ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ (The Above & Beyond Tour ) ຢູ່ທີ່ບຶງທາດຫຼວງ ເຂດເສດຖະກິດພິເສດ ໃນວັນທີ 1-3 ພະຈິກ 2019 ທີ່ຜ່ານມາ. ແລະ ຂໍສະແດງຄວາມຍິນດີນຳ ທ່ານ ດານຸພົນ ວົງຄີລີ ທີ່ເປັນຜູ້ຊະນະໃນງານທົດລອງຂັບລົດແບບ ອ໋ອບໂລດ The Above & Beyond Tour ທີ່ຈະໄດ້ໄປຮ່ວມກິດຈະກຳຂອງແລນໂລເວີ ທີ່ປະເທດນາມິເບຍ (ແອບຟຣິກາໃຕ້)

ກິດຈະກຳງານ Land Rover The Above & Beyond Tour ຖືເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກທີ່ບໍ່ຄືໃຜ ເປັນໂອກາດທີ່ດີຫຼາຍສຳລັບລູກຄ້າທີ່ໄດ້ເຂົ້າມາສຳພັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດ SUV ອັນດັບໜຶ່ງ ທີ່ບໍ່ມີໃຜທຽບໄດ້. ໂດຍໄດ້ມີຜູ້ຊ່ຽວຊານຈາກຕ່າງປະເທດທີ່ມີປະສົບການດ້ານການຂັບຂີ່ທາງວິບາກແບບອ໋ອບໂຣດ ໄດ້ມາໃຫ້ຄຳແນະນຳໃນການຮັບມືກັບທຸກສະພາບພູມສັນຖານຂອງປະເທດທີ່ຍາກລຳບາກທີ່ສຸດບໍ່ວ່າຈະເປັນພື້ນທີ່ສູງຊັນ, ຂຸຂະ, ລົງນໍ້າບວກ, ຂຸມ ຈົນເຖິງເສັ້ນທາງທີ່ມີຄວາມທ້າທາຍທີ່ສຸດທີ່ເຄີຍມີມາຢ່າງໝັ້ນໃຈ.

ໃນປີນີ້ ຮູບແບບການຈັດງານແມ່ນແບບອ໋ອບໂຣດ ຫຼື ທາງວິບາກຂ້າມສິ່ງກີດຂວາງ ແລະ ທາງລາດຊັນທີ່ເປັນເນີນຄ້ອຍ ແລະ ເປັນບວກໜອງເພື່ອສະແດງໃຫ້ເຫັນເຖິງສະມັດຖະນະຂອງລົດ SUV  ຂອງແລນໂລເວີ ທີ່ນອກຈາກຈະໃຫ້ຄວາມຮູ້ສືກທີ່ຫຼູຫຼາ ເວລາຂັບຂີ່ແລ້ວ ຍັງສາມາດບຸກຕະລຸຍໃຫ້ຄວາມຕື່ນເຕັ້ນທ້າທາຍໄດ້ອີກດ້ວຍ ເຊິ່ງລົດທີ່ໃຊ້ໃນກິດຈະກຳຄັ້ງນີ້ມີ 3 ລຸ້ນຄື: Land Rover Discovery Sport ທີ່ມີຂະໜາດກະທັດຮັດຄ່ອງຕົວ, All New Discovery ແມ່ນຈະໜາດໃຫຍ່ຂຶ້ນມາໃຫ້ຄວາມທ້າທາຍ ແລະ ສະດວກສະບາຍ ແລະ Rang Rover Sport ແມ່ນຂະໜາດໃຫຍ່ຂຶ້ນມາອີກລະດັບໜຶ່ງທີ່ໃຫ້ທັງຄວາມຫຼູຫຼາສະຕາຍສະປອດ ພ້ອມຄວາມສະດວກສະບາຍ ແລະ ພ້ອມລຸຍໄດ້ທຸກບ່ອນ.

ນອກຈາກນີ້, ໃນງານທາງສູນລາວແລນໂລເວີ ຍັງໄດ້ມີເກມການແຂ່ງຂັນເກັບຄະແນນສຳລັບຜູ້ຮ່ວມທົດລອງຂັບຄັ້ງນີ້ ໂດຍການໃຊ້ທັກສະໃນການຂັບລົດເພື່ອໃຫ້ແວ່ນຂ້າງລົດຕໍາຖືກລູກເທັນນິດທີ່ທາງທີມງານໄດ້ຫ້ອຍໄວ້ແຕ່ລະດ່ານມີທັງໝົດ 7 ດ່ານ ພາຍໃນເວລາທີ່ກຳນົດໄວ້ ໂດຍຜູ້ທີ່ໂດ້ຄະແນນສູງສຸດ ຫຼື ຜູ້ຊະນະເລີດກໍຄື ທ່ານ ດານຸພົນ ວົງຄີລີ ທີ່ຈະໄດ້ມີໄປສຳຜັດປະສົບການທີ່ຕື່ນເຕັນ ແລະ ທ້າທາຍ ໃນການຂັບລົດແລນໂລເວີ ກັບທີມງານຜູ້ຊ່ຽວຊານ ແລະ ຜູ້ຊະນະຈາກະເທດອື່ນໆທົ່ວໂລກໃນເດືອນກຸມພາ ປີ 2020 ທີ່ປະເທດນາມີເບຍ ອາຟຣິກາໃຕ້.

 

Comments