອງຂັບ ລົດນິສສັນ Nissan  ຫຼາຍລຸ້ນທີ່ມີຈຳໜ່າຍໃນລາວ ກໍສາມາດເຂົ້າໄປຢ້ຽມຊົມ Showrooms ທີ່ໃກ້ທີ່ສຸດບໍ່ວ່າຈະຢູ່ ສາຂາ ບ້ານ ຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ , ສາຂາ  ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ,ສາຂາ ສະຫວັນນະເຂດ ບ້ານ ນາເລົ່າ ຖະໜົນໄກສອນ, ສາຂາ ຫຼວງພະບາງ ບ້ານ ດອນເກົ່າ ເມືອງຫຼວງພະບາງ ແລະ ສາຂາ ປາກເຊ ບ້ານ ສະໜາມໄຊ ເມືອງປາກເຊ  ເພື່ອທົດລອງຂັບ ແລະ ຈອງລົດຍົນນິສສັນ Nissan ລຸ້ນຕ່າງໆ ທີ່ທ່ານມັກ.

ສາມາດສອບຖາມຂໍ້ມູນເພີ່ມຕື່ມກ່ຽວກັບລົດຍົນນິສສັນ Nissan ທຸກລຸ້ນໃນປະເທດລາວ, ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos

 

Comments