ລັດຖະບານລາວ!!! ເລັ່ງໃຫ້ການຊ່ວຍເຫຼືອແຮງງານນອກລະບົບປະກັນສງຄົມ

ຕາມຂ່າວໜັງສືພິມວຽງຈັນທາຍລາຍງານໃຫ້ຮູ້ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະເລັ່ງຊ່ວຍເຫຼືອກຸ່ມເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ສໍາລັບຜູ້ປະກອບອາຊີບນອກລະບົບປະກັນສັງຄົມ.

ອີງຕາມບົດລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະເໜີຕໍ່ກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ຜ່ານມາ ວ່າ ນະໂຍບາຍໃຫ້ການຊ່ວຍເຫຼືອລວມມີ ຈ່າຍເງິນສົດໃຫ້ກຸ່ມເປົ້າໝາຍ 100.000 ກີບ/ຄົນ ໄລຍະ 3 ເດືອນ, ເຊີ່ງເປັນການປະຕິບັດນະໂຍບາຍ ຄືກັນກັບຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນຜ່ານມາ, ພ້ອມກັນນີ້ ກໍ່ໃຫ້ມີການຫຼຸດຜ່ອນ ຫຼື ເລື່ອນການຈ່າຍຄ່າເຊົ່າທີ່ອາໄສ ສໍາລັບຜູ້ທີ່ຢູ່ຫ້ອງເຊົ່າ ໂດຍແມ່ນເຈົ້າຂອງກິດຈະການຫ້ອງເຊົ່າ ມີສ່ວນຮ່ວມໃນການຊ່ວຍເຫຼືອ.

ກຸ່ມເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ແລະ ການຊ່ວຍເຫຼືອ ແມ່ນຜູ້ອອກແຮງງານ ຢູ່ຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ຮ້ານສະປາ, ສະຖານທີ່ອອກກໍາລັງກາຍ, ສະຖານທີ່ຫຼີ້ນກິລາ, ຕະຫຼາດກາງຄືນ, ໂຮງງານຕັດຫຍິບ, ການບໍລິການທ່ອງທ່ຽວ, ໂຮງງານອື່ນໆ ແລະ ບັນດາໂຄງການໃຫຍ່ທີ່ມີຄວາມສ່ຽງໃນການລະບາດຂອງພະຍາດ ໂຄວິດ-19, ນອກນີ້ຍັງມີພາກສ່ວນເຮັດບໍລິການຂົນສົ່ງໂດຍສານ ເຊັ່ນ ລົດໂດຍສານ, ຕຸກໆ, ຈໍາໂບ້ ແລະ ແທັກຊີ ແລະ ປະຊາຊົນຜູ້ຫາເຊົ້າກິນຄໍ່າ ທີ່ດໍາລົງຊີວິດ ແລະ ປະກອບອາຊີບໃນຕົວເມືອງໃຫຍ່.

ເພື່ອບໍ່ໃຫ້ເປັນຊ່ອງຫວ່າງໃຫ້ແກ່ກຸ່ມຄົນຜູ້ສວຍໂອກາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງຈໍາເປັນຕ້ອງໄດ້ລົງເກັບກໍາຂໍ້ມູນເສຍກ່ອນ ໂດຍຈະຮ່ວມກັບສູນກາງສະຫະພັນກໍາມະບານລາວ ແລະ ສະພາອຸດສາຫະກໍາແຫ່ງຊາດລາວ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Comments