ສະພາແຫ່ງຊາດ ລາວ-ໄທ ເສີມຂະຫຍາຍການພົວພັນ ແລະ ການຮ່ວມມື

ໃນຕອນເຊົ້າ ວັນທີ 17 ສິງຫາ 2021 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະທາງໄກ ກັບ ທ່ານ ຊວນ ຫລີກໄພ ປະທານສະພາຜູ້ແທນລາດຊະດອນ ແຫ່ງ ຣາຊະອານາຈັກໄທ. ການພົບປະທາງໄກໃນຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ທີ່ມີຄວາມໝາຍຄວາມສຳຄັນ ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ, ໃນຖານະເປັນບ້ານໃກ້ເຮືອນຄຽງ ທີ່ມີແຕ່ດົນນານໃຫ້ຈະເລີນງອກງາມຍິ່ງຂຶ້ນ. ໂດຍສະເພາະແມ່ນ ສືບຕໍ່ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາຜູ້ແທນລາດຊະດອນ ແຫ່ງ ລາຊະອານາຈັກໄທ ໃຫ້ມີບາດກ້າວໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.

May be an image of 3 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ພ້ອມນີ້, ສອງຝ່າຍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ເຊິ່ງກັນ ແລະ ກັນ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນປະທານ ສະພາຜູ້ແທນລາດຊະດອນໄທ ແລະ ເປັນປະທານສະພາແຫ່ງຊາດລາວ ໃນໄລຍະທີ່ຜ່ານມາ. ພ້ອມທັງແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນ ຂອງແຕ່ລະປະເທດ ເປັນຕົ້ນແມ່ນ ສະພາບການຕ້ານ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ລາຊະອານາຈັກໄທ ໃນປັດຈຸບັນ, ຮ່ວມກັນຕີລາຄາການພົວພັນການຮ່ວມມື ລະຫວ່າງ ສອງປະ ເທດ ໃນໄລຍະຜ່ານມາເຫັນວ່າໄດ້ຮັບການເສີມຂະຫຍາຍດີຂຶ້ນ, ຊຶ່ງສະແດງອອກມີການແລກປ່ຽນຢ້ຽມ ຢາມ ຂອງຄະນະຜູ້ແທນຂັ້ນສູງຂອງລັດຖະບານ, ບັນດາຂະແໜງການໃນລະດັບສູນກາງ ແລະ ທ້ອງຖິ່ນ, ການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ແລະ ຂະແໜງການອື່ນໆ. ພ້ອມນີ້, ສອງລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສົນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳ, ໂດຍຜ່ານຫລາຍກົນໄກການຮ່ວມມື ທີ່ມີໝາກຜົນ ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ສອງປະເທດ ກໍ່ຄື ປະຊາຊົນສອງຊາດລາວ-ໄທ. ໃນໂອກາດດັ່ງກ່າວ, ທ່ານປະທານສະພາແຫ່ງຊາດລາວ ໃນນາມຕາງໜ້າໃຫ້ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ມາຍັງລັດຖະບານ, ສະພາຜູ້ແທນລາດຊະດອນໄທ ແລະ ປະຊາຊົນໄທ ທີ່ອໍານວຍຄວາມສະດວກ ແລະ ຊ່ວຍເຫລືອແຮງງານລາວ ໃຫ້ໄດ້ເດີນທາງກັບປະເທດ ແລະ ໃຫ້ການຊ່ວຍເຫລືອອຸປະກອນການແພດທີ່ຈໍາເປັນ ເປັນຕົ້ນ ຜ້າອັດປາກອາ ນາໄມ, ຊຸດ PPE, ຕຽງສະໜາມ ແລະ ອຸປະກອນອື່ນໆ ຈໍານວນໜຶ່ງໃຫ້ແກ່ ສປປ ລາວ. ນອກຈາກນີ້, ສອງປະທານສະພາລາວ ແລະ ໄທ ກໍ່ໄດ້ທົບທວນຄືນການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດນຳກັນໃນໄລຍະຜ່ານມາ, ຊຶ່ງສະແດງອອກ ໄດ້ມີການແລກປ່ຽນຄະນະຜູ້ແທນນໍາກັນ ໃນລະດັບປະທານສະ ພາ, ກຳມາທິການ, ຄະນະມິດຕະພາບລັດຖະສະພາ, ຄະນະເລຂາທິການ ຈົນຮອດຄະນະວິຊາການ, ໄດ້ຮ່ວມກັນຈັດສຳມະນາເພື່ອແລກປ່ຽນບົດຮຽນ ກ່ຽວກັບການປະຕິບັດບົດບາດດ້ານນິຕິບັນຍັດ, ມີການແລກປ່ຽນຂໍ້ມູນຂ່າວສານ, ການສະໜັບສະໜູນ ແລະ ຮ່ວມມືກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ໃນຂອບການເຄື່ອນໄຫວຂອງອົງການລັດຖະສະພາ ລະຫວ່າງຊາດອາຊຽນ, IPU, APA, ASEP ແລະ ອື່ນໆ.

