General

ສປປ ລາວ ແລະ ອິນເດຍ ຫາລືຄວາມເປັນໄປໄດ້ ຂອງການຮ່ວມມື ລະຫວ່າງ ຜູ້ຊື້-ຜູ້ຂາຍດ້ານກະສິກຳ

ອົງການພັດທະນາການສົ່ງອອກ ຜະລິດຕະພັນອາຫານກະສິກໍາ ແລະ ປຸງແຕ່ງຂອງອິນເດຍ ຮ່ວມກັບສະຖານທູດອິນເດຍ ປະຈໍາ ສປປ ລາວ, ກະຊວງ ກະສິກໍາ ແລະ ປ່າໄມ້, ສະຖານ ທູດ ສປປ ລາວ ປະຈໍາ ອິນເດຍ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ກ່ຽວກັບ ຜູ້ຊື້-ຜູ້ຂາຍ ດ້ານກະສິກຳ ໃນ ສປປ ລາວ ຜ່ານລະບົບທາງໄກ ຂຶ້ນໃນອາທິດທີ່ຜ່ານມາ ເພື່ອຄົ້ນຫາໂອກາດທີ່ມີທ່າແຮງການຄ້າ ໃນດ້ານກະສິກໍາ ລະຫວ່າງ ສປປ ລາວ ແລະ ອິນເດຍ ພ້ອມກັນປຶກສາຫາລື ຄວາມເປັນໄປໄດ້ຂອງການຮ່ວມມື ລະຫວ່າງຜູ້ຊື້-ຜູ້ຂາຍ ດ້ານກະສິກຳເປັນຕົ້ນ ເຂົ້າ, ໝາກໄມ້ ແລະ ຜັກ, ຊີ້ນ, ສັດລ້ຽງ, ການປຸງແຕ່ງອາຫານ ແລະ ຜະລິດຕະພັນກະສິ ກຳອິນຊີ.ທ່ານ ດິນກາ ອາສທານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມຕ້ອງການ ...

Read More »

