ຍິນດີນຳ!!! 12 ທ່ານ ທີ່ໄດ້ຮັບລົດຈັກ Honda ຈາກຝາເຫຼືອງ ນ້ຳດື່ມຫົວເສືອ

ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ນີ້, ບໍລິສັດ  ເບຍລາວຈຳກັດ ຜູ້ຜະລິດ ແລະ ຈັດຈຳໜ່າຍຜະລິດຕະພັນນໍ້າດື່ມຫົວເສືອ ໄດ້ຈັບສະຫຼາກແຈກໂຊກ ຄືນກຳໄລໃຫ້ກັບລູກຄ້າໃນໂຄງການ “ຊື່ນໃຈທ້າຍປີ ລຸ້ນໂຊກ 2​ ຊັ້ນ ຈາກນ້ຳດື່ມຫົວເສືອ” ຄັ້ງ 1  ຈັບສະຫຼາກມອບລາງວັນ ລົດຈັກ Honda Wave 110i  ຈຳນວນ 12 ຄັນ ໂດຍການຈັບສະຫຼາກຂອງທ່ານ ບຸນທະແສງ ສິຣິສັກ ຜູ້ຈັດການອາວຸໂສ ນໍ້າດື່ມຫົວເສືອ.

ແຕ່ສຳລັບໃຜທີ່ຍັງບໍ່ໄດ້ຮັບລາງວັນໃນຄັ້ງທີ 1 ນີ້, ກໍບໍ່ຕ້ອງເສຍໃຈເພາະຍັງຈະມີການຈັບລາງວັນເປັນຄັ້ງທີ 2 ອີກ ສະນັ້ນ, ຮີບຟ້າວໄປສະສົມຝາ ນໍ້າດື່ມຫົວເສືອ ສີເຫຼືອງໄວ້ຕັ້ງແຕ່ດຽວນີ້ ຈົນຮອດວັນທີ 28 ທັນວາ 2019 ເພື່ອມາແລກເອົາຂອງລາງວັນໃນໂຊກທີ 1 ບໍ່ວ່າຈະເປັນ ຖັງໃສ່ນໍ້າກ້ອນ, ຄັນຮົ່ມ ແລະ ລຸ້ນຮັບໂຊກ ຄັ້ງທີ 2 ກໍຄືເອົາຄູປ໋ອງມາຊິງໂຊກລຸ້ນລາງວັນໃຫຍ່ອີກ ໃນວັນທີ 31 ທັນວາ 2019 ຊິງໂຊກຮັບ ລົດໃຫຍ່ Ford Everest 1 ຄັນ ແລະ ລົດ Honda Wave 110i ອີກ 12 ຄັນ ອາດເປັນຂອງທ່ານໄດ້. ເຊິ່ງລວມມູນຄ່າໃນການແຈກລາງວັນຄັ້ງນີ້ຫຼາຍກວ່າ 2.5 ຕື້ກີບ.

ສຳລັບຄັ້ງນີ້ ແມ່ນໄດ້ແຈກໄປແລ້ວ Honda Wave 110i  12 ຄັນ ເຊິ່ງໄດ້ມອບການຈັບສະຫຼາກອອກເປັນ 3 ພາກ ທົ່ວປະເທດລາວ ພາກລະ 4 ຄັນ ມີຜູ້ໂຊກດີດັ່ງນີ້:

ຜູ້ໂຊກດີ ພາກເໜືອ ໄດ້ແກ່:

1.​ ທ່ານ ຄຳສື ຖໍ  ອາຍຸ 25 ປີ ບ້ານ ຜາຕູບເໜືອ  ແຂວງຫຼວງພະບາງ ເບີໂທ 020 91049XXX

2. ທ່ານ ພອນຈິດ ແຂວງອຸດົມໄຊ   030 9298XXX

3. ທ່ານ ນາງ ຕູ້ນີ່ ວິໄລທອງ ບ້ານ ຜາໂຄມ ແຂວງຫຼວງພະບາງ 020 55166XXX

4. ທ່ານ ພວງແກ້ວ ແຂວງຫົວພັນ 020 22348XXX

ຜູ້ໂຊກດີ ພາກກາງ ໄດ້ແກ່:

