4 ກຸ່ມທຸລະກິດ ສ່ຽງຜົນກະທົບຍາວແບບບໍ່ມີກຳນົດ ມີຄື:

ທຸລະກິດ ທ່ອງທ່ຽວ,  ໂຮງແຮມ, ຮ້ານອາຫານ, ທຸລະກິດຮັບຈັດງານ (Event)  ເຊັ່ນ: ງານເປີດຕົວສິນຄ້າ, ຄອນເສີດ, ການສຳມະນາ…

ທຸລະກິດເຫຼົ່ານີ້ ມີຄວາມສ່ຽງຊົບເຊົາ ຍາວນານໄປຈົນກວ່າ ຈະມີວັກຊີນຮັກສາໄວຣັດໂຄວິດ 19 ສຳເລັດ ບິວເກວໃຫ້ຮູ້ວ່າ ວັກຊີນຈະໃຊ້ເວລາໃນການວິໄຈ ແລະ ຄິດຄົ້ນສຳເລັດບໍ່ຕໍ່າກວ່າ 18 ເດືອນ ຫຼັງຈາກນີ້ ແລະ ລະຫວ່າງນີ້ ຜູ້ປະກອບການຕ້ອງເລັ່ງປັບຕົວໂດຍການເຮັດ  Digital transformation

ຜູ້ປະກອບການ ຕ້ອງປັບຕົວແບບໃດ?

ບິວເກດໃຊ້ຄຳວ່າ “Push things digitally” ຂະຫຍາຍຄວາມວ່າເປັນການເຮັດ  Digital transformation ເຊິ່ງຄຳນີ້ບໍ່ໄດ້ໝາຍເຖິງການ ເຮັດການຕະຫຼາດອອນໄລ໌ ຂາຍເຄື່ອງທາງ  Facebook ຫຼື ຍິງໂຄສະນະທາງອອນໄລ ເທົ່ານັ້ນ.

Digital transformation ຄື ການປ່ຽນໂມເດວທຸລະກິດ ແລະ ໂຄງສ້າງການຫາເງິນ ມາເປັນອອນໄລ ທັງໝົດ ເຊັ່ນ:  Netflix  ທີ່ເລີ່ມຈາກການໃຫ້ເຊົ່າແຜ່ນຮູບເງົາ ສົ່ງທາງໄປສະນີ ແລະ ພາຍຫຼັງປ່ຽນມາເປັນ ອອນໄລ໌ ສະຕີມມືງ ຫຼື ຈ່າຍເງິນການເຊົ່າຊົມຮູບເງົາມາເປັນລາຍເດືອນໂດຍຜ່ານອອນໄລ໌ 100% ແລະ ການ ເຮັດ Digital transformation   ສຳລັບ 4 ກຸ່ມທຸລະກິດທີ່ມີຄວາມສ່ຽງນີ້ ຕາມຄໍາແນະນຳຂອງບິວເກດ ກໍຄື: 

ທຸລະກິດທ່ອງທ່ຽວ ແລະ ໂຮງແຮມ: ບິວເກດໄດ້ໃຫ້ຄີເວີດ 2 ຄຳ ຄື Content marketing  ແລະ  Virtual  ຄວາມໝາຍຄື ເມື່ອຜູ້ບໍລິໂພກບໍ່ໄດ້ໄປສະຖານທີ່ຂອງຜູ້ປະກອບການໄດ້ ຜູ້ປະກອບການກໍຕ້ອງເອົາ ສະຖານທີນັ້ນເຂົ້າໄປຫາຜູ້ບໍລິໂພກ ໃນຮູບແບບຂອງ Virtual tourism ແລະ ເຮັດການຕະຫຼາດດ້ວຍ Content marketing ຜ່ານສື່ອອນໄລ໌ ເຊັ່ນ: YouTube ເຊິ່ງກໍລະນີນີ້ ຈະມີໂອກາດມີລາຍໄດ້ຈາກຄ່າໂຄສະນາອີກດ້ວຍ ໂດຍ ບິວເກດ ຍົກຕົວຢ່າງ ເວັບໄຊ Greece From Home ຂອງປະເທດເກຣັກ ເຊິ່ງມີການນຳກົນລະຍຸດທັງ 2 ມາປະກອບເປັນທຸລະກິດ ທ່ອງທ່ຽວ ອອນໄລ໌ ແບບ Virtual tour