ການປັບປຸງຫຼັກສູດການຮຽນ-ການສອນ ເພື່ອເນັ້ນໃຫ້ນັກຮຽນ ຮຽນໄດ້ຄຸນນະພາບ

ການປັບປຸງຫຼັກສູດການຮຽນ-ການສອນໃນຂັ້ນພື້ນຖານ ຊັ້ນປະຖົມສຶກສາມີຄວາມໝາຍ-ຄວາມສຳຄັນຫຼາຍ ເພາະແມ່ນການເລີ່ມຕົ້ນຂອງການສຶກສາຂັ້ນພື້ນຖານ ຖ້າວ່າການຮຽນຢູ່ໃນຊັ້ນປະຖົມແໜ້ນ ນັກຮຽນ ຮຽນເຂົ້າໃຈບົດຮຽນໄດ້ດີ ຈະເປັນພື້ນຖານໃຫ້ແກ່ການຮຽນໃນຊັ້ນມັດທະຍົມ ແລະ ວິຊາຊີບສືບຕໍ່ໄປ, ຈາກການປະເມີນຜົນຜ່ານມາເຫັນວ່າຜົນການຮຽນຂອງນັກຮຽນຍັງບໍ່ເປັນທີ່ໜ້າພໍໃຈ ສ່ວນໜຶ່ງກໍຍ້ອນຫຼັກສູດ ສະນັ້ນພວກເຮົາຈຶ່ງໄດ້ພະຍາຍາມປັບປຸງຫຼັກສູດນີ້ໃຫ້ສອດຄ່ອງກັບເປົ້າໝາຍໃນການພັດທະນາການສຶກສາໃນ 5 ປີຕໍ່ໜ້າ ໂດຍເນັ້ນຄຸນນະພາບເປັນຫຼັກ ເຊື່ອໝັ້ນວ່າການພັດທະນາຫຼັກສູດໃໝ່ນີ້ຈະປະກອບສ່ວນເຂົ້າໃນການບັນລຸຄາດໝາຍຂອງການສຶກສາ ໂດຍສະເພາະສົ່ງເສີມໃຫ້ນັກຮຽນ ຮຽນແລ້ວໃຫ້ໄດ້ຄຸນນະພາບ. ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເມື່ອສະພາບເສດຖະກິດ-ສັງຄົມ ມີການພັດທະນາປ່ຽນແປງ ພວກເຮົາຍິ່ງມີຄວາມຈຳເປັນຕ້ອງໄດ້ມີການພັດທະນາຫຼັກສູດການຮຽນ-ການສອນໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຈຸດສຸມສຳຄັນໃນການປັບປຸງຫຼັກສູດຕົ້ນຕໍເນັ້ນໃສ່ຄຸນນະພາບ ປະສິດທິພາບຂອງຫຼັກສູດເພື່ອເຮັດໃຫ້ນັກຮຽນໄດ້ບົດຮຽນຈາກຫຼັກສູດໃໝ່ນີ້ໃຫ້ສົມຄູ່ກັບການຮຽນຂອງເຂົາເຈົ້າ, ໃນຫຼັກສູດໃໝ່ໄດ້ມີການປັບປຸງເລື່ອງວິທີສິດສອນໃຫ້ສອດຄ່ອງກັບຫຼັກສູດໃໝ່ທີ່ໄດ້ຮ່າງຂຶ້ນມາ ຊຶ່ງມີຄູ່ມືແນະນໍາຄູ ວິທີການສິດສອນໃຫ້ມີຄຸນນະພາບດີຂຶ້ນ ພ້ອມດຽວກັນນັ້ນໄດ້ປັບປຸງດ້ານອຸປະກອນສື່ການສອນທີ່ຈະນໍາໃຊ້ເຂົ້າໃນຫຼັກສູດໃໝ່ນີ້ ເພາະມີຫຼັກສູດຕ້ອງມີຜູ້ສອນ ມີວິທີການ ແລະ ຕ້ອງມີເຄື່ອງມືໃນການຮັບໃຊ້ ສຳຄັນໄດ້ເນັ້ນໃສ່ວິທີການປະເມີນໃນການສິດສອນຢາກຮູ້ໝາກຜົນຕ້ອງໄດ້ຜ່ານການປະເມີນແນວໃໝ່ໃຫ້ສອດຄ່ອງກັບໄລຍະໃໝ່ ກໍຄືຫຼັກສູດໃໝ່ ຊຶ່ງທັງໝົດນີ້ເປັນຈຸດສຸມໃນການປັບປຸງຫຼັກສູດ, ສະນັ້ນການປັບປຸງຫຼັກສູດແມ່ນໄດ້ປັບປຸງໃຫ້ມີຄວາມສອດຄ່ອງໃນແຕ່ລະໄລຍະ ສຳລັບການປັບປຸງຫຼັກສູດຊັ້ນ ປ 3 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ການດຳເນີນຮ່າງຫຼັກສູດໃໝ່ຈຶ່ງມີຂໍ້ຫຍຸ້ງຍາກ ໂດຍສະເພາະການບຳລຸງຄູ ດຳເນີນແບບເຊິ່ງໜ້າບໍ່ໄດ້ ບາງຢ່າງໄດ້ຫັນປ່ຽນເຮັດແບບອອນລາຍ, ໃນອະນາຄົດຈະມີການປັບປຸງຫຼັກສູດຈາກຂັ້ນປະຖົມ ແລະ ມັດທະຍົມຕໍ່ໄປ, ຕາມຂໍ້ສັງເກດເຫັນວ່າການປັບປຸງຫຼັກສູດໃໝ່ນີ້ມີຄວາມສຳຄັນມີຫຼາຍອັນຕັ້ງໜ້າ ມີຄວາມຮູ້ໃໝ່ເຂົ້າມາຫຼາຍ ແລະ ມີສີສັນຕ່າງໆຫຼາຍຂຶ້ນຄິດວ່າຈະເປັນທີ່ປະທັບໃຈໃຫ້ກັບລູກຫຼານນັກຮຽນດີຂຶ້ນ. ທ່ານກ່າວເນັ້ນໃຫ້ຮູ້ອີກວ່າ: ການຮ່ວມມືຂອງລັດຖະບານລາວ ...