  1. ທ່ານ ບຸນກອງ ອິນທະວົງ ບ້ານໂນນສະຫງ່າ ນະຄອນຫຼວງວຽງຈັນ 020 58248XXX
  2. ທ່ານ ຫວື້ທໍ້ ບ້ານທ່ານາກ ນະຄອນຫຼວງວຽງຈັນ 020 97449XXX
  3. ທ່ານ ນາງ ຫຼ້າມະນີພອນ ນະຄອນຫຼວງ 020 56944XXX
  4. ທ່ານ ເຕ້ ສຸກສະຫວັດ 020 58888XXX

ຜູ້ໂຊກດີ ພາກໃຕ້ ໄດ້ແກ່:

1.​ ທ່ານ ນາງ ຫັດສະດີ ແຂວງສະຫວັນນະເຂດ 020 96043XXX

2. ທ່ານ ນາງ ໂສພາພອນ ແຂວງຈຳປາສັກ 030 9302XXX

3. ທ່ານ ອຸດອນ ແຂວງຈຳປາສັກ 020 55733XXX

4. ທ່ານ ພະນີພອນ ແຂວງຈຳປາສັກ 020 77733XXX

ກະຕິກາການເເລກ:

ໂຊກຊັ້ນທີ 1: ສະສົມຝາເຫຼືອງ ນໍ້າດື່ມຫົວເສືອຂະໜາດໃດກໍໄດ້ຄົບຕາມຈຳນວນກຳນົດເພື່ອເເລກຮັບຂອງລາງວັນພ້ອມສະຫຼາກ ຮ່ວມຊິງໂຊກລາງວັນລົດໃຫຍ່ Ford Everest ແລະ ລົດຈັກ Honda Wave 110iຕາມຕົວເເທນຈຳໜ່າຍບໍລິສັດເບຍລາວທົ່ວປະເທດ.

– 10ຝາ ແລກຮັບສະຫຼາກລຸ້ນຮັບລາງວັນໃຫຍ່ 5 ສະຫຼາກ
– 300ຝາ ແລກຮັບຄັນຮົ່ມຫົວເສືອ ແລະ ສະຫຼາກລຸ້ນຮັບລາງວັນໃຫຍ່ 10 ສະຫຼາກ
– 700ຝາ ແລກຮັບກະຕິກນຳ້ກ້ອນຫົວເສືອ ແລະ ສະຫຼາກລຸ້ນຮັບລາງວັນໃຫຍ່ 30 ສະຫຼາກ

ໂຊກຊັ້ນທີ 2: ຂຽນຊື່ ແລະ ເບີໂທໃສ່ສະຫຼາກເເລ້ວປ່ອນລົງກ່ອງຮັບສະຫຼາກເພື່ອລຸ້ນຮັບລົດ Ford Everest ຈຳນວນ 1 ຄັນ ແລະ ລົດຈັກ Honda Wave 110i ຈຳນວນ 24 ຄັນ.
ໝາຍເຫດ: ທ່ານສາມາດເເລກຮັບຂອງລາງວັນໄດ້ສະເພາະວັນສຸກ ແລະ ວັນເສົາຕາມຕົວເເທນຈຳໜ່າຍບໍລິສັດເບຍລາວທົ່ວປະເທດ. ເລີ່ມຕັ້ງແຕ່ວັນທີ 1 ພະຈິກຈົນເຖິງວັນທີ 28 ທັນວາ 2019 ນີ້ເທົ່ານັ້ນ (ຮັບເເລກຈົນກວ່າຂອງລາງວັນຈະໝົດ)

 

 

Comments