ການຄ້າອອກຄໍາແນະນໍາລະບຽບການຊື້-ຂາຍສິນຄ້າໄລຍະຕ້ານການລະບາດໂຄວິດ-19

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການຄໍາແນະນໍາ ສໍາລັບຕະຫຼາດສົດ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານສະດວກຊື້ (ໄຮເປີມາເກັດ, ຊຸບເປີເຊັນເຕີ, ຊຸບເປີມາເກັດ, ມິນິມາດ), ຮ້ານຄ້າຂາຍຍົກ-ຂາຍຍ່ອຍ, ຕົວແທນຈໍາຫນ່າຍ ແລະ ຮ້ານສ້ອມແປງລົດຍົນ ແລະ ລົດຈັກ (ຕາມລະຫັດ LSIC ພາກສ່ວນ 45-47) ໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ-19.

ເພື່ອປະຕິບັດ ຄໍາແນະນໍາ ກ່ຽວກັບເງື່ອນໄຂ ແລະ ມາດຕະການ ສໍາລັບພາກທຸລະກິດ ທີ່ສາມາດ ດໍາເນີນກິດຈະການ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19 ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ ພ້ອມທັງສອດຄ່ອງກັບ ສະພາບຄວາມເປັນຈິງ ທັງຮັບປະກັນການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.
ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາແນະນໍາດັ່ງນີ້:

  1. ອະນຸຍາດໃຫ້ເປີດຕະຫຼາດສົດ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານສະດວກຊື້ (ໄຮເປີມາເກັດ, ຊຸບເປີເຊັນເຕີ້, ຊບເປີມາເກັດ, ມິລິມາກ), ຮ້ານຄ້າຂາຍຍົກ-ຂາຍຍ່ອຍ, ຕົວແທນຈໍາຫນ່າຍ ແລະ ຮ້ານສ້ອມແປງລົດຍົນ ແລະ ລົດຈັກ (ຕາມລະຫັດ LSIC ພາກສ່ວນ 45-47
  2. ມາດຕະການປ້ອງກັນສະກັດກັ້ນ ແລະ ຄວບຄຸມ ເພື່ອຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ສໍາລັບຫົວຫນ່ວຍທຸລະກິດ ທີ່ອະນຸຍາດໃຫ້ເປີດ ຕ້ອງປະຕິບັດຕາມເງື່ອນໄຂດັ່ງລຸ່ມນີ້: ດ້ານສະຖານທີ່ ແລະ ອຸປະກອນ
  • ໃຫ້ແຍກປະຕູທາງເຂົ້າ ແລະ ທາງອອກ ຢ່າງຈະແຈ້ງ ແລະ ກໍລະນີສະຖານທີ່ທີ່ມີທາງເຂົ້າ-ອອກ ທາງດຽວ ແມ່ນໃຫ້ແຍກເລນເຂົ້າ-ອອກ ໂດຍນໍາໃຊ້ອຸປະກອນທີ່ມີຄວາມສະດວກໃນການສັນຈອນມາຂັ້ນແຍກເລນດັ່ງກ່າວ, ສໍາລັບປະຕູທາງເຂົ້າ ຫຼື ເລນເຂົ້າຕ້ອງຈັດໃຫ້ມີການວັດແທກອຸນຫະພູມ ແລະ ມີເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອ ໄວ້ບໍລິການສໍາລັບຜູ້ມາໃຊ້ບໍລິການ ແລະ ພະນັກງານ.
  • ຕ້ອງກໍານົດການຮັກສາໄລຍະຫ່າງໆ ຢ່າງຫນ້ອຍ 01 ແມັດຂຶ້ນໄປ ຂອງຜູ້ມາໃຊ້ບໍລິການ
  • ບໍລິເວນໂຕະຈ່າຍເງິນ ຕ້ອງມີເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອ ເພື່ອໃຫ້ບໍລິການພາຍຫຼັງຈ່າຍເງິນແລ້ວ
  • ອຸປະກອນ ແລະ ເຄື່ອງໃຊ້ທີ່ມີການສໍາຜັດເລື້ອຍໆ ເຊັ່ນ: ກະຕ່າ ແລະ ລໍ້ຍູ້ເຄື່ອງ, ບ່ອນກົດລິບ, ລະບຽງ ຫຼື ຮາວ,ປະຕູຫ້ອງນໍ້າ, ຫ້ອງນ້ໍ້າ ແລະ ອື່ນໆ ຕ້ອງອະນາໄມ ເຊົ້າ, ສວຍ ແລະ ແລງ ດ້ວຍນໍ້າຢາຂ້າເຊື້ອ ເປັນຕົ້ນ ໂຊດຽມ ຣາຍໂປກຼໍຣິດ (Sodium Hypochlorite) 0,1%, ໄຣເຕີ ຫຼື ຢາຂ້າເຊື້ອທີ່ໄດ້ມາດຕະຖານ ທີ່ຜູ້ປະກອບການມີ

