ດ່ວນ!!!! ອົດສະຕຣາລີ ຜະລິດວັກຊິີນ ປ້ອງກັນໂຄວິດ-19 ຈະສຳເລັດ ເດືອນກັນຍານີ້…

ວັນທີ 1 ພຶດສະພາ 2020  The Australian  ລາຍງານວ່າ ທີມນັກວິໄຈ ມະຫາວິທະຍາໄລຄວິນແລນ ໄດ້ເປີດເຜີຍວ່າ ທາງທີມວິໄຈ ຈະສາມາດເລີ່ມທົດລອງວັກຊີນໃນຄົນໃຫ້ໄດ້ໄວທີ່ສຸດ ໃນເດືອນກັນຍານີ້.   ທ່ານ ດຣ ເທຣນ ມຸນໂຣ ຫົວໜ້າທີມວິໄຈກ່າວ່າ ” ການຜະລິດວັກຊີນອອກມາໃຫ້ທັນໃນເດືອນກັນຍາ (9) ຄືເປົ້າໝາຍຂອງພວກເຮົາ ເຊິ່ງເປັນເປົ້າໝາຍທີ່ສູງ ແລະ ຈະສູ້ຊົນທີ່ສຸດ ແລະ ຂ້ອຍຄິດວ່າ ມັນມີຄວາມເປັນໄປໄດ້ຖ້າທຸກຢ່າງດຳເນີນໄປຕາມແຜນທີ່ວາງໄວ”

ໂດຍທາງມະຫາວິທະນາໄບ ຄວີນແລນ ໄດ້ໃຊ້ເຕັກໂນໂລຊີ ການຫນີບໃນລະດັບໂມເລກູນ (molecular clamp) ເຊິ່ງໄດ້ຮັບສິດທິບັດແລ້ວ ໂດຍວັກຊີນນີ້ຖືກນຳໃຊ້ໄປທົດສອບກັບ ໜູ ແລ້ວໃນບໍ່ດົນມານີ້ ແລະ ພົບວ່າ ສາມາດກະຕຸ້ນແອນຕີ້ບໍດີ້ ທີ່ຈຳເປັນຕໍ່ການໂຈມຕີຂອງໄວຣັດໂຄວິດ-19 
ດ້ານ ທ່ານ ຄີທ ແຊບເພີນ ຫົວໜ້າໂຄງການຮ່ວມມືຂອງມະຫາວິທະຍາໄລຄວີນແລນກ່າວວ່າ ” ເວໂຣຄຣີນິກ ເອັກຊ໌ພລອຣ໌ ກຳລັງກວດສອບເພີ່ມຕື່ມກ່ຽວກັບຄວາມສາມາດຂອງວັກຊີນໃນການປ້ອງກັນໄວຣັດທີ່ມີຊີວິດໃນການທົດລອງກັບສັດຕົ້ນແບບຫຼາຍຊະນິດ ເຊິ່ງຄວາມຄືບໜ້ານີ້ ອາດຈະບໍ່ເກີດຂຶ້ນໄດ້ຕາມແຜນເວລາທີ່ກຳນົດໄດ້ ແລະ ຄວາມສາມາດທີ່ມີໃນອົດສະຕຣາລີ ຖ້າຫາກປາສະຈາກຄວາມຮ່ວມມືຄັ້ງນີ້”

ສາສະດາຈານ Kanta Subbarao ຈາກສະຖາບັນ(Doherty Institute) ນະຄອນເມລເບຣີນ ເປີດເຜີຍວ່າ ໄດ້ຄົ້ນພົບແອນຕີ້ບໍດີ້ລະດັບສູງໃນຕົວຢ່າງການທົດລອງກັບໂຕໜູ ເຊິ່ງສາມາດຂ້າເຊື້ອໄວຣັດໂຄວິດ-19 ທີ່ມີຊີວິດໃນການເພາະລ້ຽງເຊວ ໂດຍທາງ ສາສະດາຈານ Kanta Subbarao ກ່າວຕື່ມວ່າ ນີ້ຄືການຄົ້ນພົບຄັ້ງສຳຄັນທີ່ສຸດ ເພາະມີການຕອບສະໜອງທາງພູມຕ້ານທານ ທີ່ຄ້າຍກັບຂອງວັກຊີນ   (SARS) ໃນແບບຈຳລອງສັດ ເຊິ່ງນຳໄປສູ່ການປ້ອງກັນການຕິດເຊື້ອໄດ້ ທັງນີ້ ໃນເດືອນມັງກອນທີ່ຜ່ານມາ ອົດສະຕາລີ ເປັນປະເທດທຳອິດໃນໂລກທີ່ສາມາດເພາະເຊື້ອໄຄວິດ-19 ໃນຫ້ອງທົດລອງນອກປະເທດຈີນໄດ້ສຳເລັດ.

ທີ່ມາ:
https://www.theaustralian.com.au/…/cd6006a8e7c449fb442a9fd9…

Comments