Read More »

ເດືອນກໍລະກົດ 2021 ຜ່ານມາ, ສປປລາວຂາດດຸນການຄ້າ ປະມານ 99 ລ້ານໂດລາສະຫະລັດ

ອີງຕາມການລາຍງານຂອງກົມນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນເດືອນກໍລະກົດ 2021 ຜ່ານມາ, ລາວຂາດດຸນການຄ້າ ປະມານ 99 ລ້ານໂດລາສະຫາລັດ ຂະນະທີ່ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ບັນລຸໄດ້ປະມານ 847 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 374 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ, ສ່ວນມູນຄ່າການນໍາເຂົ້າ ມີປະມານ 473 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກຫຼັກທີ່ມີມູນຄ່າສູງສຸດໄດ້ແກ່: ແຮ່ທອງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ໝາກກ້ວຍ 16 ລ້ານໂດລາສະ ຫະລັດ, ໂຄງຮ່າງ-ຊິ້ນສ່ວນກ້ອງບັນທຶກພາບ 11 ລ້ານໂດລາສະຫະລັດ, ຄໍາປະສົມ (ຄຳແທ່ງ) 56 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 22 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 6 ລ້ານໂດລາສະຫະລັດ, ນໍ້າຕານ 4 ລ້ານໂດລາສະຫະລັດ, ຢາງພາລາ 16 ລ້ານໂດລາສະຫະລັດ, ໝາກໄມ້ ...

Read More »

ຄຳມ່ວນ ກຳນົດຕະຫລາດພະນົມພອນເປັນສູນກັກກັນແຮງງານກັບຄືນປະເທດ

ຕາມການໃຫ້ສຳພາດຕໍ່ສື່ມວນຊົນ ຂອງ ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດ ພະນົມພອນ ການຄ້າຂາອອກ-ຂາເຂົ້າ ຈໍາກັດ ໃນວັນທີ 17 ສິງຫາ 2021 ເຖິງຄວາມຮູ້ສຶກ ແລະ ເຈດຈຳນົງໃນການປະກອບສ່ວນຊ່ວຍເຫລືອແຂວງຄຳມ່ວນ ໃນວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ນໍາໃຊ້ຕະຫລາດ ພະນົມພອນ ເປັນສະຖານທີ່ຮອງຮັບແຮງງານລາວທີ່ເດີນທາງກັບຄືນສູ່ປະເທດ, ເຊິ່ງຕະຫລາດດັ່ງກ່າວ ຕັ້ງຢູ່ບ້ານເລົ່າໂພຄຳ ເມືອງທ່າແຂກ ແຂວງຄຳມ່ວນ, ໃນຕົ້ນເດືອນສິງຫາ 2021 ນີ້, ຄະນະສະເພາະກິດແຂວງຄຳມ່ວນ ໄດ້ນຳໃຊ້ຕະຫລາດ ພະນົມພອນ ເປັນສູນຈຳກັດບໍລິເວນ, ເຊິ່ງພາຍໃນສູນ ມີສິ່ງອຳນວຍຄວາມສະດວກຫລາຍຢ່າງເຊັ່ນ: ລະບົບໄຟຟ້າ, ນໍ້າປະປາ ແລະ ຫ້ອງນໍ້າ, ເຊິ່ງສູນດັ່ງກ່າວສາມາດຮອງຮັບໄດ້ທັງໝົດ 600-700 ຄົນ ແລະ ມາຮອດວັນທີ 18 ສິງຫາ ມີແຮງງານລາວທີ່ກັບຈາກປະເທດໃກ້ຄຽງເຂົ້າມາຈຳກັດບໍລິເວນ ຈຳນວນ 384 ຄົນ. ນາງ ພະນົມພອນ ຢ້ຽມພະບູ່ ໄດ້ກ່າວວ່າ: ໃນນາມປະທານບໍລິສັດມີຄວາມດີໃຈ ແລະ ພູມໃຈທີ່ສຸດ ທີ່ໄດ້ປະກອບສ່ວນດ້ານສະຖານທີ່ ກໍຄື ...

Read More »

