ສິດໃນການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ

ການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ ຖືເປັນສິດທິຂັ້ນພື້ນຖານຂອງຄູ່ຄວາມ ໃນການເນີນຄະດີຢູ່ສານ ທັງນີ້ກໍ່ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຕົນຕາມກົດໝາຍ. ຄໍາວ່າ “ອາຍັດຊັບ” ໃນດ້ານກົດໝາຍແລ້ວ ໝາຍເຖິງ ການບໍ່ອະນຸຍາດໃຫ້ຊື້, ຂາຍ, ມອບ, ໂອນ, ແລກປ່ຽນ, ຊວດຈໍາ, ຄໍ້າປະກັນ, ຕໍ່ເຕີມ, ສ້ອມແປງ, ທໍາລາຍ ຫຼື ປ່ຽນແປງ ແລະ ອື່ນໆກ່ຽວກັບຊັບເຄື່ອນທີ່ ຫຼື ຊັບຄົງທີ່ ລວມທັງບັນຊີເງິນຝາກຢູ່ທະນາຄານ ທີ່ພົວພັນກັບຄະດີ ຕາມຄໍາສັ່ງຂອງສານ ຕາມທີ່ກໍານົດໄວ້ໃນມາດຕາ 3(19) ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012.

ການອາຍັດຊັບສິນ ແມ່ນມາດຕະການໜຶ່ງຂອງສານທີ່ສໍາຄັນ ເພື່ອຮັບປະກັນ ບໍ່ໃຫ້ໂຈດ ຫຼື ຈໍາເລີຍ ຫຼື ຜູ້ທີ່ເປັນເຈົ້າຂອງ ຊັບສິນດັ່ງກ່າວ ກະທໍາການໃດໆທີ່ຈະເປັນການສ້າງຄວາມເສຍຫາຍ ຫຼື ສ້າງຂໍ້ຜູກພັນເພີ່ມເຕີມຕໍ່ຊັບສິນດັ່ງກ່າວ ໃນລະຫວ່າງ ການດໍາເນີນຄະດີ ຈົນກວ່າ ສານຈະມີຄໍາສັ່ງປ່ຽນແປງ ເປັນຢ່າງອື່ນເຊັ່ນ: ການອາຍັດຮຸ້ນໃນບໍລິສັດ, ບັນຊີທະນາຄານ, ທີ່ດິນ, ອາຄານ, ເຮືອນ ແລະ ຊັບສິນອື່ນໆ, ເຊິ່ງສານສາມາດ ອອກຄໍາສັ່ງອາຍັດຊັບໄດ້ກໍຕໍ່ເມື່ອ ໃນກໍລະນີທີ່ໄດ້ຮູ້ແຈ້ງກ່ຽວກັບປະເພດ, ຈໍານວນ, ບັນຊີສັງຫາລິມະຊັບ ຫຼື ອະສັງຫາລິມະຊັບ ທີ່ພົວພັນກັບຄະດີ, ເປັນປະໂຫຍດໃຫ້ແກ່ການດໍາເນີນຄະດີ ຫຼື ເພື່ອຮັບປະກັນການຮ້ອງຟ້ອງ ຫຼື ການຟ້ອງແຍ່ງ ຕາມຄໍາຮ້ອງຂໍຂອງຄູ່ຄວາມຝ່າຍໃດໜຶ່ງ ຫຼື ຕາມຄໍາເຫັນຂອງສານ ຖ້າຫາກແມ່ນຜົນປະໂຫຍດຂອງລັດ ຫຼື ຂອງສັງຄົມແລ້ວ ສານຈະອອກຄໍາສັ່ງອາຍັດຊັບ ຕາມທີ່ກໍານົດໄວ້ໃນ ມາດຕາ 123 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012.