 ທຸລະກິດຮ້ານອາຫານ: ອຸດສາຫະກຳນີ້ ມີບັນຫາໃນການປັບຕົວໜ້ອຍກວ່າທຸລະກິດອື່ນໆ ເພາະທຸລະກິດອາຫານໄດ້ປັບຕົວໄປກ່ອນໝູ່ ກ່ອນທີ່ຈະເກີດໄວຣັດລະບາດແລ້ວ ນັ້ນຄືການປັບໄປສູ່ໂມເດວ Cloud kitchen ຫຼື ການມີແຕ່ຄົວເຮັດອາຫານເທົ່ານັ້ນ ໂດຍຮັບ ແລະ ສົ່ງອໍເດີ ຜ່ານເຄື່ອຂ່າຍ ຂົນສົ່ງອາຫານ ແອັບພິເຄຊັນ ເຊັ່ນ: Gotendy, food panda, Easy Speed… ເຊິ່ງລ້ວນແຕ່ຂະຫຍາຍຕົວຢ່າງວ່ອງໄວໄປທົ່ວໂລກ ລວມເຖິງ ສປປ ລາວເຮົາແຕ່ຕົ້ນປີ 2019.

ທຸລະກິດຮັບຈັດງານ (Event organizer): ສະຫະລັດອາເມລິກາ ໄດ້ເລີ່ມມີການປັບຕົວຂອງທຸລະກິດ ອີເວັ້ນ ໃນໄລຍະໂຄວິດ-19 ລະບາດ ມາແລ້ວ ຄືກັບການງານສຳມະນາຊື່ດັງເຊັ່ນ: South by Southwest (SXSW) ແລະ  Y Combinator ທີ່ຕ້ອງໄປໄດ້ປັບເປັນການຈັດອີເວັ້ນແບບອອນໄລ໌.

ບິວເກດ ຄາດວ່າ ທຸລະກິດ ຮັບຈັດງານຫຼັງຈາກນີ້ ຈະປັບຕົວເປັນອອນໄລຫຼາຍຂຶ້ນ ແລະ ອາດເຖິງຂັ້ນມີອາຊີບໃຫມ່ຕາມມາ ກໍຄື: ນັກອອກແບບວິີເວັ້ນອອນໄລ໌ ເພາະຖືວ່າເປັນຄົນລະສາດ ແລະ ສິນ ກັບການຈັດອີເວັ້ນສົດ,  ອອນໄລ໌ມີຂະບວນການເຮັດວຽກ ແລະ ວີທີສ້າງປະສົບການທີ່ຕ່າງກັນ ແລະ ນີ້ຄືໂອກາດໃຫມ່ຂອງຄົນທີ່ມີຄວາມຊ່ຽວຊານດ້ານນີ້.

ສະຫຼຸບ: ຜູ້ກ່ຽວຂ້ອງຕ່າງກໍມີຄວາມເຫັນຄືກັນແລ້ວວ່າ ພວກເຮົາຈະຍັງຢູ່ກັບສະຖານະການໂຄວິດ-19 ໄປອີກຕະຫຼອດປີ 2020 ໝົດປີ ແລະ ສະຖານະການຈະຫຼຸດຜ່ອນເບົາລົງຈົນເກືອບເປັນປົກກະຕິປະມານທ້າຍປີ 2021 ແຕ່ດ້ວຍໄລຍະເວລາທີ່ດົນນານນີ້ ຍ່ອມເຮັດໃຫ້ພຶດຕິກຳ ແລະ ການໃຊ້ຊີວິດ ຂອງຜູ້ບໍລິໂພກປ່ຽນໄປ ແລະ ອາດຈະປ່ຽນໄປແບບຖາວອນ.

ຜູ້ປະກອບການຈະຕ້ອງບໍ່ຊະຫຼ້າໃຈວ່າຫຼັງຈົບສະຖານະການໂຄວິດແລ້ວ ທຸກຢ່າງຈະກັບມາຄືເກົ່າ ແຕ່ຂໍໃຫ້ກວດສອບ ແລະ ປະເມີນຜົນສະຖານະການ ເພື່ອຄົ້ນຄວ້າຫາວ່າທ່ານສາມາດ ປັບຕົວ ທຸລະກິດຂອງທ່ານແບບໃດໃຫ້ໄດ້ ບໍ່ແມ່ນເພື່ອໃຫ້ຢູ່ລອດ ແຕ່ຕ້ອງຂະຫຍາຍຕົວຢ່າງໝັ້ນຄົງ ຫຼັງຈາກສິ້ນສຸດສະຖານະການນີ້ໄປ.

Cr: CEO Channel