ບໍ່ແກ້ວ ຫາລືການແກ້ໄຂແຮງງານລາວ ແລະ ຕ່າງປະເທດຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຄະນະສະເພາະກິດແຂວງບໍ່ແກ້ວ ຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດ ພິເສດສາມຫລ່ຽມຄຳ ຈັດກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂແຮງງານລາວ ແລະ ຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມໂດຍຜ່ານ Video Conference ໃນວັນທີ 17 ສິງຫາ 2021 ພາຍໃຕ້ເປັນປະທານຂອງ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ, ຜູ້ຊີ້ນໍາຂົງເຂດເສດຖະກິດ, ຄະນະຮັບຜິດຊອບແກ້ໄຂແຮງງານລາວ ແລະ ຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ເພື່ອຮັບຟັງລາຍງານ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ໃນເຂດເສດຖະກິດພິເສດໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືວາງແຜນແກ້ໄຂ ການຈັດສົ່ງແຮງງານລາວ ແລະ ຕ່າງປະເທດ ອອກຈາກ ເຂດດັ່ງກ່າວ. ຜ່ານການປຶກສາຫາລື, ກອງປະຊຸມໄດ້ເຫັນດີເປັນເອກະພາບດັ່ງນີ້: ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ໃຊ້ມາດຕະການກວດຫາເຊື້ອຜູ້ສໍາພັດໃກ້ຊິດແຕ່ລະກໍລະນີ ແລະ ແຮງງານທັງໝົດທີ່ຈະຈັດສົ່ງ; ...

Read More »

ສປປ ລາວ ວາງແຜນຕ້ານ ແລະ ສະກັດ ກັ້ນ ການລັກລອບຄ້າ-ຂາຍສັດປ່າ

ໃນວັນທີ 16 ສິງຫາ 2021 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ອົງການກອງທຶນອະ ນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ຮ່ວມມືກັບກົມກວດກາປ່າໄມ້ ຈັດກອງປະຊຸມວາງແຜນກິດຈະກໍາ ໂຄງການສະໜັບສະໜູນຕ້ານ ແລະ ສະກັດກັ້ນການລັກລອບຄ້າ-ຂາຍ ສັດປ່າ ໃນ ສປປ ລາວ ແລະ ການຮ່ວມມືກັບປະເທດເພື່ອນບ້ານ, ໂດຍການເປັນປະທານຂອງທ່ານ ນາງ ຫລອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້, ທ່ານ ລໍຣິດ ປາເລນຕີນີ ຜູ້ອໍານວຍການ ອົງການ WWF-Laos ພ້ອມດ້ວຍຜູ້ຕາງໜ້າຈາກກົມກວດກາປ່າໄມ້, ໄອຍາການ, ສານ, ຕໍາຫລວດສິ່ງແວດລ້ອມ, ກອງກວດກາປ່າໄມ້ແຂວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ມີຈຸດປະສົງເພື່ອຍົກລະດັບ ແລະ ຜັນຂະຫຍາຍຍຸດທະສາດ, ວິທີການໃນການປ້ອງກັນ ແລະ ສະກັດກັ້ນອາຊະຍາກຳສັດປ່າ ທັ້ງພາຍໃນ ແລະ ຂ້າມຊາດ. ພ້ອມກັນນີ້, ກໍເພື່ອເປັນການຮັບປະກັນວ່າ ໜ່ວຍງານປະຕິບັດກົດໝາຍ ມີຄວາມອາດສາມາດ ໃນການສືບສວນ-ສອບສວນ ແລະ ນຳໄປສູ່ການດໍາເນີນຄະດີທາງກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ໃນຂັ້ນແຂວງ, ...

Read More »

ສະພາແຫ່ງຊາດ ລາວ-ໄທ ເສີມຂະຫຍາຍການພົວພັນ ແລະ ການຮ່ວມມື

ໃນຕອນເຊົ້າ ວັນທີ 17 ສິງຫາ 2021 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະທາງໄກ ກັບ ທ່ານ ຊວນ ຫລີກໄພ ປະທານສະພາຜູ້ແທນລາດຊະດອນ ແຫ່ງ ຣາຊະອານາຈັກໄທ. ການພົບປະທາງໄກໃນຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ທີ່ມີຄວາມໝາຍຄວາມສຳຄັນ ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ, ໃນຖານະເປັນບ້ານໃກ້ເຮືອນຄຽງ ທີ່ມີແຕ່ດົນນານໃຫ້ຈະເລີນງອກງາມຍິ່ງຂຶ້ນ. ໂດຍສະເພາະແມ່ນ ສືບຕໍ່ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາຜູ້ແທນລາດຊະດອນ ແຫ່ງ ລາຊະອານາຈັກໄທ ໃຫ້ມີບາດກ້າວໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ. ພ້ອມນີ້, ສອງຝ່າຍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ເຊິ່ງກັນ ແລະ ກັນ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນປະທານ ສະພາຜູ້ແທນລາດຊະດອນໄທ ແລະ ເປັນປະທານສະພາແຫ່ງຊາດລາວ ໃນໄລຍະທີ່ຜ່ານມາ. ພ້ອມທັງແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນ ຂອງແຕ່ລະປະເທດ ...

