Mitsubishi ເປີດຕົວລົດໃຫມ່ໃນລາວ Xpander 2019 ຕອບໂຈດທຸກກຸ່ມຄົນ

ຕື່ມເຕັມທຸກຄວາມຝັນຂອງທ່ານ ດ້ວຍ Mitsubishi Xpander 2019

ມິດຊູບິຊິ ມໍເຕີ ລາວ (Mitsubishi Motors Laos) ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ໃນລາວ Mitsubishi All new  Xpander 2019  ຢ່າງເປັນທາງການ ໃນມື້ນີ້, ຕອນເຊົ້າ ວັນທີ 12 ທັນວາ 2019 ທີ່ສູນ ມິດຊູບິຊິ ເຕ້ 2, ນະຄອນຫຼວງວຽງຈັນ.

ທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ຜູ້ອຳນວຍການໃຫຍ່ Mitsubishi Motors Laos ໄດ້ນຳສະເໜີເຖິງຄຸນສົມບັດລົດ Xpander 2019  ເປັນລົດທີ່ສາມາດຕອບໂຈດ ແລະ ຕື່ມເຕັມທຸກຄວາມຝັນຂອງທຸກທ່ານໄດ້ ເພາະເປັນລົດ ເຄິ່ງລົດຈິບ SUV ເຄິ່ງລົດ ຕູ້ຂະໜາດນ້ອຍທີ່ມາພ້ອມ 7 ບ່ອນນັ່ງ

ມີການອອກແບບທາງໜ້າລົດ ທີ່ສວຍງານເປັນເອກະລັກໂດດເດັ່ນ ໃນແບບຂອງມິດຊູບິຊິ ໂດຍສະເພາະ,  ບໍ່ມີແຕ່ຄວາມງາມທີ່ນ່າຫຼົງໄຫຼເທົ່ານັ້ນ ແຕ່ຍັງອອກແບບມາເພື່ອຄວາມປອດໄພ ແລະ ເສີມບຸກຄະລິກຂະພາບຂອງຜູ້ຂັບຂີ່ອີກດ້ວຍ.

ລາຍລະອຽດ ແລະ ຄຸນສົມບັດຄວາມສາມາດການໃຊ້ງານທີ່ຫຼາກຫຼາຍ ທີ່ຕອບໂຈດທຸກກຸ່ມຄົນ ແລະ ໃຫ້ຄວາມສະດວກສະບາຍທັງຜູ້ຂັບຂີ່ ແລະ ຜູ້ໂດຍສານ

      

ສຳລັບທ່ານໃດສົນໃຈລົດ  Mitsubishi All new  Xpander 2019 ເພື່ອມາເປັນສ່ວນໜຶ່ງຂອງຄອບຄົວ ແລະ ຕົວທ່ານເອງໃຫ້ສະດວກສະບາຍຂຶ້ນ ກໍສາມາດເຂົ້າໄປທົດລອງຂັບ ແລະ ສຳພັດລົດຕົວຈິງໄດ້ທີ່ສູນ ມິດຊູບິຊິ ເຕ້ 2 ໄດ້ ຫຼື ສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ເຟສບຸກ Mitsubishi Mortors Laos      ຫຼືໂທ 021 256 280 whatapp 020 5758 5555.

ໝາຍເຫດ: ຮີບຟ້າວໄປຈັບຈອງໃນໄລຍະນີ້ເຖິງທ້າຍປີ 2019 ເດີ້ ເພື່ອທ່ານຈະບໍ່ໄດ້ພາດໂປຣໂມຊັນດີໆ ບໍ່ວ່າຈະເປັນສ່ວນຫຼຸດ ຂອງແຖມພິເສດຫຼາກຫຼາຍຢ່າງໃຫ້ທ່ານເພິ່ງພໍໃຈແນ່ນອນ. 

 

 

 

Comments