ສໍາລັບຜູ້ປະກອບການ

  • ຕ້ອງຈັດໃຫ້ມີການກວດກັ່ນກອງ ແລະ ວັດແທກອຸນຫະພູມພະນັກງານ ກ່ອນເຂົ້າເຮັດວຽກປະຈໍາວັນ ຫາກພົບວ່າພະນັກງານຜູ້ໃດມີອຸນຫະພູມສູງກວ່າ 37,5 ອົງສາເຊ ຄວນໃຫ້ພັກຜ່ອນຢູ່ເຮືອນ ແລະ ຫາກມີອາການໄຂ້, ໄອ, ຫາຍໃຈຍາກ ຕ້ອງໃຫ້ໄປກວດຢູ່ໂຮງຫມໍທີ່ຖືກກໍານົດເປັນບ່ອນກວດພະຍາດ ໂຄວິດ-19 ບໍ່ອະນຸຍາດໃຫ້ເຂົ້າໃນສະຖານທີ່ ໃຫ້ໂທຫາ 165, 166 ເພື່ອຂໍຄໍາປືກສາ.
  • ຕ້ອງຕິດປ້າຍ ຫຼື ແຈ້ງບອກໃຫ້ຜູ້ມາໃຊ້ບໍລິການໃສ່ຜ້າອັດປາກ-ດັງ ແລະ ວັດແທກອຸນຫະພູມກ່ອນເຂົ້າໃຊ້ບໍລິການໃນຮ້ານ,ຕ້ອງມີສະຖານທີ່ບໍລິການຜ່າອັດປາກ-ດັ່ງໃຫ້ແກ່ຜູ້ມາໃຊ້ບໍລິການໃນກໍລະນີທີ່ບໍ່ໄດ້ກະກຽມມາ.
  • ຕ້ອງໃຫ້ຂໍ້ມູນ, ຄວາມຮູ້, ຄໍາແນະນໍາ ດ້ວຍການປະຊາສໍາພັນ ກ່ຽວກັບການປ້ອງກັນການລະບາດພະຍາດ ໂຄວິດ-19 ໃຫ້ກັບຜູ້ທີ່ເຂົ້າມາໃຊ້ບໍລິການ.
  • ຈັດໃຫ້ມີເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອ ໄວ້ປະຕູທາງເຂົ້າ, ຫ້ອງນໍ້າ, ບໍ່ລິເວນໂຕະຈ່າຍເງິນ ເພື່ອບໍລິການໃຫ້ຜູ້ມາໃຊ້ບໍລິການ ແລະ ພະນັກງານຂອງຮ້ານ.
  • ພະນັກງານທຸກຄົນຕ້ອງສວມໃສ່ຜ້າອັດປາກ-ດັ່ງ, ຖົງມື ຫຼື ອຸປະກອນ ປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19 ໃນການໃຫ້ບໍລິການແກ່ລູກຄໍາ, ລວມທັງໃນເວລາເກັບມ້ຽນເຄື່ອງໃນຮ້ານ ແລະ ອະນາໄມອຸປະກອນ ໂດຍສະເພາະໃນບໍລິເວນທີ່ມີຜູ້ສໍາຜັດເລື້ອຍ ດ້ວຍນໍ້າຢາຂ້າເຊື້ອ ເຊັ່ນ: ໂຊດຽມຣາຍໂປກຼໍຣິດ (SodiumHypochlorite) 0,1% ຫຼື ຢາຂ້າເຊື້ອທີ່ໄດ້ມາດຕະຖານອື່ນໆ ທີ່ຜູ້ປະກອບການມີ.
  • ຕ້ອງແຕ່ງຕັ້ງພະນັກງານຮັບຜິດຊອບພົວພັນປະສານງານສະເພາະວຽກປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດ ໂຄວິດ-19 ພ້ອມດ້ວຍກໍານົດເບີໂທຕິດຕໍ່ ແລ້ວແຈ້ງໃຫ້ບັນດາຫ້າງຮ້ານຕ່າງໆໃນຕະຫຼາດ ຫຼື ສູນການຄ້າ, ຮ້ານສັບພະສິນຄ້າຮັບຊາບ ແລະ ສາມາດພົວພັນປະສານງານໃນກໍລະນີພົບຜູ້ສົງໃສຕິດເຊື້ອ ພະຍາດ ໂຄວິດ-19
  • ພະນັກງານທີ່ຮັບຜິດຊອບແຕ່ງຕັ້ງ ຕ້ອງກວດກາຈໍານວນຄົນທີ່ເຂົ້າມາໃຊ້ບໍລິການບໍ່ໃຫ້ແອອັດໂດຍການຈໍາກັດໄລຍະຫ່າງ 1 ແມັດຂຶ້ນໄປ ໃນກໍລະນີທີ່ມີຜູ້ເຂົ້າມາໃຊ້ບໍລິການຫຼາຍ ແມ່ນໃຫ້ຈໍາກັດຈໍານວນຕາມຄວາມເໝາະສົມຂອງຮ້ານ ຄ້າ