May be an image of 1 ຄົນ ແລະ ຢືນ

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະສະພາໄທ ກໍ່ຍັງໄດ້ຊ່ວຍເຫລືອອຸປະກອນປ້ອງກັນພະຍາດດັ່ງກ່າວ, ແກ່ສະພາແຫ່ງຊາດລາວ. ທັງສອງຝ່າຍໄດ້ເຫັນດີນຳກັນ ຈະສືບຕໍ່ພົວພັນຮ່ວມມືກັນແລກປ່ຽນຄະນະຜູ້ແທນ ໃນລະດັບປະທານສະພາ, ກຳມາທິການ, ຄະນະເລຂາທິການ, ຄະນະມິດຕະພາບລັດຖະສະພາລາວ-ໄທ ໄປພ້ອມກັບການຈັດການແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດບາດດ້ານນິຕິບັນຍັດ ແລະ ຈັດສໍາມະນາ ໃນຫົວຂໍ້ຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈ; ສືບຕໍ່ຊຸກຍູ້ໃຫ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງ, ບົດບັນທຶກຄວາມເຂົ້າໃຈ ທີ່ພົວພັນເຖິງການຮ່ວມມືສອງຝ່າຍ ທີ່ໄດ້ຕົກລົງຮ່ວມກັນ ໃຫ້ເປັນຮູບປະທຳ ແລະ ມີປະສິດຜົນດີກວ່າເກົ່າ; ສະໜັບສະໜູນ ແລະ ຮ່ວມມືກັນ ໃນການເຄື່ອນໄຫວໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ພ້ອມກັນນີ້, ທ່ານປະທານສະພາແຫ່ງຊາດລາວ ຍັງໄດ້ສະເໜີ ໃຫ້ປະທານສະພາຜູ້ແທນລາດຊະດອນໄທ ຊຸກຍູ້ໃຫ້ລັດຖະບານໄທ ເອົາໃຈໃສ່ຮ່ວມກັບຝ່າຍລາວ ແກ້ໄຂບັນຫາການປັກຫລັກໝາຍຊາຍແດນທາງບົກ ແລະ ທາງນ້ຳ ໃຫ້ສຳເລັດໂດຍໄວ ຕາມການຕົກລົງເຫັນດີນຳກັນ, ສະເໜີໃຫ້ມີການດູແລເບິ່ງແຍງແຮງງານລາວ ທີ່ກຳລັງອອກແຮງງານຢູ່ໄທ ພ້ອມທັງຊ່ວຍອຳນວຍຄວາມສະດວກໃຫ້ແຮງງານລາວ ທີ່ເດີນທາງກັບຄືນປະເທດ ຊຶ່ງເຫັນວ່າມີຜູ້ຕິດເຊື່ອພະຍາດໂຄວິດ-19 ຍັງມີຈຳນວນຫລວງຫລາຍ.ໃນຕອນທ້າຍ, ທັງສອງປະທານອົງການນິຕິບັນຍັດ ກໍໄດ້ອວຍພອນ ຊຶ່ງກັນ ແລະ ກັນ ແລະ ເຊື້ອເຊີນ ມາຢ້ຽມຢາມປະເທດຂອງກັນ ແລະ ກັນ ໃນເວລາທີ່ພະຍາດໂຄວິດ-19 ຜ່ອນຄາຍລົງ ແລະ ມີຄວາມສະດວກທັງສອງຝ່າຍ.

May be an image of 1 ຄົນ ແລະ ໃນຮົ່ມ

ຮູບ: ເກດສະໜາ

Comments