Read More »

ສະເຫຼີມສະຫຼອງວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 30 ປີ ​ແລ​ະ ວັນສ້າງຕັ້ງສານປະຊາຊົນຄົບຮອບ 39 ປີ

ໃນວັນທີ 17 ສິງຫານີ້ ທີ່ຫໍວັດທະນະທຳແຫ່ງຊາດ ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີສະເຫຼີມສະຫຼອງວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ​ແລ​ະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 39 ປີ (15 ສິງຫາ 1982 – 15 ສິງຫາ 2021), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານຂອງ ສປສສ, ສານທະຫານ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງວັນດັ່ງກ່າວວ່າ: ຕະຫຼອດ​ໄລຍະ 30 ປີ ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ປະຊາຊົນ​ຕະຫຼອດ​ 39 ປີ, ພາຍ​​ໃຕ້​ການ​ນຳພາ​ຂອງ​ພັກປະຊາຊົນ​ ປະຕິວັດ​ລາວ ແລະ ດ້ວຍຄວາມສາມັກຄີ​ເປັນປຶກແຜ່ນແໜ້ນໜາ ຜ່ານຜ່າທຸກຂໍ້ຫຍຸ້ງຍາກນາໆປະການ ແລະ ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກ-ຄະນະນຳສານປະຊາຊົນແຕ່ລະຮຸ່ນ, ...

Read More »

ຜູ້ອອກແຮງງານລາວ ຂະແໜງການປະມົງ ຍັງມີຄວາມສ່ຽງຖືກກົດຂີ່ຂູດຮີດສູງ

ສປປ ລາວ ເປັນປະເທດໜຶ່ງ ທີ່ມີຜູ້ອອກແຮງງານ ໄປເຮັດວຽກຢູ່ຕ່າງປະເທດ ເປັນ ຈໍານວນຫລວງຫລາຍໃນຫລາຍຂົງເຂດເສດຖະກິດ, ຂະແໜງການປະມົງ ກໍ່ເປັນຂະແໜງການໜຶ່ງ ທີ່ຜູ້ອອກແຮງງານລາວ ໄປເຮັດວຽກງານຢູ່ໃນຂະແໜງການນີ້ ແລະ ຖືວ່າເປັນວຽກທີ່ມີຄວາມສ່ຽງສູງ ແລະ ຖືກກົດຂີ່ຂູດຮີດ ຖ້າທຽບໃສ່ກັບວຽກງານໃນຂະແໜງການອື່ນ, ແຮງງານຕ້ອງໄດ້ເຮັດວຽກຢູ່ເທິງເຮືອກາງທະເລເປັນເວລາຫລາຍວັນ, ແຮງງານເຮັດວຽກເກີນຊົ່ວໂມງເຮັດວຽກ, ສິດ ແລະ ສະຫວັດ ດີການກໍ່ບໍ່ໄດ້ຮັບເທົ່າທີ່ຄວນ ຖ້າທຽບກັບວຽກງານຂົງເຂດອື່ນ ຫລື ກາຍເປັນແຮງງານຖືກບັງຄັບ ແລະ ຕົກຢູ່ໃນວົງຈອນຂອງການຄ້າມະນຸດ, ໂດຍການລາຍງານຂອງ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນກອງປະຊຸມປຶກສາຫາລືແຜນງານ ໂຄງການຮັບປະກັນສິດທິ ຂອງແຮງງານເຄື່ອນຍ້າຍໃນຂະແໜງການປະມົງ ແລະ ອຸດສາຫະກຳປຸງແຕ່ງອາຫານທະເລ ທີ່ເຮັດວຽກໃນປະເທດອາຊີຕາເວັນອອກສ່ຽງໃຕ້ ໃນວັນທີ 10 ສິງຫາ 2021 ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ. ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ໃຫ້ຮູ້ວ່າ: ໂຄງການຮັບປະກັນສິດທິຂອງແຮງງານເຄື່ອນຍ້າຍ ໃນຂະແໜງການປະມົງ ແລະ ອຸດສາຫະກຳປຸງແຕ່ງອາຫານທະເລ ທີ່ເຮັດວຽກໃນປະເທດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຮ່ວມມືກັນ ລະຫວ່າງ ກົມພັດທະນາສີມືແຮງງານ ...

