ນິວຊີແລນ ເປີດເຜີຍງົບປະມານຈະຊ່ວຍເຫຼືອ SME ຂອງປະເທດແບບນີ້….

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ພຶດສະພາ 2020, ນະໂຍບາຍຫຼ້າສຸດ ຈາກລັດຖະບານນິວຊີແລນເພື່ອຊ່ວຍຜູ້ປະກອບການທຸລະກິດຂະຫນາດກາງ ແລະຂະຫນາດນ້ອຍທີ່ມີພະນັກງານບໍ່ເກີນ 50 ຄົນ ທີ່ອອກມາໃນວັນທີ່ 1 ພຶດສະພາທີ່ຜ່ານມານັ້ນ ຈະຄວບຄຸມຄ່າໃຊ້ຈ່າຍຂອງບໍລິສັດລວມເຖິງຄ່າຈ້າງພະນັກງານສູງສຸດເປັນເງິນ 100,000 ໂດລານິວຊີແລນ ຫຼື ຄິດເປັນເງີນເກືອບ 20.000 ໂດລາສະຫະລັດ ໂດຍປາສະຈາກດອກເບ້ຍເງີນກູ້ໃນໄລຍະປີທຳອິດ

ແກຣນ ໂຣເບິຣຕສັນ ລັດຖະມົນຕີວ່າການກະຊວງການເງິນ (ministry of revenue) ທີ່ຮັບຜິດຊອບເລື່ອງງົບປະມານຂອງລັດຖະບານນິວຊີແລນຊີ້ວ່າ ເປັນເລື່ອງຊັດເຈນແລ້ວວ່າເງີນຊ່ວຍເຫລືອກ່ອນຫນ້ານີ້ທີ່ມອບໃຫ້ກັບເອສເອັມອີຜ່ານທະນາຄານເອກະຊົນບໍ່ພຽງພໍຕໍ່ຄວາມຕ້ອງການ ຈື່ງເປັນເຫດຜົນທີ່ລັດຖະບານຕັ້ງໂຄງການດັງກ່າວຂື້ນມາສະຫນັບສະຫນູນເພີ່ມເຕີມ

ທ່ານແກຣນ ອະທິບາຍເງື່ອນໄຂເງີນກູ້ດັງກ່າວວ່າ ເອສເອັມອີຈະໄດ້ຮັບເງີນ 10,000 ດອລລານິວຊີແລນ ຫລືປະມານເກືອບ 2,000 ໂດລາສະຫະລັດ ສຳລັບຄ່າໃຊ້ຈ່າຍຂອງບໍລິສັດແລະຈະໄດ້ຮັບເງີນຄ່າຈ້າງພະນັກງານເພີ່ມລາຍລະ 1,800 ດອລລານິວຊີແລນ ໂດຍເງີນກູ້ນີ້ຈະປອດດອກເບ້ຍໃນຊ່ວງປີທຳອິດ ແລະຈະມີອັດຕາດອກເບ້ຍ 3 %ຕໍ່ປີ ດ້ວຍສັນຍາສູງສຸດ 5 ປີ ນອກຈາກນີ້ ລັດຖະບານຍັງຊ່ວຍໃຫ້ທຸລະກິດບໍ່ຕ້ອງຊຳລະເງີນຄືນໃນຊ່ວງ 2 ປີທຳອິດດ້ວຍ

ດ້ານທ່ານຮອນ ສະຈ໊ວດ ນາຊ ລັດຖະມົນຕີວ່າການກະຊວງການຈັດເກັບພາສີ (ministry of revenue) ຊີ້ວ່າ ດ້ວຍມາດຕະການລະດັບ 4 ແລະລະດັບ 3 ທີ່ລັດຖະບານອອກມາຕໍ່ສູ້ກັບການແຜ່ລະບາດຂອງໂລກໂຄວິດ-19 ສົ່ງຜົນກະທົບກັບລາຍໄດ້ຂອງທຸລະກິດໂດຍກົງ ພາກລັດຈື່ງຕ້ອງການຊ່ວຍໃຫ້ຜູ້ປະກອບການສາມາດເຂົ້າເຖິງແຫລ່ງເງີນທືນເພື່ອດູແລຄ່າໃຊ້ຈ່າຍຄົງທີ່ຕ່າງໆເອົາໄວ້ໃຫ້ໄດ້ ໃນຖານະລັດຖະບານທີ່ມີຄວາມຮັບຜິດຊອບ ເຮົາຕ້ອງເຮັດໃຫ້ຫມັ້ນໃຈວ່າເຮົາໃຊ້ພາສີຂອງປະຊາຊົນຢ່າງລະມັດລະວັງໃນການຊ່ວຍເຫລືອທຸລະກິດ ໂຣເບິຣຕສັນ ກ່າວ

ສຳລັບໂຄງການດັງກ່າວ ຈະເລີ່ມເປີດຮັບໃບຄຳຮ້ອງຈາກຜູ້ປະກອບການໃນວັນທີ່ 12 ພຶດສະພາ ທີ່ຈະເຖິງນີ້ ແລະຈະທະຍອຍແຈກຈ່າຍເງີນກູ້ຢ່າງໄວທີ່ສຸດ

Comments