ສໍາລັບຜູ້ມາໃຊ້ບໍລິການ

  • ໃຫ້ທຸກຄົນທີ່ເຂົ້າມາໃຊ້ບໍລິການຕ້ອງໃສ່ຜ້າອັດປາກ – ດັງ ລ້າງມືດ້ວຍເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອ ທີ່ຮ້ານກະກຽມໄວ້ ແລະ ໄດ້ຮັບການວັດແທກອຸນນະພູມ ຖ້າພົບອຸນນະພູມສູງກວ່າ 37,5 ອົງສາ ເຊ ແມ່ນບໍ່ອະນຸຍາດໃຫ້ເຂົ້າໃນຮ້ານ ໃຫ້ປະສານຫາ 165 ຫຼື 166 ເພື່ອຂໍຄໍາປຶກສາ
  • ຕ້ອງຮັກສາໄລຍະຫ່າງເຂດລັດສະໝີ ຢ່າງໜ້ອຍ 1 ແມັດຂຶ້ນໄປ
  • ການໄອ – ຈາມ ໃນຮ້ານຄ້າຕ້ອງປະຕິບັດຕາມຫຼັກການອະນາໄມ ໂດຍການໄອໃສ່ທົບສອກຂອງແຂນ ຫຼ ໄອໃສ່ເຈ້ຍທິຊູ ແລ້ວຖິ້ມໃສ່ຖັງຂີ້ເຫຍື້ອບ່ອນມີຝາປິດ
  • ເວລາກັບເຮືອນຕ້ອງໄດ້ປະຕິບັດ ຫຼັກການອະນາໄມ ທີ່ໄດ້ວາງອອກເປັນຕົ້ນ ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືປ່ຽນເຄື່ອງ ແລະ ອາບນໍ້າ

3. ມອບໃຫ້ພະແນກ ອຄ ນວ, ແຂວງ, ຫ້ອງການ ອຄເມືອງ, ນະຄອນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມຄໍາແນະນໍາສະບັບນີ້ຢ່າງເຂັ້ມງວດ, ຖ້າການຈັດຕັ້ງປະຕິບັດພົບບັນຫາ ຫຼື ຫຍຸ້ງຍາກ ໃຫ້ປະສານຫາຄະນະສະເພາະກິດແຂວງ ເມືອງຂອງຕົນ ຂໍທິດຊີ້ນໍາເພື່ອຄວາມເປັນເອກະພາບ ຫຼື ສະເໜີຫາຄະນະສະເພາະກິດຂອງກະຊວງ ອຄ ເພື່ອຮັບມືການແຜ່ລະບາດຂອງໂຄວິດ19 ເລກທີ 0358/ອຄ.ກຈພງ ລົງວັນທີ 2 ເມສາ 2020.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments