General

ທະນາຄານ ລາວ-ຝຣັ່ງ ຈໍາກັດ (ທລຝ) ມອບເງິນຈໍານວນ 50.000 ໂດລາສະຫາລັດ ປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623

ທະນາຄານ ລາວ-ຝຣັັ່ງ ຈໍາກັດ (ທລຝ) ໄດ້ໃຫ້ການສະໜັບສະໜູນແກ່ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂດຍການມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623 ໂດຍມີເປົ້າໝາຍເພື່ອເປັນການ ຊ່ວຍເຫຼືອສັງຄົມລາວຂອງພວກເຮົາ. ໃນຊ່ວງໄລຍະວິກິດການນີີ້, ໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກຂອງພວກເຂົາ ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການບໍລິການສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທາງທ້ອງຖະໜົນ, ໄຟໄໝ້, ນໍ້າຖ້ວມ ແລະ ອື່ນໆ ອີກຢ່າງຫຼວງຫຼາຍຢູ່ໃນຊຸມຊົນຂອງພວກເຮົາ. ສໍາລັບເງິນອຸປະທໍາດັັ່ງກ່າວ ແມ່ນຈະນໍາໄປຊື້ພາຫະນະ ເພື່ອໃຊ້ໃນການນໍາສົ່ງຄົນເຈັບໄປໂຮງໝໍຕະຫຼອດ 24 ຊົ່ວໂມງ. ພິທີດັັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການທະນາຄານ ລາວ-ຝຣັັ່ງ ແລະ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ແລະ ທ່ານ ນາງ ພູທອນ ພູມສະຫວັນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ. ທ່ານ ສະເຕຟານ ອຽກແບັງ ໄດ້ກ່າວວ່າ: “ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີີ້,ພວກເຮົາໄດ້ເຫັນເຖິງຈໍານວນຂອງຄົນຕິດເຊື້ອທີື່ສູງຂຶ້ນບໍໍ່ວ່າຈະຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆທົ່ວປະເທດ. ສໍາລັບໜ່ວຍງານ ແລະ ...

Read More »

ເມືອງຫົງສາ ລົງໂຄສະນາເຄື່ອນທີ່ ເພີ່ມທະວີມາດຕະການປ້ອງກັນໂຄວິດ-19

ເພື່ອເປັນການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດ ເວົ້າລວມ ເວົ້າສະເພາະ ກໍຄືເມືອງຫົງສາ ແຂວງໄຊຍະບູລີ. ໃນວັນທີ 6 ກັນຍາຜ່ານມານີ້, ກອງບັນຊາການ ປກສ-ປກຊ ຮ່ວມກັບ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງ ໄດ້ລົງໂຄສະນາເຄື່ອນທີ່ ເພີ່ມທະວີມາດຕະການປ້ອງກັນໂຄວິດ-19. ນໍາໂດຍທ່ານ ພັຕ ໄລ ແສນທອນ ຮອງພະແນກຕໍາຫຼວດ ຊີ້ນໍາວຽກງານຈະລາຈອນເມືອງ ພ້ອມດ້ວຍພະນັກງານວິຊາການ ຫ້ອງການ ຖວ​ທ ເມືອງເຂົ້າຮ່ວມ. ຈຸດປະສົງ ເພື່ອສືບຕໍ່ເຄື່ອນໄຫວໂຄສະນາ ເຜີຍແຜ່ກ່ຽວກັບໄພອັນຕະລາຍ, ຜົນຮ້າຍຂອງພະຍາດໂຄວິດ-19 ແລະ ວິທີການປ້ອງກັນການຕິດເຊື້ອ. ເປັນຕົ້ນແມ່ນໃຫ້ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ບໍ່ຊຸມນຸມ-ບໍ່ຊຸມແຊວກັນເປັນກຸ່ມ, ຫ້າມບໍ່ໃຫ້ຕັ້ງວົງດື່ມເຫຼົ້າ-ເບຍ, ໃຫ້ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວທີ່ມີທາດເຫຼົ້າ 70, ຫຼີກລ່ຽງການໄປໃນບ່ອນທີ່ມີຊຸມຊົນແອອັດ ແລະ ອື່ນໆ. ລວມເຖິງການນຳໃຊ້ຍານພາຫະນະທຸກປະເພດໃນການສັນຈອນຕາມທ້ອງຖະໜົນໃຫ້ມີຄວາມປອດໄພ. ການລົງໂຄສະນາຄັ້ງນີ້, ແມ່ນໄດ້ຕິດຕັ້ງໂທລະໂຄ່ງໃສ່ກັບພາຫະນະ ແລ້ວເຄື່ອນໄຫວພາຍໃນເທດສະບານເມືອງ. ທັງນີ້, ກໍເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຮັບຮູ້ໄດ້ເຖິງຜົນຮ້າຍ, ໄພອັນຕະລາຍຂອງພະຍາດດັ່ງກ່າວ ...

Read More »

ກະກຽມຄວາມພ້ອມຮອບດ້ານ ເພື່ອເປີດການນຳໃຊ້ ໂຄງການ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ

ໃນມະຕິກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2021 ຜ່ານມາ ລັດຖະບານໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ໂດສະເພາະ ການກະກຽມຄວາມພ້ອມຮອບດ້ານ ເພື່ອການເປີດນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ໂດຍ ເຫັນດີດ້ານຫລັກການ ຮັບຮອງເອົາບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມຮອບດ້ານ ເພື່ອການເປີດນຳໃຊ້ໂຄງການທາງລົດໄຟລາວ-ຈີນ. ພ້ອມນີ້, ໄດ້ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ເປັນໃຈກາງ ປະສານກັບກະ ຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ ແລະ ຂະແໜງການທີ່ກ່ຽວຂ້ອງ ກວດກາຄືນວຽກງານທີ່ຍັງບໍ່ທັນສໍາເລັດ ເຊັ່ນ: ການຊົດເຊີຍທີ່ດິນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ, ລວມທັງການຊົດເຊີຍທີ່ດິນຢູ່ສະຖານີລົດໄຟຂົນສົ່ງສິນຄ້າວຽງຈັນ, ການປັກຫລັກ ໝາຍຊາຍແດນໃນອຸບມົງ, ການກະກຽມວີຊາເຂົ້າ-ອອກເມືອງ, ການເຈລະຈາສັນຍາຂົນສົ່ງທາງລົດໄຟ ພ້ອມທັງມາດຕະການໃນການໃຫ້ບໍລິການ, ການກະກຽມບຸກຄະລາກອນໃນບາງວຽກງານ, ການກຳນົດຈຳນວນລົດໄຟ ທີ່ຈະໃຊ້ບໍລິການ, ການແບ່ງປັນຜົນປະໂຫຍດ ລະຫວ່າງຜູ້ລົງທຶນດ້ວຍກັນ ແລະ ລະ ຫວ່າງຜູ້ລົງທຶນກັບພາກລັດ ໃນການບໍລິການ ແລະ ນຳໃຊ້ລົດໄຟ ທັງທາງກົງ ແລະ ທາງອ້ອມ ເພື່ອຮັບປະກັນຜົນປະໂຫຍດຂອງແຕ່ລະຝ່າຍ. ສໍາລັບພິທີເປີດນຳໃຊ້ລົດໄຟລາວ-ຈີນ ຢ່າງເປັນທາງການ ຢູ່ເບື້ອງ ...

Read More »

ນາຍົກລັດຖະມົນຕີ ຍົກ 6 ຂໍ້ຕ້ອງປະຕິບັດເພື່ອພັດທະນາການສຶກສາລາວໃນສົກຮຽນປີ 2021-2022

ເຖິງແມ່ນວ່າ ໃນສົກຮຽນ 2021-2022 ນີ້ ຈະມີອຸປະສັກ ນານາປະການເປັນຕົ້ນ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (ໂຄວິດ19), ສະພາບການເງິນຂອງປະເທດຍັງສືບຕໍ່ຝືດເຄືອງກໍ່ຕາມ ແຕ່ເພື່ອໃຫ້ລູກຫຼານທີ່ເປັນອະນາຄົດຂອງຊາດສືບຕໍ່ໄດ້ສຶກສາຮ່ຳຮຽນຕາມຫຼັກສູດທັງຮັບປະກັນໃຫ້ການຮຽນ-ການສອນ ໃນສົກປີ 2021-2022 ດໍາເນີນໄປຢ່າງມີປະສິດທິຜົນສາມາດເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດຕໍ່ໄປ. ດັ່ງນັ້ນ, ເພື່ອເປັນຊ່ອງທາງໃຫ້ແກ່ຂະແໜງການສຶກສາ ໃນມື້ໄຂສົກຮຽນໃໝ່ວັນທີ 6 ກັນຍາ 2021 ນີ້ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ມີທິດຊີ້ນໍາໃຫ້ທົ່ວປວງຊົນຮ່ວມປະຕິບັດ 6 ຂໍ້ນີ້ ແນໃສ່ສືບຕໍ່ພັດທະນາລະບົບການສຶກສາຂອງປະເທດເຮົາ:1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ຫນ້າທີ່ວຽກງານ ຂອງຕົນໃຫ້ສູງຂຶ້ນ, ປະຕິບັດກົດຫມາຍ-ລະບຽບການດ້ານການສຶກສາ, ພັດທະນາສະຖານການສຶກສາ ໃຫ້ມີ ຄຸນນະພາບ ແລະ ໄດ້ມາດຕະຖານໃນການພັດທະນາຊັບພະຍາກອນມະນຸດ ຕາມທິດ 3 ລັກສະນະ ແລະ 5 ຫຼັກມູນ ຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຕິດພັນກັບວາລະແຫ່ງຊາດ ຢ່າງເດັດຂາດ ແລະ ເຂັ້ມງວດ. 2. ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກອົບຮົມ ແລະ ຄົ້ນຄວ້າຫລັກສູດການ ...

Read More »

ລາວ-ຫວຽດນາມ ຮ່ວມມືກັນໃນຂົງເຂດ ໄອຊີທີ ແລະ ການຫັນເປັນທັນສະໄໝ ດ້ວຍລະບົບດີຈີຕອນ

ໃນວັນທີ 1 ກັນຍາ 2021, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ຄະນະອໍານວຍການບໍລິສັດ ລາວໂທລະຄົມມະນາຄົມ ຈໍາກັດ, ຄະນະອໍານວຍການບໍລິສັດ ສະຕາໂທລະຄົມ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບ ທ່ານ ຫງ໋ຽນ ແມ້ງ ຮຸ່ງ ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະ ຜ່ານລະບົບກອງປະຊຸມທາງໄກ. ກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້, ຖືເປັນນິມິດໝາຍອັນດີ ແລະ ມີຄວາມໝາຍສໍາຄັນ ທີ່ພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ພວມຊື່ນຊົມຕໍ່ຜົນສຳເລັດຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະໃນລະຫວ່າງ ວັນທີ 9-10 ...

Read More »

ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ອຄ ຈະຈັດຂຶ້ນໃນທ້າຍເດືອນກັນຍານີ້

ທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ໃຫ້ສໍາພາດເມື່ອບໍ່ນານມານີ້, ກ່ຽວກັບການກະກຽມຄວາມພ້ອມ ເພື່ອດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຸດສາຫະ ກໍາ ແລະ ການຄ້າ, ໂດຍລວມມີຄວາມຄືບໜ້າຫລາຍສົມຄວນ ເຊິ່ງຄາດວ່າຈະໃຫ້ສາມາດເປີດກອງປະຊຸມໄດ້ໃນທ້າຍເດືອນກັນຍາ 2021 ນີ້. ທ່ານ ຄໍາແພງ ໄຊສົມແພງ ກ່າວວ່າ: ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງສະໄໝທີ IV ໃນວັນທີ 10 ກໍລະກົດ 2015 ທີ່ຜ່ານມາ ໄດ້ເລືອກເອົາຄະນະບໍລິຫານງານພັກ ຈໍານວນ 15 ສະຫາຍ, ຍິງ 3 ສະຫາຍ, ແຕ່ 12 ສະຫາຍ ໄດ້ຮັບນະໂຍບາຍອຸດໜູນບຳນານ. ປັດຈຸບັນ ຍັງມີຄະນະພັກກະຊວງ 3 ສະຫາຍ, ຍິງ 1 ສະຫາຍ. ອົງຄະນະພັກກະຊວງ ອຄ ມີ 2 ຄະນະພັກຮາກຖານ ...

Read More »

ສປປ ລາວ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສຳລັບພາກພື້ນ ອາຊີ-ປາຊິຟິກ ເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ

ໃນວັນທີ 30 ສິງຫາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສຳລັບພາກພື້ນອາຊີ-ປາຊິຟິກ ເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ ສຳລັບປະເທດດ້ອຍພັດທະນາ (IPoA).ກອງປະຊຸມດັ່ງກ່າວ, ແມ່ນໄດ້ຈັດຂຶ້ນໃນຮູບແບບທາງໄກ ໂດຍພາຍໃຕ້ການເປັນເຈົ້າພາບຂອງ ຫ້ອງການຜູ້ຕາງໜ້າຂັ້ນສູງອົງການ ສປຊ ທີ່ຮັບຜິດຊອບປະເທດດ້ອຍພັດທະນາ, ປະເທດກຳລັງພັດທະ ນາ ທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (UN-OHRLLS) ແລະ ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN-ESCAP). ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນດຳເນີນງານ IPoA ສຳລັບໄລຍະ 2011-2020 ຂອງປະເທດດ້ອຍພັດທະນາ (LDCs) ທີ່ຢູ່ໃນພາກພື້ນອາຊີ-ປາຊິຟິກ ເພື່ອແລກປ່ຽນບົດຮຽນ ກ່ຽວກັບຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີແນະ ສຳລັບການສ້າງແຜນດຳເນີນງານສະບັບໃໝ່. ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວ ກໍ່ໄດ້ມີການເຈລະຈາບັນດາເອກະສານຕ່າງໆ ເພື່ອປະກອບສ່ວນເຂົ້າໃນການກະກຽມໃຫ້ແກ່ກອງປະຊຸມອົງການ ສປຊ ສຳລັບປະເທດດ້ອຍພັດ ທະນາ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນມັງກອນ ...

Read More »

ສະຫລຸບຜົນສຳເລັດກະກຽມດັດສະນີໝາຍ ການພັດທະນາ ຊາວໜຸ່ມອາຊຽນ ໃນໄລຍະທີ 2

ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ເຂົ້າຮ່ວມກອງປະຊຸມ ການສະຫລຸບລາຍງານຜົນສຳເລັດ ຂອງການກະກຽມດັດສະນີໝາຍ ການພັດທະນາຊາວໜຸ່ມອາຊຽນ ໃນໄລຍະທີ 2 ( YDI ) ຮ່ວມກັບບັນດາລັດຖະມົນຕີ ຊາວໜຸ່ມອາຊຽນ ແບບທາງໄກ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2021. ກອງປະຊຸມຄັ້ງນີ້, ເພື່ອສ້າງເວທີໃຫ້ແກ່ເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນ, ເຄືອຂ່າຍການເຊື່ອມໂຍງຊາວໜຸ່ມອາຊີ-ປາຊີຟິກ ແລະ ບັນດາອົງການຈັດຕັ້ງຊາວໜຸ່ມ ເພື່ອສົນທະນາ ແລະ ວາງແຜນການດຳເນີນງານ ວ່າດ້ວຍການຕິດຕາມ ແລະ ປະເມີນແຜນການດຳເນີນງານ ການພັດທະນາຊາວໜຸ່ມ 5 ປີໃນຕໍ່ໜ້າ. ນອກຈາກນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນວາງຄາດໝາຍສູ້ຊົນ, ແຜນການກະກຽມການຕິດຕາມ ແລະ ປະເມີນຜົນ, ໄລຍະເວລາໃນການກະກຽມຂັ້ນສຸດທ້າຍ ເພື່ອທີ່ຈະສະເໜີໃຫ້ແກ່ບັນດາລັດຖະມົນຕີ ຊາວໜຸ່ມອາຊຽນ ເພື່ອຮັບຮອງໃນຂັ້ນຕໍ່ໄປ. ການຮ່ວມມືລະຫວ່າງ ເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນ, ກອງເລຂາອາຊຽນ ແລະ ເຄືອຂ່າຍການເຊື່ອມໂຍງຊາວໜຸ່ມອາຊີ-ປາຊິຟິກ ມີຈຸດປະສົງ ຈະສ້າງຕັ້ງ ແລະ ດຳເນີນການຕິດຕາມ ແລະ ການປະເມີນແຜນການດຳເນີນງານ ການພັດທະນາຊາວໜຸ່ມອາຊຽນ ແຕ່ປີ 2021-2025 ບົນພື້ນຖານການມີສ່ວນຮ່ວມຂອງຫລາຍຝ່າຍ, ຫລາຍຄູ່ຮ່ວມງານ ...

Read More »

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2021

(ສພຊ) ກອງປະຊຸມຄະນະປະຈໍາ (ຄປຈ) ສະພາແຫ່ງຊາດ (ສພຊ) ປະຈໍາເດືອນສິງຫາ 2021 ໄດ້ໄຂຂຶ້ນ ແລະ ດໍາເນີນເປັນເວລາ 2 ວັນ ໃນລະຫວ່າງວັນທີ 30-31 ສິງຫາ 2021 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ ປະທານ ຄປຈ. ສພຊ, ປະທານ ສພຊ, ເຂົ້າຮ່ວມມີບັນດາຄະນະປະຈໍາ ສພຊ, ກໍາມະການຄະນະປະຈໍາ ສພຊ, ປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ລັດຖະມົນຕີ, ຮອງລັດຖະມົນຕີ ທີ່ກ່ຽວຂ້ອງ, ຄະນະກົມ ແລະ ວິຊາການຈໍານວນໜຶ່ງ. ກອງປະຊຸມໄດ້ຮັບລາຍງານ ຈາກຄະນະສະເພາະກິດຂອງສະພາແຫ່ງຊາດ ກ່ຽວກັບຜົນຂອງກອງປະຊຸມທາງໄກ ລະຫວ່າງ ຄະນະເລຂາທິການ ສພຊ ແລະ ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ກ່ຽວກັບສະພາບການລະບາດ ແລະ ມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ COVID-19. ຈາກນັ້ນ, ກອງປະຊຸມໄດ້ມີການປຶກສາຫາລື ແລະ ປະກອບຄໍາເຫັນ ໃສ່ການຕົກລົງໄລຍະເວລາຈັດກອງປະຊຸມສະໄໝສາມັນ ...

Read More »

