ຣັດເຊຍ ພົບຜູ້ຕິດເຊື້ອໂຄວິດ-19 ມື້ດຽວ 10.000 ຄົນ

ລັດຖະບານຣັດເຊຍ ລາຍງານການພົບຜູ້ຕິດເຊື້ອໄວຣັດໂຄວິດ-19 ລາຍໃໝ່ພາຍໃນມື້ດຽວ  10.633 ຄົນ ຖືເປັນສະຖິຕິລາຍວັນສູງທີ່ສຸດ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມອດສ໌ໂກ ປະເທດຣັດເຊຍ ໃນວັນທີິ 3 ພຶດສະພາ 2020 ວ່າ ສູນຕອບສະໜອງວິກິດເຊື້ອໄວຣັດໂຄວິດ-19 ຂອງຣັດເຊຍ ລາຍງານໃນວັນອາທິດ ກ່ຽວກັບສະຖານະການເຊື້ອໄວຣັດໂຄວິດ-19 ໃນປະເທດ ວ່າມີການຢືນຢັນຄົນເຈັບຕິດເຊື້ອໃໝ່ອີກ 10.633 ຄົນໃນຮອບ 24 ຊົ່ວໂມງຜ່ານມາ ຖືເປັນສະຖິຕິຜູ້ປ່ວຍລາຍວັນສູງທີ່ສຸດ ແລະ ເພີ່ມຈຳນວນຜູ້ປ່ວຍສະສົມໃນປະເທດ ລວມເປັນ 134.687 ຄົນ ແລະ ປິ່ນປົວຫາຍດີແລ້ວ 16.693 ຄົນ.

ແລະ ໃນຮອບ 24 ຊົ່ວໂມງຜ່ານມາຢືນຢັນຜູ້ເສຍຊີວິດເພີ່ມ 58 ຄົນ ສະຖິຕິຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນຣັດເຊຍຢ່າງໜ້ອຍ 1.280 ຄົນ ເຖິງວ່າອັດຕາການເສຍຊີວິດຈາກໂຄວິດ-19 ໃນຣັດເຊຍ ຍັງຕໍ່າກວ່າໃນສະຫະລັດອາເມລິກາ ແລະ ອີກຫຼາຍປະເທດໃນທະວີບເອີຣົບ ບໍ່ວ່າຈະເປັນອີຕາລີ, ສະເປນ ແຕ່ການພົບຜູ້ຕິດເຊື້ອລາຍວັນຂອງລັດເຊຍເພີ່ມເປັນຈຳນວນຫຼາຍຢ່າງຕໍ່ເນື່ອງຕັ້ງແຕ່ອາທິດກ່ອນ.

ສຳລັບ, ປະທານາທິບໍດີ ລາດິເມຍ ປູຕິນ ກໍຂະຫຍາຍເວລາມາດຕະການລ໋ອກດາວໃນຣັດເຊຍ ມີຜົນຕັ້ງແຕ່ທ້າpເດືອນ ມີນາ ທີ່ຜ່ານມາ ຈົນຮອດວັນທີ 11  ພຶດສະພາ

 

Cr: REUTERS, AP…

Comments