Read More »

ໂລກ້າ – ບໍລິສັດສະຕາດອັບລາວທຳອິດທີ່ຖືກຈັດເຂົ້າໃນລາຍຊື່ 100 ບໍລິສັດທີ່ໜ້າຈັບຕາຂອງ ຟອບ ເອເຊຍ Forbes Asia

ໃນວັນທີ 10 ສິງຫາ 2021 ທີ່ຜ່ານມາ, ວາລະສານ ຟອບ ເອເຊຍ Forbes Asia ມີການປະກາດລາຍຊື່ຂອງ 100 ບໍລິສັດທີ່ໜ້າຈັບຕາໃນຂົງເຂດພາກພື້ນອາຊີປາຊີຟິກ ເຊີ່ງໃນນັ້ນລວມມີບໍລິສັດໂລກ້າ ເຊິ່ງເປັນບໍລິສັດສະຕາດອັບຈາກປະເທດລາວ ທີ່ບໍລິຫານໂດຍ ທ່ານ ສຸລິໂຍ ວົງດາລາ ຈາກການຄັດເລືອກ ແລະ ພິຈາລະນາຈາກຈໍານວນ 900 ກວ່າບໍລິສັດຂົງເຂດພາກພື້ນອາຊີປາຊີຟິກ. ສຳລັບລາຍລະອຽດ ແລະ ຂໍ້ມູນເພີ່ມເຕີມສາມາດເບິ່ງຕື່ມໄດ້ທີ່ www.forbes.com/100towatch ນອກຈາກນີ້ ຍັງສາມາດຕິດຕາມໄດ້ໃນວາລາລະສານ ຟອບ ເອເຊຍ Forbes Asia ທີ່ຈະຕີພິມໃນເດືອນສິງຫານີ້. ການປະກາດລາຍຊື່ຄັ້ງນີ້ໄດ້ຄັດເອົາລາຍຊື່ຂອງສະຕາດອັບ ແລະ ທຸລະກິດຂະໜາດນ້ອຍ ທີ່ໄດ້ມີການເຕີບໂຕຢູ່ໃນຂົງເຂດພາກພື້ນເອເຊຍປາຊີຟິກ ແລະ ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ບັນດາບໍລິສັດທີ່ຢູ່ໃນລາຍຊື່ນີ້ກໍຍັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ບໍລິສັດໂລກ້າໄດ້ສ້າງຕັ້ງຂຶ້ນໃນປີ 2018 ເຊິ່ງເປັນແພລັດຟອມທຳອິດທີ່ໃຫ້ບໍລິການເອີ້ນລົດແທັກຊີອອນລາຍ ຂອງປະເທດລາວ, ໃນປັດຈຸບັນກໍຍັງໄດ້ເພີ່ມບໍລິການຕ່າງໆເຂົ້າໃນແພລັດຟອມຂອງໂລກ້າເຊັ່ນ: ບໍລິການປ້າຍໂຄສະນາເຄື່ອນທີ່, ບໍລິການແທັກຊີທີ່ມີລົດຫຼາກຫຼາຍປະເພດໃຫ້ເລືອກໃຊ້ບໍລິການ ແລະ ບໍລິການສັ່ງຊື້ສິນຄ້າອອນລາຍ. ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ລູກຄ້າສ່ວນໃຫຍ່ຂອງໂລກ້າແມ່ນນັກທ່ອງທ່ຽວ, ແຕ່ໃນໄລຍະທີ່ມີການແຜ່ລະບາດພະຍາດ ໂລກ້າໄດ້ສົ່ງເສີມໃຫ້ບໍລິການພາຍໃນສາມາດດຳເນີນທຸລະກິດຕໍ່ໄປໄດ້ ເຊິ່ງເຮັດໃຫ້ອັດຕາການໃຊ້ບໍລິການພາຍໃນປະເທດຂອງໂລກ້າເພີ່ມຂຶ້້ນເຖິງ 30% ຕໍ່ເດືອນ. ໂລກ້າເປັນບໍລິການທີ່ມີຄວາມປອດໄພ, ໂປ່ງໃສ ...

Read More »