ແຮງງານທີ່ກັກກັນຕົວຊົ່ວຄາວຢູ່ສູນເມືອງອາດສະພອນແມ່ນໄດ້ກັບບ້ານແລ້ວຈຳນວນ 24 ຄົນ

ໃນຕອນເຊົ້າວັນທີ 30 ສິງຫາ 2021 ທີ່ສູນກັກກັນໂຮງຮຽນ ມສ ເມືອງອາດສະພອນ ແຂວງສະຫວັນນະເຂດ, ທີມງານຄະນະສະເພາະກິດ ປ້ອງກັນ, ຄວບຄຸມ, ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ເມືອງອາດສະພອນພ້ອມດ້ວຍທີມແພດໝໍພາກສະໜາມໄດ້ລົງປະຕິບັດກວດກາວັດແທກອຸຫະພູມຫ່າງກາຍ, ສອບຖາມປະຫວັດ ເພື່ອກັ່ນກອງຫາເຊື້ອພະຍາດໂຄວິດ 19 ຂອງບັນດາແຮງງານທີ່ກັບມາຈາກສະຖານທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ19. ບັນດາແຮງງານ ແມ່ນໄດ້ຜ່ານສູນກັກກັນຂອງແຂວງແລ້ວ, ມາເຂົ້າສູນກັກກັນຕົວຕື່ມອີກຢູ່ສູນຂອງເມືອງຄົບກຳນົດວັນຕາມຄະນະສະເພາະກິດຂັ້ນເມືອງວາງອອກຫຼາຍກ່ວາ 20ມື້ ເນື່ອງຈາກວ່າສູນດັ່ງກ່າວເປັນເຂດສີແດງຂອງເມືອງພາຍຫຼັງທີ່ກວດພົບຜູ້ຕິດເຊື້ອພະຍາດພາຍໃນສູນດັ່ງກ່າວ ແລະຜູ້ທີ່ຍັງເຫຼືອແມ່ນໄດ້ກັກກັນຕົວຕື່ມອີກຄົບ 14 ວັນແລ້ວ. .[“] ໂດຍການເຂົ້າຮ່ວມຕິດຕາມຂອງທ່ານ ນາງບຸນທະລັງສີ ຄຳມະນີວົງ  ເຈົ້າເມືອງອາດສະພອນ, ທ່ານນາງພອນທະວີ ລາດບໍວອນ ຮອງເຈົ້າເມືອງ ທັງແມ່ນຫົວໜ້າຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ 19ຂັ້ນເມືອງ, ທ່ານບຸນປອນ ໃສຈັນດີ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາທ່ານຄະນະສະເພາະກິດ, ຄະນະຮັບຜິດຊອບສູນກັກກັນຕົວ, ຄະນະການປົກຄອງບ້ານກ່ຽວຂ້ອງ ພ້ອມທັງຍາດຕິພີ່ນ້ອງຂອງພວກກ່ຽວເຂົ້າຮ່ວມ. ໃນໂອກາດດັ່ງກ່າວນັ້ນບັນດາທ່ານໃນຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ 19ຂັ້ນເມືອງ ໄດ້ໃຫ້ຄຳແນະນຳຕໍ່ຄະນະບ້ານໃຫ້ເອົາໃຈໃສ່ປະຕິບັດຕໍ່ຄຳສັ່ງຂອງຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ, ຕິດຕາມລູກບ້ານຂອງຕົນບໍ່ໃຫ້ເດີນທາງໄປໃນສະຖານທີ່ຊຸມຊົນທີ່ມີຄົນຫຼາຍ, ສະຖານທີ່ໆມີຄວາມສ່ຽງຕໍ່ການຕິດເຊື້ອໂດຍບໍ່ມີເຫດຜົນອັນຈຳເປັນ, ໃຫ້ສວມໃສ່ອຸປະກອນປ້ອງກັນທຸກຄັ້ງໃນເວລາອອກນອກເຮືອນ ຫຼືລົມກັບໝູ່ຄູ່, ໝັ່ນລ້າງມືດ້ວຍສະບູ ຫຼືເຫຼົ້າ, ເຈວລ້າງມື, ບັນດາແຮງງານທີ່ຈະກັບເມືອບ້ານແມ່ນຕ້ອງໄດ້ກັກຕົວຕື່ມຢູ່ເຮືອນອີກຢ່າງໜ້ອຍ 7 ວັນ ຈຶ່ງໃຫ້ອອກພົບປະກັບໝູ່ຄູ່, ເພື່ອຮັບປະກັນບໍ່ໃຫ້ມີການຕິດເຊື້ອໂຄວິດ-19 Cr: ເສດຖະກິດການຄ້າ

Read More »