ສະນັ້ນ ຖ້າທ່ານເປັນຄົນໜຶ່ງ ທີ່ກໍາລັງມີຄະດີຄວາມຢູ່ສານ ແລະ ເຫັນວ່າ ຊັບສິນ ທີ່ກ່ຽວຂ້ອງກັບຄະດີນັ້ນກໍາລັງຈະມີການໂອນ, ຂາຍ ຫຼື ຊີ້ຂາດໃຫ້ບຸກຄົນອື່ນນັ້ນ ທ່ານ ມີສິດສະເໜີ ໃຫ້ສານອອກຄໍາສັ່ງອາຍັດຊັບດັ່ງກ່າວໄດ້ ຖ້າຫາກ ທ່ານບໍ່ສະເໜີແລ້ວ ສານຈະບໍ່ສາມາດອອກສໍາສັ່ງອາຍັດຊັບໄດ້ ເນື່ອງຈາກ ຕາມຫຼັກການຂອງການຂອງການພິຈາລະນາຄະດີແລ້ວ ສານຈະພິຈາລະນາຄະດີບົນພື້ນຖານ ການສະເໜີຂອງຄູ່ຄວາມ,  ບັນຫາໃດທີ່ຄູ່ຄວາມບໍ່ໄດ້ສະເໜີ ສານບໍ່ສາມາດພິຈາລະນາໃຫ້ໄດ້ ຍົກເວັ້ນ ຜົນປະໂຫຍດຂອງລັດ ຫຼື ຂອງສັງຄົມ ຕາມທີ່ກໍານົດໄວ້ໃນ ມາດຕາ 20 ຂອງກົດໝາຍ ວ່າດ້ວຍການ ດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012.

ສຸດທ້າຍນີ້ຂ້າພະເຈົ້າຫວັງວ່າ ບົດຄວາມນີ້ຈະເປັນສ່ວນໜຶ່ງໃນການໃຫ້ຂໍ້ມູນທາງດ້ານກົດໝາຍ ແລະ ເປັນປະໂຫຍດຢ່າງຍິ່ງ ຕໍ່ບັນດານັກທຸລະກິດ, ນັກຮຽນ, ນັກສຶກສາ, ປັນຍາຊົນຜູ້ກ້າວໜ້າ ແລະ ບຸກຄົນອື່ນໆທີ່ມີຄວາມສົນໃຈ ຫຼື ກໍາລັງມີບັນຫາທາງດ້ານກົດໝາຍ.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

(ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

right to request for court’s sequestration order

A request for court’s sequestration order is the fundamental right of any party in the court proceedings in order to protect their own legitimate rights and benefits. The word “sequestration” in legal context refers to the prohibition from buying, selling, giving, transferring, exchanging, pawning, guaranteeing, adding, fixing, destroying or changing and performing any other act upon movable or fixed assets including bank accounts involving crimes based on the order of court as stipulated on Article 3 (19) of the Law of Civil Proceedings amended as of 2012.

Asset sequestration is another important measure to ensure that plaintiff or defendant or owner of the assets do not engage in any act that would result in damaging or creating further legal bindings upon the assets when court trial is in process until there is a change to court’s order to, for instance the sequestration of shares, bank accounts, lands, buildings, houses and other assets. Court will be able to issue the sequestration order only if the court has clear details about types and amounts of asset, as well as property or real estate accounts involving crimes which benefit the trial or lawsuit or countersuit done by any party in court or by court’s instruction. If it relates to public or social benefits, court will order for sequestration as stipulated on Article 123 of the Law on Civil Proceedings amended as of 2012.

Therefore, if you are in court proceedings now and fear that assets involving a crime will be transferred, sold or authorized to others, you have the right to request for court’s sequestration order. If you do not make such request, the court will not be able to issue the order. Based on the principle of court proceedings, court will only proceed based on requests made by parties in lawsuit. Issues that are not presented to court will not be tried except for ones that directly affect public or social benefits as stipulated on Article 20 of the Law on Civil Proceedings amended as of 2012.

Finally, I hope that this article would serve as a useful reference, more or less, for businesspeople, students, youths and others who are interested in or are facing with legal problems now.

Notice: Target Magazine would like to reserve all rights of this article based on the Law on Intellectual Property. This article only aims at providing legal knowledge and does not serve as a legal advising or whatsoever.

 

Comments